Breaking News

ໄວໜຸ່ມ

ຮູ້ແລ້ວຈະ…ອຶ້ງ! ມາຮູ້ຈັກ “ຜັກກະລໍ່າ” ຜັກທີ່ຫາໄດ້ຕາມທ້ອງຕະຫຼາດທົ່ວໄປ ແຕ່ຄຸນປະໂຫຍດສຸດເລີດ

ໜ້ອຍຄົນທີ່ຈະປະຕິເສດວ່າບໍ່ເຄີຍກິນ ຜັກກະລໍ່າ (Cabbage) ເຊິ່ງບາງຄົນກໍມັກກິນເປັນປະຈຳ ບາງຄົນກໍເຫັນເປັນຜັກຕາມທ້ອງຕະຫຼາດທົ່ວໄປເລີຍຮູ້ສຶກເສີຍໆ ແຕ່ດຽວກ່ອນ!!! ບອກເລີຍວ່າບົດຄວາມນີ້ຈະເປັນບົດຄວາມທີ່ຈະມາບອກເລົ່າຄຸນປະໂຫຍດຂອງ “ຜັກກະລໍ່າ”  ເຊິ່ງເຫັນເປັນຜັກທີ່ຫາໄດ້ງ່າຍ ແລະ ລາຄາບໍ່ແພງຫຼາຍ ແຕ່ມີຄຸນປະໂຫຍດສຸດເລີດສຸດໆເລີຍເດີ້ແຟນໆ ໃນຜັກດັ່ງກ່າວມີຄຸນປະໂຫຍດຫຼາຍຢ່າງ ແຕ່ລະຢ່າງເດັດໆທັງນັ້ນ…ມີຫຍັງແດ່ມາເບິ່ງ (ຢ່າລືມແຊຣບອກຕໍ່ໝູ່ເພື່ອນຄົນອື່ນນຳເດີ້) ມີໄຂມັນຕໍ່າ ແລະ ເສັ້ນໄຍອາຫານສູງ ເຮັດໃຫ້ຮູ້ສຶກອິ່ມດົນ ກະລໍ່າ 100 ກິໂລກຼາມ ໃຫ້ພະລັງງານພຽງ 25 ກິໂລແຄລໍຣີ່ ຈຶ່ງເປັນຜັກທີ່ເໝາະສົມແກ່ຄົນທີ່ຢາກຫຼຸດນໍ້າໜັກ ຊ່ວຍຫຼຸດນໍ້າໜັກ ແລະ ໄຂມັນໃນຮ່າງກາຍ  ໃນຜັກກະລໍ່າມີສານທີ່ຊ່ວຍຢຸດນໍ້າຕານ ແລະ ແປ້ງບໍ່ໃຫ້ກາຍເປັນໄຂມັນສະສົມໃນຮ່າງກາຍ ຈຶ່ງຊ່ວຍຫຼຸດໄຂມັນ ແລະ ຍັງຊ່ວຍຫຼຸດນໍ້າໜັກໄດ້ເປັນຢ່າງດີ ຕ້ານພະຍາດມະເຮັງ ການຮັບປະທານພືດຕະກູນກະລໍ່າ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງການເກີດພະຍາດມະເຮັງ ເພາະມີສານສຳຄັນທີ່ຊື່ວ່າ ກຣູໂຄສິໂນເລສ ເຊິ່ງສານດັ່ງກ່າວມີລິດຢຸດພະຍາດຮ້າຍຢ່າງມະເຮັງຫຼາຍຊະນິດເຊັ່ນ ມະເຮັງລຳໃສ້ ມະເຮັງເຕົ້ານົມ ມະເຮັງກະເພາະປັດສາວະ ແລະ ຍັງຊ່ວຍຂັບໄລ່ສານພິດທີ່ຕົກຄ້າງໃນຕັບ ບັນເທົາອາການທ້ອງອືດ ໃນຜັກກະລໍ່າມີສານໄຟເບີສູງ ຈຶ່ງເປັນໂຕຊ່ວຍໃຫ້ລຳໃສ້ເຮັດວຽກໄດ້ດີ ກະຕຸ້ນການຂັບຖ່າຍໃຫ້ດີຂຶ້ນ ແລະ …

Read More »

ແຟນຄລັບຊາວລາວວ່າແນວໃດເມື່ອ “ຟຣຸກ ຈິລະ ອ່ານພາສາລາວ” ໃຫ້ຜ່ານບໍ່? (ມາຟັງສຳນຽງພາສາລາວຂອງເຂີຍລາວຄົນນີ້ນຳກັນ)

ເກັບຄວາມໜ້າຮັກໆຂອງຄູ່ຮັກສາວລາວ-ບ່າວໄທ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍຄລິບທີ່ ຟຣຸກ ຈິຣະ ໄດ້ຮຽນອ່ານພາສາລາວ ເຊິ່ງແອັບເປີ້ນເອງຍັງໄດ້ມີການຢອກຜູ້ເປັນສາມີແບບໜ້າໆດ້ວຍແຄັບຊັ່ນຜ່ານສື່ໂຊຊ່ຽວເພື່ອສອບຖາມບັນດາແຟນຄລັບວ່າ: “ຄົນລາວວ່າຈັ່ງໃດ ພາສາລາວອ້າຍຟຣຸກຜ່ານບໍ່?” (ມີຄລິບ ຟຣຸກ ຈິຣະ ຫັດອ່ານພາສາລາວມາຝາກ) @fluke_jira #flukeapple ???? คนลาวว่าจังได ภาษาลาวอ้ายฟุก ผ่านบ่อ ???? Posted by Appleminiberry on Tuesday, July 16, 2019   ໄດ້ເບິ່ງ ໜຸ່ມ ຟຣຸກ ເຂີຍລາວຫັດອ່ານພາສາລາວແລ້ວເປັນແນວໃດ ແຟນໆພໍຈະໃຫ້ອ້າຍເພິ່ນຜ່ານໄດ້ບໍ່ນໍ…? (ຄອມເມັ້ນບອກກກັນແດ່ເດີ້) ຄລິບຈາກ: FB/Appleminiberry Storyteller: ຊະນີIndy 

Read More »

Nissan NAVARA ໃໝ່ຮອງຮັບການເຮັດວຽກຂອງແອບມືຖືສະມາສ໌ໂຟນ ນຳເອົາສາລະບັນເທິງ ການບອກເສັ້ນທາງ ຄວາມປອດໄພຜ່ານລະບົບ Connect A-IVI 

ນິດສັນ (Nissan) ໃຫ້ຄວາມສຳຄັນ ແລະ ຄວາມໃສ່ໃຈຕໍ່ກັບຄວາມປອດໄພ,ຄວາມເປັນປະໂຫຍດ, ຄວາມອັດສະລິຍະຫລາຍດ້ານໃຫ້ຂອງລົດກະບະ  Nissan NAVARA Premium Plus ດ້ວຍຄວາມສະດວກຂອງເຕັກໂນໂລຊີອັດສະລິຍະເພື່ອການຂັບຂີ່ (Nissan Intelligent Mobility (N.I.M.). ຈໍສາລະບັນເທິງ Nissan Connect A-IVI ຮອງຮັບການເຮັດວຽກຂອງແອບຈາກມືຖືສມາສ໌ໂຟນ ໂດຍການນຳເອົາສາລະບັນເທິງ,ການບອກເສັ້ນທາງ,ຄວາມປອດໄພ ແລະ ສິ່ງອື່ນອີກມາລວມໄວ້ໃນລົດຂອງທ່ານພຽງແຕ່ສຽບສາຍໂທລະສັບເຊື່່ອມຕໍ່ກັບລົດ. i)      ແຜນທີ່ຈະປາກົດຂຶ້ນມາເທິງຫນ້າຈໍໂດຍການເປີດແອບນຳທາງ turn by turn (ທ່ານສາມາດໃຊ້ມືສຳຜັດຊູມເຂົ້າ-ຊູມອອກໄດ້) ii)     ໃຊ້ຄຳສັ່ງສຽງເພື່ອຄົ້ນຫາຂໍ້ມູນຈາກຈໍສາລະບັນເທິງ (ຫລືສາມາດເລືອກພິມເທິງຈໍໄດ້) iii)    ສາມາດຈັດວາງເພງທັງຫມົດທີ່ມີໃນລາຍການລວມທັງເພງອອນລາຍໄວ້ເທິງຫນ້າຈໍ ພຽງແຕ່ໃຊ້ມືສຳຜັດເລືອກວາງຢູ່ເທິງຈໍສາລະ ບັນເທິງ Nissan Connect A-IVI iv)    ສະດວກໃນການໂທລະສັບໂດຍບໍ່ຈຳເປັນຕ້ອງຈັບໂທລະສັບຂຶ້ນມາ ພຽງແຕ່ໃຊ້ຄຳສັ່ງສຽງໃນການປະຕິບັດງານ v)   ສາມາດໃຊ້ຄຳສັ່ງສຽງເພື່ອໃຫ້ລະບົບອ່ານຂໍ້ຄວາມເຂົ້າຢູ່ໃນມືຖືສະມາສ໌ໂຟນຂອງທ່ານ ແລະ ພ້ອມດຽວນັ້ນ ສາມາດສັ່ງໃຫ້ຕອບຂໍ້ຄວາມກັບໄດ້ເຊັ່ນກັນ vi)    ສາມາດໃຊ້ຄຳສັ່ງສຽງໃນການຄົ້ນຫາຄື່ນສະຖານີວິທະຍຸທີ່ທ່ານມັກຟັງ vii)   …

Read More »

ຜົນວິໄຈອອກມາແລ້ວ! ແມ່ຍິງທີ່ເລີກດື່ມ Alcohol ໄດ້ຈະເຮັດໃຫ້ມີຊີວິດທີ່ດີຂຶ້ນ

ກ້າວເຂົ້າສູ່ຍຸກ Digital ສາວໆຢ່າງເຮົາຕ້ອງອັບເດດຂໍ້ມູນຂ່າວສານກັນເລື້ອຍໆເດີ້  ໃນມື້ນີ້ມີຂໍ້ມູນຂ່າວສານດີໆມາຝາກແຟນໆເຊັ່ນເຄີຍ ແຖວນີ້ມີໃຜເປັນນັກດື່ມກັນແດ່? ຫຼ້າສຸດມີການວິໄຈອອກມາແລ້ວເດີ້ ເຖິງຜົນຮ້າຍຂອງແອວກໍຮໍທີ່ເກີດຂຶ້ນກັບແມ່ຍິງແບບເຮົາໆ, ບໍ່ວ່າຈະໃນອະດີດ ຫຼື ປັດຈຸບັນ ມັກຈະພົບໄດ້ເລື້ອຍໆວ່າ ແມ່ຍິງທີ່ດື່ມເຄື່ອງດື່ມທີ່ມີທາດແອວກໍຮໍ ບໍ່ວ່າຈະເປັນເຫຼົ້າຫຼື ເບຍ ມີແນວໂນ້ມໃຫ້ເຫັນເລີຍວ່າຈະເລີ່ມດື່ມແອວກໍຮໍໃນຊ່ວງອາຍຸຍັງນ້ອຍລົງເລື້ອຍໆ ຫຼືເລີ່ມຕົ້ນຕັ້ງແຕ່ໄວຮຽນ ຊຶ່ງການດື່ມແອວກໍຮໍກໍສົ່ງຜົນຕໍ່ແມ່ຍິງໃນແບບທີ່ຕ່າງກັນ ຂຶ້ນຢູ່ກັບລະຍະເວລາໃນການດື່ມ ປະລິມານການດື່ມ ການຕອນສະໜອງຂອງຮ່າງກາຍທີ່ມີຕໍ່ແອວກໍຮໍ ແຕ່ທັງນີ້ກໍສົ່ງຜົນທີ່ຄ້າຍຄືກັນ ເພາະແນ່ນອນເລີຍວ່າມັນສົ່ງຜົນຕໍ່ຮ່າງກາຍ ຈິດໃຈ ແລະ ສະໝອງ ໄດ້ມີການວິໄຈທີ່ ມະຫາວິທະຍາໄລໃນຮ່ອງກົງ ມີການສຳຫຼວດ ແລະເຮັດການວິໄຈກ່ຽວກັບຜົນເສຍທີ່ເກີດຈາກການດື່ມແອວກໍຮໍໃນແມ່ຍິງ ໂດຍມີການຕີພິມການສຳຫຼວດດັ່ງກ່າວລົງໃນ CMAJ  ເຊິ່ງເປັນວາລະສານທາງການແພດຂອງປະເທດການາດາ ໂດຍການວິໄຈດັ່ງກ່າວເປັນການເກັບຂໍ້ມູນຜູ້ຮ່ວມທົດລອງທີ່ມີອາຍຸສະເລ່ຍ 49ປີ ແບ່ງເປັນກຸ່ມຕົວຢ່າງແມ່ຍິງ 56% ແລະຜູ້ຊາຍ64% ເປັນຄົນໃນຮ່ອງກົງ 10,386 ຄົນ, ໄລຍະເວລາທົດລອງ 2ປີ (2009 ແລະ 2013) ແລະຍັງໄດ້ມີການທົດລອງໃນອາເມລິກາອີກ 31,079  ຄົນ ໄລຍະເວລາທົດລອງ 3ປີ ຊຶ່ງການວິໄຈພົບວ່າ ໃນແມ່ຍິງທີ່ບໍ່ເຄີຍດື່ມແອວກໍໍຮໍແມ່ນມີສະພາບຈິດໃຈທີ່ດີເຖິງດີທີ່ສຸດ ສ່ວນໃນແມ່ຍິງທີ່ເລີກດື່ມແອວກໍໍຮໍ ແລະ …

Read More »

ສາທຸ ສາທຸ! ຄົນບັນເທີງຮ່ວມເຮັດບຸນໃສ່ບາດໃນມື້ “ບຸນເຂົ້າພັນສາ 2019” (ມີໃຜແດ່ມາເບິ່ງ!!!)

ສະບາຍດີແຟນໆ!!! ຮູ້ສຶກເວລາຜ່ານໄປໄວ ຜ່ານໄປແປັບດຽວກໍຮອດ “ບຸນເຂົ້າພັນສາ” ເຊິ່ງໃນປີນີ້ກົງກັບວັນທີ 16 ກໍລະກົດ 2019, ນອກຈາກພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ທີ່ໄດ້ຮ່ວມເຮັດບຸນໃນມື້ດັ່ງກ່າວ ບໍ່ພຽງແຕ່ເທົ່ານັ້ນເພາະບັນດາໜຸ່ມ-ສາວຄົນບັນເທິງບ້ານເຮົາເຊັ່ນ: ລູກນໍ້າ ທິດາລັດ ວົງສິລິ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ, ມີ່ມີ່ ພູນຊັບ ພົນໂຍທາ, ບາບີ້ ປິຍະມາດ, ສຽວຜິງ ໄຊຍະລິນ ແລະ ອີກຫຼາຍໆທ່ານ… ກໍໄດ້ອອກໄປເຮັດບຸນໃສ່ບາດ ຮັບສິນຮັບພອນ ເພື່ອຄວາມເປັນສິຣິມົງຄຸນໃຫ້ແກ່ຊີວິດ ຕາມແບບສະບັບຊາວພຸດເຮົາເຊັ່ນດຽວກັນ. (ລອງມາເບິ່ງວ່າມີໃຜແດ່…) ລູກນໍ້າ ທິດາລັດ ວົງສິລິ ນັກສະແດງ/ນາງງາມ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຕ໋ອດ ລີນ້າ ນັກສະແດງ/ນາງແບບ/ພິທີກອນ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017) ບາບີ້ ປິຍະມາດ …

Read More »