Breaking News

ຂ່າວບັນເທີງໃນປະເທດ

ແພັດ ໂພສແລ້ວຫຼັງຈາກເກີດເລື່ອງ!

  ຂ່າວດັງຂອງນັກສະແດງສາວ ປະເທດເພື່ອນບ້ານ ທີ່ມື້ເຊົ້ານີ້ໄດ້ມີເຈົ້າໜ້າທີ່ຕຳຫຼວດບຸກເຂົ້າກວດຄົ້ນທີ່ພັກຂອງ ເບນສ໌ ເຣດຊິ່ງ ຜູ້ຕ້ອງສົງໃສກ່ຽວກັບຄະດີຢາເສບຕິດ ເຄືອຄ່າຍໄຊຊະນະ, ເຊິ່ງ ເບນສ໌ ເຣດຊິ່ງ ເປັນຜົວຂອງນັກສະແດງສາວຊື່ດັງ ແພັດ ນະປະພາ (ເຊິ່ງຕອນນີ້ແພັດກຳລັງຖືພາ) ຫຼ້າສຸດນາງກໍໄດ້ມີການໂພສຮູບ ແລະ ຂຽນ Caption ກ້ອງຮູບສັ້ນໆວ່າ (ຮັກ) ຈົນເຮັດໃຫ້ມີແຟນໆໄປສະແດງຄວາມຄິດເຫັນ ໃຫ້ກໍາລັງໃຈກັບນັກສະແດງສາວຢ່າງຫຼວງຫຼາຍ. ***ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ເດີ້***   ຂໍຂອບໃຈຮູບພາບຈາກ: pat_napapa ແລະ Khaosod – ข่าวสด  

Read More »

ກິຕ້າ ໄປອອກລາຍການດັງອີກແລ້ວ! (ມິຄຣິບ)

  ມາໆມາເມົ້າມອຍກັບ ຊະນີIndy ມື້ນີ້ຈະມາອັບເດດຜົນງານຂອງສາວ ກິຕ້າ ຫຼື ພັດທະສອນ ມະນີດາລັດ ອາຍຸ 25 ປີ ສາວລາວທີ່ມີຄວາມກ້າຫານສະໝັກໄປອອກລາຍການເລືອກຄູ່ຊື່ດັງ “Take me out Thailand” ຈົນກາຍເປັນ “Talk of the town” ດັງທັງໃນປະເທດເຮົາ ແລະ ປະເທດເພື່ອນບ້ານມາແລ້ວ, ແຕ່ຫຼ້າສຸດກະແສນາງກໍບໍ່ຕົກເດີ້ ເພາະນາງຖືກເຊີນໄປເປັນແຂກຮັບເຊີນລາຍການດັງອີກແລ້ວ ລາຍການນີ້ມີຊື່ວ່າ “ແຮງຊັດຈັດເຕັມ” ໂດຍມີພິທີກອນອະດີດນາງງາມ ດຣ. ປະນັດດາ ວົງຜູ້ດີ (ບຸມ) ແລະ ໃນຊ່ວງສຳພາດພິທີກອນກໍໄດ້ຖາມໄຖ່ສາວ ກິຕ້າ ວ່າໄປມາຢ່າງໃດເຖິງມາຮ່ວມໃນລາຍການເລືອກຄູ່ໄດ້ສາວກິຕ້າກໍຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ແບບບໍ່ມີຂາດຕົກບົກຜ່ອງ. ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້! ຊະນີIndy ເອົາຄຣິບລາຍການມາຝາກໝູ່ເພື່ອນທຸກຄົນ ສາມາດເບິ່ງຄຣິບໄດ້ເລີຍ!         ຂໍຂອບໃຈຮູບພາບຈາກ: Kitar Phatthasone …

Read More »

ເໝາະສົມກັບຕຳແໜ່ງ MISS UNIVERSE 2016 ສາວງາມທີ່ບໍ່ໄດ້ມີດີແຕ່ໜ້າຕາ!

ເໝາະສົມກັບຕຳແໜ່ງ MISS UNIVERSE 2016 ສາວງາມທີ່ບໍ່ໄດ້ມີດີແຕ່ໜ້າຕາ! ປະກາດຜົນກັນໄປແລ້ວແບບສົດໆຮ້ອນໆກັບ Miss Universe ຄົນໃໝ່ Iris Mittenaere ຫຼືສາວງາມຈາກ ປະເທດ ຝຣັ່ງ (Miss France) ມີຄວາມງາມແຕ່ຫົວຈົນຮອດຕີນກັນເລີຍກັບສາວຄົນນີ້ມີ ອາຍຸ 24 ປີ ແລະ ອະນາຄົດເປັນວ່າທີ່ທັນຕະແພດ ເພາະນາງກຳລັງສຶກສາຢູ່ຄະນະແພດສາດ ແລະ ຫວັງວ່າຈະໃຊ້ເວທີ Miss Universe ຕໍ່ຍອດການຊ່ວຍເຫຼືອເລື່ອງແຂ້ວ ແລະ ຄວາມສະອາດຂອງຊ່ອງປາກ ສິ່ງທີ່ເຮັດໃຫ້  Iris Mittenaere ສາມາດເອົາຊະນະໃຈກຳມະການ ແລະ ຜູ້ຄົນທົ່ວໂລກຈົນໄດ້ມົງກຸດມາຄອງກໍຄືການຕອບຄຳຖາມຢ່າງສະຫຼຽວສະຫຼາດ ຈົນເຮັດກຳມະການ ແລະ ກອງເຊີຍລຸກຂຶ້ນຕົບມືຊົມເຊີຍ Miss Universe 2016 ປີນີ້ບໍ່ໄດ້ມີດີແຕ່ໜ້າຕາ ແຕ່ນາງມີຄວາມຮູ້ຮອບຕົວ ສົນໃຈຄວາມເຄື່ອນໄຫວຂອງໂລກ ແລະ ມີຄວາມຄິດທີ່ເປັນປະໂຫຍດ ສາມາດເປັນກະບອກສຽງໃຫ້ກັບຄົນທົ່ວໂລກໄດ້. Picture Via: missuniverse and irismittenaeremf …

Read More »

ພິທີກອນສຸດເຈົ້າຊູ້ ຄົນນີ້ແມ່ນໃຜ?

  ສະບາຍດີ ໝູ່ເພື່ອນທຸກຄົນ ຊະນີIndy ມາແລ້ວເດີ້ ຫຼັງຈາກທີ່ໄປປະຕິບັດພາລະກິດເຊັ່ນ: ໄປເກາະຕິດກະແສ Superstar ອໍ້າ ພັດຊະຣາພາ ເພື່ອໄປນຳເອົາຮູບພາບ ແລະ ຄຣິບມາຝາກແຟນໆໃຫ້ໄດ້ເຫັນໂສມໜ້າງາມໆຂອງແມ່ອໍ້າແລ້ວ, ແຕ່ຍັງໆຍັງບໍ່ໝົດເດີ້ເພາະ ຊະນີIndy ໄປສະດຸດຕາກັບພິທີກອນລາວເຮົາ ໜຸ່ມສຸດເຈົ້າຊູ້ດູດີທີ່ຢືນສຳພາດດາລານັກສະແດງເບີໜຶ່ງຂອງປະເທດເພື່ອນບ້ານ ແລະ ເທົ່າທີ່ໄດ້ໄປສືບມາແມ່ນເພິ່ນມີຊື່ວ່າ: ຈັນທະສອນ ທະວີໄຊ (ມ໋ອນ) ໜຸ່ມເຈົ້າຊູ້ຂາວຕີ໋ ຖືກສະຕາສາວໆຫຼາຍໆຄົນ ເຊິ່ງວຽກຫຼັກທີ່ເພິ່ນເຮັດກໍແມ່ນຜູ້ປະກາດຂ່າວທາງສະຖານີໂທລະພາບແຫ່ງຊາດ, ພິທີກອນ, ໂຄສົກວິທະຍຸ, ນັກສະແດງຮູບເງົາຫຼາຍເລື່ອງ ແລະ ຍັງເປັນນາຍແບບອີກເດີ້. ມາເບິ່ງຮູບພາບຂອງໜຸ່ມ ມ໋ອນ ກັນເລີຍວ່າຈະເຈົ້າຊູ້ດູດີຊໍ່າໄດ… #ແຊຣວົນໄປໃຫ້ໂລກຮູ້ວ່າໜຸ່ມລາວເຮົາກໍເຈົ້າຊູ້ແລະມີຄວາມສາມາດ ຂໍຂອບໃຈຮູບພາບຈາກ: mondthavixay ເພື່ອນໆສາມາດຕິດຕາມໜຸ່ມຄົນນີໄດ້ເລີຍ!!!

Read More »

ແຫວນແຫວນ ດີໃຈທີ່ໄດ້ມາປະເທດລາວ!

  ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ປະວະຣິສາ ເພັນຊາດ (ແຫວນແຫວນ) ໄດ້ໂພສຮູບລົງໃນອິນສະຕາແກຼມສ່ວນຕົວພ້ອມ Caption ກ້ອງຮູບພາບວ່າ: ມີຄວາມຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໄດ້ມາ ສປປ.ລາວ ເປັນເທື່ອທຳອິດ ເຊັ່ນດຽວກັບ Superstar ອໍ້າ ພັດຊະຣາພາ, ແຖມນາງຍັງຍົກຍ້ອງວ່າອາຫານລາວວ່າແຊບ ແລະ ຊຸດໄໝລາວກໍງາມຫຼາຍ ແລະ ມີຄວາມດີໃຈທີ່ໄດ້ພົບເອື້ອຍອ້າຍນ້ອງຊາວລາວທຸກຄົນ ຂອບໃຈຫຼາຍໆສຳລັບການຮັບຕ້ອນທີ່ອົບອຸ່ນ ຫວັງວ່າສິໄດ້ມາອີກໄວໆນີ້…! ຊະນີIndyຫວັງວ່າຈະເຫັນສາວ ແຫວນແຫວນ ແລະ Superstar ອໍ້າ ພັດຊະຣາພາ ມາຢ້ຽມຢາມປະເທດລາວອີກ ພີ່ນ້ອງຊາວລາວເຮົາຍິນດີຕ້ອນຮັບສະເໝີເດີ້. #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ   ຂໍຂອບໃຈຮູບພາບຈາກ: whanpavarisa

Read More »