Breaking News

ຂ່າວບັນເທີງນອກປະເທດ

ຈະເປັນແນວໃດ? ເມື່ອ ແທັກ ພະລັນຍູ ນັກສະແດງສຸດແນວປະເທດເພື່ອນບ້ານ ທ່ອງທ່ຽວຕະຫຼາດຂົວດິນ ປະເທດລາວ!!!

ມາເບິ່ງກັນວ່າຈະເປັນແນວໃດເມື່ອ??? ພະລັນຍູ ໂລດຈະນະວຸດທຳ (ແທັກ)  ນັກສະແດງ-ພິທີກອນສຸດແນວຈາກປະເທດເພື່ອນບ້ານ ໄດ້ເດີນທາງມາທ່ອງທ່ຽວພ້ອມກັບຖ່າຍທຳລາຍການ ເຊິ່ງການເດີນທາງມາຂອງ ແທັກ ໃນຄັ້ງນີ້ເພິ່ນກໍໄດ້ມີໂອກາດເດີນທາງໄປທີ່ ຕະຫຼາດຂົວດິນ ນະຄອນຫຼວງວຽງຈັນ ປະເທດລາວ ແລະ ກໍໄດ້ຍ່າງທ່ຽວຊົມເບິ່ງວິຖີຊີວິດໃນຍາມເຊົ້າຂອງພໍ່ແມ່ພີ່ນ້ອງຊາວລາວ. (ມີຄລິບລາຍການມາຝາກ)  ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນໄດ້ມາເຖິງ ນະຄອນຫຼວງວຽງຈັນ ປະເທດລາວ ທັງທີ ໜຸ່ມ ແທັກ ພະລັນຍູ ກໍບໍ່ພາດທີ່ຈະໄປທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ເປັນຈຸດແລນມາກບໍ່ວ່າຈະເປັນ ພຣະທາດຫຼວງວຽງຈັນ, ພິພິທະພັນ ຫໍພຣະແກ້ວ ແລະ ສວນປະຕູໄຊ… (ລອງມາເບິ່ງຄລິບລາຍການທີ່ຖ່າຍທຳໃນປະເທດລາວ) ເບິ່ງແລ້ວປະເທດລາວງົດງາມແທ້ໆເລີຍວ່າບໍ່ແຟນໆ???, ຢ່າງໃດກໍຝາກ ໜຸ່ມ ແທັກ ພະລັນຍູ ຢ່າລືມມາຢ້ຽມຍາມປະເທດລາວກັນອີກແດ່ ແຟນໆຊາວລາວຍິນດີຕ້ອນຮັບ!!! ຮູບພາບ: IG/tack_pharunyoo ຄລິບ: BRIGHT TV/บิน กิน เฮ

Read More »

Happy Ending! ໃນທີ່ສຸດພາບນີ້ກໍມາເຖິງ “ອ໋ອບ” ຂໍແຕ່ງ “ນຸນີ່” ແລ້ວ… ແຟນຄລັບຮ່ວມສະແດງຄວາມຍິນດີ!!!

ຫຼັງຈາກທີ່ລຸ້ນກັນມາດົນເຕີບ ແຟນໆຫຼາຍໆທ່ານຄົງເປັນແຟນຄລັບຂອງ ຄູ່ຮັກສາວລາວ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ບ່າວໄທ ທີ່ທັງສອງໂດ່ງດັງມາຈາກລາຍການເລືອກຄູ່ Take Me Out Thailand  ແລະ ມາຮອດໃນວັນທີ 14 ຕຸລາ 2018 ທີ່່ຜ່ານມາ ເຊິ່ງເປັນວັນຄ້າຍວັນເກີດຂອງ ສາວ ນຸນີ່ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໄດ້ປະກົດຮູບພາບຄຸກເຂົ່າສວມແຫວນລະຫວ່າງ ສາວລາວ-ບ່າວໄທ ຄູ່ນີ້ເກີດຂຶ້ນ… ການຄຸກເຂົ່າໃນເທື່ອນີ້ແມ່ນ ໜຸ່ມອ໋ອບ ໄດ້ຈັດເຊີໄພ້ ຂໍໝັ້ນ ສາວ ນຸນີ່ (ໂອ້ຍ!!! ເຫັນແລ້ວເຂີນແທນ) ໜຸ່ມອ໋ອບໄດ້ກຽມຈັດເຊີໄພ້ຕັ້ງແຕ່ 2ເດືອນກ່ອນໜ້າວັນເກີດ ແລະ ທີ່ສຳຄັນໃນງານນີ້ຍັງມີແມ່ຂອງນຸນີ່ ແລະ ພໍ່ຂອງອ໋ອບມາເປັນສັກຂີພະຍານອີກດ້ວຍ. ເບິ່ງແລ້ວ “Happy Ending” ສຸດໆ ເບິ່ງໄປຍິ້ມໄປ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ສາວ ນຸນີ່ ແລະ ໜຸ່ມ …

Read More »

ກຣີດໆໆໆ! ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ຝາກເຖິງແຟນໆຊາວລາວແບບນີ້…

ກຣີດໆໆໆ!!! ຢາກຈະກຣີດໆໆໆ ໃຫ້ເຈັບຄໍກັນໄປເລີຍ ຫຼ້າສຸດ ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ໄດ້ໂພສຮູບພາບ ແລະ ແຄັບຊັ່ນຜ່ານອິນສະຕາແກຣມບອກແຟນໆຊາວລາວເຮົາວ່າ: “ສປປ ລາວ ວຽງຈັນ ດຽວເຈິກັນ see ya vientiane”  View this post on Instagram สปป.ลาว เวียงจันทน์ เดียวเจอกันค้าบ ?? see ya vientiane ? A post shared by ken_phupoom (@ken_phupoom) on Oct 16, 2018 at 10:32pm PDT ງານນີ້ເຮັດເອົາເຫຼົ່າບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີ ແລະ ຍິນດີຕ້ອນຮັບພະເອກດັງເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ!!! ສຳລັບການເດີນທາງມາຂອງ ເຄນ …

Read More »

ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການກ່ຽວກັບໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນ ດັ່ງນີ້…

ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 395/ປກສ.ນວ, ລົງວັນທີ 15 ຕຸລາ 2018. ເພື່ອແຈ້ງການ ການເພິ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນປະຈຳປີ ພ.ສ 2561. ສາມາດເບິ່ງລາຍລະອຽດເພີ່ມຕື່ມຕາມໃບແຈ້ງການລຸ່ມນີ້: ດັ່ງນັ້ນ!!! ຖ້າຮັບຊາບແລ້ວ ຝາກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຮູບພາບ: Lao YouthRadio FM 90.0 Mhz, Vientiane City, Laos

Read More »

ເຖິງຈະບໍ່ຕິດ Top10 ແຕ່ຊຸດປະຈຳຊາດລາວຍັງພໍມີຫວັງ!!!

ປະກາດຜົນກັນໄປແລ້ວ ສຳລັບ Top10 ຊຸດປະຈຳຊາດໃນການປະກວດ Miss Grand International 2018 ທີ່ປະເທດ ມຽນມ້າ ເຊິ່ງທາງເພສຫຼັກຂອງກອງປະກວດກໍ່ໄດ້ເປີດເຜີຍ List ລາຍຊື່ປະເທດທີ່ເຂົ້າຮອບມາແລ້ວມີດັ່ງນີ້: 1. Miss Grand Cambodia 2. Miss Grand Vietnam 3. Miss Grand Haiti 4. Miss Grand Indonesia 5. Miss Grand Mexico 6. Miss Grand Paraguay 7. Miss Grand Peru 8. Miss Grand Philippines 9. Miss Grand India 10. Miss …

Read More »