Breaking News

ໄວໜຸ່ມ

ວິນາທີຕື່ນເຕັ້ນ ເປັນລົມລົ້ມຄາເວທີ Miss Grand International 2018!!!

ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນທີ່ຜ່ານມາ ສຳລັບການປະກວດນາງງາມເວທີລະດັບໂລກ Miss Grand International 2018 ທີ່ຫຼ້າສຸດໄດ້ຮູ້ກັນແລ້ວວ່າສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື Miss Paraguay ແລະ ເຮັດເອົາຊ໋ອກໂລກແບບໃຈຫາຍໃຈຄວໍ້າໄປກວ່ານັ້ນກໍຄືໄດ້ເກີດເຫດການທີ່ບໍ່ຄາດຝັນ ເພາະວິນາທີແຫ່ງຄວາມຕື່ນເຕັ້ນ ເມື່ອພິທີກອນໄດ້ປະກາດວ່າ Clara Sosa ສາວງາມຈາກປະເທດ Paraguay  ໄດ້ເປັນ Miss Grand International 2018 ກໍເຮັດໃຫ້ນາງເກີດຄວາມດີໃຈ ແລະ ມີອາການໜ້າມືດ ຊົງຕົວບໍ່ຢູ່ຈົນເປັນລົມລົ້ມລົງໄປໃນທີ່ສຸດ. (ມີຄລິບ) ວິນາທີ Miss Grand Paraguay ເປັນລົມ ເມື່ອໄດ້ຍິນປະກາດຊື່ເປັນ #MissGrandInternational2018 #ມົງແບບໃດໃຫ້ໂລກຈື່ Posted by ນາງງາມລາວ on Thursday, October 25, 2018   ແຕ່ຈາກການປະຖົມພະຍາບານໃນເບື້ອງຕົ້ນກໍເຮັດໃຫ້ Miss Grand International 2018 ດີຂຶ້ນ ແລະ ລຸກຂຶ້ນມາຮັບມົງກຸດ ແລະ ຍ່າງເສີດສາຍເທິງເວທີ ທ່າມກາງສາຍສາຊາວໂລກໄດ້ຢ່າງງົດງາມ (ຂໍສະແດງຄວາມຍິນດີນຳຫຼາຍໆ) …

Read More »

ດັງຂ້າມຊາດ! ໜຸ່ມເຜົ່າມົ້ງ “ສາຍາ ບູດສ໌ລີລາວ” ໂຊກັງຟູຄວ້າແຊ້ມທີ່ ສປ ຈີນ!!!

ຕາງໜ້າ ສປປລາວ ແລະ ເຜົ່າມົ້ງ ທ່ານ ອາຈານ ເຕີ້ (ຊື່ເຜົ່າມົ້ງ ແມ່ນ TawbKoj TsisTxawj Dhuav)  ສາມາດຄວ້າແຊ້ມ ການແຂ່ງຂັນກິລາ ZhengZhou international Shaolin wushu festival (ລາຍການແຂ່ງຂັນກັງຟູ ເຊົ້າຫຼິນ ບໍ່ວ່າຈະເປັນ ມວຍວູຊູ ແລະ ໄທຈິ ທີ່ເປັນມວຍລະດັບຕົ້ນໆຂອງ ສປ ຈີນ) ໃນປະເພດດ່ຽວ ໃນລາຍການທີ 1 ເຮັດໃຫ້ຄວ້າຫຼຽນຄຳໄປຄອງ ເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ທີ່ ສປ ຈີນ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ສໍາລັບ ລາຍການດັ່ງກ່າວ ມີ 65 ປະເທດເຂົ້າຮ່ວມຈັດຂຶ້ນໃນລະຫວ່າງວັນທີ 20-24 ຕຸລາ 2018 ທີ່ວັດເຊົ້າຫຼິນ ໃນ …

Read More »

ກັບມາອີກແລ້ວ! ກັບເທສະການດົນຕີທີ່ໃຫ່ຍທີ່ສຸດໃນປະເທດລາວ Vangvieng Fest 2018 (ມ່ວນກວ່າ ໃຫ່ຍກວ່າ)

ມາອັບເດດງານເທສະການດົນຕີສຸດຍິ່ງໃຫ່ຍ Vangvieng Fest  2018 ທີ່ໃນປີນີ້ຄອນເຟີມມາແລ້ວວ່າ “ມ່ວນກວ່າ ໃຫຍ່ກວ່າ” ແນ່ນອນ, ຈະຈັດຂຶ້ນໃນວັນທີ 14-15 ທັນວາ 2018 ສະຖານທີ່ ຖໍ້າລົມ ມ.ວັງວຽງ ແຂວງ ວຽງຈັນ.   ແນ່ນອນວ່າ ເທສະການດົນຕີສຸດຍິ່ງໃຫ່ຍ Vangvieng Fest  2018  ເປັນທີ່ກ່າວຂານເລື່ອງຄວາມຍິ່ງໃຫ່ຍມາຫຼາຍປີ ແລະ ໃນ 2~3ຄັ້ງ ທີ່ຜ່ານມາ ໄດ້ມີປະກົດການໂຮງແຮມ ແລະ ທີ່ພັກໃນເຂດ ມ.ວັງວຽງ ເຕັມເກີນ 100% ເພາະໄດ້ມີນັກທ່ອງທ່ຽວຈາກນະຄອນຫລວງວຽງຈັນ , ຕ່າງແຂວງ ຫຼັ່ງໄຫຼເຂົ້າຮ່ວມງານດັ່ງກ່າວກັນຢ່າງຫຼວງຫຼາຍ ເອີ້ນໄດ້ວ່າຍັງບໍ່ເຄີຍມີແບບນີ້ມາກ່ອນໃນປະເທດລາວ. (ທ່ານ ອະນຸລັກ ປະຖຳມະວົງ (ອ້າຍ ເປັດ), ຜູ້ອຳນວຍການບໍລິສັດ ອິນດີ້ ເຣັກຂອດ, ບໍລິສັດ ສາມາດ ອໍແກໄນ້ເຊີ້ ແລະ ເປັນຜູ້ອຳນວຍການຈັດງານເທສະການດົນຕີ Vangvieng Fest) ກຽມຕົວກຽມໃຈໃຫ້ພ້ອມແລ້ວໄປມັນນຳກັນ!!! …

Read More »

ລາວສົ່ງອີກໜຶ່ງເວທີໂລກ! ມີ່ມີ່ ວິລະພອນ ໄດ້ເປັນ Miss Planet Laos 2018 ຈະເປັນຕົວແທນແມ່ຍິງລາວໄປປະກວດໄວໆນີ້!!!

ສະແດງຄວມຍິນດີ! ມີ່ມີ່ ວິລະພອນ ຂັນແກ້ວ ອະດີດຮອງອັນດັບ 2 ນາງສາວລາວ ຖືກແຕ່ງຕັ້ງໃຫ້ເປັນ  Miss Planet Laos 2018 ເຊິ່ງຈະໄດ້ເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Planet International ປະເທດ ກຳປູເຈຍ. ເຊິ່ງນັບວ່າເປັນອີກໜຶ່ງສາວງາມຈາກປະເທດລາວທີ່ຈະໄດ້ໄປປະກວດໃນເວທີໂລກ, ສຳລັບຮອບຕັດສິນໃນການປະກວດ Miss Planet International  ຈະມີຂຶ້ນໃນຕົ້ນປີໜ້າ ວັນທີ 23 ກຸມພາ 2019. ເປັນແນວໃດ ສາວ ມີ່ມີ່ ວິລະພອນ ງົດງາມ ເໝາະສົມ Miss Planet Laos 2018 ກັນແດ່ບໍ່?, ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວກັນແດ່ເດີ້. ຮູບພາບ: fb/Mimie Vilaphone

Read More »

5 ເຄັດລັບ! ວິທີທ່ອງທ່ຽວ ປະເທດ ຍີ່ປຸ່ນ ໃນງົບທີ່ກໍານົດເອງໄດ້!

ເວົ້າເຖິງ ປະເທດຍີ່ປຸ່ນ ແນ່ນອນວ່າສາວໆຫຼາຍຄົນຄົງຈະພໍຈິນຕະນາການອອກວ່າງົດງາມ ແລະ ໜ້າທ່ຽວຊົມຂະໜາດໃດ! ເພາະເປັນປະເທດທີ່ຫຼາຍໆຄົນໄຟ່ຝັນຢາກໄປທີ່ສຸດ ແຕ່ກໍມີຄົນຈໍານວນຫຼາຍທີ່ກັງວົນເລື່ອງຄ່າໃຊ້ຈ່າຍທີ່ຄ້ອນຂ້າງຈະສູງນັ້ນເອງ. ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາເຄັດລັບ! ໃນການທ່ອງທ່ຽວຍີ່ປຸ່ນດ້ວຍງົບທີ່ເຮົາກໍານົດເອງຄື ບໍ່ໃຫ້ກາຍ 3 ລ້ານກີບ… ຢາກຮູ້ວ່າເຮັດໄດ້ແນວໃດ? ນໍາມາເບິ່ງນໍາກັນ!!! 1. ວາງແຜນລ່ວງໜ້າແບບຂ້າມປີ ບາງເທື່ອຖ້າຕ້ອງການລາຄາຖືກແທ້ໆ ປັດໃຈຫຼັກຄືປີ້ຍົນນັ້ນເອງ ເຮົາຈະເຮັດແນວໃດໃຫ້ໄດ້ປີ້ລາຄາຖືກ? ແນ່ນອນວ່າຫຼາຍໆບໍລິສັດຂາຍປີ້ຍົນຈະມີໂປຣໂມຊັ່ນແຕ່ລະໄລຍະ ແລະ ຍິ່ງໄປກວ່ານັ້ນຖ້າຈອງລ່ວງໜ້າຍິ່ງດົນກໍຈະຍິ່ງໄດ້ລາຄາທີ່ຖືກລົງ. ອັນນີ້ຂໍແນະນໍາວ່າໃຫ້ຕິດຕາມ ຕິດດາວເພຈຂາຍປີ້ຍົນໄວ້ເລີຍ ເພື່ອຕິດຕາມໂປຣໂມຊັ່ນ ຖ້າເຫັນວ່າເໝາະສົມກໍຊື້ໄວ້ລ່ວງໜ້າເລີຍ ເພາະແນວໃດເຮົາກໍຈະໄປຢູ່ແລ້ວ. 2. ກິນອາຫານແບບນັກສຶກສາ ຍີ່ປຸ່ນຖືວ່າເປັນປະເທດທີ່ມີອາຫານຫຼາກຫຼາຍ ແລະ ມີແຫຼ່ງລາຄາຖືກຫຼາຍບ່ອນ ເຮົາສາມາດເຂົ້າໄປກິນອາຫານແບບ ໂຍຊິໂນຍະ, ສຸກິຍະ ຫຼື ເທນຍະ ທີ່ອີ່ມດ້ວຍລາຄາບໍ່ເກີນ 30.000 ກີບໄດ້. ຫຼືຮ້ານຕາມມະຫາວິທະຍາໄລ ຫຼືເຂດວິທະຍາໄລລາຄາກໍບໍ່ເກີນ 50.000 ກີບ. ສ່ວນອີກວິທີໜຶ່ງຄື ຊື້ອາຫານຕາມຊຸບເປີ່ມາເກັດໃນຕອນກາງຄືນ ເພາະຈະໄດ້ລາຄາທີ່ຫຼຸດແບບບໍ່ໜ້າເຊື່ອ ແຕ່ຄຸນນະພາບຍັງຄືເກົ່າ. 3. …

Read More »