Breaking News

ຂ່າວບັນເທີງໃນປະເທດ

ການເມີນເສີຍກໍແມ່ນຮູບການໜຶ່ງຂອງຄວາມຮຸນແຮງຕໍ່ແມ່ຍິງ

ຫຼາຍໆຄົນອາດເຂົ້າໃຈວ່າ ການກະທຳໃດໜຶ່ງທີ່ກໍໃຫ້ເກີດຄວາມເສຍຫາຍ ຕໍ່ຮ່າງກາຍ ຈິດໃຈ ທາງເພດ ແລະເສດຖະກິດ ຂອງແມ່ຍິງ ແລະເດັກ ເປັນຄວາມຮຸນແຮງແມ່ນບໍ່? ແຕ່ຍັງບໍ່ໝົດເທົ່ານັ້ນເດີ້ ເພາະການບໍ່ກະທຳ ກໍຄື ການເມີນເສີຍ ຫຼືລະເລີຍ ອັນພາໃຫ້ເກີດຄວາມເສຍຫາຍໃນດ້ານຕ່າງໆ ກໍໍຖືວ່າແມ່ນ ຄວາມຮຸນແຮງ ແລະຜິດກົດໝາຍເຊັ່ນກັນໃດ ອີງຕາມກົດໝາຍວ່າດ້ວຍ ການຕ້ານແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (ປີ 2015) ມາດຕາ 4 ການອະທິບາຍສັບ ຂໍ້ທີ 8 ໄດ້ເວົ້າເຖິງ ການເມີນເສີຍ ຫຼື ລະເລີຍ ວ່າໝາຍເຖິງ: “ການບໍ່ເຮັດໃນສິ່ງທີ່ກົດໝາຍບອກໃຫ້ເຮັດ ຫຼື ໃນສິ່ງທີ່ສະມາຊິກໃນຄອບຄົວ ຄວນປະຕິບັດຕໍ່ກັນ ເຊິ່ງສ້າງຄວາມເສຍຫາຍຕໍ່ຮ່າງກາຍ, ຈິດໃຈ ຫຼືສຸຂະພາບຂອງແມ່ຍິງ ແລະເດັ ເປັນຕົ້ນ ການບໍ່ປະຕິບັດພັນທະຂອງຕົນ ໃນການເບິ່ງແຍງລ້ຽງດູລູກ ຫຼືເດັກທີ່ຢູ່ໃນການຄຸ້ມຄອງຂອງຕົນ, ການບໍ່ເບິ່ງແຍງດູແລ ສະມາຊິກໃນຄຄອບຄົວ ເວລາເຈັບເປັນ ຫຼືເສຍອົງຄະ” ເຊັ່ນ: ຜົວບໍ່ເອົາໃຈໃສ່ເມຍ, …

Read More »

ມາດຕະການປົກປ້ອງ ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ

ໃນລະຫວ່າງການດຳເນີນຄະດີ ຫຼືທຸກໄລຍະໃນການແກ້ໄຂ ບັນຫາຄວາມຮຸນແຮງຕໍ່ແມ່ຍິງ ຜູ້ຖືກເຄາະຮ້າຍ ຕ້ອງໄດ້ຮັບການປົກປ້ອງແນວໃດແດ່? ອີງຕາມກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ (2015) ມາດຕາ 42 ມາດຕະການປົກປ້ອງຜູ້ຖືກເຄາະຮ້າຍ ພ້ອມໆກັນວ່າມີຫຍັງແດ່: ບໍ່ໃຫ້ຜູ້ໃຊ້ຄວາມຮຸນແຮງ ມີເງື່ອນໄຂໃຊ້ຄວາມຮຸນແຮງຕໍ່ຜູ້ຖືກເຄາະຮ້າຍຕື່ມອີກ; ໃຫ້ຜູ້ໃຊ້ຄວາມຮຸນແຮງ ຍຸດຕິ ການນາບຂູ່ ກໍ່ກວນຜູ້ຖືກເຄາະຮ້າຍ ຫຼືສະມາຊິກໃນຄອບຄົວຂອງຜູ້ກ່ຽວ; ໃຫ້ຜູ້ໃຊ້ຄວາມຮຸນແຮງ ຕອບສະໜອງດ້ານການເງິນ ແກ່ຜູ້ຖືກເຄາະຮ້າຍ ລວມທັງການນຳໃຊ້ພາຫານະ ແລະຊັບສິ່ງຂອງທີ່ຈຳເປັນ; ບໍ່ໃຫ້ຂາຍ, ໂອນ, ທຳລາຍ ຊັບສິນທີ່ເປັນກຳມະສິດຮ່ວມ ຫຼືສິນສົມສ້າງ; ໃຫ້ຜູ້ໃຊ້ຄວາມຮຸນແຮງ ເຂົ້າບຳບັດ ຖ້າເຫັນວ່າຜູ້ກ່ຽວຫາກ ຕິດເຄື່ອງດື່ມທີ່ມີທາດເຫຼົ້າ, ຕິດຢາເສບຕິດ; ກັກຕົວ, ຈັບຕົວ ຫຼືກັກຂັງ ຜູ້ໃຊ້ຄວາມຮຸນແຮງ ແລ້ວດຳເນີນຄະດີຕາມກົດໝາຍ; ໃຫ້ການຊ່ວຍເຫຼືອ ທີ່ພັກເຊົາທີ່ປອດໄພ, ດ້ານການແພດ, ດ້ານກົດໝາຍ, ການຝຶກອົບຮົມວິຊາຊີບ ແລະການສຶກສາ, ການກັບຄືນສູ່ຄອບຄົວ ແລະສັງຄົມແກ່ຜູ້ຖືກເຄາະຮ້າຍ ຕາມແຕ່ລະກໍລະນີ; …

Read More »

ເມື່ອຕົກເປັນເຫຍື່ອ ຫຼືຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ເຮົາມີສິດຫຍັງແດ່?

ສິດຂອງຜູ້ຖືກເຄາະຮ້າຍຈາກ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ  ເມື່ອຕົກເປັນເຫຍື່ອ ຫຼືຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ເຮົາມີສິດຫຍັງແດ່? ຢາກຮູ້ແລ້ວແມ່ນບໍ່? ເຮົາໄປເບິ່ງຈາກ ກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ (2015) ທີ່ໄດ້ກ່າວເຖິງ 10 ສິດ ຂອງຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງໄວ້ດັ່ງນີ້: ມີສິດຮ້ອງຂໍ ຫຼືໄດ້ຮັບການຊ່ວຍເຫຼືອຈາກສະມາຊິກໃນຄອບຄົວ, ບຸກຄົນທີ່ຢູ່ໃກ້ຄຽງ, ອົງການປົກຄອງບ້ນ, ການຈັດຕັ້ງບ່ອນຕົນ ຫຼືຜູ້ໃຊ້ຄວາມຮຸນແຮງສັງກັດຢູ່, ສະຫະພັນແມ່ຍິງ, ຕາໜ່າງ ຫຼືຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ, ເຈົ້າໜ້າທີ່ຕຳຫຼວດ ຫຼື ອົງການອື່ນທີ່ມີສິດອຳນາດ; ມີສິດໄດ້ຮັບການເຄົາລົບສິດ, ຖືກປະຕິບັດດ້ວຍຄວາມເອົາໃຈໃສ່ ແລະວິທີການທີ່ເປັນມິດ; ມີສິດແຈ້ງກ່ຽວກັບການໃຊ້ຄວາມຮຸນແຮງ ໃຫ້ອົງການປົກຄອງບ້ານ, ເຈົ້າໜ້າທີ່ຕຳຫຼວດ, ສະຫະພັນແມ່ຍິງ ຫຼື ຕາໜ່າງ ຫຼືຄະນະກຳມະການປົກປ້ອງ ແລະຊ່ວຍເຫຼືອເດັກ ເພື່ອໃຫ້ການປົກປ້ອງ ແລະຊ່ວຍເຫຼືອ ຫຼືດຳເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ; ມີສິດເລືອກຮູບການແກ້ໄຂການໃຊ້ຄວາມຮຸນແຮງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 47 ຂອງກົດໝາຍສະບັບນີ້; …

Read More »

10 ພຶດຕິກຳຄວາມຮຸນແຮງຕໍ່ແມ່ຍິງ ທີ່ລະເມີດຕໍ່ກົດໝາຍບ້ານເມືອງ

ແມ່ຍິງທັງຫຼາຍຟັງທາງນີ້ ຖ້າໃຜຍັງສົງໄສວ່າ ພຶດຕິກຳໃດແດ່ ທີ່ຖືວ່າເປັນຄວາມຮຸນແຮງຕໍ່ແມ່ຍິງຕາມກົດໝາຍບ້ານເຮົາ ມື້ນີ້ເຮົາມີຄຳຕອບມາຝາກມາຕ້ອນເດີ້: ອີງຕາມມາດຕາ 17 ຈາກກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (2015) 10 ພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກມີດັ່ງນີ້: ການທາລຸນ, ການທໍລະມານ, ການທຸບຕີ, ການບັງຄັບ, ການຂົ່ມຂູ່, ການໂຍນເດັກຖິ້ມ, ການກະທຳທີ່ຫຍາບຊ້າ ຫຼືການປະພຶດອື່ນໂດຍເຈຕະນາ ທີ່ແຕະຕ້ອງຕໍ່ສຸຂະພາບ, ຊີວິດ ຫຼືຈິດໃຈ; ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການເຍາະເຍີ້ຍສຽດນີ, ການໝິ່ນປະໝາດ, ຫຼືການປະພຶດອື່ນໆ ໂດຍເຈຕະນາ ທີ່ເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ ຫຼືຈິດໃຈ; ການຈຳແນກ, ການເຮັດໃຫ້ໂດດດ່ຽວ, ການໄລ່ອອກຈາກທີ່ພັກອາໄສ ຫຼືໃຫ້ອອກຈາກວຽກໂດຍບໍ່ຖືກຕ້ອງ ຫຼືສ້າງຄວາມກົດດັນທາງຈິດຕະສາດ; ການບໍ່ໃຫ້ໂອກາດ, ການກີດກັ້ນການປະຕິບັດໜ້າທີ່, ການເຄື່ອນໄຫວວຽກງານທາງ ເສດຖະກິດ-ສັງຄົມ ຫຼືກີດກັ້ນການປະຕິບັດສິດ ແລະພັນທະຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການ; ການທຳລາມົກ, ການທຳອະນາຈານ, ການເຜີຍແຜສິ່ງລາມົກ, ການທຳມມິດສະຈານ, …

Read More »

ຊຶ້ງກິນໃຈ! ນຸ້ຍ ສຸພາພອນ ໂພສຂອບໃຈຄົນລາວທຸກຄົນທີ່ໃຫ້ກຳລັງໃຈຕະຫຼອດໄລຍະການປະກວດ Miss Universe 2017

“ຂໍຂອບໃຈທຸກໆຄົນຈາກໃຈ ຖ້າບໍ່ມີທຸກໆຄົນຄົງຈະບໍ່ມີນຸ້ຍໃນມື້ນີ້ເຊັ່ນກັນ” ເປັນຄຳເວົ້າທີ່ອອກມາຈາກໃຈ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ທີ່ຫຼ້າສຸດໄດ້ອອກມາໂພສໃນເຟສບຸກສ່ວນຕົວເພື່ອຂອບໃຈຄົນລາວທຸກໆຄົນທີ່ໃຫ້ການສະໜັບສະໜູນ ຄອຍສົ່ງກຳລັງໃຈຕະຫຼອດໄລຍະທີ່ເຮັດພາລະກິດໃນກອງປະກວດ Miss Universe 2017 ທີ່ ລາສເວກັດ (USA). ລອງມາອ່ານຂໍ້ຄວາມບາງສ່ວນທີ່ນຸ້ຍໄດ້ໂພສຜ່ານເຟສບຸກ: “ຈົບໄປແລ້ວກັບການປະກວດ Miss Universe ນຸ້ຍເອງຂໍສະແດງຄວາມຍິນດີກັບຜູ້ທີ່ຖືກເລືອກແລະເໝາະສົມກັບຕຳແໜ່ງນີ້ກໍຄືສາວງາມຈາກ South Africa ສຳລັບນຸ້ຍເອງເປັນສິ່ງໜຶ່ງທີ່ພາກພູມໃຈໃນຊີວິດຂອງຜູ້ຍິງຄົນໜຶ່ງ ເປັນຢ່າງກັບຝັນ ບໍ່ເຄີຍຄິດວ່າຕົນເອງຊິມາຢືນຢູ່ເວທີນີ້ເຄີຍນັ່ງເບິ່ງແຕ່ຢູ່ໂທລະທັດແລ້ວຊີ້ວ່າ “ຜູ້ນັ້ນງາມຜູ້ນີ້ງາມ“ ແຕ່ມາມື້ນີ້ໄດ້ມາສຳຜັດຕົວຈິງໄດ້ຍ່າງ ແລະ ມີທຸງລາວພ້ອມປະກາດຄຳວ່າລາວ… ດັງໆໃຫ້ທົ່ວໂລກໄດ້ຍິນເຮັດໃຫ້ໂຕເອງພາກພູມໃຈຫຼາຍ ❤️?? ສຳຫຼັບນຸ້ຍຄິດວ່າມາຮອດນີ້ບໍ່ມີຄຳວ່າແພ້ຫຼືຊະນະ ທຸກໆຄົນເຮັດເຕັມທີ່ໃນໜ້າທີ່ຂອງໂຕເອງໄດ້ດີທຸກຄົນ ເຮົາເຫັນເຖີງຄວາມຕັ້ງໃຈຂອງແຕ່ລະຄົນ ແຕ່ບໍ່ໄດ້ໝາຍເຖີງເຮົາຈະມາແຂ່ງຂັນກັນພຽງຢ່າງດຽວ ເຮົາມີຄວາມຮັກ ແລະ ມິດຕິພາບໃຫ້ກັນ ສິ່ງທີ່ໄດ້ຈາກຈຸດນີ້ເປັນຫຍັງທີ່ວິເສດແລະມີຄ່າຫຼາຍ ນຸ້ຍເອງຈະນຳມາພັດທະນາໂຕເອງໃຫ້ດີຂຶ້ນກວ່າເກົ່າ ແລະ ຫວັງວ່າທຸກຄົນຍັງຈະຮັກແລະເຊຍນຸ້ຍເດີ້… ຂໍຂອບໃຈທຸກໆຄົນຈາກໃຈ ຖ້າບໍ່ມີທຸກໆຄົນຄົງຈະບໍ່ມີນຸ້ຍໃນມື້ນີ້ເຊັ່ນກັນ” Nui Soupphaphone Somvichitさんの投稿 2017年11月29日(水)   ຢ່າງໃດກໍຕາມ ເປັນທີ່ໜ້າພູມໃຈຫຼາຍທີ່ມີທຸງຊາດລາວ ແລະ ແມ່ຍິງລາວໄປຮ່ວມປະກວດໃນເວທີ …

Read More »