Breaking News

Just Happened

ກັບມາອີກແລ້ວ! ກັບເທສະການດົນຕີທີ່ໃຫ່ຍທີ່ສຸດໃນປະເທດລາວ Vangvieng Fest 2018 (ມ່ວນກວ່າ ໃຫ່ຍກວ່າ)

ມາອັບເດດງານເທສະການດົນຕີສຸດຍິ່ງໃຫ່ຍ Vangvieng Fest  2018 ທີ່ໃນປີນີ້ຄອນເຟີມມາແລ້ວວ່າ “ມ່ວນກວ່າ ໃຫຍ່ກວ່າ” ແນ່ນອນ, ຈະຈັດຂຶ້ນໃນວັນທີ 14-15 ທັນວາ 2018 ສະຖານທີ່ ຖໍ້າລົມ ມ.ວັງວຽງ ແຂວງ ວຽງຈັນ.   ແນ່ນອນວ່າ ເທສະການດົນຕີສຸດຍິ່ງໃຫ່ຍ Vangvieng Fest  2018  ເປັນທີ່ກ່າວຂານເລື່ອງຄວາມຍິ່ງໃຫ່ຍມາຫຼາຍປີ ແລະ ໃນ 2~3ຄັ້ງ ທີ່ຜ່ານມາ ໄດ້ມີປະກົດການໂຮງແຮມ ແລະ ທີ່ພັກໃນເຂດ ມ.ວັງວຽງ ເຕັມເກີນ 100% ເພາະໄດ້ມີນັກທ່ອງທ່ຽວຈາກນະຄອນຫລວງວຽງຈັນ , ຕ່າງແຂວງ ຫຼັ່ງໄຫຼເຂົ້າຮ່ວມງານດັ່ງກ່າວກັນຢ່າງຫຼວງຫຼາຍ ເອີ້ນໄດ້ວ່າຍັງບໍ່ເຄີຍມີແບບນີ້ມາກ່ອນໃນປະເທດລາວ. (ທ່ານ ອະນຸລັກ ປະຖຳມະວົງ (ອ້າຍ ເປັດ), ຜູ້ອຳນວຍການບໍລິສັດ ອິນດີ້ ເຣັກຂອດ, ບໍລິສັດ ສາມາດ ອໍແກໄນ້ເຊີ້ ແລະ ເປັນຜູ້ອຳນວຍການຈັດງານເທສະການດົນຕີ Vangvieng Fest) ກຽມຕົວກຽມໃຈໃຫ້ພ້ອມແລ້ວໄປມັນນຳກັນ!!! …

Read More »

ບາບີ້ ປິຍະມາດ Miss International Laos 2018 ຕິດTop5ປະເທດ ຖືກເລືອກສຳພາດພິເສດກັບທາງຍີ່ປຸ່ນ.

ຫຼັງຈາກທີ່ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວ ເພື່ອໄປແຂ່ງຂັນສາວງາມໃນເວທີລະດັບໂລກ Miss International 2018 ທີ່ປະເທດຍີ່ປຸ່ນ, ຫຼ້າສຸດກໍມີເລື່ອງລາວດີໆມາອັບເດດໃຫ້ແຟນໆໄດ້ຮູ້ວ່າ ໃນວັນທີ 22 ຕຸລາ 2018 ທີ່ຜ່ານມາ ນາງຕິດ Top 5 ປະເທດທີ່ຖືກເລືອກໃຫ້ການສຳພາດແບບພິເສດກັບທາງ ປະເທດ ຍີ່ປຸ່ນ ເຊິ່ງເປັນເຈົ້າພາບຈັດງານໃນປີນີ້. ວ້າວວວ! ເຫັນແລ້ວ…ຍິນດີໄປຕາມໆກັນເລີຍແມ່ນບໍ່ແຟນໆ…. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ບາບີ້ ປິຍາມາດ Miss​ International​ Laos 2018​ ໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: FB/B’Bie Piyamarth

Read More »

ໃກ້ອອກພັນສາແລ້ວ! ງາມຫຼາຍ…ຄົນບັນເທິງໃນລຸກສາວລາວແດນຈຳປາ ຮ່ວມສືບສານປະເພນີລາວ!!!

ເຫັນຜ່ານຕາແລ້ວມັນອົດໃຈບໍ່ໄດ້!!! ໃກ້ອອກພັນສາແລ້ວຍິ່ງມີຮູບພາບຈາກບັນດາສາວງາມຄົນບັນເທິງ ເຊິ່ງຂໍບອກເລີຍວ່າງາມຫຼາຍໆ…ມາໃນລຸກ “ສາວລາວແດນຈຳປາ” ທີ່ຈະມາເຊີນຊວນພໍ່ແມ່ພີ່ນ້ອງຊາວລາວ ຮ່ວມສືບສານປະເພນີລາວໃນຊ່ວງບຸນອອກພັນສາ ປະຈຳປີ 2018. ມີຮູບພາບບັນດາສາວໆຄົນບັນເທິງມາຝາກ… ໂອ້ຍ!!! ຍິ່ງເບິ່ງໄປ ຍິ່ງງົດງາມ ອ່ອນຊ້ອຍ ອ່ອນຫວານ ໜ້າເອກອ້າງໃຫ້ຄົນທົ່ວໂລກໄດ້ຮູ້ວ່ານີ້ຄື ແມ່ຍິງລາວຍຸກໃໝ່ ເປັນສາວລາວແດນຈຳປາ  ທີ່ຍັງບໍ່ລືມປະເພນີອັນດີງາມທີ່ມີມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ນີ້ຄືແມ່ຍິງລາວ ຮູບພາບ: Lee Una

Read More »

ແຈ້ງການ! ປິດເສັ້ນທາງໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນຕັ້ງແຕ່ວັນທີ… (ເບິ່ງລາຍລະອຽດເພີ່ມຕື່ມ)

ກະຊວງໂຍທາທິການ ແລະ ຂົນສົ່ງ ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເລື່ອງ: ການປິດເສັ້ນທາງການສັນຈອນພາຫະນະທຸກປະເພດ ໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2018 ທີ່ທ່າວັດຈັນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 22-27 ຕຸລາ 2018. ເລີ່ມຕັ້ງແຕ່ວັນທີ 22 ຫາ 27 ຕຸລາ 2018 ເປັນຕົ້ນໄປ ໃຫ້ງົດການສັນຈອນທຸກປະເພດຊົ່ວຄາວ ເປັນບາງເວລາ ຕາມຖະໜົນດັ່ງລຸ່ມນີ້: – ຖະໜົນ ດອນຈັນ (ແຄມຂອງ) ແຕ່ສາມແຍກປາກປາສັກ ຫາ ອານຸສາວະລີເຈົ້າອານຸວົງ – ຖະໜົນ ເຈົ້າຟ່າງຸ່ມ (ແຕ່ສາມແຍກປາກປາສັກ ຫາ ຫໍພະແຫ້ວ) (ຂໍຂອບໃຈສຳລັບຮູບພາບ)  

Read More »

ຈະເປັນແນວໃດ? ເມື່ອ ແທັກ ພະລັນຍູ ນັກສະແດງສຸດແນວປະເທດເພື່ອນບ້ານ ທ່ອງທ່ຽວຕະຫຼາດຂົວດິນ ປະເທດລາວ!!!

ມາເບິ່ງກັນວ່າຈະເປັນແນວໃດເມື່ອ??? ພະລັນຍູ ໂລດຈະນະວຸດທຳ (ແທັກ)  ນັກສະແດງ-ພິທີກອນສຸດແນວຈາກປະເທດເພື່ອນບ້ານ ໄດ້ເດີນທາງມາທ່ອງທ່ຽວພ້ອມກັບຖ່າຍທຳລາຍການ ເຊິ່ງການເດີນທາງມາຂອງ ແທັກ ໃນຄັ້ງນີ້ເພິ່ນກໍໄດ້ມີໂອກາດເດີນທາງໄປທີ່ ຕະຫຼາດຂົວດິນ ນະຄອນຫຼວງວຽງຈັນ ປະເທດລາວ ແລະ ກໍໄດ້ຍ່າງທ່ຽວຊົມເບິ່ງວິຖີຊີວິດໃນຍາມເຊົ້າຂອງພໍ່ແມ່ພີ່ນ້ອງຊາວລາວ. (ມີຄລິບລາຍການມາຝາກ)  ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນໄດ້ມາເຖິງ ນະຄອນຫຼວງວຽງຈັນ ປະເທດລາວ ທັງທີ ໜຸ່ມ ແທັກ ພະລັນຍູ ກໍບໍ່ພາດທີ່ຈະໄປທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ເປັນຈຸດແລນມາກບໍ່ວ່າຈະເປັນ ພຣະທາດຫຼວງວຽງຈັນ, ພິພິທະພັນ ຫໍພຣະແກ້ວ ແລະ ສວນປະຕູໄຊ… (ລອງມາເບິ່ງຄລິບລາຍການທີ່ຖ່າຍທຳໃນປະເທດລາວ) ເບິ່ງແລ້ວປະເທດລາວງົດງາມແທ້ໆເລີຍວ່າບໍ່ແຟນໆ???, ຢ່າງໃດກໍຝາກ ໜຸ່ມ ແທັກ ພະລັນຍູ ຢ່າລືມມາຢ້ຽມຍາມປະເທດລາວກັນອີກແດ່ ແຟນໆຊາວລາວຍິນດີຕ້ອນຮັບ!!! ຮູບພາບ: IG/tack_pharunyoo ຄລິບ: BRIGHT TV/บิน กิน เฮ

Read More »