Breaking News

News

ໃຜລຶ້ງເບື້ອງຊ້າຍຍົກມືຂຶ້ນ? ວັນຖະໜັດແຮງຊ້າຍສາກົນ (International Left Handers Day)

ຮູ້ກັນຫຼືບໍ່?  ວັນທີ 13 ສິງຫາ ທີ່ຜ່ານມາ ນອກຈາກຈະເປັນວັນສື່ມວນຊົນລາວ ຄົບຮອບ 65 ປີ ແລະ ວັນຄົບຮອບວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 56 ປີ ແລ້ວ ຍັງເປັນວັນຄົນທີ່ມີຄວາມລື້ງ ຫຼື ຖະໜັດແຮງຊ້າຍສາກົນ ຫຼື #InternationalLeftHandersDay ອີກດ້ວຍ ຊຶ່ງອີງຕາມຂໍ້ມູນສະຖິຕິປະຊາກອນໃນໂລກ ສ່ວນໃຫຍ່ຈະເປັນຄົນຖະໜັດແຮງຂວາ ປະມານ 85%-90% ໃນຂະນະທີ່ຄົນຖະໜັດແຮງຊ້າຍມີພຽງ 10%-15% ເທົ່ານັ້ນ. ສຳລັບວັນຄົນຖະໜັດແຮງຊ້າຍສາກົນ ແມ່ນເລີ່ມເປັນຄັ້ງທຳອິດໃນປີ 1976 ທີ່ປະເທດສະຫະລັດອາເມຣິກາ ໂດຍອົງກອນ Lefthanders International ທີ່ມີຈຸດປະສົງເພື່ອສະເຫຼີມສະຫຼອງຄວາມສາມາດພິເສດໃນການເຮັດວຽກງານຕ່າງໆດ້ວຍແຮງຊ້າຍທີ່ເປັນເອກະລັກ ລວມທັງສົ່ງເສີມບົດບາດ ແລະ ຄວາມເທົ່າທຽມກັນຂອງຄົນທີ່ຖະໜັດແຮງຊ້າຍ ແລະ ຂວາ ໃນສັງຄົມ ຊຶ່ງໃນເມື່ອກ່ອນ ຄົນທີ່ຖະໜັດແຮງຊ້າຍ ແມ່ນຖືກດູໝີ່ນວ່າເປັນຄົນພິການ, ບົກພ່ອງ ແລະ ຜິດປົກກະຕິທາງຮ່າງກາຍ. ນອກຈາກນີ້, ຄົນທີ່ຖະໜັດແຮງຊ້າຍຍັງຖືກຄົນໃນສັງຄົມຕາເວັນຕົກບູຮານ …

Read More »

ຕິດເປັນນິດໃສ! ເຫດຜົນທີ່ເຮັດໃຫ້ຕັດໃຈຈາກຄົນຮັກເກົ່າບໍ່ໄດ້ (ເຊົາໂງ່ໄດ້ແລ້ວ Ok)

ການອົກຮັກ ຜິດຫວັງຈາກຄວາມຮັກ ເປັນເລື່ອງທໍາມະດາ ຂຶ້ນຊື່ວ່າ “ຄວາມຮັກ” ກໍ່ຕ້ອງມີທັງຄວາມຮັກທີ່ “ສົມຫວັງ ແລະ ຜິດຫວັງ” ສຳລັບຄົນທີ່ມີຄວາມຮັກທີ່ສົມຫວັງ ໝັ້ນຄົງ ຄອງຄູ່ກັນໄປຈົນແກ່ຈົນເຖົ້າ ກໍຖືວ່າເປັນຄົນທີ່ປະສົບຜົນສຳເລັດໃນຄວາມຮັກໄປ ແຕ່ສຳລັບຄົນທີ່ ບໍ່ສົມຫວັງ ຫຼື ຜິດຫວັງໃນຄວາມຮັກແນ່ນອນວ່າເມື່ອຄວາມສໍາພັນຢຸດຕິລົງ ເຮົາກໍຕ້ອງໂສກເສົ້າເສຍໃຈເປັນເລື່ອງປົກກະຕິ ແຕ່ເມື່ອເວລາຜ່ານໄປ ສາວໆເຄີຍເປັນບໍ່? ທີ່ພະຍາຍາມດຶງຕົວເອງໃຫ້ເຂັ້ມແຂງຂຶ້ນ ເວົ້າກັບຕົວເອງຕໍ່ໜ້າແວ່ນວ່າຂ້ອຍ ໂອເຄ ແລ້ວ ພັດຍົກເວັ້ນເລື່ອງຄວາມຮັກຄັ້ງເກົ່າ ຫຼືແຟນເກົ່າ ອາດຈະຟັງເປັນເລື່ອງຕະຫຼົກ ແຕ່ເຊື່ອບໍ່ວ່າຜູ້ທີ່ເຄີຍພົບເຫດການນັ້ນມາແລ້ວ ມັນບໍ່ງ່າຍເລີຍ ບໍ່ວ່າຈະພະຍາຍາມລືມມັນໄປໄດ້ດົນສໍ່າໃດ ແຕ່ເມື່ອມີເລື່ອງໃດເລື່ອງໜຶ່ງມາກະທົບຈິດໃຈ ກໍເຮັດໃຫ້ມັນກັບຄິດຮອດເຂົາຄົນທີ່ເຄີຍຮັກຂຶ້ນມາໂດຍບໍ່ມີເຫດຜົນ ຄືກັບຮອຍບາດເກົ່າທີ່ບໍ່ມີມື້ຫາຍຂາດໄດ້ ແລະ ເຄີຍສົງໄສບໍ່ວ່າເປັນຍ້ອນຫຍັງ?  ມາເບິ່ງ! 5 ເຫດຜົນທີ່ເຮັດໃຫ້ຕັດໃຈຈາກຄົນຮັກເກົ່າບໍ່ໄດ້ (ເຊົາໂງ່ໄດ້ແລ້ວ Ok) ຄິດຮອດເຂົາທຸກຄັ້ງທີ່ຮູ້ສຶກທໍ້ “ຖ້າເຂົາຍັງຢູ່ບ່ອນນີ້ກະຄືຊິດີເນາະ” ປະໂຫຍກທີ່ຄົນຍັງບໍ່ລືມແຟນເກົ່າມັກເວົ້າກັນ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ ມັນເປັນຄໍາເວົ້າທີ່ດີຫຼາຍ ແຕ່ປະໂຫຍກນີ້ລະທີ່ສະແດງໃຫ້ຮູ້ວ່າເຮົາກໍາລັງຄິດຮອດເຂົາຄົນນັ້ນຫຼາຍ ຍັງໂຫຍຫາ ຢາກໃຫ້ເຂົາກັບມາເປັນຄວາມສະບາຍໃຈ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ອີກຄັ້ງ ຄິດຮອດໂອກາດທີ່ຈະໄດ້ກັບໄປເປັນຄືເກົ່າອີກຄັ້ງ ບໍ່ວ່າຈະເປັນຍ້ອນສາເຫດໃດກໍຕາມທີ່ເຈົ້າຢາກໃຫ້ເຂົາກັບມາເປັນຄືເກົ່າ …

Read More »

ຕໍ່ໄປນີ້! ບັດພະນັກງານ-ລັດຖະກອນ ຈະທັນສະໄໝຂຶ້ນ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້!!!

“ລັດກຽມອອກບັດໃຫ້ພະນັກງານ-ລັດຖະກອນ ທັນສະໄໝ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້” ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາ ການອອກບັດ ພະນັກງານ-ລັດຖະກອນ, ໂດຍການເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ, ທັງເປັນຫົວໜ້າຄະນະຊີ້ນໍາການອອກບັດ ພະນັກງານ-ລັດຖະກອນຂັ້ນສູນກາງ, ມີ ພະນັກງານ-ລັດຖະກອນ ກະຊວງດັ່ງກ່າວເຂົ້າຮ່ວມເປັນຈໍາຫຼາຍ ເພື່ອຈະໄດ້ຮັບຮູ້ ແລະ ເຂົ້າເຖິງຄວາມສໍາຄັນຂອງບັດດັ່ງກ່າວຕໍ່ການຄຸ້ມຄອງ ປະຫວັດພະນັກງານ-ລັດຖະກອນໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ. ໃນໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງບັດດັ່ງກ່າວ ເພື່ອເພີ່ມທະວີການຄຸ້ມຄອງພະນັກງານ-ລັດຖະກອນ, ນັບທັງດ້ານຈໍານວນມີໜ້າຕົວຈິງຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ໃຫ້ສອດຄ່ອງກັບລະບຽບການໃນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍໃຫ້ມີຄວາມທັນສະໄໝ, ພ້ອມທັງເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ຖືກຕ້ອງຕາມຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຢູ່ແຕ່ລະຂັ້ນ ມີຄວາມສະດວກ ແລະ ຄວາມເປັນເອກະພາບການຈັດຕັ້ງປະຕີບັດຕົວຈິງໃນຂອບເຂດທົ່ວປະເທດ. ທີ່ມາ: ຂປລ

Read More »

ແຊປ້ອງໄລ ປາຍທາງການທ່ອງທ່ຽວທີ່ຄວນຢູ່ໃນແຜນ!

ສໍາລັບຄົນມັກທ່ອງທ່ຽວທໍາມະຊາດ… ເມື່ອເວົ້າເຖິງ “ແຊປ້ອງໄລ” ກໍອາດຈະເຮັດໃຫ້ຫຼາຍຄົນຢາກໄປສໍາພັດກັບທໍາມະຊາດ ໂດຍສະເພາະລະດູຝົນແບບນີ້ ຍິ່ງຈະເຮັດໃຫ້ສາວໆໄດ້ສໍາພັດກັບບັນຍາກາດຂອງທໍາມະຊາດ, ພູຜາປ່າໄມ້ທີ່ຂຽວສົດ ແລະ ນໍ້າຕົກຕາດທີ່ຍາກຈະພັນລະນາໄດ້ ເຊິ່ງຄັ້ງໜຶ່ງຈະຕ້ອງໄປສໍາພັດໃຫ້ໄດ້ດ້ວຍຕົນເອງ… ແຕ່ຖ້າໃຜທີ່ຍັງບໍ່ມີໂອກາດໄດ້ໄປ ເພາະວຽກ ຫຼືຫຍັງກໍຕາມ ກໍລອງມາເບິ່ງເອົາໄວ້ເປັນຄວາມຮູ້ເພື່ອວ່າໄປແລ້ວຈະບໍ່ໄດ້ພາດ ຈຸດຖ່າຍຮູບ, ຊົມວິວງາມໆໃນສະຖານທີ່ງາມໆແຫ່ງນີ້!!! ນໍ້າຕົກຕາດແຊປ້ອງໄລ ເປັນນໍ້າຕົກທີ່ເກີດຈາກສາຍນໍ້າເຊປຽນ ມີຄວາມກວ້າງປະມານ 130 ແມັດ, ແບ່ງເປັນສອງສາຍ ດ້ານຊ້າຍສູງປະມານ 20 ແມັດ ແລະ ດ້ານຂວາສູງປະມານ 30-40 ແມັດ. ເປັນນໍ້າຕົກທີ່ມີຄວາມງົດງາມຫຼາຍ ແລະ ສາມາດດຶງດູດນັກທ່ອງໄດ້ເປັນຢ່າງດີ ເພາະນັກທ່ອງທ່ຽວສາມາດລົງໄປຫຼິ້ນນໍ້າສໍາພັດນໍ້າເຢັນໆແບບທໍາມະຊາດ ໃນສະຖານທີ່ແຫ່ງນີ້ໄດ້ ແຕ່ສໍາລັບລະດູຝົນແມ່ນບໍ່ສາມາດລົງຫຼິ້ນນໍ້າໄດ້້ເນື່ອງຈາກກະແສນໍ້າໄຫຼແຮງຫຼາຍ ແຕ່ກໍເປັນລະດູທີ່ທໍາມະຊາດ ແລະ ນໍ້າຕົກງົດງາມທີ່ສຸດ. – ສໍາລັບການເດີນທາງໄປແຊປ້ອງໄລແມ່ນສາມາດໄປໄດ້ 3 ທາງຄື: 1. ເດີນທາງຈາກເມືອງປະທຸມພອນ: ຈາກທາງເລກ 13 ໃຕ້ ທີ່ຫຼັກ 48 ເມືອງປະທຸມພອນ …

Read More »

ເຜັດໆໆໆ! ມາສ່ອງລຸກໃໝ່ຂອງ ອອນອະນົງ ຫອມສົມບັດ Miss Universe Laos 2018

ເອົາແລ້ວ…ບໍ່ທຳມະດາກັນລະເດີ້ ຫຼ້າສຸດ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍ່ໄດ້ແປງໂສມ ປັບລຸກໃໝ່ ໃຫ້ງາມ ເຊັກຊີ່ ແລະ ໝັ້ນໃຈຂຶ້ນກວ່າເກົ່າ… ວ້າວວວ! ເຫັນແລ້ວ ຕະລຶງ ໄປເລີຍ…ເຫັນແລ້ວສາວລາວເຮົາກໍ່ບໍ່ດ້ອຍໜ້າຊາດອື່ນ, ຢ່າງໃດແຟນໆຊາວລາວເຮົາກໍ່ຢ່າລືມເປັນກຳລັງໃຈ ແລະ ກຽມເຊຍ ນາງງາມຕົວແທນຈາກປະເທດລາວເຮົາໃນເວທີລະດັບໂລກ Miss Universe 2018 ທີ່ຈະຈັດຂຶ້ນໃນທ້າຍປີນີ້ #ຮັກລາວເຊຍລາວ. (ຂໍຂອບໃຈສຳລັບຮູບພາບ)

Read More »