ເປັນຕົວຢ່າງທີ່ຄວນເອົາເປັນແບບຢ່າງຫຼາຍ ສໍາລັບ Net Idol ຊື່ດັງ ເຈົ້າຂອງ ເພຈ Una Studio ຄື ເທີ ຢູນ່າ ເຈົ້າພໍ່ຜູ້ໄທ ທີ່ເລີ່ມເຂົ້າສູ່ວົງການດ້ວຍຄວາມມັກຮັກ ຈົນກ້າວມາເປັນ Net Idol ທີ່ມີຜູ້ຕິດຕາມຫຼາຍເຖິງ 4 ແສນກວ່າຄົນໃນປັດຈຸບັນ… ສໍາລັບເສັ້ນທາງການເຂົ້າສູ່ວົງການບັນເທີງນັ້ນ ເທີ ຢູນ່າ ໄດ້ປະສົບຄວາມສໍາເລັດຈາກການເປັນ You Tuber ເມື່ອ 5 ປີກ່ອນ ໂດຍໄດ້ຮັບໂຫຼ່ລາງວັນຈາກ You Tube ຫຼັງຈາກມີຜູ້ຕິດຕາມຄົບ 1 ລ້ານຄົນ!!! ຕໍ່ມາໜຸ່ມເທີ ກໍບໍ່ໄດ້ຢຸດພັດທະນາຕົວເອງຂຶ້ນເລື້ອຍໆ ນອກຈາກພັດທະນາຄວາມຮູ້ຄວາມສາມາດ ແລະ ຜົນງານແລ້ວ ຍັງໄດ້ເຮັດໜ້າທີ່ຊ່ວຍເຫຼືອສັງຄົມຢູ່ເປັນປະຈໍາ ຈົນຫຼ້າສຸດໜຸ່ມເທີ ກໍໄດ້ອອກມາໂພສເຖິງຄວາມສໍາເລັດອີກຂັ້ນ ຄືການເປີດ Studio ໃໝ່ກາງນາ ທີ່ມີຄວາມອາລັງການບໍ່ແມ່ນໜ້ອຍ… ບໍ່ແມ່ນແຕ່ໜຸ່ມເທີເອງທີ່ພູມໃຈກັບຄວາມສໍາເລັດນີ້ ແຕ່ທາງແຟນຄຣັບທີ່ຕິດຕາມມາຕະຫຼອດກໍພູມໃຈເຊັ່ນດຽວກັນ ເພາະນີ້ກໍຖືວ່າເປັນຄວາມສໍາເລັດຂອງຄົນລາວ …
Read More »Entertainment Lao
ເພງລາວທີ່ມາແຮງທີ່ສຸດຕອນນີ້!!! ຢາກເປັນລູກເຂີຍ ຂອງ You tuber ຄົນດັງ ປ່ອຍມາ 2 ອາທິດ ຍອດວິວທະລຸ 12 ລ້ານວິວ…
ຟັງເພງລາວ ສົ່ງເສີມຄົນລາວ… ໃຜໄດ້ຟັງແດ່ແລ້ວເພງ ຢາກເປັນລູກເຂີຍ ຈາກເນັດໄອດອລຊື່ດັງ: ບິກໃຫຍ່ ຫຼືທີ່ຮູ້ຈັກກັນໃນນາມ You tuber ຄົນດັງເຈົ້າຂອງຊ່ອງ ແບກຶ ຖ້າໃຜຍັງບໍ່ຟັງແອັດມີລິ້ງມາໃຫ້ຟັງພ້ອມ!! ຂໍບອກໄວ້ກ່ອນວ່າເພງເພິ່ນແມ່ນຫາກໍປ່ອຍມາໄດ້ 2 ອາທິດປາຍເທົ່ານັ້ນ ແຕ່ມີຍອດວິວເຖິງ 12 ລ້ານວິວແລ້ວ… ວ້າວໆໆໆ ຈະມ່ວນຂະໜາດໃດມາຟັງເບິ່ງເລີຍຈ່າ…
Read More »Congratulations… ແຮນນ່າ ໂຣເຊັນບູ້ມ Miss Asia 2019 ນາງເອກຂວັນໃຈໄວໜຸ່ມ ສໍາເລັດການສຶກສາແລ້ວ!!!
ຫຼັງຈາກໄປສ້າງຊື່ສຽງໃຫ້ກັບປະເທດລາວ ເທິງເວທີນາງງາມ Miss Asia 2019 ໄດ້ສໍາເລັດ ກັບຕໍາແໜ່ງ Miss social media ສໍາລັບສາວນ້ອຍໄວ 19 ປີ ທີ່ຫຼາກຫຼາຍຄວາມສາມາດຄື ແຮນນ່າ ໂຣເຊັນບູ້ມ ໄພວັນ ເຊິ່ງກໍຖືໄດ້ວ່າເປັນການສ້າງປະຫວດສາດໃຫ້ກັບວົງການນາງງາມ ເທີງເວທີສາກົນອີກຄົນໜຶ່ງ ຫຼັງຈາກນັ້ນກໍມີຜົນງານອອກມາໃຫ້ເຫັນຢ່າງເປັນປະຈໍາ ແລະ ເມື່ອບໍ່ດົນມານີ້ກໍໄດ້ມີຂ່າວຄາວອອກມາອີກວ່າ ສາວແຮນນ່າ ຈະໄປຮ່ວມແຂ່ງຂັນໃນລາຍການ Girl Group RapStar ທີ່ປະເທດໄທ ໃນໄວໆນີ້ອີກດ້ວຍ. ເຊິ່ງແຟນຄຣັບກໍຕັ້ງໃຈຖ້າເບິ່ງຢ່າງໃຈຈົດໃຈຈໍ່ ເພາະດ້ວຍຄວາມສາມາດລະດັບນີ້ແລ້ວ ເຊື່ອວ່າ ນາງອາດຈະໄປສ້າງປະຫວັດສາດເທິງເວທີດັ່ງກ່າວກໍເປັນໄດ້… ແຕ່ທັງໝົດທັງມວນທີ່ເວົ້າມານັ້ນ ກໍພຽງຢາກໃຫ້ເຫັນເຖິງຄວາມສາມາດຂອງ ສາວນ້ອຍ ໂຕນ້ອຍໆ ຄົນນີ້ ເຊິ່ງກໍເປັນແມ່ຍິງລາວ ແລະ ເປັນຄວາມພາກພູູມໃຈຂອງຄົນລາວອີກຄົນໜຶ່ງ!! ສິ່ງສໍາຄັນທີ່ແອັດມາເລົ່າເຖິງ ແຮນນ່າ ໃນມື້ນີ້ ກໍພຽງຢາກຈະພາແຟນໆມາຮ່ວມສະແດງຄວາມຍິນດີ ກັບນາງໃນມື້ສໍາເລັດການສຶກສານັ້ນເອງ… ຂວັນໃຈ ແລະ ແຟນໆທຸກຄົນຂໍສະແດງຄວາມຍິນດີກັບ ແຮນນ່າ ກັບການປະສົບຄວາມສໍາເລັດດ້ານການສຶກສາຂັ້ນທໍາອິດ …
Read More »ຊົມເຊີຍ!! ອອນອານົງ Miss Universe Laos 2018 ຜູ້ຄວ້າຊຸດຈໍາປະຈໍາຊາດດີເດັ່ນຈາກເວທີສາກົນ ສູ່ນັກຊຸກຍູ້ການທ່ອງທ່ຽວແບບຍືນຍົງ…
ຖ້າເວົ້າເຖິງຊື່ ອອນອານົງ ຫອມສົມບັດ ຫຼາຍຄົນອາດຈະເຄີຍຄຸ້ນຫູກັນຢູ່ແມ່ນບໍ່ ຫຼືບາງຄົນອາດຈະຮູ້ຈັກເປັນຢ່າງດີໃນນາມ Miss Universe Laos 2018 ທີ່ສາມາດໄປຄວ້າລາງວັນຊຸດປະຈໍາຊາດຈາກເວທີນາງງາມລະດັບໂລກຄື Miss Universe 2018 ທີ່ຈັດຂຶ້ນຢູ່ທີ່ປະເທດໄທ ໃນປີ 2018 ທີ່ຜ່ານມາ… ແຕ່ຫຼັງຈາກທີ່ໄດ້ສິ້ນສຸດວາລະການເປັນ Miss Universe Laos ແລ້ວ ສາວອອນຂອງເຮົາກໍໄດ້ຫາຍໜ້າຫາຍຕາໄປຈາກວົງການນາງງາມ ແລະ ວົງການບັນເທີງ ຈົນເກືອບວ່າບໍ່ມີສື່ໃດອອກຂ່າວຄາວກ່ຽວກັບສາວອອນເລີຍ!!! ຈົນຫຼ້າສຸດ ແອັດມິ້ນ ກໍເປັນຄົນໜຶ່ງທີ່ເຄີຍສໍາພາດສາວອອນ (ສະໄໝຍັງບໍ່ໄດ້ຕໍາແໜ່ງ) ດ້ວຍມັກໃນຄວາມຄິດຂອງນາງ (ໃນນາມ FC) ຈຶ່ງໄດ້ໄປສ່ອງ F.B ສ່ວນຕົວຂອງສາວອອນເພື່ອເບິ່ງການເຄື່ອນໄຫວຕ່າງ… ກໍໄດ້ຮູ້ວ່າສາເຫດທີ່ສາວອອນຫ່າງຫາຍຈາກວົງການບັນເທີງນັ້ນ ເປັນຍ້ອນວ່າ ນາງໄດ້ຫັນໄປທຸ່ມເທເອົາໃຈໃສ່ກັບວຽກສັງຄົມຢ່າງຈິງຈັງ ນາງເຮັດໜ້າທີ່ເປັນ Public figure ໃນຖານະນາງງາມ; ເປັນພະນັກງານດ້ານການສື່ສານໃຫ້ກັບອົງກອນ NGO ແຫ່ງໜຶ່ງ ຍ້ອນຄວາມມຸ່ງມັ້ນທີ່ຈະເຊື່ອມຕໍ່ໃຫ້ຄົນໃກ້ກັນຫຼາຍຂຶ້ນຜ່ານທຸລະກິດການທ່ອງທ່ຽວນັ້ນເອງ… ວ້າວ… ຮູ້ແບບນີ້ແລ້ວບອກໄດ້ຄໍາດຽວວ່າ ສຸດຍອດຫຼາຍ ເປັນນາງງາມທີ່ງາມທັງໜ້າຕາ ແລະ …
Read More »ທັງງາມທັງເກັ່ງ!! ໝໍແນ່ງ ສໍາເລັດອີກບາດກ້າວໜຶ່ງ ສາມາດຍາດທຶນໄປຮຽນຕໍ່ກັບອົງການອະນາໄມໂລກໄດ້ ພ້ອມສັນຍາຈະເຮັດໃຫ້ບັນລຸປະສິດທິຜົນສູງສຸດ…
ເອີ້ນໄດ້ວ່າເກັ່ງແບບຄົບເຄື່ອງ ແລະ ມີປະສິດທິພາບອີ່ຫຼີສໍາລັບສາວໜ້າຫວານ ນາງເອກ ເບີຕົ້ນໆຂອງລາວຄົນນີ້ ໝໍແນ່ງ ຈັນດາລີ ສິດພະໄຊ ບໍ່ວ່າຈະເປັນວຽກໃນວົງການບັນເທີງ ເປັນຕົ້ນແມ່ນ ວຽກການເປັນນັກສະແດງ ທີ່ໝໍແນ່ງນັ້ນ ສາມາດຕີບົດແຕກທຸກບົດ ຈົນໄດ້ຮັບຄວາມຍ້ອງຍໍ ແລະ ຊື່ນຊົມຈາກແຟນໆເປັນຈໍານວນຫຼວງຫຼາຍ; ວຽກຫຼັກຄືການເປັນ ແພດ ໝໍແນ່ງກໍບໍ່ໄດ້ລະເລີຍ ເຮັດໜ້າທີ່ຕົນເອງຢ່າງຕັ້ງໃຈ ບໍ່ວ່າຈະມີວຽກງານອາສາສ່ຽງຢູ່ໃສຖ້າມີລາຍຊື່ ໝໍແນ່ງກໍພ້ອມລຸຍ ຕົວຢ່າງເຫດການເຂື່ອນແຕກນໍ້າຖ້ວມໜັກຢູ່ພາກໃຕ້ ແລະ ເຫດການການລະບາດພະຍາດໂຄວິດຊ່ວງນີ້ ສາວຄົນນີ້ກໍມີໜ້າເຂົ້າຮ່ວມເປັນກອງໜ້າເພື່ອປະຊາຊົນທັງໝົດ; ນອກຈາກນັ້ນ ໝໍແນ່ງ ຍັງເຮັດວຽກເປັນຈິດອາສາຊ່ວຍເຫຼືອສັງຄົມຢູ່ສະເໝີ ເຊິ່ງຂ່າວຄາວຕ່າງໆ ຂວັນໃຈ ກໍໄດ້ນໍາສະເໜີຢູ່ເປັນປະຈໍານັ້ນເອງ!!! ແລະ ຫຼ້າສຸດກໍມາອີກແລ້ວ ສໍາລັບສິ່ງກາລັນຕີຄວາມສາມາດຂອງ ໝໍແນ່ງ ໂພສນາງໄດ້ໂພສ ຂໍ້ຄວາມຜ່ານ Facebook ສ່ວນຕົວກ່ຽວກັບຄວາມສໍາເລັດອີກບາດກ້າວໜຶ່ງໃນຊີວິດ ໂດຍມີລາຍລະອຽດດັ່ງນີ້: ທັງງາມທັງເກັ່ງ… ບໍ່ໃຫ້ຫຼົງຮັກຊິໄປໃສ? ງາມທີ່ສຸດ!!! ສາວລາວເຮົາເອງ ຫຼົງຮັກ… ໜ້າຫວານນນ ຍິ້ມຫວານນ ໜ້າເດັກແຮງງງງ ຮູບພາບຈາກ: Chandaly …
Read More »