ຊ່ວງນີ້ກະແສນາງງາມກຳລັງມາແຮງ ເລີຍຢາກພາແຟນໆມາເຮັດຄວາມຮູ້ຈັກກັບສາວງາມຈາກປະເທດຕ່າງໆ ນິ້ງ ໂສພິດາ ການຈະນະລິນ Miss Universe Thailand 2018 ປີນີ້ຖືວ່າເປັນປີທີ່ພິເສດແດ່ ເພາະຈະມີການຈັດການປະກວດໃນເວທີ ນາງງາມຈັກກະວານ ( Miss Universe 2018) ໃກ້ໆກັບປະເທດລາວເຮົາ ຈັດຂື້ນທີ່ປະເທດໄທ. ສຳລັບມື້ນີ້ລອງມາສ່ອງໂປຟາຍຂອງສາວງາມຈາກປະເທດເພື່ອນບ້ານ ນິ້ງ ໂສພິດາ ການຈະນະລິນ Miss Universe Thailand 2018 ອາຍຸ 23 ປີ ລວງສູງ 169 ຊັງຕີແມັດ ນິ້ງເປັນສາວງາມດີກຼີນັກຮຽນນອກ ຈົບການສຶກສາລະດັບປະລິນຍາຕີຈາກຄະນະ Business administration ສາຂາ Finance ຈາກ University of Nevada, Las Vegas ດ້ວຍກຽດນິຍົມອັນດັບ 2 ແຖມຍັງໄດ້ຮັບລາງວັນໃນຖານະນັກຮຽນດີເດັ່ນ ຈາກ ອະດີດປະທານນາທິບໍດີ ບາຣັກ ໂອບາມາ ແລະ ກ່ອນໜ້າທີ່ຈະໄດ້ຮັບຕຳແໜ່ງນາງເຄີຍດຳລົງຕຳແໜ່ງຜູ້ຈັດການທະນະຄານທະຫານໄທ …
Read More »News
ນາງສາວລາວ ປີ 2011 ພົບປະແຟນໆນາງງາມ ພ້ອມຈັດລຸກທີ່ເບິ່ງແລ້ວງົດງາມຫຼາຍໆ
ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011 ພົບປະແຟນໆນາງງາມ ມາພ້ອມກັບລຸກທີ່ເບິ່ງແລ້ວ ໜ້າຮັກ ສົດໃສ…ງົດງາມສົມກັບເປັນ ນາງສາວລາວ. ແລະ ຍັງມີພາບບັນຍາກາດທີ່ ສາວ ລູກນໍ້າ ພ້ອມກັບບັນດານາງສາວລາວເຊັ່ນ: ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ ດວງພະໄທ ເມກສີທອງ ນາງສາວລາວ ປີ 2017 ໄດ້ພົບປະແຟນໆນາງງາມ ແບບໄກ້ຊິດເປັນພາບທີ່ໜ້າຮັກຫຼາຍໆ… ຂໍຂອບໃຈຮູບພາບຈາກ:Louknum Vongsili , Alex Aliya Soundala
Read More »ຂໍ້ຄິດເຕືອນໃຈ ໃນການໃຊ້ຊີວິດໃຫ້ມີຄວາມສຸກ ແລ ຄຸ້ມຄ້າທີ່ສຸດ!!!
“ທຸກຢ່າງບໍ່ມີຫຍັງແນ່ນອນ ຢ່າໄປຄາດຫວັງຄວາມສຸກຈາກຄົນອື່ນ ແຕ່ໃຫ້ຊອກຈາກຕົວເຮົາເອງ” ເຄີຍສົງໄສບໍ່ວ່າເປັນຫຍັງເມື່ອເຮົາມີຄົບທຸກຢ່າງແລ້ວ ຫຼືເຮົາກໍບໍ່ໄດ້ດ້ອຍຈາກຄົນອື່ນປານໃດ ແຕ່ເຮົາຄືຍັງບໍ່ມີຄວາມສຸກເລີຍ ກົງກັນຂ້າມບາງຄົນທີ່ເຂົາຍັງດ້ອຍກວ່າເຮົາຫຼາຍ ແຕ່ເປັນຫຍັງມີຄວາມສຸກໃນການໃຊ້ຊີວິດຫຼາຍແທ້ ແລ້ວເຮົາຕ້ອງເຮັດແນວໃດຈຶ່ງມີຄວາມສຸກໄດ້ ລອງມາອ່ານ 5 ຂໍ້ເຕືອນໃຈໃນການໃຊ້ຊີວິດໃຫ້ຄຸ້ມຄ່າ ແລະມີຄວາມສຸກ ນຳກັນເບິ່ງເນາະ! ຄິດສະເໝີວ່າຊີວິດນີ້ສຸດແສນສັ້ນ ຫຼາຍໆຄົນມີແຕ່ໝົກມຸ່ນຢູ່ກັບໜ້າທີ່ວຽກງານ ເພື່ອໃຫ້ໄດ້ມາເຊິ່ງເງິນຄໍາຫຼາຍໆ ຈົນຫຼົງລືມໄປວ່າຊີວິດເຮົານັ້ນສັ້ນພຽງໃດ ເຮົາເສຍເວລາໃຫ້ກັບການຮຽນ, ການສຶກສາ ໄປຫຼາຍກວ່າ 20 ປີ ແລ້ວຈາກນັ້ນກໍຕ້ອງເຂົ້າສູ່ຕະຫຼາດແຮງງານ ເພື່ອຫາເງິນຫຼາຍກວ່າ 40 ປີ ແລ້ວຄວາມສຸກມັນຢູ່ໃສລະ? ເຮົາເຫັນມັນແລ້ວຫວາ? ເຮົາສູນເສຍເວລາໄປຫຼາຍກວ່າ 60 ປີ ໃນການຊອກຫາສິ່ງຂອງນອກກາຍ ທີ່ເຮັດໃຫ້ເຮົາມີຄວາມສຸກພຽງຊົ່ວຄາວ ແຕ່ຄວາມສຸກທີ່ແທ້ຈິງໃນຊີວິດເຮົາຢູ່ໃສ? ຫຼາຍໆຄົນມັກຄິດໃນໃຈຕະຫຼອດ ແຕ່ພັດນັ່ງລໍຖ້າມື້ທີ່ຈະເລີ່ມຕົ້ນຊີວິດໃໝ່ (ແຕ່ບໍ່ມາຮອດຈັກເທື່ອ) … ສິ່ງນີ້ເປັນສິ່ງທີ່ຜິດເດີ້ ເຈົ້າຄວນເລີ່ມແຕ່ຕອນນີ້ເລີຍ ບໍ່ຕ້ອງຖ້າໃຫ້ຮອດປີໜ້າ, ເດືອນໜ້າ, ມື້ອື່ນ ຫຼືມື້ໃດເພາະບາງເທື່ອມື້ນັ້ນອາດຈະສາຍເກີນໄປກໍໄດ້. ຊີວິດຄືສິ່ງທີ່ເຮົາເລືອກເອງ ຫົວຂໍ້ນີ້ຮູ້ສຶກຄຸ້ນໆບໍ່? ບາງຄົນອາດຈະເຂົ້າໃຈສິ່ງນີ້ຢ່າງຈະແຈ້ງແລ້ວ ແຕ່ຄໍານີ້ມັນສາມາດອະທິບາຍໄດ້ຫຼາຍໆຢ່າງ ໃນຊີວິດຂອງເຮົານັ້ນ …
Read More »ຍົກເລີກສັນຍາແຮງງານແນວໃດ ຈຶ່ງຈະໄດ້ເງິນຊົດເຊີຍເຕັມຈຳນວນ?
ເຄີຍເປັນບໍ່? ເບື່ອນະໂຍບາຍບໍລິສັດ ເບື່ອເພື່ອນຮ່ວມງານມັກເວົ້າຂວັນ ໂອ້ຍຍຍ ບໍ່ຢາກເຮັດວຽກຢູ່ບ່ອນນີ້ແລ້ວ ມັນວຸ່ນວາຍ ບໍ່ມີຄວາມສຸກ ຢາກລາອອກຈາກວຽກໃຈຊິຂາດ ແຕ່ກໍໄດ້ເຮັດວຽກມາດົນແລ້ວ ສັນຍາກໍຍັງບໍ່ທັນໝົດ ແລະຢ້ານຫົວໜ້າເພິ່ນບໍ່ຈ່າຍເງິນຊົດເຊີຍໃຫ້ເຕັມຈຳນວນອີກ ພາໃຫ້ອຸກອັ່ງຫົວໃຈ .. ມື້ນີ້ ຄໍລຳ ຂວັນໃຈ ຈຶ່ງເອົາ ມາດຕາ 83 ຈາກກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ປີ 2014 ມາຝາກມາຕ້ອນແຟນໆຂວັນໃຈ ໄດ້ລອງກວດກາເບິ່ງວ່າ ບັນຫາທີ່ສາວໆຢາກລາອອກຈາກວຽກ ຫຼື ຍົກເລີກສັນຍາແຮງງານຂອງຕົນນັ້ນ ຕົກຢູ່ໃນກໍລະນີໃດໜຶ່ງທີ່ນາຍຈ້າງຕ້ອງໄດ້ຈ່າຍເງິນຊົດເຊີຍໃຫ້ຫຼືບໍ່ ມາດຕາ 83 (ປັບປຸງ) ການຍົກເລີກສັນຍາແຮງງານ ໂດຍຜູ້ອອກແຮງງານ ຜູ້ອອກແຮງງານ ມີສິດສະເໜີຍົກເລີກສັນຍາແຮງງານ ໂດຍໃຫ້ຜູ້ໃຊ້ແຮງງານຈ່າຍຄ່າຊົດເຊີຍ ໃນກໍລະນີ ດັ່ງນີ້: ມີສຸຂະພາບອ່ອນເພຍ ຫຼັງຈາກໄດ້ຮັບການປິ່ນປົວແລ້ວ ໂດຍມີການຢັ້ງຢືນຈາກທາງການແພດ ແລະຜູ້ໃຊ້ແຮງງານ ກໍໄດ້ສັບຊ້ອນຕຳແໜ່ງງານໃໝ່ໃຫ້ເຮັດແລ້ວ ແຕ່ກໍຍັງບໍ່ສາມາດເຮັດໄດ້; ມີການທັກທ້ວງຂອງຜູ້ອອກແຮງງານ ໃຫ້ຜູ້ໃຊ້ແຮງງານ ປະຕິບັດຕາມສັນຍາແຮງງານມາຫຼາຍເທື່ອແລ້ວ ແຕ່ກໍ່ມີການປ່ຽນແປງ; ມີການຍົກຍ້າຍສະຖານທີ່ເຮັດວຽກ …
Read More »ແຟນຄລັບມີກຣີດໆໆໆ! The Toys ນັກຮ້ອງສຸດແນວ ໂຊພະລັງສຽງທີ່ປະເທດລາວ
ກຣີດໆໆໆ! ຂໍບອກວ່າງານນີ້ແຟນຄລັບຊາວລາວເຮົາມີກຣີດໆໆໆ…ກັນແນ່ນອນ ໃນມື້ນີ້ ຊະນີIndy ຈະມາເລົ່າຂ່າວທີ່ແບບວ່າຮູ້ແລ້ວຕ້ອງຮ້ອງ ວ້າວວວ ເພາະວ່າ ໃນວັນທີ 13 ສິງຫາ 2018 ທີ່ຜ່ານມາ The Toys ນັກຮ້ອງທີ່ກຳລັງ Hot and Hit ມາແຮງທີ່ສຸດໃນເວລານີ້ຂອງປະເທດເພື່ອນບ້ານ (ປະເທດໄທ) ໄດ້ເດີນທາງມາໂຊພະລັງສຽງ ມ່ວນໆ ຫວານໆ ໃຫ້ແຟນຄລັບຊາວລາວໄດ້ຟັງກັນແບບໃກ້ຊິດ. ສຳລັບ The Toys ເຊື່ອວ່າແຟນໆຊາວລາວເຮົາບໍ່ໜ້ອຍທີ່ເປັນແຟນຄລັບຂອງໜຸ່ມຄົນນີ້ເຊັ່ນດຽວກັນ ນອກຈາກຄວາມສາມາດທາງດ້ານການຫຼິ້ນດົນຕີຫຼາຍຊະນິດ Toy ກໍ່ຍັງມີຜົນງານເພງທີ່ມ່ວນ ຮິດຕິດຫູຫຼາຍເພງເຊັ່ນ: ໜ້າໜາວທີ່ແລ້ວ, 04:00, ກ່ອນລະດູຝົນ, ຂໍໂທດທີ່ເປັນແບບນີ້, ນອນໄດ້ແລ້ວ ແລະ ຍັງມີອີກຫຼາຍຫຼາຍເພງທີ່ຮິດຕິດກະແສ ແລະ ນອກຈາກນັ້ນໜຸ່ມຄົນນີ້ກໍ່ຍັງມີ style ທີ່ບໍ່ຄືໃຜ ເປັນຕົວຂອງຕົວເອງ ບອກເລີຍວ່າມີຄວາມແນວສຸດໆ ຈົນເຮັດໃຫ້ມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ. บินมาเพื่อรูปนี้ ?? สุดจริงๆคนนี้ ฟินทุกรอบที่ดูนางบนเวที @thetoysthetoysthetoys …
Read More »