Breaking News

ຂ່າວບັນເທີງນອກປະເທດ

ງາມເດ! ມິມີ່ ພູນຊັບ Miss International Laos 2017 ບິນລັດຟ້າໂຊຄວາມເປັນສາວລາວ ຮ່ວມງານທີ່ປະເທດຈີນ!!!

ມາສ່ອງຂວັນໃຈອີກໜຶ່ງຄົນຂອງພໍ່ແມ່ພີ່ນ້ອງຊາວລາວ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ຫຼ້າສຸດບິນລັດຟ້າຮ່ວມງານ International Import​ Expo​ 2018​ ທີ່ ຊຽງໄຮ້ ປະເທດຈີນ, ແຖມນາງຍັງໂຊຄວາມເປັນແມ່ຍິງລາວ ດ້ວຍການໃສ່ຊຸດຜ້າຝ້າຍ ເບິ່ງແລ້ວງົດງາມຫຼາຍໆ. (ມີຮູບພາບ ນ້ອງ ມິມີ່ ໃນຊຸດຝ້າຍລາວງາມໆ ນຸ່ງຮ່ວມງານທີ່ປະເທດຈີນມາຝາກ) ເບິ່ງແລ້ວເປັນແນວໃດ? ງົດງາມສຸດໆເລີຍວ່າບໍ່ແຟນໆ ແບບນີ້ໃຫ້ຜ່ານແບບ 10 10 10 ຄະແນນໄປເລີຍ!!! #ແຊຣໄປໃຫ້ໂລກຮູ້ນີ້ຄືແມ່ຍິງລາວ  ?? Story: ຊະນີIndy ຮູບພາບ: FB/Phounsap Phonnyotha

Read More »

ສ່ອງເວທີຈັກກະວານ! ເຜີຍແລ້ວສາວງາມຈາກທົ່ວໂລກ  Miss Universe 2018 (ໜຶ່ງໃນນັ້ນມີສາວງາມຈາກ ປະເທດລາວ)

ອີກບໍ່ພໍເທົ່າໃດເດືອນກໍຈະໝົດປີ 2018 ກັນແລ້ວ ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ນອກຈາກເວລາທີ່ຜ່ານໄປໄວແລ້ວນັ້ນ ແຟນໆຮູ້ ຫຼື ບໍ່ວ່າໃນອີກບໍ່ດົນນີ້ກໍຈະມີການປະກວດນາງງາມອີກໜຶ່ງເວທີໃຫ່ຍລະດັບໂລກ Miss Universe 2018 ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ). ແລະ ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າສາວງາມທັງໝົດ 91 ປະເທດຈາກທົ່ວໂລກ ແລະ ແນ່ນອນວ່າໜຶ່ງໃນນັ້ນມີ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ມີຄວາມພ້ອມແລ້ວທີ່ຈະປະຊັນໂສມ ປະຊັນພິບໄຫວກັບສາວງາມຈາກທົ່ວໂລກໃນເວທີດັ່ງກ່າວ. ເວົ້າແບບນີ້ຢາກເຫັນແລ້ວແມ່ນບໍ່? ວ່າສາວງາມຈາກປະເທດຕ່າງໆຈະມີໜ້າຕາ ຮູບຮ່າງ ແລະ ບຸກຂະລິກແນວໃດ…ເອົາເປັນວ່າບໍ່ຊ້າເດີ້ ລອງມາເບິ່ງກັນແບບຈະແຈ້ງກັນໄປເລີຍ ແຕ່ຂໍບອກວ່າແຕ່ລະສາວງາມຕັດສິນໃຈຍາກຫຼາຍ ທີ່ຈະເລືອກ ເພາະມີຄວາມງາມ ແລະ ມີຄວາມພ້ອມທາງດ້ານຄຸນສົມບັດຂອງນາງງາມທັງນັ້ນ.   ເບິ່ງແລ້ວເພີນຫູ ເພີນຕາ ສາວໆຈາກແຕ່ລະປະເທດແມ່ນງົດງາມຫຼາຍ, ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວ #ຮັກລາວເຊຍລາວ ?? Story: ຊະນີIndy ຮູບພາບ: …

Read More »

ສະແດງຄວາມຍິນດີ! ສາວງາມປະເທດເພື່ອນບ້ານຄວ້າມົງກຸດ Miss Earth 2018 

ຈົບລົງໄປສຳລັບການປະກວດນາງງາມອີກໜຶ່ງເວທີໃຫ່ຍ ທີ່ແຟນນາງງາມຈັບຕາເບິ່ງ ເຊິ່ງສາວງາມທີ່ຄວ້າມົງກຸດ Miss Earth 2018 ໃນປີນີ້ກໍຄື Phuong Khanh ເປັນສາວງາມຈາກເພື່ອນບ້ານ ປະເທດ ຫວຽດນາມ (Vietnam) ເອີ້ນໄດ້ວ່ານາງມີຄວາມງາມ ເໝາະສົມກັບຕຳແໜ່ງຫຼາຍໆ. ສ່ວນ Miss Earth Water ໄດ້ແກ່ Valeria Ayos ຈາກປະເທດໂຄລົມເບຍ (Colombia) , Miss Earth Fire ໄດ້ແກ່ Melissa Flores ຈາກປະເທດເມັກຊິໂກ Mexico ແລະ Miss Earth Air ໄດ້ແກ່ Melanie Mader ຈາກປະເທດອອສເຕຍ (Austria). ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຮັບຕຳແໜ່ງຫຼາຍໆ. ຮູບພາບ: FB/Miss Earth

Read More »

ມາແຮງງງງ! ບາບີ້ ປິຍະມາດ ເປັນທີ່ສົນໃນຂອງຄົນທົ່ວໂລກ ວ່າທີ່ຕົວເກັງຄວ້າມົງກຸດ Miss International 2018

ເອີ້ນໄດ້ວ່າ…ມາແຮງເປັນທີ່ສົນອົກສົນໃຈຈາກຄົນທົ່ວໂລກ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ຫຼັງຈາກມີເວັບໄຊ້ນາງງາມສື່ດັງຈັດອັນດັບໃຫ້ ບາບີ້ ຂຶ້ນເປັນຕົວເກັງອັນດັບ 1 ໃນການປະກວດສາວງາມລະດັບໂລກ Miss International 2018 ແລະ ຫຼັງຈາກນັ້ນກະແສຂອງສາວງາມຈາກປະເທດລາວເຮົາກໍດີຂື້ນມາເລື້ອຍໆ ເປັນທີ່ສົນໃຈຂອງຄົນທົ່ວໂລກ ລວມທັງສື່ຕ່າງຊາດຫຼາຍສຳນັກອີກດ້ວຍ.  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ເພາະປີນີ້ເວົ້າໄດ້ເລີຍວ່າສາວງາມຈາກປະເທດລາວເຮົາ ໂດດເດັ່ນ ເປັນທີ່ຈັບຕາຈາກຄົນທົ່ວໂລກ ອາດມີລຸ້ນທີ່ຈະຄວ້າມົງກຸດໃນເວທີໂລກມາເປັນຄັ້ງທຳອິດໃນປະຫວັດສາດຂອງວົງການນາງງາມລາວເຮົາກໍເປັນໄດ້. ການປະກວດຈະມີຮອບຕັດສິນ ໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??   Story: ຊະນີIndy  

Read More »

ສະແດງຄວາມຍິນດີ! Miss Intercontinental Laos 2018 ຈະໄປປະກວດເວທີໂລກໄວໆນີ້…

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍເປີດຕົວ Miss International Laos 2018 ນັ້ນກໍຄື ຢາດຟ້າ ພົມມະວົງໄຊ ອະດີດຮອງອັນດັບ 1 Miss International Laos 2018 ແຕ່ປັດຈຸບັນຖືກແຕ່ງຕັ້ງໃຫ້ເປັນ Miss Intercontinental Laos 2018 ເພື່ອກຽມໄປປະກວດໃນເວທີໂລກ ຕົ້ນປີ 2019 ທີ່ຈະມາເຖິງນີ້… ງົດງາມ ສົມມົງແທ້ໆ!!! ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ນ້ອງ ຢາດຟ້າ Miss Intercontinental Laos 2018 ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/FyFa Phommavongsay

Read More »