Breaking News

News

ອາຍຸເປັນພຽງຕົວເລກ! ເປີດເຜີຍງານແຕ່ງ ເດັກມັດທະຍົມ ອາຍຸພຽງ 14 ແລະ 16 ປີ

ເຜີຍພາບງານແຕ່ງດອງ 2 ເດັກນ້ອຍໄວໃສຈາກປະເທດເພື່ອນບ້ານ (ປະເທດໄທ) ຍັງຮຽນມັດທະຍົມຕົ້ນໆ ອາຍຸພຽງ 14 ແລະ 16 ປີ ຈັດງານລຽບງ່າຍ ພໍ່ແມ່ຍາກໃຫ້ແຕ່ງງານກັນ ເຜີຍອາຍຸເປັນພຽງຕົວເລກ. ເປັຳນກະແສຮືຮາ ແລະ ວິພາກວິຈານ ເມື່ອວັນທີ 8 ກໍລະກົດ 2018 ເປັນກະແສເທີງໂລກອອນລາຍ ເມື່ອມີການເຜີຍແຜ່ງານແຕ່ງດອງຂອງເດັກນ້ອຍຍິງ ແລະ ຊາຍ ທີ່ ຈັງຫວັດ ໄຊຍະພູມ ປະເທດໄທ ໄດ້ຈັດງານແຕ່ງດອງແບບລຽບງ່າຍ ດ້ວຍການມັດຂໍ່ຕໍ່ແຂນ ໃນວັນທີ 7 ກໍລະກົດ 2018 ທີ່ຜ່ານມາ. ເຟສບຸກຂອງນ້ອງຜູ້ຍິງ ຍັງໄດ້ເຜີຍອີກວ່າ ເຮົາມີຄວາມຝັນທີ່ຈະຢູ່ນຳກັນດົນໆ ແລະ ບໍ່ຢາກແຍກຈາກກັນ ບໍ່ຢາກຈະຖ້າດົນເຖິງ 10-20ປີ ຕອນນີ້ກໍ່ 5-6 ເດືອນ ເຮົາບໍ່ຢາກຈະຖິ້ມມັນໄປ ກວ່າຈະຜ່ານມາໄດ້ພວກເຮົາກໍ່ຜ່ານມາຫຼາຍເຫດການ ມີຜິດກັນບາງເທື່ອ ແຕ່ຈະຈັບມືກັນສ້າງເນື້ອສ້າງຕົວ ພ້ອມກັບຮູບພາບທີ່ທັງ …

Read More »

ສີເຫຼືອງມາແຮງ! ມິກ ແອນ ແມັດແຟຊັ່ນໂທນເຫຼືອງ (Yellow Street Style)

Hello ໝູ່ເພື່ອນ ມາອັບເດດ Trend Fashion ໃນຊ່ວງນີ້ກັນແດ່ ຊ່ວງນີ້ເລື່ອນໄປໃສໃນໜ້າຈໍມືຖືຂອງເຮົາກໍ່ຈະເຫັນໂທນເສື້ອຜ້າສີເຫຼືອງເຕັມໄປໝົດ ຊະນີIndy ກໍ່ບໍ່ລໍຊ້າໄດ້ຊອກເອົາ ແນວ Style ການແຕ່ງໂຕໃນຄອນເສັບ Yellow Style ມາຝາກໝູ່ເພື່ອນເຊັ່ນດຽວກັນ ແຕ່ຈະເປັນອອກເປັນແນວ Street ແດ່ ເພື່ອໃຫ້ໝູ່ເພື່ອນໃສ່ ແລະ ມິກ ແອນ ແມັດ ເສື້ອຜ້າໃຫ້ໃສ່ໄດ້ໃນທຸກໆມື້ ລອງມາເບິ່ງໄອເດຍຈາກເຫຼົ່າເນັດໄອດໍ້ ສາວໆຝຣັ່ງກັນເບິ່ງເດີ້ ໃຜໃສ່ໂທນສີນີ້ມັນກໍ່ຈະນຳເທຼນສຸດໆໆໆ ເຫັນໂທນສີເຫຼືອງແລ້ວເຂົ້າກັບແສງແດດບ້ານເຮົາຂະໜາດວ່າບໍ່ໝູ່ເພື່ອນ ໃຜທີ່ໃສ່ໂທນສີນີ້ ຊ່ວງນີ້ ຂໍບອກວ່ານອກຈາກຈະເດັ່ນແລ້ວ ຍັງຖ່າຍຮູບຂຶ້ນອີກນຳເດີ້ ໃຜບໍ່ແຕ່ງໂທນສີນີ້ ຊ່ວງນີ້ ລະວັງ ເອົ້າກະແສ ບໍ່ທັນເທຼນແຟຊັນກັບໝູ່ເດີ້!!! Via: IG/americanstyle

Read More »

ສ່ອງ! ສາວງາມຂ້າມເພດ Miss Universe Spain 2018 ແຮງບັນດານໃຈຂອງສາວປະເພດສອງທົ່ວໂລກ!!!

ລັດເລາະໄປເວທີ Miss Universe Spain ກັນແດ່, ຫຼ້າສຸດເພິ່ນກໍ່ໄດ້ມາແລ້ວກັບສາວງາມທີ່ເໝາະສົມກັບຕຳແໜ່ງອັນຊົງກຽດນີ້ ແລະ ປີນີ້ເຮັດເອົາ ຮືຮາ ໄປທົ່ວໂລກ ເນື່ອງຈາກວ່າ ສາວງາມທີ່ຄວ້າມົງກຸດ  Miss Universe Spain 2018 ມີນາມວ່າ Angela Ponce ເປັນສາວງາມຂ້າມເພດ (ສາວປະເພດສອງ) ຖືໄດ້ວ່າເປັນປະຫວັດສາດໜ້າໃໝ່ ສຳລັບການປະກວດນາງງາມໃນທີ່ Miss Universe. ເຊິ່ງ Angela Ponce ເປັນສາວປະເພດສອງຄົນທຳອິດ ທີ່ໄດ້ມີໂອກາດເປັນຕົວແທນປະເທດລົງປະກວດໃນເວທີໃຫ່ຍລະດັບໂລກຢ່າງເວທີ ນາງງາມຈັກກະວານ (Miss Universe) ສຳລັບສາວງາມຄົນນີ້ມີອາຊີບເປັນ ນາງແບບ ແລະ ບອກໄດ້ເລີຍວ່າໃນປີ 2018 ນີ້ບໍ່ແມ່ນປີທຳອິດທີ່ນາງໄດ້ເຂົ້າມາປະກວດ ເພາະນາງເລີ່ມມາປະກວດຕັ້ງແຕ່ປີ 2015 ແຕ່ພາດມົງກຸດໄປ ແຕ່ຍ້ອນຄວາມຮັກ ແລະ ມັກໃນສິ່ງທີ່ຢາກເຮັດ ເລີຍບໍ່ຍອມແພ້ ແລະ ມີຄວາມພະຍາຍາມສູງ ນາງຈຶ່ງກັບເຂົ້າມາສະໝັກປະກວດໃໝ່ໃນປີນີ້ ພ້ອມກັບສ້າງປະຫວັດສາດໜ້າໃໝ່ໃຫ້ກັບເວທີ ນາງງາມຈັກກະວານ ແລະ Angela Ponce ຍັງເອີ້ນສຽງຮືຮາ ແລະ …

Read More »

ສະແດງຄວາມຍິນດີ! ທີມໝູປ່າ-ອາຄາເດມີ່ ຈະໄດ້ເປັນແຂກ VIP ໃນຮອບຊິງຊະນະເລີດບານໂລກ 2018 (ດັງໄກໄປທົ່ວໂລກອີ່ຫລີ)

ດັງໄກໄປທົ່ວໂລກ ສຳລັບກໍລະນີ 13 ຊີວິດຕິດຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ, ຫຼ້າສຸດ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງຈົດໝາຍເຖິງ ພລ.ຕ.ອ ສົມຍົດ ພຸ່ມພັນມ່ວງ ນາຍົກສະມາຄົມກິລາບານເຕະແຫ່ງປະເທດໄທ ເພື່ອຮ່ວມສະແດງຄວາມຍິນດີທີ່ໄດ້ພົບນ້ອງໆ ທີມໝູ່ປ່າ-ອາຄາເດມີ່ ທັງ 12 ຄົນ ແລະ ຄູເຝິກ 1 ຄົນ ລວມທັງໝົດ 13 ຊີວິດ ຫຼັງຈາກທີ່ຕິດຢູ່ໃນຖໍ້າໄປເປັນເວລາກວ່າ 10 ມື້. ເຊິ່ງ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງໜັງສືຮ່ວມສະແດງຄວາມຍິນດີ ລວມເຖິງໃຫ້ກຳລັງໃຈຜູ້ທີ່ມີສ່ວນກ່ຽວຂ້ອງ ໂດຍໃຈຄວາມໜັງສືໄດ້ລະບຸວ່າ: “ຂ້ອຍໄດ້ຕິດຕາມຂ່າວການຊ່ວຍຊີວິດນັກເຕະບານເຍົາວະຊົນທັງ 12 ຄົນ ແລະ ຄູເຝິກສອນອີກ 1 ຄົນ ເຊິ່ງໄດ້ຕິດຢູ່ໃນຖໍ້າທີ່ ຈັງຫວັດ ຊຽງລາຍ ປະເທດໄທ ເນື່ອງຈາກມີນໍ້າຖ້ວມປິດປາກຖໍ້າ …

Read More »

ກຽມຕົວແນວໃດ? ຖ້າຈະໄປທ່ອງທ່ຽວຕ່າງປະເທດຄັ້ງທໍາອິດ!!!

ຈະໄປທ່ອງທ່ຽວຕ່າງປະເທດຄັ້ງທໍາອິດ ຫຼາຍໆຄົນກໍຄົງຕື່ນເຕັ້ນສຸດໆ ເຮັດຕົວບໍ່ຖືກ ບໍ່ຮູ້ຈະກຽມຕົວແນວໃດເພື່ອບໍ່ໃຫ້ພາດ ມາອ່ານຄໍາແນະນໍາທາງນີ້ເລີຍ!!! 1. ສໍາຫຼວດປະເທດທີ່ຈະໄປ ຖ້າມີປະເທດເປົ້າໝາຍແລ້ວ ໃຫ້ລົງມືຊອກຂໍ້ມູນພື້ນຖານທັນທີເລີ່ມແຕ່ທີ່ຕັ້ງ, ອານາເຂດ, ເມືອງທີ່ຈະໄປ, ພາສາຂຽນ ແລະ ພາສາເວົ້າ, ອາກາດໄລຍະທີ່ຈະເດີນທາງ Style ອາຫານການກິນ ວັດທະນະທໍາທ້ອງຖີ່ນເບື້ອງຕົ້ນ ຖ້າເຮົາເຂົ້າໃຈວ່າ ເຮົາຈະເດີນທາງໄປບ່ອນນັ້ນແບບໃດ ເຮົາກໍຈະກຽມຕົວໄດ້ງ່າຍຂຶ້ນນັ້ນເອງ 2. ເຮັດ Check Lists ມີສິ່ງຂອງຫຼາຍຢ່າງທີ່ຈໍາເປັນຕ້ອງໃຊ້ໃນການດໍາລົງຊີວິດ ໂດຍສະເພາະບາງຄົນທີ່ມີຂໍ້ຈໍາກັດເຊັ່ນ: ແພ້ອາຫານບາງຊະນິດ, ກິນຍາກ, ຂີ້ຮ້ອນ, ຂີ້ໜາວ ຫຼື ເຈັບເປັນງ່າຍ ຄວນມີ Check Lists ເຄື່ອງຂອງທີ່ຈໍາເປັນຕ້ອງໃຊ້ໃຫ້ຄົບ ບໍ່ຄວນໄປຊອກຊື້ເອົາທາງໜ້າ ເພາະອາດຈະບໍ່ມີໃຫ້ຊື້ ຫຼື ລາຄາສູງ ຈົນເຮັດໃຫ້ໝົດຄວາມມ່ວນໄປເລີຍ. 3. ກະເປົ໋າ ແລະ Passport ບໍ່ວ່າຈະເປັນບ້ານເມືອງທີ່ຈະເລີນແລ້ວ ຫຼື ບໍ່… ກໍມີຂີ້ລັກທັງໝົດ …

Read More »