Breaking News

ຂ່າວສັງຄົມ

ຖືກວິຈານໜັກ!!! ເມື່ອໂດນັລ ທຣັມ ປະທານາທິບໍດີ ສ.ອາເມຣິກາ ສະເໜີໃຫ້ວິໄຈສີດຢາຂ້າເຊື້ອເຂົ້າຮ່າງກາຍຄົນເພື່ອປິ່ນປົວໂຄວິດ-19…

ເມື່ອໃນວັນທີ 24 ເມສາ ສຳນັກຂ່າວ BBC ລາຍງານວ່າ ບັນດາແພດໄດ້ວິຈານທ່ານ ໂດນໍ ທຣັມ ປະທານປະເທດແຫ່ງສະຫະລັດອາເມລິກາ ຫຼັງຈາກທີ່ເພິ່ນສະເໜີໃຫ້ເຮັດງານວິໄຈວ່າການສີດນໍ້າຢາຂ້າເຊື້ອເຂົ້າຮ່າງກາຍ ຈະປິ່ນປົວໂຄວິດ-19 ໄດ້ບໍ່; ນອກຈາກນີ້, ເພິ່ນກໍ່ໄດ້ພະຍາຍາມສະເໜີການປິ່ນປົວຜູ້ປ່ວຍດ້ວຍແສງຍູວີອີດ້ວຍ ເຊິ່ງເຮັດໃຫ້ມີການໂຕ້ຖຽງຈາກແພດທີ່ເຂົ້າຮ່ວມງານຖະແຫຼງຂ່າວ. ຢາຂ້າເຊື້ອເປັນສານເຄມີອັນຕະລາຍຫາກສີດເຂົ້າຮ່າງກາຍ ພຽງແຕ່ການສຳຜັດພາຍນອກຮ່າງກາຍ ກໍ່ເປັນພິດຕໍ່ຜິວໜັງ ຕາ ແລະ ລະບົບຫາຍໃຈແລ້ວ. ໃນງານຖະແຫຼງຂ່າວ ປະຕິບັດການຮັບມືກັບໄວຣັສໂຄວິດ-19 ທີ່ທຳນຽບລັດຖະບານ ປະເທດ ອາເມລິກາ ເຈົ້າໜ້າທີ່ລັດຄົນໜຶ່ງສະເໜີລາຍງານວິໄຈຂອງລັດຖະບານ ທີ່ຊີ້ວ່າພະຍາດໄວຣັສສາຍພັນໃໝ່ນີ້ ອ່ອນແອລົງ ເມື່ອຖືກແສງອາທິດ ແລະ ຄວາມຮ້ອນ. ງານວິໄຈຍັງລະບຸອີກວ່ານໍ້າຢາຟອກຂາວສາມາດຂ້າໄວຣັສໃນນໍ້າລາຍ ແລະ ຂອງແຫຼວໃນລະບົບທາງເດີນຫາຍໃຈໄດ້ພາຍໃນ 5 ນາທີ. ຂະນະທີ່ແອວກໍຮໍ ຊະນິດ Isopropyl  ສາມາດຂ້າເຊື້ອໄດ້ໄວກວ່ານັ້ນອີກ. ຫຼັງຈາກບອກວ່າຄວນຈະພິຈາລະນາງານວິໄຈນີ້ດ້ວຍຄວາມລະມັດລະວັງ ທ່ານ ໂດນໍ ທຣັມ ກໍ່ສະເໜີໃຫ້ສຶກສາວິໄຈເລື່ອງນີ້ຕື່ມ. ບັນດາແພດກໍ່ໄດ້ອອກມາເຕືອນວ່າຄວາມຄິດຂອງປະທານປະເທດອາດສົ່ງຜົນອັນຕະລາຍເຖິງຊີວິດ. ວິນ ກຸບຕາ (Vin …

Read More »

ນາຍົກລັດຖະມົນຕີ ລົງຢ້ຽມຢາມ ເຄື່ອນໄຫວວຽກຢູ່ໂຮງໝໍມິດຕະພາບ ໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອ COVID-19 ພ້ອມເນັ້ນໜັກການໃຫ້ຄວາມສໍາຄັນດ້ານຊີວິດການເປັນຢູ່ຂອງແພດໝໍທີ່ກໍາລັງປະຕິບັດໜ້າທີ່

​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ເຂົ້າໃຫ້ກຳລັງໃຈ ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ແພດໝໍທີ່​ກຳ​ລັງປິ່ນປົວຄົນເຈັບທີ່​ຕິດ​ເຊື້ອພະຍາດດັ່ງກ່າວທີ່ໂຮງໝໍມິດຕະພາບ, ໃນຂະທີ່ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທີ່ນອນປິ່ນປົວຍັງເຫຼືອ 11 ຄົນ, ຊຶ່ງ​ອາການຂອງແຕ່ລະຄົນຢູ່ໃນຂັ້ນຊົງຕົວເບົາບາງ. ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຢ້ຽມຢາມໃຫ້ຂັວນກຳລັງໃຈ ແພດໝໍ ແລະ ຄົນເຈັບ ເມື່ອວັນທີ 27ເມສາ ທີ່ໂຮງໝໍມິດຕະພາບ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມຄະນະ ແລະ ພະນັກງານແພດໝໍ ທ່ານ ສະ​ໜອງ ທອງຊະນະ ໄດ້ລາຍງານໂດຍຫຍໍ້ ໃຫ້ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະຊາບວ່າ: ປັດຈຸບັນໂຮງໝໍມິດຕະພາບຍັງພວມສືບຕໍ່ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 11 ຄົນ ຊຶ່ງອາການຂອງແຕ່ລະຄົນແມ່ນຢູ່ຂັ້ນຊົງຕົວເບົາບາງ ພ້ອມນີ້, ຍັງສືບຕໍ່ເຝົ້າລະວັງ ແລະ ຄັດກອງຄົນເຈັບກໍລະນີສົງໃສເພື່ອກວດຫາເຊື້ອພະຍາດດັ່ງກ່າວ …

Read More »

ກຸ່ມກໍ່ການຮ້າຍມຽນມາຍິງລົດ UN ໃນລະຫວ່າງນຳເຊື້ອ ໂຄວິດ-19 ໄປກວດ ເຈົ້າໜ້າທີ່ເສຍຊີວິດ 1 ຄົນ…

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 21 ເມສາ ນີ້ວ່າ ເກີດເຫດກຸ່ມກໍ່ການຮ້າຍໃຊ້ອາວຸດສົງຄາມກາດຍິງໃສ່ລົດຂອງເຈົ້າໜ້າທີ່ UNHCR ເຊິ່ງເປັນລົດສາຂາຂອງ WHO ອົງການອະນາໄມໂລກ ໃນເສັ້ນທາງຫຼວງຂອງ ເມືອງ ມິນບີຍາ ເຂດລັດຍະໄຂ່ ລະຫວ່າງເດີນທາງໄປນະຄອນເນປິດ ເພື່ອນຳຕົວຢ່າງເຊື້ອຂອງຜູ້ຕ້ອງສົງໃສ 19 ຄົນທີ່ຄາດວ່າຈະໃກ້ກັບຜູ້ຕິດເຊື້ອໂຄວິດ-19 ສົ່ງຕໍ່ມາທີ່ນະຄອນຢາງກຸ້ງ ເພື່ອກວດຫາເຊື້ອ. ເຫດການກາດຍິງໃສ່ລົດອົງການອະນາໄມໂລກໃນຄັ້ງນີ້ ໄດ້ເຮັດໃຫ້ເຈົ້າໜ້າທີ່ UN ຈຳນວນ 2 ຄົນ ທີ່ເປັນຊາວມຽນມາຖືກຍິງຈົນໄດ້ຮັບບາດເຈັບ ຈົນຕ້ອງນຳສົ່ງໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ 1 ຄົນ. ປັດຈຸບັນ,​ ທາງລັດຖະບານມຽນມາໄດ້ອອກມາປະນາມການກະທຳດັ່ງກ່າວຂອງກຸ່ມທີ່ກໍ່ເຫດໃນຄັ້ງນີ້ ໂດຍລະບຸວ່າ ເປັນກຸ່ມກໍ່ການຮ້າຍອາຣາກັນ ຫຼື ກຸ່ມນາຍທຶນ ມຽດ ໜ່າຍ ຜູ້ນຳກອງທັບອາຣາກັນ (ULA/AA) ລົງມືປະຕິບັດການ. ຮຽບຮຽງຂ່າວ: ພຸດສະດີ

Read More »

ພາບບັນຍາກາດ ອອກໂຮງໝໍ ຂອງຜູ້ຕິດເຊື້ອ ໂຄວິດ-19 ທີ່ປົວດີ 2 ຄົນ ທີ່ ໂຮງໝໍແຂວງຫຼວງພະບາງ…

ຖືວ່າເປັນຂ່າວດີອີກໜື່ງຂ່າວ ຫຼ້າສຸດມື້ວານນີ້ວັນທີ 22 ເມສາ 2020 ສປປ ລາວ ສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວອີກ 2 ຄົນທີ່ ແຂວງຫຼວງພະບາງ ເອົາເປັນວ່າມື້ນີ້ຂວັນໃຈໄດ້ນໍາເອົາພາບບັນຍາກາດທີ່ 2 ຜູ້ຕິດເຊື້ອໄດ້ຫາຍດີ ແລະ ອອກຈາກໂຮງໝໍມາຝາກ ທ່າມກາງຄວາມຍິນດີຂອງແພດໝໍ ແລະ ຍາດພີ່ນ້ອງ…  

Read More »

ຊົມເຊີຍ! ຫມໍແນ່ ສືບຕໍ່ສະໜັບສະໜູນອາຫານໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ

ຕໍ່ເນື່ອງກັບສະພາວະການແຜ່ລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນ ສ ປປລາວ ເຊິ່ງມີຈໍານວນຜູ້ຕິດເຊື້ອ 19 ຄົນ ແລະ ຕອນນີ້ປົວຫາຍດີແລ້ວ 4 ຄົນ ປັດຈຸບັນນີ້ຍັງມີຜູ້ຕິດເຊື້ອກຳລັງຮັກສາຕົວ 15 ຄົນ ແລະ ເຈົ້າໜ້າທີແພດໝໍຂອງເຮົາກຳລັງປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ໃນສະຖານະການບ້ານເມືອງວິກິດແບບນີ້  ກໍມີຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອສັງຄົມເຮົາ ຫຼ້າສຸດ ໝໍແນ່ງ ເຮົາຍັງສືບຕໍ່ແບ່ງປັນອາຫານຈໍານວນໜື່ງໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ  ໃນຂະນະທີ່ກຳລັງປະຕິບັດໜ້າທີ່… “ຍັງສືບຕໍ່ແບ່ງປັນ ມີຫນ້ອຍໃຫ້ຫນ້ອຍ ຕາມສະພາບນະນິ່ງແນ່ງກ່ອນເນີ້ ໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ ສູ້ສູ້ເນີ້ ດຽວເຮົາກະຜ່ານໄດ້ແລ້ວ? ເຂົ້າປຸ້ນ 30 ຖົງ + ເຂົ້າຈືນໃສ້ກອກ 60 ກ່ອງ” ຂວັນໃຈຂໍຊົມເຊີຍໝໍແນ່ງ ນາງຟ້າຂອງຄົນລາວ ທີ່ຄອຍໃຫ້ການ …

Read More »