Breaking News

Entertainment Lao

Happy Birthday Ola Blackeyes… ໂມເມັ້ນຫວານ ສະຫຼອງວັນເກີດພ້ອມຂອງຂວັນສຸດພິເສດ ພັນລະຍາຄົນງາມຖືພາແລ້ວຫຼັງແຕ່ງງານ 4 ປີ!!!

ເປັນໂມເມັ້ນຫວານ ແລະ ໜ້າຍິນດີນໍາຫຼາຍ ສໍາລັບໜຸ່ມ ໂອລ່າ ນັກຮ້ອງນໍາວົງ Blackeyes ທີ່ອອກມາໂພສໂມເມັ້ນສະຫຼອງວັນເກີດລ່ວງໜ້າຮ່ວມກັບຄອບຄົວ ພ້ອມທັງປະກາດຢ່າງເປັນເປັນທາງການວ່າ ພັນລະຍາຄົນງາມຄື ສາວກະຕ່າຍ ມີນ້ອງໃຫ້ແລ້ວ ຫຼັງແຕ່ງງານກັນມາດົນເຖິງ 4 ປີ ຫຼັງຈາກນີ້ກຽມຕົວເປັນພໍ່ຄົນຢ່າງເຕັມຕົວ ສ່ວນທາງດ້ານ ສາວກະຕ່າຍ ກໍໄດ້ອອກມາໂພສອວຍພອນວັນເກີດສາມີ ພ້ອມມອບຂອງຂວັນພິເສດໃຫ້ຄື Baby ນ້ອຍສົມໃຈທັງສອງ… ແນວໃດກໍຂໍອວຍພອນໃຫ້ທັງສອງມີແຕ່ຄວາມສຸກ ພ້ອມເລີ່ມຕົ້ນຊີວິດຄອບຄົວທີ່ສົມບູນແບບພໍ່-ແມ່-ລູກ ແລະ Happy Birthday ເດີ້ໜຸ່ມໂອລ່າ… ໂພສຈາກໜຸ່ມໂອລ່າ ໂພສຈາກ ສາວກະຕ່າຍ ພັນລະຍາຄົນງາມ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ສ່ອງ!!! 6 ອັນດັບ You Tuber ລາວທີ່ຍອດມີຄົນຕິດຕາມຫຼາຍທີ່ສຸດ. ອັນດັບ 1 ມີຜູ້ຕິດຕາມຫຼັກລ້ານ…

ຍ້ອນກະແສໂຊຊ່ຽວທີ່ມາແຮງແບບບໍ່ມີຫຍັງດຶງໄວ້ໄດ້ ເຮັດໃຫ້ອາຊີບໃນສັງຄົມມີຫຼາຍເພີ່ມຂຶ້ນ ໂດຍສະເພາະໃນໂລກ Online ທີ່ສາມາດສ້າງອາຊີບ ແລະ ສ້າງລາຍໄດ້ເປັນກອບເປັນກໍາ ບໍ່ວ່າຈະເປັນແມ່ຄ້າ Online ທີ່ເປັນໄດ້ທັງອາຊີບເສີມ ແລະ ອາຊີບຫຼັກ… ແຕ່ທີ່ກໍາລັງຖືກເວົ້າເຖິງຫຼາຍທີ່ສຸດກໍຄືການເປັນ You Tuber ທີ່ຄົນລາວຫຼາຍຄົນປະສົບຄວາມສໍາເລັດສາມາດສ້າງລາຍໄດ້ຈໍານວນບໍ່ໜ້ອຍ ຈົນກາຍເປັນອາຊີບຫຼັກຂອງຫຼາຍຄົນໄປແລ້ວ!!! ມື້ນີ້ຂວັນໃຈ ເລີຍຈະພາມາສ່ອງ 6 ອັນ You Tuber ລາວ ທີ່ມີຄົນຕິດຕາມຫຼາຍທີ່ສຸດ ເຊິ່ງແຕ່ລະຄົນນັ້ນຈະມີຈຸດພິເສດແນວໃດ? ເຮົາໄປເບິ່ງນໍາກັນເລີຍ!!! ອັນດັບ 6: ບິກໃຫຍ່ ສີຫາລາດ ຫຼື ແບກຶ ເຈົ້າຂອງຊ່ອງ You Tube Bigyai Seehalad ເປັນທີ່ຮູ້ຈັກກັນທັງໃນວົງການບັນເທີງໄທ ແລະ ລາວ ດ້ວຍສຽງເວົ້າລາວປົນໄທທີ່ມີຄວາມເປັນເອກະລັກ ແລະ ຫາກໍໂດງດັ່ງລະແບບລະເບີດແຕກກັບຜົນງານເພງ ຢາກເປັນລູກເຂີຍ ທີ່ຮ່ວມຮ້ອງກັບ ໂສພະຍາ ແລະ ເຈມ ຢູໂນ. …

Read More »

ວອນແຟນເພງຊ່ວຍເຫຼືອ!! ແອນ້ອຍ ນິພົນ ນັກຮ້ອງລູກທົ່ງຊື່ດັງລະດັບຕໍານານ ປ່ວຍມະເຮັງທໍ່ນໍ້າບີ ຂາດກໍາລັງຊັບໃນການປິ່ນປົວ…

ຖ້າເວົ້າເຖິງນັກຮ້ອງລູກທົ່ງບ້ານນາ ລະດັບຕໍານານຂອງລາວເຮົາແລ້ວ ເຊື່ອວ່າ 1 ໃນນັ້ນ ຫຼາຍຄົນຄົງຈະຄິດພໍ້ຊື່ຂອງ ແອນ້ອຍ ນິພົນ ນັກຮ້ອງຄູ່ຂວັນກັບ ຕ໋ອຍ ນິພົນ ເຈົ້າຂອງຜົນງານເພງດັງຫຼາກຫຼາຍລະດັບຕໍານານຫຼາຍ ແລະ ຍັງມີເພງທີ່ໂດງດັງມາຮອດປັດຈຸບັນຄື ເພງ ຕ່າງຄົນຕ່າງຊໍ້າ… ແຕ່ກໍດົນເຕີບແລ້ວທີ່ແຟນເພງບໍ່ໄດ້ເຫັນຜົນງານຂອງ ອາຈານ ແອນ້ອຍ ຄິດວ່າເພິ່ນອາດຈະອໍາລາເບື້ອງໜ້າ ຫັນໄປສູ່ເບື້ອງຫຼັງແລ້ວ!!! ແຕ່ກັບກາຍມາເປັນກະແສຊ໋ອກວົງການ ເມື່ອນັກຮ້ອງສາວຊື່ດັງ ເມກຂະຫລາ ສະບາພອນ ໄດ້ອອກມາໂພສໃນຕອນເຊົ້າຂອງມື້ນີ້ວ່າ ອາຈານ ແອນ້ອຍ ນິພົນ ປ່ວຍເປັນມະເຮັງທໍ່ໍນໍ້າບີ ກໍາລັງປິ່ນປົວຕົນເອງຢູ່ ແຕ່ຂາດກໍາລັງຊັບ ຈຶ່ງໄດ້ຈັດງານຄອນເສີດເພື່ອເປັນການລະດົມທຶນຊ່ວຍເຫຼືອ…. ສາວເມກຂະຫຼາ ໂພສຜ່ານ Facebook ສ່ວນຕົວວ່າ ສະບາຍດີໝູ່ຮັກແຟນເພັງທຸກໆທ່ານ ເມກຂະຫຼາ ຂໍເລົ່າຂ່າວເລຶ່ອງສີນລະປີນທີ່ມີຊຶ່ສຽງ ໂດ່ງດັງຫຼາຍໆຜົນງານເພັງ ອາຈານແອນ້ອຍນິພົນ ເຈົ້າຂອງຜົນງານເພັງ ເຊີ້ງລັອກ ສາວດົງດອກໄມ້ ບ່າວໄທໃຕ້ ຕ່າງຄົນຕ່າງຊຳ້ເປັນຕົ້ນ ໃນຕອນນີ້ ເພີ່ນກຳລັງຕໍ່ສູ້ກັບໂລກມະເຮັງທໍ່ນຳ້ບີ ແຕ່ດ້ວຍຄວາມຂາດເຂີນທາງດ້ານກຳລັງຊັບ …

Read More »

ສຸດຍອດເກັ່ງຫຼາຍ!!! ແຮນນ່າ ສາວລາວ 1 ດຽວເທິງເວທີແຂ່ງຂັນເພື່ອເປັນ Girl Group Star (ປະເທດໄທ) ຜ່ານເຂົ້າຮອບ Team Audition ແລ້ວ…

ເລື່ອງຄວາມເກັ່ງບໍ່ເປັນສອງຮອງໃຜສໍາລັບ ສາວນ້ອຍ ແຮນນ່າ ໂຣເຊັ້ນບູ້ມ ໄພວັນ ຈາກນາງາມ ສູ່ການເປັນນັກສະແດງ ແລະ ຈາກນັກສະແດງສູ່ການແຂ່ງຂັນເພື່ອເຂົ້າເປັນ Girl Group Star ທີ່ປະເທດໄທ ໂດຍໃນນັ້ນ ແຮນນ່າ ເປັນສາວລາວ 1 ດຽວເທິງເວທີການແຂ່ງຂັນ ສໍາລັບຄືນວານທີ່ຜ່ານມານີ້ ແມ່ນສາວໆທັງໝົດ 20 ຄົນ ໄດ້ມີການແຂ່ງຂັນເພື່ອຜ່ານເຂົ້າຮອບ Team Audition 3 ທີມ ທີມລະ 6 ຄົນ ລວມເປັນ 18 ຄົນ ໝາຍຄວາມວ່າຮອບນີ້ມີ 2 ຄົນທີ່ຖືກຄັດອອກ ເຊິ່ງຮອບນີ້ ສາວແຮນນ່າ ຂອງເຮົາກໍໄດ້ຜ່ານເຂົ້າຮອບອີກແລ້ວຈ່າາາາ ໂດຍ ແຮນນ່າ ແມ່ນໄດ້ຢູ່ທີມຂອງ Unicorn ແນວໃດ ແຟນໆຊາວລາວ ແລະແອັດມິ້ນກໍຂໍສະແດງຄວາມຍິນດີນໍາ ແຮນນ່າ ຫຼາຍໆ ແລະ ຈະເປັນກໍາລັງໃຈໃຫ້ນ້ອງສູ້ຕໍ່ໄປຜ່ານເຂົ້າຮອບເລິກ …

Read More »

ຊົມເຊີຍໃນຄວາມສາມາດ ແລະ ກ້າສະແດງອອກ!!! ສອງອ້າຍນ້ອງເຈມ-ກູດ ຈາກເດັກນ້ອຍບ້ານນອກ ສູ່ນັກຮ້ອງດັງ 40 ລ້ານວິວ ກາຍເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ…

ເປັນເລື່ອງທີ່ໜ້າຍິນດີຫຼາຍ ສໍາລັບປາກົດການກະແສຄວາມນິຍົມເພງລາວ ທີ່ກໍາລັງມາແຮງໃນໄລຍະນີ້!! ດັ່ງທີ່ເຄີຍນໍາສະເໜີເພງດັງຈາກ You Tuber ຊື່ດັງໄປແລ້ວ ຫຼັງປ່ອຍເພງ ຢາກເປັນລູກເຂີຍ ອອກໄປໄດ້ບໍ່ດົນ ກໍມີຍອດຄົນເບິ່ງເຖິງ 40 ປາຍລ້ານວິວ. ຄຽງຄູ່ກັບເພງ ຢາກເປັນລູກເຂີຍ ທີ່ມາແຮງຢູ່ໃນຕອນນີ້ ກໍຍັງມີເພງ ໃສ່ໃຈໄດ້ແຕ່ມອງ ຂອງນ້ອງກູດ ທີ່ປັດຈຸບັນກໍມີຍອດວິວແລ້ວເຖິງ 40 ປາຍລ້ານວິວເຊັ່ນກັນ… ລວມໄປເຖິງເພງ ຜູ້ບ່າວລົດໄຖ ຂອງນ້ອງເຈມ ຫຼື ທີເຈມ ຢູໂນ ທີ່ໄດ້ຮ່ວມຮ້ອງເພງ ຢາກເປັນລູກເຂີຍ ກໍກໍາລັງມາແຮງທີ່ສຸດໃນຕອນນີ້!!! ມື້ນີ້ ແອັດຈະພາມາເປີດວາບ 2 ອ້າຍນ້ອງ ນ້ອງເຈມ ແລະ ນ້ອງກູດນໍາກັນ!! ແຕ່ກ່ອນອື່ນໝົດແອັດກໍມີເພງມາໃຫ້ຟັງກ່ອນ… ເພງ ໃສ່ໃຈໄດ້ແຕ່ມອງ ຂອງນ້ອງກູດ ເພງ ຜູ້ບ່າວລົດໄຖ ຂອງນ້ອງເຈມ ສໍາລັບນ້ອງສອງຄົນທີ່ກໍາລັງຖືກເວົ້າເຖິງຢ່າງຫຼວງຫຼາຍໃນຕອນນີ້ ທັງສອງແມ່ນເປັນອ້າຍນ້ອງກັນ ເປັນເດັກນ້ອຍບ້ານໆ ທີ່ມີຄວາມມັກຮັກໃນດົນຕີ ຈົນມີເພງເປັນຂອງຕົວເອງ …

Read More »