Breaking News

Entertainment Lao

ຮ່ວມສົ່ງໃຈເຊຍ!! ແຮນນ່າ ໂຣເຊັ້ນບູມ ສາວລາວ 1 ດຽວເທິງເວທີແຂ່ງຂັນ Girls Group ທີ່ປະເທດໄທ…

ມາຮ່ວມເປັນອີກ 1 ກໍາລັງໃນສົ່ງໄປເຊຍ ສາວນ້ອຍຄົນເກັ່ງ ແຮນນ້າ ໂຣເຊັ້ນບູມ ໄພວັນ ທີ່ເປັນຕົວແທນປະເທດລາວເຂົ້າຮ່ວມແຂ່ງຂັນ ເພື່ອເປັນ Girls Group 4EVE ທີ່ອອກອາກາດທາງສະທີໂທລະພາບຊື່ດັງ Workpoint ປະເທດໄທ… ສໍາລັບ ແຮນນ່າ ໂຣເຊັນບຣູມ ແມ່ນມີຕໍາແໜ່ງເປັນ ຮອງອັນດັບ 2 Miss Teen Laos 2019 ແລະ ເປັນຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Asia Global 2019 ທີ່ຈັດຂຶ້ນຢູ່ທີ່ປະເທດອິນເດຍ ລະໄດ້ຮັບລາງວັນຄື ນາງງາມ ຂວັນໃຈ Social Media ມາຄອງເປັນຄັ້ງປະຫວັດສາດຂອງປະເທດລາວເຮົາ… ນອກຈານັ້ນ ແຮນນ້າ ຍັງມີຄວາມສາມາດດ້ານການຮ້ອງເພງ ເພາະເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງນັ້ນເອງ; ດ້ານວຽກການສະແດງກໍບໍ່ໄດ້ໜ້ອຍໜ້າເພາະຈະເຫັນຜົນງານຂອງນາງຢ່າງຫຼວງຫຼາຍ… ຖືວ່າເປັນເດັກນ້ອຍລຸ້ນໃໝ່ທີ່ມີຄຸນນະພາບທາງດ້ານຄວາມສາມາດ ແລະ ໜ້າຕາອີ່ຫຼີສໍາລັບສາວນ້ອຍຄົນນີ້… ແນວໃດກໍຂໍເປັນກໍາລັງໃຈໃຫ້ນ້ອງຈົ່ງໄປໃຫ້ເຖິງຝັນເດີ້!!! MV ທຳອິດຂອງສາວໆທັງ 20 …

Read More »

ແມ່ຍິງລາວຮັກວັດທະນະທໍາລາວ!!! ລວມພາບຄົນບັນເທີງລາວຮ່ວມໃສ່ບາດມື້ບຸນເຂົ້າພັນສາ…

ຜ່ານມາແລ້ວສໍາລັບເທດສະການເຂົ້າພັນສາ ປະວໍລະນາ ອີກ 1 ໃນຮີດ 12 ຂອງປະເພນີລາວ ທີ່ຄົນລາວເຮົາສືບທອດກັນມາຕັ້ງແຕ່ສະໄໝຜູ້ຍ່າຕານາຍ ຈົນຮອດຊົ່ວລູກຊົ່ວຫຼານໄດ້ປະຕິບັດສືບກັນຕໍ່ມາ… ແລະ ປີນີ້ມື້ເຂົ້າພັນສາ ມື້ຂຶ້ນ 18 ຄໍ່າ ເດືອນ 8 ກໍກົງກັບວັນອາທິດທີ 5 ກໍລະກົດ ຍ້ອນຖືກມື້ພັກວຽກ-ການ ເຮັດໃຫ້ສາສະນິກກະຊົນຊາວພຸດທັງຫຼາຍແຫ່ກັນເຂົ້າວັດເຮັດບຸນຫຼາຍເປັນພິເສດ ລວມທັງບັນດາຄົນບັນເທີງຫຼາຍຄົນກໍໄດ້ສະຫຼະເວລາໄປເຮັດບຸນນໍາ ເຊິ່ງຈະມີໃຜແດ່ນັ້ນ ມື້ນີ້ ຂວັນໃຈ ກໍໄດ້ນໍາເອົາມາຕ້ອນກັນນໍາ… ເລີ່ມຈາກ ນາງເອກຊຸບຕາເບີ 1 ຂອງປະເທດລາວ ສາຍານາງເອກໃນບຸນຄື ລູກນໍ້າ ທິດາລັດ ນາງງາມໜ້າຫວານຈາກເວທີ Miss Laos 2018 ມີ່ມີ່ ສຸດທິດາ ນາງແບບລູກສອດຄື ຄຣິສ ຕີນ່າ ກໍຮ່ວມສູດມົນເຂົ້າພັນສານໍາ ນາງງາມໃຈບຸນອີກຄົນໜຶ່ງ ເຈນນີ່ ຕົ້ນຄໍາ ສາຍບຸນຂອງແທ້ ຍຸ້ຍ ສັນທະນີ ບີບີ່ …

Read More »

ສ່ອງ!! ຄວາມສົດໃສຂອງ ຈຽບ ມະນີພອນ ເຈົ້າຂອງຕໍາແໜ່ງ ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ຈາກເວທີ MISS LAOS 2019…

ຍັງຈື່ກັນໄດ້ບໍ່?? ຈຽບ ມະນີພອນ ສິງຫາໄຊຍະວົງ ສາວງາມຈາກແຂວງ ອຸດົມໄຊ ຜູ້ເຂົ້າປະກວດ MISS LAOS 2019 ທີ່ຫຼາຍຄົນລຸ້ນວ່າມົອາດຈະລົງ ແຕ່ເຖິງວ່າມົງ Miss Laos 2019 ຈະບໍ່ລົງ ແຕ່ ຈຽບ ກໍຄວ້າເຖິງ 2​ ຕໍາແໜ່ງມາຄອງຄື ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ຖືວ່າບໍ່ເຮັດໃຫ້ແຟນຄຣັບ ແລະ ສາຍເຊຍບໍ່ຜິດຫວັງກັນເລີຍຈ່າ… ແລະ ຫຼັງຈາກການປະກວດສິ້ນສຸດລົງ ຈຽບ ກໍເດີນສາຍເຮັດວຽກໃນວົງການບັນເທີງ ໂດຍເຮົາຈະໄດ້ເປັນຜົນງານຢູ່ເປັນປະຈໍາ ເຊິ່ງຄວາມງາມ ຄວາມໜ້າຮັກຂອງນາງນັ້ນນັບມື້ນັບເພີ່ມຂຶ້ນ ແລະ ມື້ນີ້ ຂວັນໃຈ ຈະພາທຸກຄົນໄປສ່ອງໃນຄວາມໜ້າອ່ອນກວ່າໄວຂອງ ຈຽບ ເພາະຕອນທີ່ເຂົ້າປະກວດແມ່ນອາຍຸໄດ້ 24 ປີ ແຕ່ປັດຈຸບັນຜ່ານມາປີ 1​ແລ້ວກໍອາຍຸຄົບ 25 ປີພໍດີ… ຈະເປັນແນວໃດນັ້ນໄປເບິ່ງກັນເລີຍ!!! ຮູບພາບຈາກ: Jieb Singhaxaiyaseng

Read More »

ບໍ່ທໍາມະດາ!! ເພງ “ຢາກເປັນລູກເຂີຍ” ຮິດທົ່ວລາວ ດັງທົ່ວໄທ ແລະ ດັງໄກເຖິງເກົາຫລີ…

ຖືວ່າປະສົບຄວາມສໍາເລັດຫຼາຍສໍາລັບເພງສຸດຮິດຄື ຢາກເປັນລູກເຂີຍ ຂອງ ໂສພະນາ ທີເຈມ ແລະ ບິກໃຫຍ່ ຫຼືແບກຶ ທີ່ປ່ອຍອອກມາບໍ່ເທົ່າໃດມື້ຍອດວິວກໍພຸ່ງຂຶ້ນສູງເປັນປະຫວັດສາດຂອງເພງລາວທີ່ມີຍອດວິວສູງສຸດໃນ YouTube ຈົນເຮັດໃຫ້ບັນດາຄົນດັງທັງໃນລາວ ແລະຕ່າງປະເທດນໍາໄປ Cover ເປັນຈໍານວນຫຼວງຫຼາຍ ລວມທັງໃນ App TikTok ກໍມີຍອດເຂົ້າຊົມສູງພໍສົມຄວນ… ແລະ ປັດຈຸບັນຍອດວິວເພງນີ້ກໍສູງເຖິງ 34 ລ້ານວິວເປັນທີ່ຮຽບຮ້ອຍພາຍໃນ 1 ເດືອນ!!! ເຮັດໃຫ້ເຫຼົ່ານັກ Reaction ເທິງ YouTube ຫຼາຍຄົນອອກມາໃຫ້ຄໍາຄິດເຫັນກ່ຽວກັບເພງນີ້ເປັນຈໍານວນຫຼວງຫຼາຍໃນປະເທດໄທ ເຊິ່ງພວກເຂົາຈະມີຄໍາເຫັນວ່າແນວໃດແດ່ນັ້ນ ເຮົາໄປເບິ່ງນໍາກັນເລີຍ… ນອກຈາກເພງ ຢາກເປັນລູກເຂີຍ ຈະດັງໃນລາວ ແລະ ໄທແລ້ວ ເພງນີ້ຍັງຮິດ ແລະ ດັງໄກເຖິງເກົາຫລີອີກດ້ວຍ…. ວ້າວໆໆໆ ສຸດຍອດໄປເລີຍຈ່າ!!! ຮຽບຮຽງ: Kuanjai Magazine

Read More »

ນາທີຄົງຈະບໍ່ມີໃຜສູ້!! 4 ສາວ ຫລີຫລຽວ ທ່ຽວລາວ ນັກຣີວິວທີ່ຕະລົກ ແລະ ມາແຮງທີ່ສຸດໃນຕອນນີ້…

ປັດຈຸບັນວົງການບັນເທີງລາວກໍາລັງເຟື່ອງຟູ ເຫຼົ່າດາຣາ ນັກຮ້ອງ ເນັດໄອດອລ ເກີດຂຶ້ນທຸກມື້ຈົນແອັດກໍນໍາບໍ່ທັນວ່າໃຜເປັນໃຜ 555+ ບາງຄົນກະດັງແຮງ ແຕ່ແອັດຫູຕາເລີ່ມບໍ່ດີກະເລີຍຍັງບໍ່ໄດ້ນໍາສະເໜີຂ່າວໃຫ້ແຟນໆ ຂວັນໃຈ ໄດ້ຮູ້ຈັກເທື່ອ ຕ້ອງຂໍໂທດນໍາຫຼາຍໆເດີ້ ໂດຍສະເພາະກຸ່ມ 4 ສາວ ນັກຣີວິວທີ່ກໍາລັງມາແຮງທີ່ສຸດໃນຕອນນີ້ຄື 4 ສາວເຈົ້າຂອງເພຈ ຫລີຫລຽວ ທ່ຽວລາວ ຈົນກວ່າຊິຮູ້ຈັກພວກນາງກໍມີຄົນຕິດຕາມຫຼາຍພັນຄົນໄປແລ້ວ ແລະ ແຕ່ລະ VDO ຣີວິວຂອງພວກນາງທີ່ແອັດໄດ້ເບິ່ງມາ ກໍຂໍບອກໄດ້ເລີຍວ່າ ມ່ວນມັນຮາ ຈົນຕ້ອງເລື່ອນເບິ່ງທຸກຄຣິບຈ່າ!!! ມື້ນີ້ ແອັດກໍຂໍຖືໂອກາດນີ້ ມາແນະນໍາໃຫ້ຮູ້ຈັກກັບ 4 ສາວນີ້ເລີຍ… ຄົນທໍາອິດມີຊື່ວ່າ: ໂອເລ້ ເນັດໄອດໍ້ ທີ່ມາຈາກເວທີ Lao super model ເປັນສາວທີ່ງາມເຊັກຊີ່ຫມັ້ນໃຈ ແລະ ເປັນຫນື່ງຄົນທີ່ມີຄວາມສາມາດຫຼາຍທັງເດີນແບບ ທັງການສະແດງແລະພິທີກອນ ຄົນທີ່ສອງຊື່ວ່າ: ຕາໜຶ່ງ ເປັນສາວຄົນໜຶ່ງທີ່ເກັ່ງຫຼາຍ ໂດຍສະເພາະແມ່ນການເຕັ້ນ ແລະ ທີ່ສໍາຄັນແມ່ນໜ້າຕາງາມແຮງຈົນແມ່ຍິງຫຼາຍຄົນຍັງຕ້ອງອາຍ ເຊິ່ງຫຼາຍຄົນກໍເຊຍໃຫ້ປະກວດ …

Read More »