ວ້າວໆໆໆ! ເຫັນແລ້ວເລື່ອນກາຍບໍ່ໄດ້ເລີຍ ຫຼ້າສຸດສຳນັກງານຂ່າວສານຕ່າງປະເທດໄດ້ລາຍງານວ່າ ເມື່ອບໍ່ດົນມານີ້ ທ່ານ ໄຊເອັດ ຊາດິກ ອັບດຸນຣາແມນ ອາຍຸ 25 ປີ ໄດ້ຮັບການ ແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີວ່າການ ກະຊວງຊາວໜຸ່ມ ແລະ ກິລາຂອງມາເລເຊຍ, ຖືວ່າເປັນລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດໃນປະຫວັດສາດຂອງ ປະເທດ ມາເລເຊຍ ເລີຍກໍ່ວ່າໄດ້. ເຊິ່ງລັດຖະມົນຕີໜຸ່ມຫຼໍ່ຄົນນີ້ກໍ່ຍັງໄດ້ກ່າວວ່າ: “ຖືເປັນກຽດອັນໃຫຍ່ຫລວງ ສຳລັບຊາວໜຸ່ມມາເລເຊຍ ແລະ ຈະຕັ້ງໜ້າປະຕິບັດໜ້າທີ່ໃຫ້ໄດ້ຮັບປະສິດທີຜົນ, ພ້ອມດ້ວຍການສະໜັບສະໜູນຈາກພາກສ່ວນຕ່າງໆ ເພື່ອໃຫ້ໄດ້ຮັບໝາກຜົນຢ່າງຮອບດ້ານ” ໂອ້ຍຍຍ!!! ຫຼໍ່…ງານດີ ຊົມເຊີຍເດີ້ ທັງຫຼໍ່ ທັງເກັ່ງ ສຸດຍອດ!!! ທີ່ມາ: ປະເທດລາວ Pathedlao
Read More »News
ຄັກແທ້ໆ! ຫາກໍ່ຮູ້ວ່າເຮັດ ບັດປະຈຳຕົວ ດຽວນີ້ງ່າຍໆເນາະ (ແຊຣເກັບໄວ້ເບິ່ງເລີຍເດີ້)
(ການເຮັດບັດປະຈຳຕົວໃນເຂດ ເມືອງ.ຈັນທະບູລີ ນະຄອນຫຼວງວຽງຈັນ) ສະບາຍດີໝູ່ເພື່ອນໝົດທຸກຜູ້ທຸກຄົນ ເນື່ອງຈາກບັດປະຈຳຕົວເກົ່າໝົດອາຍຸ ຈຶ່ງມີໂອກາດໄດ້ໄປເຮັດບັດປະຈຳຕົວໃໝ່ ກ່ອນທີ່ຈະໄປເຮັດກໍ່ຄິດໜັກ ຮູ້ສຶກຂີ້ຄ້ານຂຶ້ນມາທັນທີ ແນວວ່າບໍ່ໄດ້ເຮັດດົນໆ ບໍ່ຮູ້ວ່າຂັ້ນຕອນການເຮັດບັດປະຈຳຕົວຈະເປັນແນວໃດ ແຕ່ກໍ່ຍ້ອນມັນເປັນສິ່ງຈຳເປັນທີ່ປະຊາຊົນລາວເຮົາຄວນຕ້ອງມີ ບັດປະຈຳຕົວເປັນຂອງຕົວເອງເພື່ອຍັ້ງຍືນສັນຊາດ ແລະ ປະກອບເອກະສານອື່ນໆ, ດັ່ງນັ້ນຈຶ່ງຕັດສິນໃຈໄປເຮັດໃນທີ່ສຸດ. ກ່ອນອື່ນຂໍບອກວ່າສິ່ງທີ່ ຊະນີIndy ຈະມາລີວິວສູ່ຟັງນີ້ ແມ່ນໄດ້ເຮັດຢູ່ທີ່ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃຈແທ້ກໍ່ຢາກເອົາມາເລົ່າໝົດທຸກບ່ອນພຸ້ນແຫລະເນາະ ແຕ່ເນື່ອງຈາກວ່າມີໂອກາດໄດ້ເຮັດບ່ອນນີ້ ເພາະອາໃສຢູ່ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເລີຍຄິດວ່າໜ້າຈະເປັນປະໂຫຍດແກ່ໝູ່ເພື່ອນທຸກຄົນ, ການເຮັດບັດປະຈຳຕົວໃນສະໄໝນີ້ແມ່ນສະດວກສະບາຍຫຼາຍ ໃຜຢູ່ເມືອງໃດ ແຂວງໃດກໍ່ແມ່ນເຮັດຢູ່ຫັ້ນເລີຍ ມີພຽງ 3-4 ຂັ້ນຕອນເທົ່ານັ້ນ. ກ່ອນອື່ນຕ້ອງກະກຽມ ສຳມະໂນຄົວແທ້ ແລະ ກ໋ອບປີ້, ຮູບ 1 ໃບ ແຕ່ບາງເຂດກໍ່ຈະບໍ່ຄືກັນເດີ້ ບາງເຂດເພິ່ນກໍ່ຈະໃຫ້ໄປເຊັນປົກຄອງບ້ານ ກໍ່ແລ້ວແຕ່ຕົວເມືອງ ແລະ ແຂວງໃຜມັນ (ຍໍ້າວ່າແຕ່ລະເຂດບໍ່ຄືກັນເດີ້ແຟນໆ) ຫຼັງຈາກເຮົາມີ ສຳມະໂນຄົວແທ້ ແລະ ກ໋ອບປີ້, …
Read More »ຮູ້ຫຼືບໍ່? ຊຸດທີ່ ທ່ານທູດສະຫະລັດອາເມລິກາ ໃສ່ເປັນສີມືຂອງຄົນລາວ #ແຊຣໄປໃຫ້ໂລກເຫັນ
ເນື່ອງຈາກ ທ່ານ ນາງ ຣີນາ ບິດເຕີ ທູດສະຫະລັດອາເມລິກາປະຈຳ ສປປ.ລາວ ຕ້ອງການຢາກນຸ່ງຊຸດໄໝລາວໃນໂອກາດງານ ສະເຫຼີມສະຫຼອງຄົບຮອບ 242 ປີ ວັນສ້າງຕັ້ງສະຫະລັດອາເມລິກາ ແລະ ເພື່ອບົ່ງບອກເຖິງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ຈຶ່ງໄດ້ຈັດການປະກວດໃຫ້ນັກອອກແບບໄວໜຸ່ມທົ່ວປະເທດລາວໄດ້ມີໂອກາດສະແດງສີມື. ຖືວ່າບໍ່ທຳມະດາສຳລັບສີມືການອອກແບບເສື້ອຜ້າຂອງຄົນລາວ ແລະ ໃນທີ່ສຸດ ທ້າວ ບິນດ່ຽມ ຈັນທະວີ ແລະ ທ້າວ ທຸລານີ ຈັນທະລັງສີ ນັກອອກແບບໜຸ່ມນ້ອຍໃນໂຄງການ Lao Young Designer ເຊິ່ງທັງສອງເປັນນັກອອກແບບມາຈາກ ນະຄອນປາກເຊ ແຂວງ ຈຳປາສັກ ກໍ່ຊະນະເລີດເຄມເປນນີ້ ແລະ ໄດ້ມີໂອກາດທັງອອກແບບ ຕັດຫຍິບ ໃຫ້ຊຸດ ທ່ານ ນາງ ຣີນາ ບິດເຕີ ທູດສະຫະລັດອາເມລິກາປະຈຳ ສປປ.ລາວ ໄດ້ອອກມາງົດງາມ ແລະ ຄົງຄອນເສັບສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ …
Read More »ວິນຫົວ, ປວດຮາກຂະນະເດີນທາງປ້ອງກັນໄດ້ແນວໃດ?
ສາວໆເຄີຍເປັນບໍ່ ເວລາຂີ່ລົດຈະມີອາການແບບວ່າວິນວຽນ, ປວດຫົວ, ປວດຮາກຢູ່ຕະຫຼອດ ແລະ ຮ້າຍແຮງທີ່ສຸດກໍຈະຮາກອອກມາແນ່… ມັນເປັນສິ່ງທໍລະມານບໍ່ໜ້ອຍເລີຍ ແຖມຍັງເປື້ອນອີກ ໂອ່ຍຍຍ ບໍ່ຢາກຈະຄິດ ມື້ນີ້ເລີຍຢາກຈະມາແນະນໍາວິທີແກ້ອາການເມົາລົດມາໃຫ້ໄດ້ອ່ານ ແລະ ປະຕິບັດເບິ່ງ… 1. ຫ້າມອ້ານໜັງສື ຫຼື ຫຼິ້ນໂທລະສັບໃນຂະນະຂີ່ລົດ ເພາະຈະເຮັດໃຫ້ປະສາດ ຫຼື ສະມາທິຂອງເຮົາ ຈົດຈໍ່ຢູ່ທາງໜ້າເທົ່ານັ້ນ ແລະ ອາການທີ່ຕາມມາຄື ການປັບສົມດຸນຕາມການເຄື່ອນໄຫວຂອງລົດບໍ່ໄດ້ ອາການເມົາຈຶ່ງມັກເກີດຂຶ້ນ ດັ່ງນັ້ນ ເວລາຂີ່ລົດເຮົາຈຶ່ງບໍ່ຄວນຈ້ອງຢູ່ກັບສິ່ງດຽວ ແລະ ພະຍາຍາມເບິ່ງວິວທິວທັດທາງນອກຕະຫຼອດ ຈະຊ່ວຍຫຼຸດອາການນີ້ໄດ້. 2. ພະຍາຍາມນັ່ງບໍລິເວນທາງໜ້າລົດ ປະສາດສ່ວນຕ່າງໆ ຈະຮັບຮູ້ຈັງຫວະການເຄື່ອນຕົວຂອງລົດ ລວມທັງການເຕັ້ນຂອງລົດໄດ້ ຈາກການທົດລອງພົບວ່າວິທີນີ້ຊ່ວຍໃຫ້ຜູ້ທີ່ມັກເມົາລົດ ມີອາການຫຼຸດລົງຫຼາຍ. 3. ຢາມ່ອງ, ຢາດົມ, ຢາອົມ, ຢາຫອມ ຊ່ວຍທ່ານໄດ້ ເມື່ອເລີ່ມມີອາການວິນວຽນຫົວ, ປວດຮາກ ລອງຈັບຂຶ້ນມາສູດດົມ ຈະຊ່ວຍບັນເທົາອາການໄດ້ດີພໍສົມຄວນ 4. ກິນໝາກໄມ້ທີ່ມີລົດຊາດສົ້ມ ເຊັ່ນ …
Read More »ໜ້າສົງສານ! ອຸບັດເຫດຂີ່ລົດຕຳຫຼັກມ້າລາຍ ຍ້ອນໄປຊື້ຄຣີມທາໜ້າ!!!
ໜ້າສົງສານ! ເຫັນຊາວເນັດແຊຣກັນລົວໆເລີຍ ສຳລັບກໍລະນີ ສາວລາວໃຕ້ ໄດ້ຂີ່ລົດຕຳຫຼັກມ້າລາຍ ຕຳຄົນດຽວ ໃນຂະນະທີ່ໄປຊື້ຄຣີມທາໜ້າ, ເຊິ່ງໄດ້ເຜີຍແຜ່ນຈາກຜູ້ໃຊ້ເຟສບຸກລາຍໜຶ່ງວ່າ: “ຂ່າວສົດ…ອຸບັດຕິເຫດເຂດບ້ານກອງຫີນເມືອງເຊໂປນ ຂີ່ລົດຕຳຫລັກມ້າລາຍຂີ່ໄປຜູ້ດ່ຽວຕຳເອງ ຫາກໍ່ເປັນລົດໃຫມ່ໆ…ຂັບລົດໄປຊື້ຄີມທາຫນ້າຂ້ອຍກຳລັງເດີນທາງພໍດີເຫັນລາວພົບອຸປະຕິເຫດຢູ່ຄົນດ່ຽວຊິພາລາວໄປໂຮງຫມໍແຕ່ລາວບອກວ່າບໍ່ເຈັບຫລາຍຖ້າແມ່ມາກ່ອນຢ້ານແມ່ຮ້າຍ..ຂ້ອຍກໍ່ເລີຍຕິດຕໍ່ເຈົ້າຫນ້າທີແລະພີ້ນ້ອງລາວມາເບິ່ງແລ້ວສອບຖາມລາວ…ຂໍອາຍຸຍາດໂພສບໍມີເຈດຕະນາແນວອື່ນ ຫລັງຈາກສອບຖາມລາວແລ້ວບໍ່ເຈັບຫລາຍຂ້ອຍກໍ່ໄປເອົາໂທລະສັບມາຖ່າຍຄຣິບໄວ້ ຄຣິບທີ່ຖ່າຍໄວ້ຂ້ອຍສອບຖາມລາວເພາະວ່າເອົາໄວ້ເປັນຫລັກຖານວ່າລາວຕຳເອງລາວ…ເພາະຕ່ອນນັ້ນມີແຕ່ຄອບຄົວຂ້ອຍກັບລາວ2ຄົນ ຖ້າຂ້ອຍນຳສົ່ງໂຮງໝໍຖ້າລາວຫມົດສະຕິຂື້ນມາຂ້ອຍຢ້ານຖືກຂໍ້ກວ່າຫາວ່າເປັນຄູ່ກໍ່ລະນີກັບລາວ..ເພື່ອຄວາມຮອບຄອບ“ โพสต์โดย Phoungeun Sihanat เมื่อ วันจันทร์ที่ 2 กรกฎาคม 2018 ເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນໂພສດັງກ່າວເປັນຈຳນາວຫຼວງຫຼາຍ ແລະ ເວົ້າເປັນສຽງດຽວກັນວ່າ ອຸບັດເຫດເທື່ອນີ້ເກີດຂຶ້ນຍ້ອນໄປຊື້ຄຣີມທາໜ້າແທ້ໆ (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ເດີ້ສາວ) ທີ່ມາ: Phoungeun Sihanat
Read More »