Breaking News

ຂ່າວບັນເທີງນອກປະເທດ

ບໍ່ແມ່ນເລື່ອງງ່າຍ! ກ່ອນ ບາບີ້ ປິຍະມາດ ຈະໄດ້ຄວ້າມົງ Miss International Laos 2018 ຕ້ອງທົນກັບຄຳວິພາກວິຈານ ແລະ ຄຳດ່າຂອງຄົນ!!!

ຫຼັງຈາກທີ່ ປິຍະມາດ ພູນປະເສີດ (ບາບີ້) Miss International Laos 2018  ໄດ້ໂພສຜ່ານເຟສບຸກສ່ວນຕົວໃນວັນທີ 3 ຕຸລາ 2018 ທີ່ຜ່ານມາວ່າດ້ວຍເລື່ອງການລົງປະກວດໃນເວທີນາງງາມ ເພາະຢາກສານຕໍ່ຄວາມຝັນຂອງຕົນໃຫ້ປະສົບຜົນສຳເລັດ ໂດຍທີ່ບໍ່ສົນກັບສຽງວິພາກວິຈານ ກະແສດ້ານລົບ ແລະ ຄຳດ່າຂອງຄົນ. (ໂພສກ່ອນໜ້າຂອງ ບາບີ້ ປິຍະມາດ) ມາຮອດມື້ນີ້ ຜົນກໍປະກົດວ່າ ສິ່ງທີ່ນາງໄດ້ຕັດສິນໃຈລົງປະກວດນັ້ນ ເກີດຜົນແລ້ວ ເພາະນາງສາມາດຄວ້າລາງວັນຊະນະເລີດ ໄດ້ເປັນ Miss International Laos 2018 ແລະ ກໍມີຄຳຊື່ນຊົມ ແລະ ສະແດງຄວາມຍິນດີຈາກບັນດາແຟນຄລັບກັນຢ່າງຫຼວງຫຼາຍ. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ຫຼ້າສຸດ ບາບີ້ ປິຍະມາດ Miss International Laos 2018 ກໍໄດ້ໂພສຄວາມຮູ້ສຶກ ແລະ ຂອບໃຈທຸກໆຢ່າງທີ່ເຮັດໃຫ້ຕົນປະສົບຄວາມສຳເລັດດັ່ງນີ້: (ໂພສຫຼ້າສຸດຂອງ ບາບີ້ ປິຍະມາດ) ບາດນີ້!!! ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ພິສູດແລ້ວ ວ່າການເຮັດຕາມຄວາມຝັນບໍ່ແມ່ນເລື່ອງຜິດ …

Read More »

ໄດ້ແລ້ວ! ຄູ່ຂອງ ສຸກ ສາຍສີ ໜຸ່ມໂສດຈາກລາວ ໃນລາຍການດັງ Take Me Out Thailand  ງານນີ້ໄດ້ສາວໄທໄປຄວງ!!!

ໄດ້ແລ້ວເດີ້… ຢາກຈະມາຝອຍເລື່ອງປະເດັນ Talk of the town ໃນຊ່ວງທ້າຍອາທິດທີ່ຜ່ານມາ ຫຼັງຈາກໄດ້ຮູ້ກັນໄປຄ່າວໆແລ້ວວ່າ ສຸກ ສາຍສີ ອາຍຸ 23 ປີ ອາຊີບນັກຮ້ອງ ເປັນໜຸ່ມໂສດຈາກປະເທດລາວ ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ທີ່ປະເທດໄທ, ຫຼ້າສຸດເພິ່ນກໍ່ໄດ້ສາວມາຄວງແລ້ວເດີ້ ເປັນສາວໄທ ໜ້າຕາໜ້າຮັກ ນາມວ່າ ຝ້າຍ, ຫັນແນ່…ເວົ້າມາແລ້ວກໍ່ຢາກເຫັນແມ່ນບໍ່ວ່າສາວໄທຂອງໜຸ່ມລາວຄົນນີ້ຈະມີນິດໃສໃຈຄໍ ແລະ ມີຄວາມໜ້າຮັກປານໃດ ລອງມາເບິ່ງຄລິບທີ່ ຊະນີIndy ໄດ້ເອົາມາຝາກກັນນີ້ເບິ່ງເນາະ.   ເບິ່ງແລ້ວເປັນແນວໃດແດ່ ທັງສອງເໝາະສົມກັນແດ່ບໍ່? ສ່ວນຄວາມສຳພັນຂອງທັງສອງຈະເປັນແນວໃດຕໍ່ໄປ ກໍຄົງຕ້ອງໄດ້ຕິດຕາມກັນໄປແບບຍາວໆ ແລະ ຈັບຕາກັນແບບບໍ່ໄດ້ຫຼັບ ບໍ່ໄດ້ນອນກັນເລີຍເດີ້ງານນີ້!!! ຮູບພາບ ແລະ ຄລິບຈາກ: Take Me Out Thailand

Read More »

ອາເລັກຊານດຼ້າ ໄດ້ຂຶ້ນກ່າວປາຖະກະຖາທີ່ກອງປະຊຸມຢູ່ທີ່ລອນດອນ ປະເທດອັງກິດ!!!

ອາເລັກຊານດຼ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງ ຊື່ດັງຈາກປະເທດລາວ ທີ່ຫຼ້າສຸດບິນລັດຟ້າໄປຮ່ວມກອງປະຊຸມ Illegal Wildlife Trade ທີ່ນະຄອນຫຼວງລອນດອນ ປະເທດ ອັງກິດ ແລະ ທີ່ເຮັດໃຫ້ແຟນໆປະທັບໃຈໄປກວ່ານັ້ນກໍ່ຄືນາງມີໂອກາດໄດ້ຂຶ້ນປາຖະກະຖາ ໃນງານກອງປະຊຸມ ກ່ຽວກັບການຄ້າຂາຍສັດປ່າ ແບບຜິດກົດຫມາຍ ຢູ່ນະຄອນຫຼວງລອນດອນ ປະເທດອັງກິດ. ລອງມາຟັງວ່າ  ອາເລັກຊານດຼ້າ ຈະກ່າວແບບໃດ??? ເປັນແນວໃດກັນແດ່ກັບບົດກ່າວຂອງນາງ! ບອກເລີຍວ່າ ອາເລັກຊານດຼ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງຈາກລາວເຮົາ ຂຶ້ນກ່າວໄດ້ໜ້າປະທັບໃຈຫຼາຍໆ!!! (ຂໍສຽງຕົບມືໃຫ້ສາວຄົນນີ້ແດ່ໄວໆໆໆ…) ທີ່ມາ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ໃນຮອບຊຸດປະຈຳຊາດໃນເວທີໂລກ Miss Grand International 2018

ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018  ໃນຮອບການແຂ່ງຂັນຊຸດປະຈຳຊາດ (National Costume Competition) ໃນເວທີໂລກ Miss Grand International 2018. ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ, ເຊິ່ງ ມາລີ ກໍຍັງໄດ້ໂພສຜ່ານເຟສບຸກສ່ວນຕົວ ເພື່ອແຈ້ງໃຫ້ທຸກໆຄົນໄດ້ຊາບວ່າ… ດັ່ງນັ້ນ!! ຈຶ່ງຝາກໃຫ້ພໍ່ແມ່ພີ່ນ້ອງຄົນລາວທຸກຄົນມາຮ່ວມໃຫ້ກຳລັງໃຈ ຮ່ວມເຊຍ …

Read More »

ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ທີ່ໄດ້ມາຖ່າຍທຳທີ່ນະຄອນຫຼວງພະບາງ ປະເທດລາວ

ຊ່ວງຕົ້ນປີ 2018 ຂວັນໃຈ ເຮົາກໍໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ  ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ  ນະຄອນຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ ແລະ ປັດຈຸບັນນີ້ລະຄອນດັ່ງກ່າວກໍກຳລັງຢູ່ໃນຊ່ວນອອນແອ ພ້ອມກັບມີສາກທີ່ທັງສອງໄດ້ມາຖ່າຍທຳທີ່ ນະຄອນຫຼວງພະບາງ ປະເທດລາວ ເຮົາອີກດ້ວຍ. ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ  ຕິກ ເຈດສະດາພອນ  ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ  ນະຄອນຫຼວງພະບາງ ປະເທດລາວ ມາຝາກ. ເບິ່ງແລ້ວອິນໄປຕາມໆກັນ ເບິ່ງໄປຍິ້ມໄປ… #ຢ່າລືມແຊຣໃຫ້ໝູ່ໄດ້ເຫັນໄດ້ຍິ້ມນຳແດ່ເດີ້  ຂໍຂອບໃຈສຳລັບຮູບພາບ

Read More »