Breaking News

ຂ່າວບັນເທີງນອກປະເທດ

ວິນາທີຕື່ນເຕັ້ນ ເປັນລົມລົ້ມຄາເວທີ Miss Grand International 2018!!!

ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນທີ່ຜ່ານມາ ສຳລັບການປະກວດນາງງາມເວທີລະດັບໂລກ Miss Grand International 2018 ທີ່ຫຼ້າສຸດໄດ້ຮູ້ກັນແລ້ວວ່າສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື Miss Paraguay ແລະ ເຮັດເອົາຊ໋ອກໂລກແບບໃຈຫາຍໃຈຄວໍ້າໄປກວ່ານັ້ນກໍຄືໄດ້ເກີດເຫດການທີ່ບໍ່ຄາດຝັນ ເພາະວິນາທີແຫ່ງຄວາມຕື່ນເຕັ້ນ ເມື່ອພິທີກອນໄດ້ປະກາດວ່າ Clara Sosa ສາວງາມຈາກປະເທດ Paraguay  ໄດ້ເປັນ Miss Grand International 2018 ກໍເຮັດໃຫ້ນາງເກີດຄວາມດີໃຈ ແລະ ມີອາການໜ້າມືດ ຊົງຕົວບໍ່ຢູ່ຈົນເປັນລົມລົ້ມລົງໄປໃນທີ່ສຸດ. (ມີຄລິບ) ວິນາທີ Miss Grand Paraguay ເປັນລົມ ເມື່ອໄດ້ຍິນປະກາດຊື່ເປັນ #MissGrandInternational2018 #ມົງແບບໃດໃຫ້ໂລກຈື່ Posted by ນາງງາມລາວ on Thursday, October 25, 2018   ແຕ່ຈາກການປະຖົມພະຍາບານໃນເບື້ອງຕົ້ນກໍເຮັດໃຫ້ Miss Grand International 2018 ດີຂຶ້ນ ແລະ ລຸກຂຶ້ນມາຮັບມົງກຸດ ແລະ ຍ່າງເສີດສາຍເທິງເວທີ ທ່າມກາງສາຍສາຊາວໂລກໄດ້ຢ່າງງົດງາມ (ຂໍສະແດງຄວາມຍິນດີນຳຫຼາຍໆ) …

Read More »

ລາວສົ່ງອີກໜຶ່ງເວທີໂລກ! ມີ່ມີ່ ວິລະພອນ ໄດ້ເປັນ Miss Planet Laos 2018 ຈະເປັນຕົວແທນແມ່ຍິງລາວໄປປະກວດໄວໆນີ້!!!

ສະແດງຄວມຍິນດີ! ມີ່ມີ່ ວິລະພອນ ຂັນແກ້ວ ອະດີດຮອງອັນດັບ 2 ນາງສາວລາວ ຖືກແຕ່ງຕັ້ງໃຫ້ເປັນ  Miss Planet Laos 2018 ເຊິ່ງຈະໄດ້ເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Planet International ປະເທດ ກຳປູເຈຍ. ເຊິ່ງນັບວ່າເປັນອີກໜຶ່ງສາວງາມຈາກປະເທດລາວທີ່ຈະໄດ້ໄປປະກວດໃນເວທີໂລກ, ສຳລັບຮອບຕັດສິນໃນການປະກວດ Miss Planet International  ຈະມີຂຶ້ນໃນຕົ້ນປີໜ້າ ວັນທີ 23 ກຸມພາ 2019. ເປັນແນວໃດ ສາວ ມີ່ມີ່ ວິລະພອນ ງົດງາມ ເໝາະສົມ Miss Planet Laos 2018 ກັນແດ່ບໍ່?, ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວກັນແດ່ເດີ້. ຮູບພາບ: fb/Mimie Vilaphone

Read More »

ບາບີ້ ປິຍະມາດ Miss International Laos 2018 ຕິດTop5ປະເທດ ຖືກເລືອກສຳພາດພິເສດກັບທາງຍີ່ປຸ່ນ.

ຫຼັງຈາກທີ່ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວ ເພື່ອໄປແຂ່ງຂັນສາວງາມໃນເວທີລະດັບໂລກ Miss International 2018 ທີ່ປະເທດຍີ່ປຸ່ນ, ຫຼ້າສຸດກໍມີເລື່ອງລາວດີໆມາອັບເດດໃຫ້ແຟນໆໄດ້ຮູ້ວ່າ ໃນວັນທີ 22 ຕຸລາ 2018 ທີ່ຜ່ານມາ ນາງຕິດ Top 5 ປະເທດທີ່ຖືກເລືອກໃຫ້ການສຳພາດແບບພິເສດກັບທາງ ປະເທດ ຍີ່ປຸ່ນ ເຊິ່ງເປັນເຈົ້າພາບຈັດງານໃນປີນີ້. ວ້າວວວ! ເຫັນແລ້ວ…ຍິນດີໄປຕາມໆກັນເລີຍແມ່ນບໍ່ແຟນໆ…. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ບາບີ້ ປິຍາມາດ Miss​ International​ Laos 2018​ ໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: FB/B’Bie Piyamarth

Read More »

ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິລະ ຄູ່ຮັກສາວລາວບ່າວໄທ ຕື່ນເຕັ້ນກຽມລຸ້ນ…ຂ່າວດີເລື່ອງລູກ!!!

ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິລະ ຄູ່ຮັກໄອດໍ້ສາວລາວບ່າວໄທ ທີ່ຫຼ້າສຸດໂພສຜ່ານ ອິນສະຕາແກຣມ ໃຫ້ແຟນໆໄດ້ອັບເດດກັນອີກຄັ້ງວ່າ ກຳລັງຈະມີການລຸ້ນຂ່າວດີເລື່ອງທາຍາດຂອງທັງສອງ. (ເບິ່ງຄລິບ) View this post on Instagram เจ็บนะแต่ไม่แสดงออก ไม่ให้รู้หรอก ??? สู้ๆ ฉีดไข่วนไป บางฟองโตขึ้นนิดนึง บางฟองเล็กลงไปอีก ? ใกล้จะถึงวันทำแล้ว ทั้งกลัว ทั้ง ตื่นเต้นสุดๆ ❤️❤️❤️❤️ ขอบคุณสามี ฉีดให้ทุกวันเลย บางวันมือเบา บางวันมือหนัก หึ ? @fluke_jira ขอกำลังใจหน่อยยยยย #flukeapple #flukeapplebaby ใจไม่แข็งอย่าดู มีเข็ม ??? A post shared by Appleminiberry ? (@appleminiberry) on …

Read More »

ມາເບິ່ງ! ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss International (2017-2018) #ແຊຣໄປໃຫ້ໂລກຮູ້

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss International ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ມີຄວາມອະລັງການ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ສຳຄັນ… ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017 ຊຸດປະຈຳຊາດຂອງ ບາບີ້ ປິຍາມາດ …

Read More »