Breaking News

Entertainment Lao

ເພງທີ່ມາແຮງທີ່ສຸດໃນຕອນນີ້!! “ບິນເກີຍຕື້ນ” ໃສວ່າຈະຫຼຸດຄ່າໄຟຟ້າໃຫ້??? ຟັງເພື່ອຄວາມບັນເທີງເດີ້ພີ່ນ້ອງ…

ແລງວັນສຸກລະເດີ້ພີ່ນ້ອງ ໃຜທີ່ກໍາລັງຄຣຽດນໍາຄ່າໄຟຟ້າກະຫຼຸດຜ່ອນລົງແນ່ ຊອກຫາແນວຜ່ອນຄາຍກັນແດ່ເດີ້!! ສ່ວນແອັດເອງກໍຄືກັນ ຄຣຽດຢູ່ດີໆ ເປີດ Facebook ມາເຈິເພງນີ້ບັນເທີງກັບບາດ ເບິ່ງແລ້ວກະອົດບໍ່ໄດ້ທີ່ຈະມາແຊຣຕໍ່ໃຫ້ແຟນໆໄດ້ເບິ່ງນໍາກັນຕາມຄຣິບດ້ານລຸ່ມນີ້ເລີຍ… ຝາກອີກເພງ >> ວານເກີຍຕື້ນ <<< cover by #ຄຶດບໍ່ອອກ>>> ຫ້າມຫົວ ຫ້າມແຊ ຫ້າມເບິ່ງ ຫ້າມຟັງ 555 Posted by Yomi Yomiko Drummer on Thursday, May 14, 2020 ສໍາລັບຄຣິບ VDO ເພງດັ່ງກ່າວແມ່ນໄດ້ຖືກເຜີຍແຜ່ຜ່ານ Facebook ທີ່ຊື່ວ່າ Yomi Yomiko Drummer ພ້ອມແຄບຊັ່ນໂດນໆ “ຝາກອີກເພງ >> ວານເກີຍຕື້ນ <<< cover by #ຄຶດບໍ່ອອກ >>> ຫ້າມຫົວ ຫ້າມແຊ ຫ້າມເບິ່ງ ຫ້າມຟັງ 555″ ສໍ່ານີ້ກໍຮູ້ແລ້ວວ່າສ້າງຂຶ້ນມາເພື່ອຄວາມບັນເທີງ …

Read More »

ເຊີນຊວນ!! ຮ່ວມສົມທົບທຶນກັບນາງເອກສາວ ຊຸບຕາເບີ 1 ຂອງລາວ “ລູກນໍ້າ ທິດາລັດ” ຊື້ອຸປະກອນຍົກລະດັບການສຶກສາ ໃຫ້ໂຮງຮຽນທີ່ຂາດເຂີນ…

   ລູກນໍ້າ ທິດາລັດ ລາດາ ນັກສະແດງ ຊຸບຕາອັນດັບຕົ້ນໆຂອງປະເທດລາວ ເປັນດາລາສາວອີກຄົນທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວມຮູ້ຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານອອກມາໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆບໍ່ວ່າຈະເປັນງານເດີນແບບ ຮູບເງົາ, ລະຄອນ ແລະ ພີເຊັນເຕີ…  ຜ່ານມາລູກນໍ້າຍັງໄດ້ມີໂອກາດໄປຮ່ວມງານການສະແດງຢູ່ປະເທດເພື່ອນບ້ານເຮົານັ້ນກໍຄືປະເທດໄທບໍ່ວ່າຈະເປັນ ລະຄອນ ດອກຄູນສຽງແຄນ ທີ່ອອກອາກາດທາງຊ່ອງ GMM25 ແລະ ຜົນງານອື່ນໆອີກຫຼາກຫຼາຍ!!! ປັດຈຸບັນປະເທດລາວເຮົາກໍເປັນອີກໜື່ງປະເທດທີ່ກຳລັງພັດທະນາ ລວມທັງດ້ານສຶກສາຂອງປະເທດລາວເຮົາເຊັ່ນກັນ ເຊິ່ງກໍມີຫຼາຍພາກສ່ວນຍືດມືເຂົ້າໄປຊ່ວຍດ້ານນີ້ ລວມທັງຄົນດັງວົງການບັນເທີງບ້ານເຮົາ ໜື່ງໃນນັ້ນກໍຄື ສາວ “ລູກນໍ້າ ທິດາລັດ” ຊຸບຕາເບີໜື່ງຂອງປະເທດລາວເຮົາກໍເປັນອີກຄົນທີ່ຄອຍສະໜັບສະໜູນ ໃຫ້ການຊ່ວຍເຫຼືອທຶິນການສຶກສາບໍ່ວ່າຈະເປັນອຸປະກອນຕ່າງໆ ຢູ່ໂຮງຮຽນເຂດຫ່າງໄກຊອກຫຼີກຕະຫຼອດຜ່ານມາ   ຫຼ້າສຸດ ສາວລູກນໍ້າກໍໄດ້ອອກມາໂພສຜ່ານເພສສ່ວນຕົວເພື່ອລະດົມທຶນຊື້ຄອມພິວເຕີ້ໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ: “ລະດົມທຶນຄອມໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ #ລາຄາ2.000.000ກີບ #ໃຜຢາກຮ່ວມເຮັດນຳມາຮ່ວມນຳກັນເດີ້ ທາງໂຮງຮຽນຂາດເຂີນຄອມໃຊ້ ໄວ້ພິມເອກກະສານ ວຽກຕ່າງໆ ອີ່ດູໂຕນເພິ່ນ ຮ່ວມສົມທົບໄດ້ຕາມບັນຊີ BCEL ເງິນກີບ 090120000094627001 Ms …

Read More »

ອະນຸໂມທະນາບຸນນໍາ!! ຜູ້ກຳກັບພັນລ້ານ “ເຈ້ຍ ປາຊີຟິກ” ບວດອຸທິດບຸນໃຫ້ ພໍ່ເຖົ້າໃຫຍ່ “ທ່ານສີສະຫວັດ ແກ້ວບຸນພັນ” … 

“ເຈ້ຍ ປາຊີຟິກ” ນັກຮ້ອງ-ນັກສະແດງຕະລົກ- ຜູ້ກຳກັບ ແຖວໜ້າຂອງລາວ ເປັນອີກບຸກຄົນໜື່ງທີ່ຜົນງານດ້ານວົງການບັນເທິງລາວທີ່ຫຼາກຫຼາຍບໍ່ວ່າຈະເປັນ ຜູ້ກຳກັບຮູບເງົາເລື່ອງ ຫຼົງຫາມເຕົ້າ, ຮັກມະຍ່ອມມະແຍ່ມ… ເຊິ່ງຜົນງານຂອງ ເຈ້ຍ ປາຊີຟິກກໍ່ໄດ້ສ້າງຊື່ສຽງໂດ່ງດັງໄປທົ່ວປະເທດ ແລະ ຕ່າງປະເທດ ຈົນເຮັດໃຫ້ກາຍເປັນຮູບເງົາທໍາອິດຂອງລາວທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນ ປະເທດລາວ ຈົນໄດ້ສາຍາ ຜູ້ກຳກັບພັນລ້ານຂອງເມືອງລາວ ນອກຈາກນີ້, ຍັງມີຜົນງານສຽງເພງ ໄກ່ຖືກຄ້ອນ… ລວມທັງງານສະແດງທັງພາຍໃນ ແລະ ຕ່າງປະເທດອີກຫຼາກຫຼາຍ ເອີ້ນໄດ້ວ່າ ເຈ້ຍ ເປັນອີກໜື່ງບຸກຄົນວົງການບັນເທິງລາວມີເຕັມໄປດ້ວຍຄວາມສາມດ ແລະ ຜະລິດຜົນງານອອກມາໃຫ້ຄົນລາວເຮົາໄດ້ຕິດຕາມຢູ່ຕະຫຼອດມາ!!     ວັນທີ 12 ພຶດສະພາ 2020 ທີ່ຜ່ານມາຖືໄດ້ວ່າເປັນອີກໜື່ງຂ່າວທີ່ນ່າສະຫຼົດໃຈ ຂອງຄອບຄົວ ແກ້ວບຸນພັນ ເຊິ່ງເປັນພໍ່ເຖົ້າໃຫຍ່ “ເຈ້ຍ ປາຊີຟິກ” ທ່ານສີສະຫວັດ ແກ້ວບຸນພັນ ໄດ້ເສຍຊີວິດ ເອີ້ນໄດ້ວ່າເປັນສູນເສຍຄັ້ງຍິ່ງໃຫຍ່ ຂອງຄອບຄົວ ແກ້ວບຸນພັນ   ຫຼ້າສຸດວັນທີ 13 ພຶດສະພາ 2020  “ເຈ້ຍ ປາຊີຟິກ” …

Read More »

ບໍ່ເລີ໋ດໃຫ້ຮູ້ໄປ!! ໂຢໂຢ້ Miss Tourism Queen Laos 2018 ກັບການຖ່າຍແບບສຸດ Vintage ກາງຕະຫຼາດສົດ… “ເພາະທຸກສະຖານທີ່ຄື Runway”

ໂຢໂຢ້ ວານິພອນ ພູມີໄຊ Miss Tourism Queen Laos 2018 ແລະ Miss Vientiane 2017  ເຊິ່ງສາວ  ໂຢໂຢ້  ເປັນອີກໜື່ງຄົນວົງການບັນເທິງລາວທີ່ມີທັງໜ້າຕາ ແລະ ຄວາມສາມາດທີ່ຫຼາກຫຼາຍ ເຊິ່ງ ໂຢໂຢ້  ມີຜົນງານການເດີນແບບ-ຖ່າຍແຟຊັ່ນມາຫຼາກຫຼາຍຈົນນັບຜົນງານບໍ່ຖ້ວນ… ແຕ່ໄລຍະຫຼັງໆມາສາວຄົນນີ້ກໍບໍ່ຄ່ອຍໄດ້ປ່ອຍຜົນງານໃໝ່ໆ ອອກມາໃຫ້ແຟນໆໄດ້ເຫັນພໍປານໃດ ແຕ່ຖ້າໃຜທີ່ຕິດຕາມສາວຄົນນີ້ ກໍຈະເຫັນໂພສກ່ຽວກັບການໃຊ້ຊີວິດຂອງນາງຢູ່ເປັນຈໍາ!!!  ແຕ່ຫຼ້າສຸດ ໂຢໂຢ້ ກໍໄດ້ກັບມາທວງບັນລັງອີກຄັ້ງ ກັບການຖ່າຍແບບໃຫ້ວາລະສານ Fashion ຄື Trendy magazine ເຊິ່ງວ່າການກັບມາຄັ້ງນີ້ຂອງ ໂຢໂຢ້  ກໍບໍ່ໄດ້ເຮັດໃຫ້ແຟນໆຜິດຫວັງຢ່າງແນ່ນອນ!  ເຊິ່ງມື້ນີ້ຂວັນໃຈ ກໍຈະພາແຟນໆໄປສ່ອງນໍາກັນເບິ່ງວ່າການຖ່າຍແບບຄັ້ງນີ້ຂອງ ສາວໂຢໂຢ້ ຈະເລີດຫລູດູແພງພຽງໃດ ໄປເບິ່ງນໍາກັນເລີຍ… ຖືໄດ້ວ່າຜົນງານການຖ່າຍແບບຂອງສາວ  ໂຢໂຢ້  ໃນຄັ້ງນີ້ບໍ່ທໍາມະດາອີຫຼີ! ປ່ຽນຈາກການຕະຫຼາດທໍາມະດາໃຫ້ເປັນ Location ແບບ Catwalk ໄດ້ ໂດຍບໍ່ມີໃຜຍາດຊີນ ແລະ …

Read More »

ເຫັນແລ້ວລະລາຍ! ໜຸ່ມນັກບິນສຸດຫລໍ່ ສາຍການບິນໄທ… ເຫັນແບບນີ້ແລ້ວຢາກໄດ້ມາເປັນແຟນເດເນາະ!!!

ນະທີ່ນີ້ບໍ່ມີຫຍັງຮ້ອນໄປກວ່າ ໝຸ່ມສະຈວດສຸດຫຼໍ່ຄົນນີ້ແລ້ວ… ເຫັນພາບໃດກໍລະລາຍໃຈໄປໝົດ ຫັ້ນແນ່ ອາດຈະບໍ່ເຊື່ອແມ່ນບໍ!! ດຽວແອັດຈະພາໄປສ່ອງເບິ່ງນໍາກັນວ່າໜຸ່ມຄົນນີ້ທີ່ຫຼໍ່ລະລາຍແທ້ປານໃດ ເຮົາໄປເບິ່ງນໍາກັນເລີຍ… ເປັນແນວໃດລະລາຍໄປນໍາກັນບໍ! ເຫັນແລ້ວກໍຢາກໄດ້ໜຸ່ມນັກບິນມາຢູ່ຂ້າງກາຍ ແລະໃຈຈັກຄົນເດເນາະ!!! IG:most1795  

Read More »