Breaking News

Entertainment Lao

ສ່ອງສາວໆວົງ “Whiz G” girl group ນ້ອງໃຫມ່ຂອງວົງການເພງລາວ ກຳລັງເປັນທີ່ຈັບຕາເບິ່ງທີ່ສຸດໃນຕອນນີ້…

ປັດຈຸບັນວົງການນັກຮ້ອງບ້ານເຮົາກໍກຳລັງເປັນທີ່ຮູ້ຈັກກັນໃນວົງກວ້າງ ແລະ ຍັງມີສິລະປິນໜ້າໃໝ່ເກີດຂຶ້ນຫຼາຍກຸ່ມບໍ່ວ່າເປັນສິລະປິນດ່ຽວ, ສິລະປິນກຸ່ມຍິງ-ຊາຍ!! ມື້ນີ້ຂວັນໃຈຈະພາທຸກຄົນໄປສ່ອງສິລະປິນ  girl group ລາວວົງໃຫມ່ວົງໜື່ງ ແລະ ກຳລັງມາແຮງທີ່ສູດໃນຕອນນີ້ນັ້ນກໍຄືວົງ “Whiz G” ເຮົາໄປສ່ອງພ້ອມໆກັນເລີຍ… ສຳຫລັບວົງ  Whiz G ເປັນວົງ  girl group   ແລະ ກ່ອນຈະມາເປັນສິລະປິນຢູ່ວົງນີ້ໄດ້ ນັກຮ້ອງທັງ 4 ຄົນໄດ້ຜ່ານການຄັດເລືອກ ຈາກຜູ້ສະໜັກຫຼາຍຮ້ອຍຄົນ…ຈາກສັງກັດ A-LIST ຫລືຄ່າຍອິນດີ້   ເຊິ່ງສະມາຊິກໃນວົງນີ້ນໍາທີມໂດຍ ສາວ ປ໋ອບປີ້ ແອນນາລີ້ທາລາສິນ ເປັນອາຈານສອນເຕັ້ນ, ຕໍ່ມາສາວ ເອມິນາ ຕຳແຫນ່ງນັກຮ້ອງຈາກເວທີລະດັບປະເທດ ບອກໄດ້ເລີຍວ່າ ນໍ້າສຽງບອກມ່ວນແຮງ, ສາວ ປູເປ້  ນາງງາມທີ່ຄວ້າຕຳແຫນ່ງຂວັນໃຈມະຫາຊົນ ທີ່ມີຄວາມສາມາດເຕັ້ນ- ສະເເດງ – ເດີນແບບ ແລະ ປິດທ້າຍດ້ວຍສາວຄົນນີ້ ລິດສະດາ  ສາວງາມດີກຣີນາງງາມເຊັ່ນກັນ ບອກໄດ້ເລີຍວ່າສາວໆວົງ girl group ເປັນສິລະປິນວົງທຳອິດຂອງລາວ ທີ່ເວົົ້າໄດ້ເລີຍວ່າຄົບເຄື່ອງອີຫຼີ! …

Read More »

ລວມຄົນດັງລາວ ຮ່ວມໃຈຊ່ວຍເຫຼືອສັງຄົມ ໃນຊ່ວງວິກິດໂຄວິດ-19

ດັ່ງທີ່ເຮົາຮູ້ກັນແລ້ວວ່າ ທົ່ວໂລກກຳລັງປະເຊີນກັບວິກິດການແຜ່ລະບາດຂອງໂຄວິດ-19 ເປັນໄລຍະເວລາ 5 ກວ່າເດືອນແລ້ວ ໄດ້ສົ່ງຜົນໃຫ້ຄົນຕິດເຊື້ອ-ເສຍຊີວິດເປັນຈໍານວນຫຼາຍ ແລະ ເສດຖະກິດໄດ້ຮັບຜົນກະທົບຫຼາຍຢ່າງ ການດໍາລົງຊີວິດພົບຂໍ້ຫຍຸ້ງຍາກ…ເຊິ່ງປະເທດລາວເຮົາກໍເຊັ່ນດຽວກັນ ແຕ່ຢູ່ໃນສະຖານະວິກິດໂຄວິດ-19 ເຮົາຍັງໄດ້ເຫັນພາກສ່ວນອອກມາຊ່ວຍເຫລືອສັງຄົມເຮົາ ລວມທັງ ບັນດາຄົນບັນເທິງລາວ ກໍໄດ້ມີການລະດົມທຶນ ຊ່ວຍເຫຼືອ ເຄື່ອງອຸປະກອນການແພດ ແລະ ອາຫານໃຫ້ແກ່ ບັນດາໂຮງໝໍ, ກູ້ໄພ, ຄົນທີ່ຂາດເຂີນ ແລະ ວັດໃນເຂດຊົນນະບົດ… ມື້ນີ້ຂວັນໃຈ ຈະລວມເອົາບັນດາຄົນດັງລາວເຫຼົ່ານັ້ນມາໃຫ້ແຟນໆໄດ້ຮູ້ຈັກກັນວ່າຈະມີໃຜແດ່? ເຮົາໄປເບິ່ງນໍາກັນເລີຍ… ຄົນທໍາອິດ ໝໍແນ່ງ ຫຼື ຈັນດາລີ ສິດພະໄຊ ນັກສະແດງສາວ ທີ່ໄດ້ເປັນສື່ກາງໃນການລະດົມທຶນ ສົມທົບອຸປະກອນທາງການແພດ ເພື່ອປະກອບສ່ວນເຂົ້າໃນວຽກງານການຕ້ານພະຍາດໂຄວິດ-19 ໂດຍສະເພາະກໍ່ແມ່ນ ໜ້າກາກອະນາໄມ ເຈວລ້າງມື ແລະ ອາຫານ ນໍ້າດື່ມ ເພື່ອນໍາໄປມອບໃຫ້ກັບ ເຈົ້າໜ້າທີ່ ທີ່ປະຕິບັດໜ້າວຽກ ການຕ້ານພະຍາດໂຄວິດ-19   ມາຕໍ່ກັບສາວ ລູກນໍ້າ ທິດາລັດ ວົງສິຣິ  ຊຸບຕາອັນດັບໜື່ງຂອງປະເທດລາວ  …

Read More »

ແຟນໆອົດໃຈຖ້າ! ໜຸ່ມນ້ອຍ “ບິກ ວີລະຍຸດ ໜູຫ່ວງ” ​ລູກ​ຊາຍ “ກິດາວເພັດ ໜູຫ່ວງ” ນັກຮ້ອງໃນຕຳນານໜຸ່ມໂກສິນ​ ​ກຳລັງຈະປ່ອຍຜົນງານເພງ​ໃໝ່ໄວໆນີ້…

ໜຸ່ມນ້ອຍ “ບິກ ວີລະຍຸດ ໜູຫ່ວງ”  ລູກຊາຍຂອງ ກິດາວເພັດ ໜູຫ່ວງ ນັກຮ້ອງໃນຕຳນານໜຸ່ມໂກສິນທີ່ຫາກໍລ່ວງລັບໄປ ຊ່ວງທ້າຍເດືອນເມສາຜ່ານມານັ້ນ…  ເວົ້າໄດ້ເລີຍວ່າ  “ບິກ ວີລະຍຸດ ໜູຫ່ວງ” ນອກຈາກໜ້າຕາຈະຄ້າຍຄືພໍ່ແລ້ວ ຍັງຖ່າຍທອດນໍ້າສຽງອັນມ່ວນຫູ ລຸກຄໍ 7 ຊັ້ນສະບັ້ນຄໍຫອຍມາຈາກພໍ່ເຕັມໆເລີຍກໍວ່າໄດ້  ເອີ້ນວ່າ ລູກໄມ້ຫຼົ່ນບໍ່ໄກຕົ້ນ ອີຫຼີ!!! ເພາະວ່າ ຜ່ານມານ້ອງບິກແມ່ນໄດ້ຮ້ອງຢູ່ໃນໂຮງຮຽນ ແລະ ມີຄົນຖ່າຍເອົາໄປລົງເຟສບຸກ ຈົນໄດ້ຮັບຄຳຊື່ນຊົມຢ່າງຫຼວງຫຼາຍ ກ່ອນຈະມາສູ່ຜົນງານສຽງເພງເປັນຂອງຕົນເອງເປັນຕົ້ນແມ່ນ ວອນພໍ່ກັບຄືນ…ທີ່ພໍ່ເພິ່ນແຕ່ງໃຫ້ຮ້ອງກ່ອນຈາກໂລກນີ້ໄປ ເຊິ່ງເປັນແນວເພງທີ່ມີເນື້ອຫາທີ່ເສົ້າປະສົມກັບສຽງອັນທີ່ມ່ວນເຮັດໃຫ້ໄດ້ຮັບຄວາມຊື່ນຊົມຈາກບັນດາແຟນໆເປັນຈໍານວນຫຼາຍ ຫຼ້າສຸດກໍມີຍອດວິວຍອດ 3 ລ້ານວິວແລ້ວ ຈົນແຈ້ງເກີດເປັນສິນລະປິນໜຸ່ມນ້ອຍຂອງວົງການເພງລາວ !!!  ເມື່ອບໍ່ດົນມານີ້ ທາງເພຈຂອງວົງດົນຕີດັງ ໜຸ່ມໂກສິນ ກໍໄດ້ປະກາດວ່າ ອີກບໍ່ດົນຈະໃດ້ຟັງຜົນງານເພງໃໝ່ຂອງນ້ອງບິກແລ້ວເດີ້ ຝາກຕິດຕາມແດ່! ແນວໃດກໍຂໍໃຫ້ແຟນໆຄອຍ ຕິດຕາມຜົນງານຂອງໜຸ່ມນ້ອຍຄົນນີ້ຕໍ່ໄປເດີ້!  ແລະ ຂວັນໃຈກໍຈະຂໍເປັນກຳລັງໃຈ  ນ້ອງສືບສານຕຳນານ ແລະ ຜົນງານໃນວົງການຂອງພໍ່ກິດາວເພັດໃຫ້ສັງຄົມລາວໄດ້ຮັບຟັງໄປດົນໆ… ຂອບໃຈແຫຼ່ງຂໍ້ມູນ: https://www.soupsipupdate.com

Read More »

ເກັ່ງຫຼາຍ!! ແຣັບເປີ່ສາວລາວ Aezy Red ໂຊພະລັງສຽງ ແລະຄວາມສາມາດແບບຈັດເຕັມເທິງເວທີດັງ (ປະເທດໄທ) ເຖິງຈະໄປບໍ່ຮອດຮອບ Final ແຕ່ໄດ້ໃຈແຟນຄຣັບໄປຄອງເຕັມໆ…

ແຣັບເປີ່ສາວລາວ ເອ-ເອຊີ່ ສາວນ້ອຍອາຍຸ 19 ປີ 1 ໃນຜູ້ເຂົ້າແຂ່ງຂັນໃນລາຍການຊື່ດັງຄື The Rapper 2020 Civil War. ຕັ້ງແຕ່ເລີ່ມເຂົ້າຮ່ວມການແຂ່ງຂັນ ສາວເອຊີ່ກໍໄດ້ຮັບກໍາລັງໃຈ ແລະ ສຽງຍ້ອງຍໍເປັນຈໍານວນຫຼວງຫຼາຍ ເພາະນາງບອກແຕ່ທໍາອິດແລ້ວວ່າ ໃນແຂ່ງຂັນໃນຄັ້ງແມ່ນເຮັດຕາມຄວາມຝັນທີ່ຕົນເອງມີມາແຕ່ນ້ອຍ… ຫຼ້າສຸດ ວັນຈັນທີ 18 ພຶດສະພາທີ່ຜ່ານມາ ສາວນ້ອຍຈາກ ປະເທດລາວເຮົາກໍໄດ້ເຂົາຮ່ວມແຂ່ງຂັນຈົນຮອດຮອບ Semi-Final (ຖ້າຊະນະຮອບນີ້ກໍຈະເຂົ້າໄປແຂ່ງຂັນໃນຮອບ Final) ໂດຍໃນການແຂ່ງຂັນຮອບນີ້ ເອຊີ່ ໄດ້ຈັບເອົາເພງ ຜິດທີ່ໄວ້ໃຈ ມາແຣັບ ເຊິ່ງກໍສ້າງຄວາມຮືຮາໃຫ້ກັບແຟນຄຣັບພໍສົມຄວນ ທັງສຽງຮ້ອງ-ສຽງແຣັບ ແລະ ແອັກຕິ່ງແບບຂັ້ນສຸດ…. ຈົນມາເຖິງນາທີການຕັດສິນຂອງກໍາມະການທີ່ບອກວ່າ ເອຊີ່ ບໍ່ໄດ້ໄປຕໍ່ໃນຮອບ Final ກໍໄດ້ສ້າງຄວາມເສຍດາຍໃຫ້ກັບເອຊີ່ ແລະ ແຟນຄຣັບຢູ່ ແຕ່ເຖິງແນວໃດກໍຕາມຕອນນີ້ ເອຊີ່ ໄດ້ໃຈແຟນຄຣັບໄປຄອງເຕັມແລ້ວຈ່າ!! ແນວໃດ ຂວັນໃຈ ກໍຂໍສະແດງຄວາມເສຍໃຈທີ່ບໍ່ໄດ້ໄປຕໍ່ຮອບສຸດທ້າຍ ແລະ …

Read More »

​ຊົມ​ເຊີຍ!! “ບາ​ບີ້ ປິຍະມາດ Miss international Laos 2018” ສຳເລັດໄປອີກຫນຶ່ງເປົ້າຫມາຍກ່ອນອາຍຸ 30 ປີ ກັບລົດໃຫມ່ຄັນງາມ…

ບາບີ້ ປິຍະມາດ ພູນປະເສີດ “Miss international Laos 2018”  ແລະ ຍັງເປັນດາລາ-ນັກຮ້ອງ-ນັກສະແດງ-ຄົນດັງວົງການບັນເທິງລາວ ທີ່ມີຜົນງານຫຼາກຫຼາຍອີກຄົນໜື່ງບໍ່ວ່າຈະເປັນຜົນງານເພງ  ຄາໃຈ, ລືມບໍ່ໄດ້  … ຮູບເງົາເລື່ອງ  ຄິດຮອດທຸກປີ ທີ່ໄດ້ຮ່ວມງານກັບພະເອກແຖວໜ້າຂອງເມືອງໄທ ຢ່າງ ຊາຄິດ ແຍ້ມນາ…   ພ້ອມກັນນັ້ນຍັງມີຜົນງານການເດີນແບບ-ຖ່າຍແບບ ແລະ ຜົນງານອື່ນໆອີກຫຼາກຫຼາຍ… ຫຼ້າສຸດ ສາວ ບາບີ້ ໄດ້ໂພສຜ່ານເພສບຸກສ່ວນຕົວວ່າ: “ໂພສປະໄວ້ເບິ່ງ..ວ່າຄັ້ງຫນຶ່ງເຮົາພາຍະຍາມໄດ້ເທົ່າໃດ.. ຂໍຂອບໃຈທຸກໆໂອກາດທີ່ມອບໃຫ້ຜູ້ຍິງໂຕນ້ອຍໆແຕ່ຂາຍາວໆຄົນນີ້ ແລະ ຂໍຂອບໃຈພໍ່ແມ່ທີ່ຊ່ວຍບອກ, ຊ່ວຍສອນ, ຊ່ວຍເຕືອນສະຕິມາໂດຍຕະຫຼອດ… ທີ່ສຳຄັນຂອບໃຈອີກຄັ້ງກັບພໍ່ ແລະ ແມ່…. ທີ່ພາມາຖ່າຍຮູບຈັບປ້າຍລະກະກັບ ຮືມມມ? ບໍ່ແມ່ນລະ 555+ ສຳເລັດໄປອີກຫນຶ່ງເປົ້າຫມາຍກ່ອນອາຍຸ 30ປີ” ຍ້ອນຄວາມຕັ້ງໃຈ ແລະ ມຸ່ງໝັ່ນທີ່ຈະເຮັດຕາມຄວາມຝັນ ແລະ ເປົ້າໝາຍຂອງຕົນເອງວາງໄວ້ ຈື່ງເຮັດໃຫ້ ບາບີ້ ປິຍະມາດ ສາມາດເຮັດຕາມເປົ້າໝາຍຂອງຕົນເອງຕັ້ງໄວ້ ກ່ອນອາຍຸ 30 ປີ ໂດຍຊ່ື່ລົດໃຫຍ່ເປັນຂອງຕົນເອງ… ຂວັນໃຈຂໍຊົມເຊີຍ ແລະ ຍິນດີນໍາສາວ ບາບີ້ ປິຍະມາດ …

Read More »