ຖ້າຢາກຈະມີຫຸ່ນງາມ ສິ່ງທີ່ຕ້ອງເຮັດຄວບຄູ່ກັບການອອກກຳລັງກາຍກໍຄື ການຄວບຄຸມອາຫານ ເຊິ່ງການຮູ້ຈັກເລືອກບໍລິໂພກແຕ່ສິ່ງທີ່ມີແຕ່ສານອາຫານດີໆ ເປັນປະໂຫຍດຕໍ່ຮ່າງກາຍ ແຕ່ບັນຫາທີ່ສາວໆຫຼາຍຄົນຕ້ອງພົບເລີຍກໍຄື ຮູ້ສຶກທໍ້ຖອຍໃຈ ຮູ້ສຶກທໍລະມານ ແລະ ຝືນໃຈສຸດໆ ຢາກກິນຫຍັງແຊບໆຕາມໃຈມັກກໍບໍ່ໄດ້ ໂດຍສະເພາະມືໃໝ່ທີ່ເບື່ອກັບຄົນອື່ນທ້ວງວ່າ ຕຸ້ຍ ຕຸ້ຍ ຕຸ້ຍ ຈົນຢາກຫັນມາອອກກຳລັງກາຍ ແລະ ຄວບຄຸມອາຫານ, ດັ່ງນັ້ນ!!! ໃນມື້ນີ້ເຮົາຈະມາບອກວິທີຄວບຄຸມອາຫານສະບັບມືໃໝ່ຫັດຄວບຄຸມຢ່າງຖືກວິທີ ໄດ້ຜົນດີ ແລະ ບໍ່ທໍລະມານ… ເຄັບລັບການຄວບຄຸມອາຫານທີ່ໄດ້ຜົນ ຫຼຸດແບບຮຸນແຮງອາດບໍ່ແມ່ນທາງອອກທີ່ດີ ກ່ອນອື່ນເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຮ່າງກາຍເຮົາຕ້ອງການສານອາຫານໃຫ້ຄົບ 5ໝູ່ ເພາະດັ່ງນັ້ນການໃຊ້ວິທີຫຼຸດແປ້ງ ນໍ້າຕານ ແລະຫຼຸດໄຂມັນແບບຮຸນແຮງ ມັກຈະບໍ່ແມ່ນທາງອອກທີ່ດີ ຂອງແບບນີ້ມັນຕ້ອງຄ່ອຍໆເປັນໄປ ໃຫ້ເລີ່ມຈາກການຫຼຸດປະລິມານໃນການກິນລົງ ເພື່ອໃຫ້ຮ່າງກາຍໄດ້ປັບຕົວກ່ອນ ແລະ ຕ້ອງຫຼຸດປະລິມານໃນການກິນອາຫານບໍ່ກິນຫວານ ເຄັມ ແລະ ລົດຈັດຈົນເກີນໄປ ເປັນຄົນຕິດເຂົ້າໜົມຫວານ ກິນໄດ້ບໍ່??? ໝູ່ເພື່ອນຫຼາຍຄົນຕິດການກິນເຂົ້າໜົມ ຂອງຫວານ ເອົາແທ້ໆ…ຢາກຈະບອກວ່າມັນກໍຍັງສາມາດກິນໄດ້ຢູ່ ເພາະຮ່າງກາຍກໍຕ້ອງການຄວາມແຊບຈາກລົດຊາດຂອງອາຫານ ພຽງແຕ່ວ່າຄວບຄຸມໃຫ້ເປັນ ຢ່າຕາມໃຈປາກ ມີວິໄນໃນການກິນ ແລະ …
Read More »ໄວໜຸ່ມ
ຕ່າງຊາດທັກແບບນີ້… ເມື່ອເຫັນ Miss International Laos ນຸ່ງຊຸດໄໝລາວທີ່ແດນປາດິບ ປະເທດຍີ່ປຸ່ນ!!!
“ສະບາຍດີ” ໄດ້ຍິນຄຳທັກທາຍແບບນີ້ ແນ່ນອນວ່າຕ້ອງເປັນຄຳທັກທາຍຂອງຄົນລາວເຮົາແນ່ນອນ ແຕ່ບໍ່ພຽງຄົນລາວເທົ່ານັ້ນເດີ້ທີ່ໃຊ້ທັກທາຍກັນ ແຕ່ຄົນຕ່າງຊາດກໍບໍ່ເວັ້ນທີ່ຈະທັກທາຍວ່າ “ສະບາຍດີ” ເມື່ອເຫັນເອກະລັກຊຸດໄໝລາວທີ່ແມ່ຍິງລາວທີ່ເຮົາໄດ້ສວມໃສ່. ມາອັບເດດ ບາບີ້ ປິຍະມາດ Miss International Laos 2018 ທີ່ຫຼ້າສຸດນຸ່ງຊຸດໄໝລາວຮ່ວມເຮັດກິດຈະກຳໃນກອງປະກວດ Miss International 2018 ທີ່ປະເທດຍີ່ປຸ່ນ ພ້ອມທັງອັບເດດຮູບພາບ ແລະ ແຄັບຊັ່ນໜ້າຮັກໆໃຫ້ແຟນໆໄດ້ຮັບຮູ້ວ່າ: ຈົນເຮັດໃຫ້ມີຄົນເຂົ້າມາຊື່ນຊົມ ແລະ ກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ. ແລະ ໄລຍະນີ້ ບາບີ້ ປິຍະມາດ Miss International Laos 2018 ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy …
Read More »ແຕ່ງດອງກັນໄປແລ້ວ ເຮັດແນວໃດຈຶ່ງຈະໃຊ້ຊີວິດຄູ່ຢ່າງມີຄວາມສຸກ? (ໃບທະບຽນສົມຣົດສຳຄັນບໍ່?)
ໃບທະບຽນສົມຣົດ ແມ່ນສິ່ງທີ່ຈະຮັບຮອງວ່າຊີວິດຄູ່ຈະຢູ່ກັນໄປແບບຕະຫຼອດຮອດຝັ່ງຫຼືບໍ່? ຕາມປະເພນີເມື່ອອອກພັນສາແລ້ວ ແນ່ນອນກໍຮອດຍາມທີ່ຄູ່ຮັກຫຼາຍໆຄູ່ຈະຕົກລົງປົງໃຈຢາກໃຊ້ຊີວິດຮ່ວມກັນ ຈັດພິທີງານແຕ່ງດອງ ເຂົ້າພາຂວັນ-ປ້ອນໄຂ່ ຕາມແບບສະບັບປະເພນີລາວ ແຕ່ຮູ້ຫຼືບໍ່ວ່າການແຕ່ງດອງນັ້ນ ບໍ່ແມ່ນພຽງເຊັນຊື່ໃນເຈ້ຍໃບດຽວເພື່ອຍັ້ງຍືນການເປັນຜົວເມຍທີ່ຖືກຕ້ອງຕາມກົດໝາຍເທົ່ານັ້ນ ໃບທະບຽນສົມຣົດ ບໍ່ແມ່ນສິ່ງທີ່ຈະຮັບຮອງວ່າ ຊີວິດຄູ່ຂອງເຈົ້າຈະຢູ່ກັນໄປແບບຕະຫຼອດຮອດຝັ່ງສະເໝີໄປ, ແຕ່ການແຕ່ງດອງນັ້ນຖືເປັນເລື່ອງໃຫ່ຍ ເປັນວຽກທີ່ຕ້ອງຊ່ວຍກັນຄິດ ຊ່ວຍກັນແກ້ ຕ້ອງໄດ້ຕົກລົງກັນດ້ວຍຄວາມປະນິປະນອມ ແລະ ໝາຍເຖິງການໃຊ້ຊີວິດຊໍ້າໆ ໃນແຕ່ລະມື້ກັບມະນຸດຄົນເກົ່າ ເຊິ່ງເຂົາອາດຈະບໍ່ຈໍາເປັນຕ້ອງເຮັດໃຫ້ຖືກໃຈເຈົ້າໝົດທຸກຢ່າງ ບໍ່ຈໍາເປັນຕ້ອງຮູ້ສຶກ ຫຼືມີຄວາມຄິດເຫັນຄືເຈົ້າທຸກເລື່ອງ ເພາະຕ່າງຝ່າຍຕ່າງຖືກລ້ຽງດູມາໃນຄອບຄົວທີ່ແຕກຕ່າງກັນໄປ ສະນັ້ນຈຶ່ງຕ້ອງຍອມຮັບຂໍ້ເສຍຂອງກັນແລະກັນໃຫ້ໄດ້ ແລະ ຊີວິດຄູ່ບໍ່ຕ້ອງ ໂຣແມນຕິກ ຕະຫຼອດເວລາກໍສາມາດມີຄວາມໝາຍເລິກເຊິ່ງ ນັ້ນແຫຼະເປັນຮັກແທ້ທີ່ຈະໃຊ້ຊີວິດໄປນຳກັນຈົນຕະຫຼອດຊີວິດ. ດັ່ງນັ້ນ, ຄວາມຮັກຄວາມເຂົ້າໃຈ ການໃຫ້ກຽດເຊິ່ງກັນແລະກັນ ການໂອ້ລົມກັນໃນຍາມບໍ່ເຂົ້າໃຈ ແລະ ການໃຫ້ອະໄພ ຖືເປັນເລື່ອງທີ່ສຳຄັນທີ່ສຸດໃນຊີວິດຄູ່. (ຂໍອວຍພອນໃຫ້ທຸກໆຄູ່ ຈົ່ງມີຄວາມສຸກ ແລະ ຮັກກັນໄປຈົນແກ່ຈົນເຖົ້າ!!!) ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: Lao wedding, Lao culture
Read More »ສະແດງຄວາມຍິນດີ! ໄດ້ແລ້ວ Miss Grand International 2018
ເຊື່ອວ່າແຟນໆຫຼາຍໆຄົນຄົງໄດ້ຕິດຕາມການປະກວດນາງງາມເວທີລະດັບໂລກ Miss Grand International 2018 ຫຼ້າສຸດໄດ້ຮູ້ກັນແລ້ວວ່າສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື Clara Sosa Miss Grand Paraguay ສາມາດຄວ້າມົງກຸດ Miss Grand International 2018 ໃນປີນີ້ໄປຢ່າງງົດງາມ. ສຳລັບຮອງອັນ Miss Grand International 2018 ມີດັ່ງນີ້: ຮອງອັນດັບ 1 Miss Grand India ຮອງອັນດັບ 2 Miss Grand Indonesia ຮອງອັນດັບ 3 Miss Grand Puerto Rico ຮອງອັນດັບ 4 Miss Grand Japan (ລາງວັນພິເສດມີດັ່ງນີ້) ລາງວັນຊຸດປະຈຳຊາດດີເດັ່ນ ໄດ້ແກ່ Miss Grand Peru ລາງວັນຊຸດລອຍນໍ້າດີເດັ່ນ ໄດ້ແກ່ Miss Grand Cuba ລາງວັນຊຸດລາຕີດີເດັ່ນ ໄດ້ແກ່ Miss Grand Thailand ລາງວັນ Miss …
Read More »ມາແລ້ວ! Huawei Mate 20 ແລະ Huawei Mate 20 pro… ເໝາະກັບການໃຊ້ງານທຸກສະຖານະການ!!!
ສໍາລັບສາວໆຄົນໃດທີ່ກໍາລັງເບິ່ງຫາ Smart Phone ດີໆ, ແບັດທົນໆ, ຊາດເຂົ້າໄວ, ຫຼິ້ນບໍ່ມີສະດຸດ, ແຖມໜ້າຈໍໃຫຍ່ໆເໝາະກັບການໃຊ້ງານທຸກສະຖານະການ ແອັດຂໍແນະນໍາເລີຍ Huawei Mate 20 ແລະ Huawei Mate 20 pro; ຈາກບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢູ່ລາວຢ່າງເປັນທາງການແລ້ວໃນວັນທີ 23 ຕຸລາ ທີ່ຜ່ານມາ ທີ່ຫ້ອງການຫົວເຫວີຍ ປະຈໍາປະເທດລາວ. ເຊິ່ງແອັດກໍໄດ້ໄປສໍາພັດມາເອງກັບມື ກໍໄດ້ຮູ້ເຖິງຄວາມສຸດຍອດຂອງທັງສອງລຸ້ນນີ້ ຈົນເກີດມີຄວາມຢາກໄດ້ຂຶ້ນມາແບບຫ້າມບໍ່ຢູ່ເລີຍ… ພາຍໃນງານມື້ນັ້ນ… ທ່ານ ວັນກົງ ສີສະຫວັດ ຜູ້ຈັດການຝ່າຍຂາຍ ທຸລະກິດຜະລິດຕະພັນ ເພື່ອຜູ້ບໍລິໂພກ ຫົວເຫວີຍປະຈໍາລາວ ໄດ້ແນະນໍາໃຫ້ຮູ້ເຖິງຄຸນສົມບັດໃນການໃຊ້ງານ ແລະ ຄວາມແຕກຕ່າງຈາກ Smart Phone ອື່ນທີ່ວາງຂາຍຕາມທ້ອງຕະຫຼາດ; ມັນຍິ່ງເຮັດໃຫ້ຢາກໄດ້ມາເປັນເຈົ້າຂອງຍິ່ງຂຶ້ນ ບໍ່ວ່າຈະເປັນລະບົບການຖ່າຍຮູບທີ່ເໜືອກວ່າ, ສາມາດຈັດພາບໄດ້ເຖິງ 25 ໂໝດ, ແບັດເຕີຣີ່ທີ່ກິນໄຟໜ້ອຍກວ່າພຽງ 7 ນາໂມແມັດ (ລຸ້ນທົ່ວໄປແມ່ນ …
Read More »