Breaking News

ໄວໜຸ່ມ

ໜ້າຮັກຫຼາຍໆ! ເຕີ້ຍ ຈະລິນພອນ ນັກສະແດງຊື່ດັງຊາວໄທ ນຸ່ງສິ້ນ-ບ່ຽງແພ ໃສ່ບາດທີ່ປະເທດລາວ

ໜ້າຮັກຫຼາຍໆ! ເຕີ້ຍ ຈະລິນພອນ ຈຸນກຽດ ນັກສະແດຊື່ດັງຈາກ ປະເທດໄທ ເດີນທາງມາທ່ອງທ່ຽວທີ່ ນະຄອນຫຼວງພະບາງ ປະເທດລາວ ໃນຊ່ວງທ້າຍເດືອນ ກໍລະກົດ ທີ່ຜ່ານມາ, ແຖມຍັງມີຮູບພາບໜ້າຮັກໆມາຝາກແຟນໆ ໂດຍ ເຕີ້ຍ ໄດ້ໂພສຮູບພາບຕ່າງໆໃນຊ່ວງທີ່ທ່ອງທ່ຽວປະເທດລາວມາຝາກ ເຊິ່ງເຮັດໃຫ້ມີແຟນໆຊາວລາວເຂົ້າໄປທັກທາຍ “ສະບາຍດີ” ແລະ “ຍິນດີຕ້ອນຮັບເຂົ້າສູ່ປະເທດລາວ” ຈຳນວນວນຫຼວງຫຼາຍ. ແນ່ນອນວ່າ ຄົນທີ່ເດີນທາງມາ ນະຄອນຫຼວງພະບາງ ປະເທດລາວ ຕ້ອງໄດ້ເຮັດບຸນໃສ່ບາດໃນຍາມເຊົ້າ  ເຕີ້ຍ ຈະລິນພອນ ກໍ່ບໍ່ພາດເຊັ່ນດຽວກັນ ແຖມນາງຍັງໂພສຮູບ ນຸ່ງສິ້ນໄໝລາວ ບ່ຽງແພ ຖືຕິບເຂົ້າໜຽວ ເຊິ່ງນາງຍັງໄດ້ໂພສແຄັບຊັ່ນວ່າ: “ໃສ່ບາດເຂົ້າໜຽວທີ່ຫຼວງພະບາງເມື່ອວັນກ່ອນ”  ເຫັນແລ້ວໜ້າຮັກຫຼາຍໆ… ປັດຈຸບັນ ເຕິ້ຍ ຈະລິນພອນ ໄດ້ເດີນທາງກັບເປັນທີ່ຮຽບຮ້ອຍແລ້ວ, ເທື່ອໜ້າກໍ່ຢ່າລືມມາຢ້ຽມຢາມ ທ່ອງທ່ຽວ ປະເທດລາວ ອີກເດີ້ “Welcome to Laos” ??? ສະບາຍດີ #jarinsjourney #throughjarinseyes …

Read More »

ຫົວເຫວີຍເປີດຕົວສຸດອະລັງການກັບສະມາດໂຟນ 2 ລຸ້ນໃໝ່ “HuaweiNova3 ແລະ Nova3i” ຢ່າງເປັນທາງການໃນລາວ

ຫົວເຫວີຍເປີດຕົວສຸດອະລັງການກັບສະມາດໂຟນ 2 ລຸ້ນໃໝ່ “HuaweiNova3 ແລະ Nova3i” ຢ່າງເປັນທາງການໃນລາວ ຫຼັງຈາກຫົວເຫວີຍໄດ້ເປີດຕົວ Huawei P20 ແລະ P20 Pro ໄປບໍ່ດົນ ກະແສທີ່ແຮງບໍ່ຕົກ ເຮັດໃຫ້ຍອດຂາຍສະມາດໂຟນຂອງຫົວເຫວີຍທົ່ວໂລກໃນປີນີ້ເຖິງ 100 ລ້ານເຄື່ອງ ຕັ້ງແຕ່ເຄິ່ງປີທຳອິດ ແລະ ໃນໄຕມາດທີ 2 ຂອງປີ 2018 ຫົວເຫວີຍໄດ້ຂຶ້ນມາເປັນອັນດັບ 2 ຂອງຕະຫຼາດສະມາດໂຟນທົ່ວໂລກ ດ້ວຍສັດສ່ວນການຕະຫຼາດຢູ່ທີ່ 15.8% ມີຍອດຂາຍ 54.2 ລ້ານເຄື່ອງ ເຕີບໃຫຍ່ສູງຂຶ້ນເຖິງ 41% ເມື່ອປຽບທຽບກັບ ໄຕມາດທີ 2 ໃນປີ 2017* ແລະ ໃນປີນີ້ຫົວເຫວີຍໄດ້ຕັ້ງເປົ້າຍອດຂາຍໃຫ້ໄດ້ຫຼາຍກວ່າ 200 ລ້ານເຄື່ອງທົ່ວໂລກ.  ເພື່ອຕອກຢ້ຳ ໃນຄວາມແຮງຂອງຍອດຂາຍ ຫົວເຫວີຍປະກາດເປີດຕົວ 2 ສະມາດໂຟນລຸ້ນໃໝ່ຈາກຊີຣີ້ Nova ທີ່ເນັ້ນຕອບໂຈດຄົນທັນສະໄໝໃນຍຸກປະຈຸບັນHuawei …

Read More »

ກິນເປັນຊີວິດປ່ຽນ ວິທີບອກລາໄຂມັນໜ້າທ້ອງງ່າຍໆ…

11 Tricks ບອກລາໄຂມັນໜ້າທ້ອງງ່າຍໆ ຮູ້ສຶກບໍ່ວ່າ ໄຂມັນສະສົມຢູ່ບ່ອນໃດ ກໍຍັງບໍ່ໜັກໃຈເທົ່າກັບ ໄຂມັນໜ້າທ້ອງ ກິນຫຍັງເຂົ້າໄປກໍຈະສະສົມໄວ້ຢູ່ທ້ອງກ່ອນ ແລະ ຫຼຸດໄດ້ຍາກກວ່າສ່ວນອື່ນໆອີກ ເພາະວ່າກ່ອນຈະໄປເຖິງເປົ້າໝາຍໄດ້ນັ້ນ ມັນບໍ່ແມ່ນເລື່ອງງ່າຍ ບາງຄົນກໍລົ້ມເລີກໄປກ່ອນ ຍ້ອນທົນບໍ່ໄຫວທີ່ຕ້ອງມາອົດໃຈ ຫຼື ຫິວ ແລະ ບາງວິທີເຮັດແລ້ວກໍບໍ່ມີຄວາມສຸກ ສຸດທ້າຍກໍບໍ່ສາມາດຫຼຸດໄດ້ ແຕ່ຖ້າໃຜກໍາລັງພົບກັບບັນຫາແນວນີ້ ເຮົາມີວິທີງ່າຍໆທີ່ສາມາດຊ່ວຍໃຫ້ໜຸ່ມໆສາວໆ ຫຼຸດໄຂມັນໜ້າທ້ອງໄດ້ ດື່ມນໍ້າຮ້ອນ ນໍ້າຮ້ອນຖືເປັນວັດຖຸດິບໃນການຫຼຸດໄຂມັນໜ້າທ້ອງທີ່ດີເລີຍແຫຼະ ເພາະນໍ້າຮ້ອນຈະຊ່ວຍກະຕຸ້ນ ໃຫ້ລະບົບເຜົາຜານໄຂມັນໃຫ້ເຮັດວຽກດີຂຶ້ນ ແລະ ສະລາຍເນື້ອເຍື້ອໄຂມັນທີ່ຢູ່ກ້ອງຜິວໜັງ ປະສົມນໍ້າຮ້ອນກັບນໍ້າໝາກນາວ ແລະ ນໍ້າເຜິ້ງເພື່ອດື່ມ ຈະຍິ່ງຊ່ວຍໃຫ້ຫຼຸດໄຂມັນໄດ້ໄວຂຶ້ນ ຄືນຄວາມຊຸ່ມຊື່ນ ມາລ້າງພິດລໍາໄສ້ຕັ້ງແຕ່ເຊົ້າດ້ວຍສູດ Detox ງ່າຍໆ ເລີ່ມຈາກກຽມນໍ້າສະອາດ 300 ມິນລີລິດ ປະສົມນໍ້າໝາກນາວ 2 ບ່ວງແກງ, ນໍ້າເຜິ້ງເຄິ່ງບ່ວງກາເຟ ແລະ ພິກໄທໜ້ອຍໜຶ່ງ ດື່ມຕອນທີ່ທ້ອງວ່າງ ນອກຈາກນີ້ຄວນ Detox ລໍາໄສ້ດ້ວຍການດື່ມນໍ້າປະສົມນໍ້າໝາກນາວ 2 …

Read More »

ຂໍຂອບໃຈນໍ້າໃຈຈາກກູ້ໄພໄທ! ກູ້ໄພທີມທຳອິດທີ່ເດີນທາງອອກຈາກ ປະເທດລາວ

ເດີນທາງກັບ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ ສຳລັບ ທີມກູ້ໄພຈາກ ມູນລະນິທີ ປໍເຕັກຕຶງ ຈາກປະເທດໄທ, ຫຼັງຈາກທີ່ໄດ້ເດີນທາງມາຊ່ວຍພໍ່ແມ່ພີ່ນ້ອງຊາວລາວ ທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື. ພໍຈົບພາລະກິດ  ມູນລະນິທີ ປໍເຕັກຕຶງ ກໍ່ເປັນທີມທຳອິດທີ່ເດີນທາງອອກຈາກ ປະເທດລາວ ເພື່ອເດີນທາງໄປຊ່ວຍຊາວໄທທີ່ປະສົບກັບໄພ ນໍ້າຖ້ວມ ເຊັ່ນດຽວກັນ. ເຊິ່ງທີມກູ້ໄພຈາກ ມູນລະນິທີ ປໍເຕັກຕຶງ ໄດ້ເດີນທາງມາທີ່ ປະເທດລາວ ຕັ້ງແຕ່ວັນທີ 25 ກໍລະກົດ 2018-1 ສິງຫາ 2018 ເພື່ອລົງພື້ນທີ່ ແລະ ເຂົ້່າຊ່ວຍເຫຼືອຜູ້ປະສົບໄພ ປະຕິບັດພາລະກິດຄົ້ນຫາຜູ້ລອດຊີວິດ, ຜູ້ສູນຫາຍ ແລະ ເຮັດອາຫານໃຫ້ພີ່ນ້ອງປະຊາຊົນລາວເຮົາຈຳນວນ 1-2000 ກ່ອງ ເພື່ອແຈກຢາກທີ່ສູນອົບພະຍົບ ບ້ານ ບົກ ແຂວງ ອັດຕະປື ຢ່າງຕໍ່ເນື່ອງທຸກໆມື້.  ປັດຈຸບັນພວກເຂົາເດີນທາງກັບປະເທດໄທເປັນທີ່ຮຽບຮ້ອຍແລ້ວ ເພື່ອໄປຊ່ວຍພີ່ນ້ອງຮ່ວມຊາດຂອງພວກເຂົາທີ່ກຳລັງປະສົບກັບ …

Read More »

ຮືຮາ! Six Sence ວົງດົນຕີຈາກປະເທດລາວ ຜ່ານເຂົ້າຮອບໃນລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ (ຂໍສະແດງຄວາມຍິນດີ)

ກຳລັງເປັນກະແສ ຮືຮາ, ຫຼ້າສຸດມີຂ່າວດີເລີຍກໍ່ວ່າໄດ້ Six Sence ວົງດົນຕີຈາກປະເທດລາວ ໄດ້ຜ່ານເຂົ້າຮອບໃນການແຂ່ງຂັນວົງດົນຕີ ລະດັບມັດທະຍົມ ໃນລາຍການ Hotwave Music Awards 2018. เพลง แพ้ทาง – วง Six Sence เพลง แพ้ทาง – วง Six Sence#เชียร์ยกสถาบันมันส์ทั้งประเทศ #HWMA2018 #GMM25 Posted by Hotwave Music Awards on Sunday, August 5, 2018   ເຊິ່ງການແຂ່ງຂັນວົງດົນຕີເພງ ໃນລາຍການ Hotwave Music Awards 2018 ເປັນລາຍການປະກວດວົງດົນຕີໃນລະດັບ ມັດທະຍົມ ທີ່ໃຫ່ຍທີ່ສຸດໃນປະເທດເພື່ອນບ້ານ (ປະເທດໄທ), ເຊິ່ງໃນປີນີ້ ໍກໍ່ພິເສດສຸດໆ ໂດຍການບໍ່ຈຳກັດພົມແດນລະຫວ່າງການປະກວດ ເປີດໂອກາດໃຫ້ນ້ອງໆໄວໜຸ່ມນ້ອຍຈາກປະເທດລາວເຮົາທີ່ມີຄວາມສາມາດໄດ້ໂຊສີມືທາງດົນຕີ …

Read More »