Breaking News

Entertainment Lao

ຂໍເປັນກໍາລັງໃຈໃຫ້!!! ເມຍ ກິດາວເພັດ ໂພສສຸດທໍລະມານໃຈ ສາມີເສຍຍັງທໍາໃຈບໍ່ໄດ້ ລູກຊາຍ (ນ້ອງບອຍ) ມາປ່ວຍອີກຄົນຈົນຕ້ອງຜ່າຕັດ…

ຂ່າວຄາວການສູນເສຍນັກຮ້ອງລູກທົ່ງຊື່ດັງ ອາຈານ ກິດາວເພັດ ໜູຫ່ວງ ຍັງບໍ່ຊາ ຄອບຄົວກໍຍັງທໍາໃຈບໍ່ໄດ້ ໂດຍສະເພະຜູ້ເປັນເມຍ ຄືເອຶ້ອຍ ຄໍາພຸດ ໜູຫ່ວງ ທີ່ແອັດຫາກໍນໍາສະເໜີໄປວ່າງອາທິດແລ້ວນີ້ ກ່ຽວກັບສະພາບຈິດໃຈແມ່ນ ຍັງໜັກໜ່ວງພໍສົມຄວນ… ແຕ່ຫຼ້າສຸດມື້ວານນີ້ກໍເຫັນມີການໂພສເສົ້າອີກຮອບ ຫຼັງຈາກນ້ອງ ບອຍ ສິນາວຸດ ໜູຫ່ວງ ລູກຊາຍກົກປ່ວຍກະທັບຫັນ (ຍັງບໍ່ແນ່ໃຈອາການປ່ວຍ) ຈົນຕ້ອງໄດ້ເຂົ້າຮັບການຜ່າຕັດ ເຊິ່ງຫຼັງຈາກໂພສດັ່ງກ່າວເຜີຍແຜ່ອອກມາ ແຟນເພງ ແລະ ຊາວເນັດກໍໄດ້ເຂົ້າໄປຄອມເມັ້ນໃຫ້ກໍາລັງເປັນຈໍານວນຫຼວງຫຼາຍ ລວມທັງແອັດມິ້ນເອງທີ່ອ່ານ ຂໍ້ຄວາມຂອງເອຶ້ອຍເພິ່ນແລ້ວ ທັງຮູ້ສຶກເສົ້າໂສກ ສົງສານ ແບບບອກບໍ່ຖືກ ເຂົ້າໃຈເຖິງຫົວອົກຄວາມເປັນເມຍທີ່ຫາກໍສູນເສຍສາມີອັນເປັນທີ່ຮັກໄປບໍ່ດົນ ຫົວອົກຄວາມເປັນແມ່ທີ່ເປັນຫ່ວງລູກສຸດຫົວໃຈ… ຈັ່ງໃດ ຂວັນໃຈ ກໍຂໍເປັນອີກໜຶ່ງກໍາລັງໃຈສົ່ງໄປໃຫ້ເອຶ້ອຍຈົ່ງເຂັ້ມແຂງຕໍ່ສູ້ກັບອຸປະສັກຕ່າງໆ ເປັນກໍາລັງໃຈໃຫ້ ນ້ອງບອຍ ເຊົາໄວໆກັບມາເປັນກໍາລັງໃຈໃຫ້ແມ່ເດີ້!!! ໂພສເສົ້າ… ຂໍໃຫ້ປອດໄພ ກັບມາເປັນກໍາລັງໃຈໃຫ້ແມ່ເດີ້ນ້ອງບອຍ ຮູບພາບຈາກ: Boyz Sinavoth Nouhuang

Read More »

ສະແດງຄວາມຍິນດີນໍາ!! ນ້ອງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ຈະໄດ້ມາຮັບຕໍາແໜ່ງ Miss Teen Laos 2020…

ເນື່ອງຈາກເຫດການ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້ ດັ່ງນັ້ນ ຈຶ່ງໄດ້ອອກມາແຈ້ງການຢ່າງເປັນທາງການວ່າ ທາງກອງປະກວດ ຈະແຕ່ງຕັ້ງໃຫ້ ນາງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ເປັນ Miss Teen Laos 2020 ແທນ ໂດຍມີລາຍລະອຽດດັ່ງນີ້: ຮູບພາບຈາກ: Angie Soutannouvong Angie Soutannouvong

Read More »

ໃກ້ຈະສິ້ນສຸດໜ້າທີ່!! ໂສລະຍາ Miss Teen Laos 2019 ໂພສຂອບໃຈກອງປະກວດ ພ້ອມຝາກເຖິງນ້ອງໆທີ່ຈະມາເປັນ Miss Teen ຄົນຕໍ່ໄປ…

ລະດູການ ນາງງາມ ກໍາລັງເລີ່ມຕົ້ນ… ທຸກໆປີຈະມີລະດູການ ນາງງາມ (ແອັດຕັ້ງເອງ 555+) ເພາະຫຼາຍເວທີຈະເລີ່ມເປີດຮັບສະໝັກໃຫ້ນ້ອງໆທີ່ມີຄວາມງາມ ແລະ ຄວາມສາມາດໄດ້ເຂົ້າຮ່ວມແຂ່ງຂັນ ລວມໄປເຖິງເວທີ Miss Teen Laos ທີ່ຈັດຂຶ້ນເປັນປີທໍາອິດໃນປີ 2019 ເຊິ່ງຜູ້ທີ່ໄດ້ຮັບຕໍາແໜ່ງເປັນ Miss Teen Laos ນັ້ນກໍຄື ນ້ອງ ໂສລະຍາ ຄອນດີ ພ້ອມທັງເປັນ​ສາວງາມຄົນ​ທຳ​ອິດ​ຂອງ​ປະ​ເທດ​ລາວ ທີ່ໄດ້ໄປປະກວດເວ​ທີນາງງາມລະດັບສາກົນຄື Miss Teen International 2019 ທີ່ປະເທດ ອິນເດຍ ໃນເດືອນ ທັນວາ 2019. ແລະ ກໍຕິດ​ທ໋ອບ Top 7 Miss Teen International 2019 ​ພ້ອມທັງໄດ້ຮັບລາງວັນ ​ຂວັນ​ໃຈ​ຊ່າງ​ພາບ​ ມາຄອງ ເປັນໜ້າຕາໃຫ້ກັບປະເທດລາວນັ້ນເອງ… ປັດ​ຈຸ​ບັນ ໂສລະຍາ ກໍ​ໄດ້​ຮັບບົດບາດຫຼາກຫຼາຍໃນວົງການບັນເທີງລາວ ທັງເປັນ​ນັກ​ສະ​ແດງ, ນາງ​ແບບ …

Read More »

ອັບເດດ!! ພັດທະນາການຄວາມໜ້າຮັກຂອງ ນ້ອງຈູນີ່ ລູກສາວ ພໍ່ຟຣຸກ-ແມ່ແອັບເປິ່ນ… ມີແຂ້ວຂຶ້ນ 2 ເຫຼັ້ມແລ້ວ!!!

ໜ້າຮັກຂຶ້ນທຸກມື້ ຈົນອົດຫຼົງຮັກບໍ່ໄດ້ ສໍາລັບລູກສາວສຸດທີ່ຮັກຂອງ ພໍ່ຟຣຸກ-ແມ່ແອັບເປິ່ນ ຄື ນ້ອງຈູນີ່ ທີ່ປັດຈຸບັນມີແຟນຄຣັບລໍ້າໜ້າພໍ່-ແມ່ໄປແລ້ວ… ຍ້ອນຄວາມໜ້າຮັກສົດໄສ ຍິ້ມເກັ່ງ ເຮັດໃຫ້ບັນດາປ້າໆນ້າໆ ທັງໄທ-ລາວ ຄັ່ງໄຄ້ຫຼົງໄຫຼກັນແບບສຸດໆ ແລະ ພໍ່ຟຣຸກ-ແມ່ເປິ່ນ ກໍ່ແສນຈະໜ້າຮັກ ຄອຍອັບເດດພັດທະນາການຂອງນ້ອງ ໃຫ້ໄດ້ເຫັນກັນເປັນປະຈໍາໃນທຸກໆມື້ ເພື່ອແຈກຮອຍຍິ້ມໃຫ້ກັບແຟນຄຣັບທັງຫຼາຍ… ມື້ນີ້ ຂວັນໃຈ ກໍຈະພາມາອັບເດດພັດທະນາການຂອງ ນ້ອງຈູນີ່ ວ່າໜ້າຮັກຂະໜາດໃດແລ້ວ (ຕາມທີ່ແອັດມິ້ນໄປສ່ອງມານີ້ ເຂົ້າໃຈແຟນຄຣັບເລີຍວ່າ ບໍ່ໃຫ້ຫຼົງຊິໄປໃສ) ເຊິ່ງຕອນນີ້ຍິ່ງກໍາລັງໜ້າຮັກ-ໜ້າຊັງ ເພາະເລີ່ມມີແຂ້ວຂຶ້ນມາ 2 ເຫຼັ້ມແລ້ວ!! ເຊິ່ງວ່າ ນ້ອງຈູນີ່ ຈະໜ້າຮັກຂະໜາດໃດນັ້ນ ມາເບິ່ງພ້ອມກັນເລີຍ… ຮອຍຍິ້ມອັນສົດໄສ ພໍ່ແມ່ລູກ ຍິ້ມຫວານນນນ ໜ້າຮັກທັງຄອບຄົວ ຕາ… ລູກກກກ ເຢັນສະບາຍ… party Family ແລບລີ້ນໂຊເລີຍ ທີ່ສວນຫຼັງບ້ານຂອງຈູນີ່ເອງ ຈູນີ່ເປັນສາວແດນຈໍາປາເດີ້!! ຍິ້ມເຫັນແຂ້ວວວ ແຂ້ວຂຶ້ນແລ້ວ ໂຊຕະຫຼອດ… ຮູບພາບຈາກ: Appleple …

Read More »

ສຸດເສົ້າ!! ເມຍ ກິດາວເພັດ ໜູຫ່ວງ ໂພສຂໍ້ຄວາມທີ່ຂຽນທັງນໍ້າຕາເຖິງສາມີທີ່ຈາກໄປຢ່າງບໍ່ຫວນກັບ ຖິ້ມໄວ້ແຕ່ຄວາມດີໃຫ້ຄິດຮອດ…

ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງວົງການເພງລູກທົ່ງບ້ານນາ ກັບການຈາກໄປຢ່າງບໍ່ຫວນກັບມາຂອງ ອາຈານ ກິດາວເພັດ ໜູຫ່ວງ ລາຊາເພງອໍາມະຕະຂອງວົງ ໜຸ່ມໂກສິນ ໃນເດືອນທີ່ຜ່ານມາ. ແຟນເພງທົ່ວປະເທດກໍຮ່ວມສະແດງຄວາມໄວ້ອາໄລກັບການສູນເສຍ ນັກຮ້ອງທີ່ມີຄຸນນະພາບທີ່ສຸດຂອງລາວໃນຄັ້ງນີ້ ແລະ ຈະຂໍຈົດຈໍາຄຸນງາມຄວາມດີຂອງ ອາຈານ ກິດາວເພັດ ຕະຫຼອດໄປ… ນອກຈາກແຟນເພງທົ່ວປະເທດທີ່ເສຍໃຈກັບການຈາກໄປຂອງທ່ານແລ້ວ ທີ່ເສົ້າທີ່ສຸດກໍຄົງຈະເປັນຄອບຄົວທີ່ແສນຮັກຄື ຜູ້ເປັນເມຍ ແລະ ລູກ ທີ່ບໍ່ວ່າເວລາຈະຜ່ານໄປດົນປານໃດ ແຕ່ກໍບໍ່ສາມາດລົບເລື່ອນຄວາມໂສກເສົ້າ-ຄວາມຄິດຮອດບຸກຄົນອັນເປັນທີ່ຮັກ ທັງເປັນເສົາຫຼັກຂອງຄອບຄົວໄປໄດ້. ໂດຍຫຼ້າສຸດ ໄດ້ໄປສ່ອງ Facebook: Khamphoud Nouhouang ເມຍຂອງ ກິດາວເພັດ ໜູຫ່ວງ ກໍພົບເຫັນແຕ່ຂໍ້ຄວາມສຸດເສົ້າ ຍ້ອນຄິດຮອດສາມີຜູ້ຈາກໄປ ຍິ່ງໃນວັນເດັກນ້ອຍທີ່ຜ່ານມາ ທີ່ທຸກປີຄອບຄົວຈະມີການສະເຫຼີມສະຫຼອງແບບພ້ອມໜ້າພ້ອມຕາ ແຕ່ມາປີນີ້ບໍ່ມີຮອດເງົາຜູ້ເປັນພໍ່ ເຊິ່ງອ່ານແລ້ວກໍຮູ້ສຶກເສົາ ແລະ ນໍ້າຕາຈະໄຫຼໄປຕາມເອຶ້ອຍເພິ່ນ!! ແນວໃດ ຂວັນໃຈ ກໍຂໍເປັນກໍາລັງໃຈໃຫ້ຄອບຄົວ ໜູຫ່ວງ ໃຫ້ເຂັ້ມແຂງ ພ່ານຜ່າຄວາມທຸກນີ້ໄປໃນໄດ້ໂດຍໄວ…

Read More »