Breaking News

ຂ່າວບັນເທີງນອກປະເທດ

ເປັນກະແສດຣ່າມ່າ! ໜຸ່ມ ເອ ອອກມາໂພສວ່າຍັງບໍ່ໄດ້ເງິນຄ່າຕົວຈາກລາຍການດັງ!!!

ເປັນກະແສດຣ່າມ່າໃຫ້ໄດ້ປູສາດລົມກັນອີກແລ້ວ!!! ເພາະຫຼ້າສຸດ ໜຸ່ມ ເອ ຜູ້ຊະນະເລີດລາຍການດັງ The Featuring  ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ໃນວັນທີ 10 ຕຸລາ 2018 ເຊິ່ງໃຈຄວາມກໍ່ຄື ຍັງບໍ່ໄດ້ເງິນລາງວັນຄ່າຕົວທີ່ຕົນໄດ້ຊະນະເລີດໃນລາຍການດັ່ງກ່າວ, ພໍແຕ່ໂພສນີ້ໄດ້ເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາສະແດງຄວາມຄິດເຫັນ ແລະ ກົດໄລ້ ກົດແຊຣກັນແບບລົວໆ. ສ່ວນເລື່ອງລາວຈະເປັນຢ່າງໃດຕໍ່ໄປ ກໍ່ຄົງໄດ້ຕິດຕາມກັນຕໍ່ໄປ, ເອົາເປັນວ່າຂໍເປັນກຳລັງໃຈໃຫ້ທັງສອງຝ່າຍກໍແລ້ວກັນເນາະ!!! ທີ່ມາ: Ae MX

Read More »

Update! ຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍໃນ  Miss International Laos 2018

ຊ່ວງນີ້ ປະເທດລາວ ເຮົາເຕັມໄປດ້ວຍເວທີການປະກວດ ແລະ ຫຼ້າສຸດຈະພາແຟນໆມາອັບເດດ (Update) ເວທີນາງງາມ Miss International Laos 2018 ທີ່ຫຼ້າສຸດໄດ້ປ່ອຍພາບສາວງາມຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ເຊິ່ງແຕ່ລະຄົນນັ້ນບອກເລີຍ ບໍໍ່ທຳມະດາເດີ້ ຈະມີໃຜກັນແດ່ນັ້ນໄປເບິ່ງກັນ… ສຳລັບກນປະກວດ  Miss International Laos 2018  ໃນຮອບຕັດສິນ ຈະຈັດຂຶ້ນໃນວັນທີ 14 ຕຸລາ 2018 ນີ້, ຢ່າລືມເປັນກຳລັງໃຈໃຫ້ນ້ອງໆທັງ 20 ຄົນກັນແດ່ເດີ້ແຟນໆ ແລະ ສາວງາມທີ່ໄດ້ມົງກຸດອັນຊົງກຽດ Miss International Laos 2018 ໃນປີນີ້ ກໍຈະໄດ້ເປັນຕົວແທນສາວງາມໄປປະກວດຕໍ່ໃນເວທີສາກົນ  Miss International 2018 ທີ່ ປະເທດ ຍີ່ປຸ່ນ ອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ ?????? ຮູບພາບ: Miss International Laos ມີສອິນເຕີເນຊັນແນສ ລາວ

Read More »

ບໍ່ແພ້ຊາດໃດໃນໂລກ! ມາເບິ່ງຄວາມອະລັງການຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss Grand International (2017-2018) #ແຊຣໄປໃຫ້ໂລກຮູ້

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ນ້ອງ ຈິນນາລີ ນໍລະສິງ (ຟ້າໃສ) Miss Grand Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ທີ່ສຳຄັນແມ່ນບໍ່ແພ້ຊາດໃດໃນໂລກ. ຊຸດປະຈຳຊາດຂອງ ນົບພະລັດ ສີໄກພັກ (ມາລີ) Miss Grand …

Read More »

ງາມໆທັງນັ້ນ! ສ່ອງສາວງາມຜູ້ເຂົ້າປະກວດ Miss Grand International 2018 

ຈະພາແຟນໆມາສ່ອງບັນດາສາວງາມຜູ້ເຂົ້າປະກວດ Miss Grand International 2018  ເຊິ່ງຫຼ້າສຸດທາງເພສການປະກວດຫຼັກກໍ່ໄດ້ປ່ອຍຮູບພາບບັນດາສາວງາມໃນຊຸດງານລ້ຽງຕ້ອນຮັບ ຂໍບອກເລີຍວ່າແຕ່ລະສາວງາມຈາກຫຼາຍປະເທດທົ່ວທຸກມຸມໂລກກໍ່ຈັດເຕັມແບບບໍ່ມີໃຜຍອມໃຜ ງາມໆທັງນັ້ນ ໜຶ່ງໃນນັ້ນກໍ່ມີ ນ້ອງ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ອີກດ້ວຍ. ມີຮູບພາບຂອງບັນດາສາວງາມຜູ້ເຂົ້າປະກວດ  Miss Grand International 2018 ມາຝາກ… ເປັນແນວໃດກັນແນ່ ສາວໆຜູ້ເຂົ້າປະກວດແຕ່ລະຄົນງາມໆທັງນັ້ນເລີຍວ່າບໍ່ແຟນໆ, ສຳລັບການປະກວດ Miss Grand International 2018 ຈະມີຮອບຕັດສິນໃນວັນທີ 25.10.2018 ທີ່ຈະມາເຖິງນີ້, ຢ່າງໃດກໍ່ຝາກຄົນລາວເຮົາທຸກໆຄົນ ຊ່ວຍເປັນກຳລັງໃຈໃຫ້ ນ້ອງ ມາລີ ນົບພະລັດ ກັນຫຼາຍໆເລີຍເດີ້ແຟນໆ. #ຮັກລາວເຊຍລາວ #ເຊຍລາວສຸດໃຈ  ?? ?? ?? ຮູບພາບ: Miss Grand International

Read More »

ຕຸກກີ້ ນັກສະແດງຕະຫຼົກຊື່ດັງເດີນທາງເຊັກອິນທີ່ລາວ ພ້ອມບໍ່ພາດທີ່ຈະເຮັດແບບນີ້…

ນັບຄັ້ງບໍ່ຖ້ວນສຳລັບ ຕຸກກີ້ ສຸດາລັດ ບຸດພົມ (ຫຼື ຕຸກກີ້ ຊິງລ້ອຍຊິງລ້ານ) ນັກສະແດງຕະຫຼົກຊື່ດັງຂອງປະເທດເພື່ອນບ້ານ ທີ່ມີໂອກາດໄດ້ເດີນທາງມາຢ້ຽມຢາມປະເທດລາວ  ແລະ ເມື່ອທ້າຍອາທິດທີ່ຜ່ານມາກໍ່ໄດ້ມີການເຄື່ອນໄຫວທີ່ ອິນສະຕາແກຼມ ຂອງເພິ່ນວ່າໄດ້ເດີນທາງມາທີ່ປະເທດລາວອີກຄັ້ງ ພ້ອມເຊັກອິນບອກແຟນໆໃຫ້ໄດ້ຮັບຮູ້ກັນອີກດ້ວຍ. ແລະ ການມາໃນເທື່ອນີ້ ຂອງ ຕຸກກີ້ ສຸດາລັດ ກໍ່ບໍ່ພາດທີ່ຈະເດີນທາງໄປທີ່ ສະຖານທີ່ສັກສິດຄູ່ບ້ານຄູ່ເມືອງຂອງປະເທດລາວນັ້ນກໍ່ຄຶ ວັດສີເມືອງ ເພື່ອເຮັດບຸນ ພ້ອມທັງໂພສຮູບ ພ້ອມແຄັບຊັ່ນ ເອົາບຸນມາຝາກບັນດາແຟນຄລັບຂອງນາງອີກດ້ວຍ. View this post on Instagram เอาบุญมาฝาก จ้า ?????? A post shared by ตุ๊กกี้ สุดารัตน์ (@tukky66) on Oct 7, 2018 at 11:07pm PDT ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕຸກກີ້ …

Read More »