Breaking News

News

ຍິນດີຕ້ອນຮັບກັບສູ່ປະເທດລາວ! ອາສາກູ້ໄພລາວເດີນທາງກັບບ້ານຢ່າງປອດໄພ ແຕ່ໃຈຍັງຫ່ວງທີມໝູປ່າ!!!

ອາເຢັ້ນ ວິຊຸນດາລາ ອາສາກູ້ໄພລາວ ທີ່ໄດ້ເດີນທາງໄປຊ່ວຍພາລະກິດ 13ຊີວິດຕິດຖໍ້າ, ຫຼ້າສຸດຂວັນໃຈຄົນໃໝ່ຂອງລາວຄົນນີ້ກໍ່ໄດ້ເດີນທາງກັບສູ່ບ້ານເກີດເມືອງນອນ ກໍ່ຄືປະເທດລາວເຮົາຢ່າງປອດໄພແລ້ວເດີ້ແຟນໆ ເຖິງແມ່ນວ່າຈະບໍ່ໄດ້ຢູ່ຊ່ວຍເຫຼືອຈົນວິນາທີສຸດທ້າຍ ແຕ່ໃນໃຈກໍ່ຍັງເປັນຫ່ວງ ແລະ ຍັງບອກໃຫ້ ທີມໝູປ່າ ອົດທົນ ເຊິ່ງ ອາເຢັ້ນ ເພິ່ນກໍ່ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນວ່າ: “ກຳລັງເດີ່ນທາງກັບ ທີ່ ສປປ ລາວ ແຕ່ໃຈຍັງຢູ່ທີ່ຖ້ຳຫຼວງ ຊຽງລາຍ ອົດທົນໄວ້ເດີ້ “ທີມໝູປ່າ” ຖ້າຍັງບໍ່ອອກມາ ແລ້ວຈະກັບມາຊ່ວຍ ຂອບໃຈ ຮຸກ31 ທີ່ເບິ່ງແຍ່ງເປັນຍ່າງດີ”   ເຫັນຮູບພາບການຊ່ວຍເຫຼືອລະຫວ່າງບ້ານພີ່ເມືອງນ້ອງ ລາວ ແລະ ໄທ ແລ້ວຮູ້ສຶກປະທັບໃຈ ແລະ ພູມໃຈເປັນທີ່ສຸດ. #ແຊຣໄປໃຫ້ໂລກຮູ້ ຮູບພາບຈາກ: Yen Visoudala , Chaiyasit Phupharat

Read More »

ເກັ່ງຫຼາຍໆ! ສະແດງຄວາມຍິນດີກັບ ນັກສຶກສາລາວ ທີ່ໄດ້ທຶນໄປຮຽນຕໍ່ ປະເທດ ຝຣັ່ງ

ສະແດງຄວາມຍິນດີກັບ ນັກສຶກສາລາວ ທີ່ໄດ້ທຶນໄປຮຽນຕໍ່ ປະເທດ ຝຣັ່ງ ຈາກການເປີດເຜີຍໃຫ້ຮູ້ຈາກເພສເຟສບຸກ ສະຖານທູດຝຣັ່ງ ປະຈຳ ສປປ.ລາວ ວ່າ ສຳລັບໃນປີ 2018 ນີ້ຈະມີ ນັກສຶກສາລາວ ທັງໝົດ 14 ຄົນ ທີ່ໄດ້ຮັບທຶນການສຶກສາຈາກສະຖານທູດຝຣັ່ງ ແລະ ກໍ່ກຳລັງກຽມໂຕເດີນທາງໄປທີ່ປະເທດຝຣັ່ງໃນໄວໆນີ້, ເຊິ່ງບັນດານັກສຶກສາລາວຈະໄປຮຽນໃນ ຂະແໜງ ວິສະວະກຳສາດ ທີ່ມີທັງລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.  ເກັ່ງຫຼາຍໆ! ຂໍສະແດງຄວາມຊົມເຊີຍອີກຄັ້ງສຳຫລັບທຸກໆຄົນ!!! ທີ່ມາ: Ambassade de France au Laos / ສະຖານທູດຝຣັ່ງ ປະຈຳ ສປປ ລາວ

Read More »

ອົບອຸ່ນ! ມາເບິ່ງຄວາມໜ້າຮັກຂອງຄອບຄົວ ແຜັດ ເພັດດາວອນ ນັກຮ້ອງເງິນລ້ານ

ດັງບໍ່ຢຸດ ດຶງບໍ່ຢູ່ ສຳລັບ ແຜັດ ເພັດດາວອນ ແກ້ວມະນີວົງ ນັກຮ້ອງເງິນລ້ານ ທີ່ດຽວນີ້ເດີນສາຍອອກອີເວັ້ນແບບບໍ່ມີມື້ພັກກັນເລີຍ, ແຕ່ເຖິງຈະມີວຽກຫຼາຍປານໃດ ສາວ ແຜັດ ເພິ່ນກໍ່ບໍ່ລືມທີ່ຈະກັບໄປຢ້ຽມຢາມບ້ານເກີດທີ່ ນະຄອນປາກເຊ ແຂວງ ຈຳປາສັກ ເຊິ່ງຫຼ້າສຸດນາງກໍ່ໄດ້ກັບເມືອຫາຄອບຄົວ ພ້ອມກັບໄດ້ໂພສຮູບພາບຜ່ານເຟສບຸກສ່ວນຕົວ ແລະ ຍັງໄດ້ຂຽນແຄັບຊັ່ນທີ່ມີຄວາມໜ້າຮັກ ແລະ ແອບຊຶ້ງວ່າ:” ??..ກັບບ້ານມາຢາມແມ່ໃຫຍ່ ຄິດຮອດຫລາຍ..” ??..ກັບບ້ານມາຢາມແມ່ໃຫຍ່ ຄິດຮອດຫລາຍ.. โพสต์โดย Pat phetdavone khammanivong เมื่อ วันพุธที่ 4 กรกฎาคม 2018 ເຫັນຮູບພາບແລ້ວເຕັມໄປດ້ວຍຄວາມໜ້າຮັກ ອົບອຸ່ນ ແລະ ຫຼາຍຄົນຄົງຍັງບໍ່ຮູ້ວ່າ ຈາກມື້ນັ້ນຈົນຮອດມື້ນີ້ ສິ່ງໜຶ່ງທີ່ເຮັດໃຫ້ສາວລາວໃຕ້ຄົນນີ້ປະສົບຜົນສຳເລັດ ເຮັດຝັນໃຫ້ເປັນຈິງໄດ້ ກໍ່ຍ້ອນຄວາມກະຕັນຍູ ແລະ ຮັກຄອບຄົວ ຄວາມສຸກທີ່ແທ້ຈິງຄືຄອບຄົວ ອີກມຸມໜຶ່ງຂອງ ສາວ ແຜັດ ທີ່ຍັງບໍ່ມີໃຜເຫັນ, ເບິ່ງແລ້ວມີຄວາມອົບອຸ່ນ ເປັນຄອບຄົວທີ່ໜ້າຮັກຫຼາຍໆ… ຮູບພາບ: FB/Pat …

Read More »

ຂໍ້ຄວນລະວັງ! ເມື່ອເດີນທາງໄປທ່ອງທ່ຽວທີ່ ປະເທດ ຫວຽດນາມ.

ເຫັນແຟນໆອິນບ໋ອກເຂົ້າມາຫາ ຊະນີIndy ຢາກໃຫ້ຊອກຫາຂໍ້ມູນການເດີນທາງໄປທ່ອງທ່ຽວ ປະເທດ ຫວຽດນາມ, ຈັດໃຫ້ບໍ່ເຄີຍເຮັດໃຫ້ແຟນໆຜິດຫວັງຢູ່ແລ້ວ ປະເທດ ຫວຽດນາມ ເປັນປະເທດທີ່ມີສະຖານ ທ່ອງທ່ຽວ ໃນເຂດອາຊີທີ່ເປັນທີ່ນິຍົມ ແລະ ມາແຮງສຸດໆ ເພາະຍັງມີທຳມະຊາດທີ່ງົດງາມ ແລະ ອຸດົມສົມບູນ ມີວັດທະນະທຳທີ່ເປັນເອກະລັກ ແຖມຍັງມີຄ່າຄອງຊີບທີ່ບໍ່ສູງຈົນເກີນໄປ ທີ່ນີ້ຈຶ່ງກາຍເປັນສະຫວັນຂອງນັກທ່ອງທ່ຽວຫຼາຍໆຄົນທົ່ວໂລກ, ດັ່ງນັ້ນລອງມາເບິ່ງຂໍ້ຄວນລະວັງ ເມື່ອຕ້ອງເດີນທາງໄປທ່ອງທ່ຽວທີ່ ປະເທດ ຫວຽດນາມ. (via: IG/creatiefields) ***ຂໍ້ຄວນລະວັງ – ການຂ້າມຫົນທາງໃນຫວຽດນາມຈະຕ້ອງລະມັດລະວັງເປັນພິເສດ ເພາະຄົນຫວຽດນາມຈະໃຊ້ລົດຈັກເປັນພາຫະນະຫຼັກໃນການສັນຈອນໄປຕາມຕົວເມືອງໃຫ່ຍໆ – ຖ້າໄປທ່ຽວຄົນດຽວ ຫຼື ໄປເປັນກຸ່ມຜຸ້ຍິງ ບໍ່ຄວນນັ່ງລົດເຊັ່ນ ຕຸກໆ ແທັກຊີ່ ຫຼື ລົດຈັກຮັບຈ້າງໃນຊ່ວງກາງຄືນ ເພາະອາດຖືກໂກງ ຫຼື ຮີດໄຖຄ່າໂດຍສານ ຄວນຫຼີກລ່ຽງຈະດີທີ່ສຸດ (via: IG/zmelany) – ກະເປົ໋າເງິນ ພາສປອດ ຂອງມີຄ່າ ເກັບໄວ້ໃນກະເປົ໋າໃຫ້ດີ ພາຍໄວ້ທາງໜ້າຕະຫຼອດ …

Read More »

ເລີດແຮງ ແພງຫຼາຍ! ຫຼິງຫຼິງ ປິຍະດາ ຮ່ວມງານແຟຊັ່ນໂຊລະດັບໂລກ

ອັບເດດ ສາວ ຫຼິງຫຼິງ ປິຍະດາ ອິນທະວົງ ສາວສອງເບີ1/ແຟຊັ່ນນິດຕ້າ ຂອງບ້ານເຮົາ, ຫຼ້າສຸດບິນລັດຟ້າຂ້າມນໍ້າ ທະເລ ຮ່ວມງານແຟຊັ່ນໂຊລະດັບໂລກ Paris Fashion Week 2018 ທີ່ກຣຸງປາຣີດ ປະເທດ ຝຣັ່ງ. (ເລີດແຮງ…ແພງຫຼາຍ) ວ້າວໆໆໆ! ຂໍບອກວ່າເລີດສຸດ ແລະ ຍັງມີຮູບພາບຂອງສາວ ຫຼິງຫຼິງ ມາຝາກທຸກຄົນອີກເດີ້ ງາມໆ ເລີດໆ ທັງນັ້ນ ລອງມາເບິ່ງກັນເບິ່ງເດີ້ແຟນໆ… ຮູບພາບ: IG/lingpiyadar  

Read More »