Breaking News

News

ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ແຈກແທ້ແຈກຈິງ!!!! ແຈກໄປແລ້ວໄມໂຄເວບ 30 ລາງວັນມູນຄ່າ 75 ລ້ານກີບ

~ ຈາກການຈັບສະຫຼາກຫາຜູ້ໂຊກດີປະຈຳເດືອນ ~ ໃນໂປຣໂມຊັ່ນແຈກໂຊກຄືນກຳໄລໃຫ້ແກ່ລູກຄ້າໂດຍໄດ້ເລີ່ມແຈກຕັ້ງ​ແຕ່​ເດືອນ​ພະ​ຈິກຫາເດືອນ​ທັນ​ວາ 2019 ລວມ 30 ລາງວັນ ລວມເປັນມູນຄ່າ 75 ລ້ານກີບ​   ທີ່​ເຮົາໄດ້​ຈັບ​ສະຫຼາກ​ຫາຜູ້ໂຊກດີ​ໃນ​ທຸກໆເດືອນເປັນໄມໂຄເວບເດືອນລະ 5 ລາາງວັນ ໂດຍຜ່ານຊອ່ງທາງ ການໄລ໌ສົດ ຢູ່ ທີ່ Facebook ເພສ ນິສສັນລາວ Nissan Laos ລູກຄ້າທີ່ໄດ້ຮັບລາງວັນປະຈຳເດືອນນັ້ນແມ່ນລູກຄ້າເກືອບທຸກແຂວງກັນເລີຍບໍ່ວ່າຈະເປັນລູກຄ້າທີ່ອອກລົດຢູ່ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ , ສະຫວັນນະເຂດ ແລະ ປາກເຊ.     ບໍ່ວ່າທ່ານຈະຢູ່ແຂວງໃດໃນປະເທດລາວກໍ່ມີສິດລຸ້ນຮັບພຽງແຕ່ທ່ານ ມາອອກລົດໃໝ່ກັບພວກເຮົາ ທ່ານກໍ່ມີສິດລຸ້ນໂຊກເປັນຜູ້ໂຊກດີ ແລະ ຍັງມີໄມໂຄເວບອີກ 10 ລາງວັນທີ່ຈະຈັບສະລາກແຈກໂຊກປະຈຳເດືອນ 1 ແລະ ເດືອນ 2 ປີ 2020 ແລະ ໃນຕົ້ນເດືອນ 3 ປີ 2020 ກໍຈະລຸ້ນຈັບສະຫຼາກ…..ຂອງລາງວັນທີ່ໃຫ່ຍທີ່ສຸດ ຄື …

Read More »

ໜ້າຮັກຫຼາຍ!!! ໜຸ່ມເວຍ ສຸກົນລະວັດ ພະເອກດັງຈາກໄທ ເດີນທາງມາລາວ ແຟນຄຣັບຕ້ອນຮັບຢ່າງອົບອຸ່ນ…

ຖ້າເວົ້າເຖິງ ເວຍ ສຸກົນລະວັດ ແລ້ວຖືວ່າພະເອກໜຸ່ມສຸດຮອດແຖວໜ້າຂອງ ປະເທດໄທ ທີ່ມີຜົນງານການສະແດງຮູບເງົາ ທີ່ຫຼາກຫຼາຍຄົນໜື່ງ ແລະ ຜົນງານແຕ່ລະເລື່ອງຂອງໜຸ່ມເວຍນັ້ນກໍຮູ້ສຶກວ່າຈະມີກະແສຕອບຮັບທີ່ດີພໍສົມຄວນ ຈົນເຮັດໃຫ້ ໜຸ່ມເວຍ ມີຖານແຟນຄຣັບທີ່ໜ້າແໜ້ນແຮງ ບໍ່ວ່າຈະເປັນແຟນຄຣັບທາງປະເທດໄທ ແລະ ແຟນຄຣັບຈາກປະເທດລາວເຮົາກໍມີບໍ່ໜ້ອຍ… ແຫ່ງໄລຍະນີ້ທີ່ມີຂ່າວຄາວອອກມາອັບເດດ ເລື່ອງຄວາມຮັກ ກັບນາງເອກສາວ ແຖວໜ້າຂອງປະເທດໄທ ຄື ສາວເບວລ່າ ລານີ ທີ່ຕອນນີ້ແຟນຄຣັບຕ່າງກໍລຸ້ນຂ່າວດີໄປຕາມໆກັນຢູ່!!! ເຊິ່ງລ່າສຸດວັນທີ 28 ມັງກອນ 2020 ເວຍ ສຸກົນລະວັດ ກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອເປີດໂຕສິນຄ້າ ແລະ ພົບປະແຟນໆຢູ່ທີ່ ຕະຫຼາດເຊົ້າ ເຊິ່ງງານນີ້ກໍມີບັນດາແຟນຄັບຄົນລາວໃຫ້ການຕ້ອນຮັບຢ່າງຫຼວງຫຼາຍ… ມື້ນີ້ແອັດມິ້ນກໍໄດ້ເກັບພາບບັນຍາກາດສົດໆຮ້ອນມາຕ້ອນສາວໆ ທີ່ບໍ່ທັນໄປ Meet & Greet ໜຸ່ມເວຍ ຕິດຂອບເວທີ ແຕ່ຮັບຮອງໄດ້ຟີນແນ່ນອນຈ່າາາາ ຂອບໃຈຮູບພາບຈາກ: IG: Star_Lao

Read More »

ເປີດແລ້ວ!!! ງານສົ່ງເສີມຜະລິດຕະພັນລາວ ເທສະການອາຫານລາວ ປະຈໍາປີ 2020… (ວັນທີ 28-31 ມັງກອນ)

ສິ້ນສຸດການລໍຄອຍ ສໍາລັບງານເທສະການອາຫານລາວ ປະຈໍາປີ 2020 ທີ່ທາງສະມາຄົມນັກທຸລະກິດຍິງລາວ ແລະ ກະຊວງອຸດສາຫະກໍາ ຮ່ວມກັນຈັດຂຶ້ນມາເພື່ອເປັນການສົ່ງເສີມໃຫ້ຄົນລາວ ຫັນມາໃຫ້ຄວາມສໍາຄັນກັບຜະລິດຕະພັນລາວ, ສິນຄ້າຂອງຄົນລາວຫຼາຍຂຶ້ນ ໂດຍງານເທສະການອາຫານລາວ ປະຈໍາປີ 2020 ແມ່ນໄດ້ຈັດຂຶ້ນຢູ່ທີ່ ເດີ່ນສວນເຈົ້າອານຸວົງ ຕັ້ງແຕ່ມື້ນີ້ ວັນທີ 28 ໄປຈົນເຖິງ ວັນທີ 31 ມັງກອນ 2020 ເລີ່ມແຕ່ 8:00-22:00 ຂອງ 4 ມື້ທີ່ໄດ້ກໍານົດໄວ້… ໃນມື້ເປີດງານທີ່ມີຄວາມໝາຍຄວາມສໍາຄັນນີ້ ກໍໄດ້ມີບັນດາເມຍການນໍາ ທີ່ນໍາພາໂດຍ ທ່ານ ນາງນາລີ ສີສຸລິດ ພັນລະຍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ. ລາວ. ບັນດາຫົວໜ່ວຍທຸລະກິດ, ຜູ້ສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຝົດຟື້ນ… ແລະ ກ່ອນຈະຮອດເວລາເປີດງານຢ່າງເປັນທາງການນີ້ ທ່ານ ນາງຈັນທະຈອນ ວົງໄຊ …

Read More »

ບໍລິສັດ ອາລິອັນສ໌ ປະກັນໄພ ປັບປຸງການບໍລິການຢ່າງຮອບດ້ານ ພ້ອມທັງ ເປີດຕົວ ຜະລິດຕະພັນປະກັນຊີວິດແບບໃໝ່

ເພື່ອຕອບສະໜອງຄວາມຕ້ອງການ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ ຜູ້ທີ່ໃຊ້ບໍລິການ ບໍລິສັດ ອາລິອັນສ໌ ປະກັນໄພລາວ  ໄດ້ຈັດງານຖະແຫຼງຂ່າວ ປັບປຸງການບໍລິການຢ່າງຮອບດ້ານຂອງບໍລິສັດ   ແລະ ເປີດຕົວຜະລິດຕະພັນປະກັນໄພຊີວິດແບບໃຫມ່ “ປະກັນໄພ ອຸ່ນໃຈຫາຍຫ່ວງ”  (AGL Protection Insurance) ພ້ອມທັງຮັກສາຄວາມເປັນຜູ້ນໍາທາງດ່້ານປະກັນໄພໃນ ສປປ ລາວ  ຂຶ້ນໃນຕອນບ່າຍຂອງວັນທີ 27 ມັງກອນ 2020.  ຢູ່ທີ່ສໍານັກງານໃຫຍ່ຂອງບໍລິສັດ   ອາລິອັນສ໌ ປະກັນໄພລາວ  ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປ.ອ. ບຸນເຫຼືອ ສີນໄຊວໍລະວົງ ປະທານສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ປ.ອ. ນາງ ພິລານີ ພິດສະໄໝ ກຳມະການສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ກີ ອາໂປວີ ຜູ້ອຳນວຍການ ແລະ ທ່ານ ບຸນຖົມ ລໍມະນີ …

Read More »

ຊົມເຊີຍ!!! ໜຸ່ມລາວຄວ້າລາງວັນ ຮອງອັນດັບ 1 ຈາກເວທີປະກວດຊາຍງາມ ເທບພະບຸດນາຄາ ທີ່ປະເທດໄທ…

ໄລຍະນີ້ ຮູ້ສຶກວ່າຈະມີແຕ່ຂ່າວຄາວທີ່ໜ້າຢ້ານກົວຫຼາຍພໍສົມຄວນ ບໍ່ວ່າຈະເປັນຂ່າວ ພະຍາດລະບາດ ທີ່ຍາມໄດ້ກໍມີແຕ່ແຈ້ງການມາວ່າ ມີຜູ້ຕິດເຊື້ອເພີ່ມຂຶ້ນ ຫຼືຄົນຕາຍເພີ່ມອີກ ຫຼືວ່າຂ່າວເລື່ອງຄວາມຕຶງຄຽດກ່ຽວກັບຂໍ້ຄັດແຍ່ງລະຫວ່າງ ອາເມຣິກາ ແລະ ອີລ່ານ ຫຼືແມ່ນແຕ່ຂ່າວເລື່ອງ ຝຸ່ນ PM 2.5 ທີ່ກໍາລັງແຜ່ກະຈາຍໄປທົ່ວໂລກ… ຈັ່ງແມ່ນເປັນຕາເມື່ອຍໃຈນໍາ!!! ແຕ່ມື້ນີ້ ນອກຈາກຂ່າວເປັນຕາຢ້ານເຫຼົ່ານັ້ນແລ້ວ ແອັດມິ້ນກໍຍັງມີຂ່າວຄາວດີໆ ທີ່ເປັນຕາອ່ານ, ເປັນຕາເບິ່ງ, ເປັນຕາໜ້າຍິນດີມາໃຫ້ແຟນໆຊາວລາວເຮົາໄດ້ດີໃຈນໍາຢູ່… ເຊິ່ງຂ່າວດີມື້ນີ້ກໍຄື ຂ່າວຄວາມສໍາເລັດຂອງຊາວໜຸ່ມລາວອີກກ້າວໜຶ່ງ ເມື່ອໜຸ່ມ ໄຊ ພອນໄຊ ແກ້ວວົງກົດ ທີ່ໄດ້ເດີນທາງໄປປະກວດ ເວທີປະກວດຊາຍງາມ ເທບພະບຸດນາຄາ ປີທີ3 ທີຄຳຊະໂນດ ຈັງຫວັດອຸດອນ ປະເທດໄທ ທີ່ຈັດຂຶ້ນລະຫວ່າງວັນທີ 25-26 ມັງກອນ 2020 ຜ່ານມານີ້ ເຊິ່ງໜຸ່ມໄຊ ກໍບໍ່ໄດ້ເຮັດໃຫ້ແຟນຄຣັບຜິດຫວັງ ເພາະສາມາດຄວ້າລາງວັນ ຮອງອັນ 1 ມາຄອງໄດ້ສໍາເລັດ. ສໍາລັບເວທີປະກວດຊາຍງາມ ເທບພະບຸດນາຄາ ເປັນເວທີໜຶ່ງທີ່ເປີດໂອກາດໃຫ້ບັນດາໜຸ່ມໆ …

Read More »