Breaking News

ໄວໜຸ່ມ

ມາໄກຫຼາຍ! ຄົນບັນເທີງລາວແຫ່ໂພສຮູບ 10ປີກ່ອນ ໃນກະແສ #10yearschallenge ທີ່ກຳລັງມາແຮງທີ່ສຸດໃນຕອນນີ້

ເປັນກະແສກັນໄປທົ່ວໂລກ ແລະ ຮິດກັນສຸດໆໃນເວລານີ້ ກັບກະແສ #10yearschallenge ທີ່ເປັນການຫວນຄືນອະດີດນຳເອົາ ຮູບພາບເກົ່າໃນເມື່ອ 10 ປີກ່ອນຂອງຄົນນັ້ນໆມາສົມທຽບກັບຮູບໃນປັດຈຸບັນ, ເຊິ່ງບໍ່ວ່າຈະເປັນດາລາ ເຊເລບ ເນັດໄອດໍ້ທົ່ວໂລກ ຫຼື ຄົນທຳມະດາກໍໄດ້ມີການຮ່ວມຫຼີ້ນ #10yearschallenge ແບບວ່າໃນເວລານີ້ບໍ່ວ່າຈະເລື່ອນ ເຟສບຸກ ອິນສະຕາແກຣມ ຫຼື ສື່ໂຊຊ່ຽວອື່ນໆ ກໍ່ຈະເຫັນກັນຢ່າງຫຼວງຫຼາຍ ເຖິງຂັ້ນກົດໄລ້ ກົດແຊຣກັນບໍ່ຖ້ວນ ບໍ່ທັນກັນເລີຍ!!! ແລະ ບັນດາຄົນດັງ ທັງດາລາ ນັກຮ້ອງ ເຊເລບບ້ານເຮົາຫຼາຍທ່ານ ກໍ່ບໍ່ເວັ້ນທີ່ຈະນຳເອົາຮູບພາບເກົ່າໆ ມາຮ່ວມໃນ #10yearschallengeລອງມາເບິ່ງກັນເດີ້ ວ່າແຕ່ລະຄົນໃນ 10 ປີກ່ອນ ແລະ ປັດຈຸບັນຈະແຕກຕ່າງໄປຫຼາຍຊໍ່າໃດ? ຕ໋ອດ ລີນ້າ ກິກ ໄພລິນດາ ຫຼິງຫຼິງ ປິຍະດາ ເປັດ ອານຸລັກ (CEO ບໍລິສັດສາມາດ) ໂຕໂຕ້ ພອນສິນ  ມຸກ Miss Supranational …

Read More »

ສິລະປິນສາວລາວ ເດີນໜ້າໂກອິນເຕີ ຮ່ວມສະແດງຮູບເງົາ “FRIEND ZONE” ທີ່ປະເທດເພື່ອນບ້ານ!!! 

ຊ່ວງນີ້ຂ່າວໂກອິນເຕີ ອອກໄປໂຊຄວາມສາມາດຂອງສິລະປິນລາວຖືວ່າມີມາແບບບໍ່ຂາດສາຍ ຫຼ້າສຸດ ນໍ້າຝົນ ອິນທະວົງ ນັກຮ້ອງສາວລາວເຮົາ ຈາກຄ້າຍເພງ Indee Records ໄດ້ເດີນໜ້າໂກອິນເຕີຮ່ວມສະແດງຮູບເງົາ “FRIEND ZONE ລະວັງສິ້ນສຸດທາງເພື່ອນ” ທີ່ປະເທດເພື່ອນບ້ານ, ເຊິ່ງງານນີ້ຖືວ່າບໍ່ທຳມະດາກັນເລີຍເດີ້ ເພາະນາງໄດ້ຮ່ວມສະແດງກັບ ນາຍ ນະພັດ ແລະ ໃບເຟີນ ພິມຊະນົກ ເຊິ່ງທັງ 2 ເປັນອີກໜຶ່ງນັກສະແດງຂອງປະເທດເພື່ອນບ້ານທີ່ມີຄວາມສາມາດ ແລະ ກຳລັງມາແຮງທີ່ສຸດໃນເວລານີ້… ສຳລັບ ນໍ້າຝົນ ອິນທະວົງ ແມ່ນໄດ້ຮ່ວມສະແດງໃນຮູບເງົາດັງກ່າວ ແລະ ທັງຮ້ອງເພງປະກອບຮູບເງົາຮ່ວມກັບສິລະປິນອີກຫຼາຍທ່ານຂອງອາຊຽນ ແລະ ຮູບເງົາ  “FRIEND ZONE ລະວັງສິ້ນສຸດທາງເພື່ອນ”  ແມ່ນຮູບເງົາຈາກຄ້າຍ GDH ຂອງປະເທດເພື່ອນບ້ານ ງານນີ້ຮັບປະກັນມ່ວນ ມັນ ແນ່ນອນ!!! (ມີຕົວຢ່າງຮູບເງົາມາຝາກທຸກໆຄົນ) ຢ່າງໃດກໍ່ຝາກແຟນໆ ຊ່ວຍໃຫ້ກຳລັງໃຈ ສິລະປິນລາວ ທີ່ໄປໂຊຄວາມສາມາດໃນຕ່າງແດນກັນຫຼາຍໆແດ່ເດີ້!!!  ຮູບພາບ: FB/Namfon Inthavong

Read More »

ມາແລ້ວວວ! ຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ມີນັກສະແດງສາວລາວ ຮ່ວມສະແດງກັບປະເທດເພື່ອນບ້ານ

ລໍຖ້າກັນມາດົນພໍສົມຄວນ ຫຼ້າສຸດມີຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ມີ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວລາວ ຮ່ວມສະແດງກັບປະເທດເພື່ອນບ້ານ ແຖມນາງຍັງສະແດງເປັນນາງເອກປະຊັນບົດບາດຄູ່ກັບ ຕູມຕາມ ຍຸດທະນາ (ພະເອກດັງປະເທດເພື່ອນບ້ານ) ມາໃຫ້ແຟນໆໄດ້ເບິ່ງກັນແລ້ວເດີ້… (ມີຕົວຢ່າງລະຄອນເລື່ອງ  “ດອກຄູນສຽງແຄນ” ມາຝາກ) ເປັນແນວໃດແດ່ແຟນໆ? ພຽງແຕ່ຕົວຢ່າງກໍອົດໃຈບໍ່ໄດ້ທີ່ຈະຢາກເບິ່ງ ລະຄອນເລື່ອງ “ດອກຄູນສຽງແຄນ”  ໃນເວີຊັ່ນເຕັມແລ້ວແມ່ນບໍ່ ເອົາເປັນວ່າໄດ້ອົດໃຈລໍຖ້າມາຮອດປານນີ້ແລ້ວ ກໍອົດໃຈໄປອີກຈັກໜ້ອຍເນາະ ເພາະລະຄອນເລື່ອງດັ່ງກ່າວຈະອອນແອໃນໄວໆນີ້. ມາຮ່ວມເປັນກຳລັງໃຈໃຫ້ນັກສະແດງຈາກປະເທດລາວ ຢ່າລືມຕິດຕາມກັນຫຼາຍໆເດີ້ແຟນໆ. ທີ່ມາ: louknum thidalat (ຂ່າວກ່ຽວຂ້ອງກ່ອນໜ້າ) ຢາກເບິ່ງແລ້ວວວ! ສ່ອງ… ລູກນໍ້າ ທິດາລັດ ໃນກອງຖ່າຍລະຄອນເລື່ອງ “ດອກຄູນສຽງແຄນ”  

Read More »

ຄັ້ງປະຫວັດສາດ! ກຽມພົບກັບ ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ (Laorealestate.la EXPO 2019)

Yula.la ແລະ Laorealestate.la ແມ່ນເຈົ້າພາບຈັດງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນລາວ ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) Laorealestate.la ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ຜູ້ນຳດ້ານແຫຼ່ງຕະຫຼາດອອນລາຍ, ເວັບໄຊທ໌ www.yula.la, ມີຄວາມພາກພູມໃຈທີ່ຈະປະກາດວ່າ ພວກເຮົາຈະເປັນເຈົ້າພາບຈັດງານວາງສະແດງການລົງທຶນດ້ານອະສັງຫາລິມະຊັບຄັ້ງທໍາອິດໃນລາວ ທີ່ໂຮງແຮມດອນຈັນພາເລດ ໃນວັນສຸກ ແລະ ວັນເສົາ ທີ 1 ເຖິງ 2 ມີນາ 2019 ນີ້. ເຂົ້າຮ່ວມງານຟຣີ, ເພື່ອຈັບສະຫຼາກລຸ້ນໂຊກຮັບສິດເດີນທາງທ່ຽວຕ່າງປະເທດ ພ້ອມຂອງລາງວັນຕ່າງໆ. ງານມະຫະກຳອະສັງຫາລິມະຊັບ 2019 (Laorealestate.la Expo 2019) ນີ້ ແມ່ນຈະນຳເອົາບັນດາ ກຸ່ມຄົນ ແລະ ບໍລິສັດຊັ້ນນຳຕ່າງໆໃນລາວເຂົ້າຮ່ວມໃນງານເຊັ່ນ: ນັກພັດທະນາໂຄງການ, ສະຖາປະນິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາ, ຄົນຂາຍທີ່ດິນ, …

Read More »

ຢາກເບິ່ງແລ້ວວວ! ສ່ອງ… ລູກນໍ້າ ທິດາລັດ ໃນກອງຖ່າຍລະຄອນເລື່ອງ “ດອກຄູນສຽງແຄນ”

ພາແຟນໆມາອັບເດດ ລູກນໍ້າ ທິດາລັດ ວົງສິລິ ທີ່ກ່ອນໜ້ານີ້ກໍມີຂ່າວມາໃຫ້ແຟນໆໄດ້ຮູ້ກັນແລ້ວວ່ານາງກຳລັງຮ່ວມສະແດງລະຄອນປະເທດເພື່ອນບ້ານເລື່ອງ “ດອກຄູນສຽງແຄນ” ເຊິ່ງເລື່ອງນີ້ບໍ່ທຳມະດາເດີ້ ເພາະນາງສະແດງຄູ່ກັບ ຕູມຕາມ ຍຸດທະນາ (ພະເອກຊື່ດັງຂອງປະເທດເພື່ອນບ້ານ)  ແລະ ໃນມື້ນີ້ຈະພາແຟນໆມາ ສ່ອງ! ລູກນໍ້າ ທິດາລັດ ໃນກອງຖ່າຍລະຄອນເລື່ອງ “ດອກຄູນສຽງແຄນ” ແລະ ມາເບິ່ງກັນວ່າບັນຍາກາດໃນກອງຈະເປັນແນວໃດ??? ໄດ້ເຫັນບັນຍາກາດພາຍໃນກອງແລ້ວຍັງມ່ວນຂະໜາດນີ້  ເຮັດໃຫ້ຮູ້ສຶກອົດໃຈບໍ່ໄດ້ທີ່ຈະຢາກເບິ່ງລະຄອນ “ດອກຄູນສຽງແຄນ” ແລ້ວແມ່ນບໍ່ແຟນໆ??? ເອົາເປັນວ່າອົດໃຈລໍຖ້າໄປກ່ອນເດີ້ ເພາະລະຄອນເລື່ອງນີ້ກຳລັງຢູ່ໃນຊ່ວງຖ່າຍທຳ, ແລ້ວຈະມາອັບເດດໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ!!! ຮູບພາບ: fb/Louknum Vongsili , ข้าวทิพย์ ธิดาดิน Kaothip tidadin (ຂ່າວກ່ຽວຂ້ອງກ່ອນໜ້າ) ຢາກເບິ່ງແລ້ວວວ! ບວງສວງລະຄອນ “ດອກຄູນສຽງແຄນ” ທີ່ ລູກນໍ້າ ທິດາລັດ ສະແດງຄູ່ກັບພະເອກດັງປະເທດເພື່ອນບ້ານ!!!  

Read More »