Breaking News

Just Happened

Happy Ending! ໃນທີ່ສຸດພາບນີ້ກໍມາເຖິງ “ອ໋ອບ” ຂໍແຕ່ງ “ນຸນີ່” ແລ້ວ… ແຟນຄລັບຮ່ວມສະແດງຄວາມຍິນດີ!!!

ຫຼັງຈາກທີ່ລຸ້ນກັນມາດົນເຕີບ ແຟນໆຫຼາຍໆທ່ານຄົງເປັນແຟນຄລັບຂອງ ຄູ່ຮັກສາວລາວ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ບ່າວໄທ ທີ່ທັງສອງໂດ່ງດັງມາຈາກລາຍການເລືອກຄູ່ Take Me Out Thailand  ແລະ ມາຮອດໃນວັນທີ 14 ຕຸລາ 2018 ທີ່່ຜ່ານມາ ເຊິ່ງເປັນວັນຄ້າຍວັນເກີດຂອງ ສາວ ນຸນີ່ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໄດ້ປະກົດຮູບພາບຄຸກເຂົ່າສວມແຫວນລະຫວ່າງ ສາວລາວ-ບ່າວໄທ ຄູ່ນີ້ເກີດຂຶ້ນ… ການຄຸກເຂົ່າໃນເທື່ອນີ້ແມ່ນ ໜຸ່ມອ໋ອບ ໄດ້ຈັດເຊີໄພ້ ຂໍໝັ້ນ ສາວ ນຸນີ່ (ໂອ້ຍ!!! ເຫັນແລ້ວເຂີນແທນ) ໜຸ່ມອ໋ອບໄດ້ກຽມຈັດເຊີໄພ້ຕັ້ງແຕ່ 2ເດືອນກ່ອນໜ້າວັນເກີດ ແລະ ທີ່ສຳຄັນໃນງານນີ້ຍັງມີແມ່ຂອງນຸນີ່ ແລະ ພໍ່ຂອງອ໋ອບມາເປັນສັກຂີພະຍານອີກດ້ວຍ. ເບິ່ງແລ້ວ “Happy Ending” ສຸດໆ ເບິ່ງໄປຍິ້ມໄປ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ສາວ ນຸນີ່ ແລະ ໜຸ່ມ …

Read More »

ກຣີດໆໆໆ! ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ຝາກເຖິງແຟນໆຊາວລາວແບບນີ້…

ກຣີດໆໆໆ!!! ຢາກຈະກຣີດໆໆໆ ໃຫ້ເຈັບຄໍກັນໄປເລີຍ ຫຼ້າສຸດ ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ໄດ້ໂພສຮູບພາບ ແລະ ແຄັບຊັ່ນຜ່ານອິນສະຕາແກຣມບອກແຟນໆຊາວລາວເຮົາວ່າ: “ສປປ ລາວ ວຽງຈັນ ດຽວເຈິກັນ see ya vientiane”  View this post on Instagram สปป.ลาว เวียงจันทน์ เดียวเจอกันค้าบ ?? see ya vientiane ? A post shared by ken_phupoom (@ken_phupoom) on Oct 16, 2018 at 10:32pm PDT ງານນີ້ເຮັດເອົາເຫຼົ່າບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີ ແລະ ຍິນດີຕ້ອນຮັບພະເອກດັງເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ!!! ສຳລັບການເດີນທາງມາຂອງ ເຄນ …

Read More »

ສຸດຍອດ! ປະເທດລາວຈະມີພະພຸດທະຮູບສູງ 108 ແມັດ ພ້ອມສວນພຶກສາຊາດໃຫຍ່ທີ່ສຸດໃນອາຊຽນ!!! (#ແຊຣໄປໃຫ້ໂລກຮູ້)

ອາທິດຜ່ານມານີ້, ອໍານາດການປົກຄອງເມືອງປາກຊ່ອງ ແຂວງຈໍາປາສັກຢືນຢັນວ່າຈະເນລະມິດເມືອງປາກຊ່ອງໃຫ້ກາຍເປັນແຫລ່ງທ່ອງທ່ຽວທໍາມະຊາດ, ກະສິກໍາ ແລະ ວັດທະນະທໍາໂດ່ງດັງຢູ່ແຖວໜ້າຂອງອາຊຽນ ຂະນະທີ່ແຜນພັດທະນາເບື້ອງຕົ້ນຈະສ້າງເປັນສວນພຶກສາຊາດນາໆຊະນິດ ແລະ ສ້າງພະພຸດທະຮູບໃຫຍ່ທີ່ສຸດດ້ວຍຄວາມສູງ 108 ແມັດ. ຫລ້າສຸດ ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງປາກຊ່ອງ ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວໃນອາທິດຜ່ານມານີ້ວ່າ: ເມືອງປາກຊ່ອງທີ່ຂຶ້ນຊື່ວ່າຜືນແຜ່ນດິນຄໍານັ້ນໄດ້ຮັບການພິຈາລະນາ ແລະ ວາງແຜນພັດທະນາຂະຫຍາຍໃຫຍ່ທີ່ກວມເອົາການສ້າງພະພຸດທະຮູບອົງໃຫຍ່ສູງ 108 ແມັດ, ສ້າງສວນພຶດສາຊາດເຕັມໄປດ້ວຍດອກໄມ້ ແລະ ພັນໄມ້ນາໆຊະນິດສ້າງເປັນແຫລ່ງທ່ອງທ່ຽວກະສິກໍາຕິດພັນກັບແຫລ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາ ເຊິ່ງທັງໝົດທີ່ກ່າວມານັ້ນແມ່ນຄວາມພະຍາຍາມຂອງລັດຖະບານກໍຄືອໍານາດການປົກຄອງແຂວງດັ່ງກ່າວເພື່ອດຶງດູດການທ່ອງທ່ຽວ ແລະ ການພັດທະນາສີຂຽວແບບຍືນຍົງ. ທ່ານ ເຈົ້າເມືອງຍັງຊີ້ແຈງວ່າ: ເມືອງປາກຊ່ອງກາຍເປັນດິນແດນທີ່ໜ້າສົນໃຈ ແລະ ຫອມຫວານຂອງນັກລົງທຶນທັງພາຍໃນ-ຕ່າງປະເທດ ປັດຈຸບັນນີ້ມີ 74 ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າໄປລົງທຶນພາຍໃນເມືອງດັ່ງກ່າວ ໃນນັ້ນ 45.000 ເຮັກຕາແມ່ນເນື້ອທີ່ປູກກາເຟ ອີກ 1.700 ເຮັກຕາແມ່ນປູກພືດຜັກ ແລະ ຍັງອີກດິນຈໍານວນໜຶ່ງແມ່ນໄດ້ສະຫງວນໄວ້ເປັນແຫລ່ງທ່ອງທ່ຽວ ລວມທັງວຽກບຸລິມະສິດຂອງເມືອງ; ປີ 2017 …

Read More »

ໄວໜຸ່ມລາວ! ເຂົ້າຮ່ວມແລກປ່ຽນດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດທີ່ປະເທດຍີ່ປຸ່ນ

ໃນວັນທີ 15 ຕຸລາ 2018 ທີ່ຜ່ານມາ, ໄວໜຸ່ມລາວ ໂດຍມີນັກຮຽນມັດທະຍົມຕອນປາຍ 8 ຄົນ, ນັກສຶກສາມະຫາວິທະຍາໄລ 8 ຄົນ ແລະ ລັດຖະກອນ 1 ທ່ານໄດ້ເດີນທາງຈາກສະໜາມບິນສາກົນວັດໄຕໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມ “ການແລກປ່ຽນທາງດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດ” ພາຍໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ຍີ່ປຸ່ນຕັ້ງແຕ່ວັນທີ 16 ເຖິງ 23 ຕຸລາ 2018. ໂຄງການດັ່ງກ່າວແມ່ນສຸມໃສ່ມາດຕະການຕໍ່ຕ້ານກັບບັນຫາສິ່ງແວດລ້ອມ ແລະ ໄພພິບັດຢູ່ຍີ່ປຸ່ນ. ນັກສຶກສາທັງ 16 ຄົນນີ້ໄດ້ຖືກຂັດເລືອກຈາກຜູ້ສະໝັກຫລາຍກວ່າ 370 ກວ່າຄົນໂດຍຄະນະກໍາມະການຂັດເລືອກເຊິ່ງປະກອບດ້ວຍຕົວແທນຈາກສູນກາງຊາວໜຸ່ມລາວ ແລະ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ. ທີ່ມາ: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

Read More »

ເຖິງຈະບໍ່ຕິດ Top10 ແຕ່ຊຸດປະຈຳຊາດລາວຍັງພໍມີຫວັງ!!!

ປະກາດຜົນກັນໄປແລ້ວ ສຳລັບ Top10 ຊຸດປະຈຳຊາດໃນການປະກວດ Miss Grand International 2018 ທີ່ປະເທດ ມຽນມ້າ ເຊິ່ງທາງເພສຫຼັກຂອງກອງປະກວດກໍ່ໄດ້ເປີດເຜີຍ List ລາຍຊື່ປະເທດທີ່ເຂົ້າຮອບມາແລ້ວມີດັ່ງນີ້: 1. Miss Grand Cambodia 2. Miss Grand Vietnam 3. Miss Grand Haiti 4. Miss Grand Indonesia 5. Miss Grand Mexico 6. Miss Grand Paraguay 7. Miss Grand Peru 8. Miss Grand Philippines 9. Miss Grand India 10. Miss …

Read More »