“ດານັງ” ເປັນເມືອງໃຫຍ່ ອັນດັບ 4 ຂອງ ປະເທດ ຫວຽດນາມ ເປັນສູນກາງຂອງຫວຽດນາມກາງ ໃນອາດີດເມືອງນີ້ເຄີຍເປັນເມືອງທ່າທີ່ສໍາຄັນໃນຍຸກຮຸ່ງເຮືອງຂອງຫວຽດນາມ ເຊິ່ງປັດຈຸບັນໄດ້ຮັບການພັດທະນາ ໃຫ້ມີສິ່ງທີ່ເອື້ອອໍານວຍຄວາມສະດວກແບບຄົບຖ້ວນ ນັບຕັ້ງແຕ່ສະໜາມບິນ, ສູນການຄ້າ, ຮ້ານອາຫານ, ບ່ອນພັກ ເພື່ອເອື້ອອໍານວຍໃຫ້ນັກທ່ອງທ່ຽວມາຢ້ຽມຊົມ ດານັງ ແລະ ເມືອງໃຫ້ຄຽງ ສໍາລັບກິດຈະກໍາທີ່ເປັນຈຸດເດັ່ນ ເມື່ອມາ ດານັງ ຫ້າມພາດກັບບັນດາສະຖານທີ່ແຫ່ງນີ້: 1. ການນັ່ງກະຕ່າລອຍຟ້າ ທີ່ບານາຮິ້ວສ (Ba Na Hills): ບານາຮິ້ວ ເປັນສະຖານທີ່ທ່ອງທ່ຽວຊື່ດັງປະຈໍາເມືອງດານັງ ມີອຸນຫະພູມສະເລ່ຍ 20-25 ອົງສາ ຕະຫຼອດປີ ບ່ອນນີ້ມີທັງບ່ອນພັກ, ຮ້ານອາຫານ ສ່ວນ Highlight ຂອງການມາເຢືອນເມືອງດານັງກໍ່ຄື ການນັ່ງກະຕ່າໄຟຟ້າຊົມວິວເມືອງດານັງຈາກມຸມສູງ ເປັນໄລຍະທາງທີ່ຍາວທີ່ສຸດໃນໂລກຄື 5,801 ແມັດ ໄລຍະສູງຈາກພື້ນດິນ 1,368 ແມັດ. 2. ຂົວມັງກອນເມືອງດານັງ: ຂົວມັງກອນຂ້າມແມ່ນໍ້າຫາານ …
Read More »News
FIFA ເປີດເຜີຍຄວາມຄືບໜ້າກ່ຽວກັບການເຊື້ອເຊີນ ນ້ອງໆທີມໝູປ່າ ໄປເບິ່ງບານໂລກຮອບຊິງທີ່ ລັດເຊຍ!
ສະຫະພັນບານເຕະນານາຊາດ (FIFA) ເປີດເຜີຍຄວາມຄືບໜ້າ ຫຼັງທີ່ໄດ້ສົ່ງຈົດໝາຍເຊີນ 13 ຊີວິດ ທີມນັກເຕະເຍົາວະຊົນ ໝູປ່າ-ອາຄາເດມີ່ ເພື່ອໃຫ້ໄປເບິ່ງ ບານໂລກ 2018 ຮອບຊິງຊະນະເລີດ ທີ່ກຣຸງມອສໂຄ ປະເທດ ລັດເຊຍ. FIFA ໄດ້ສະແດງຄວາມຍິນດີທີ່ ນັກເຕະເຍົາວະຊົນ ແລະ ໂຄດທີມ ໝູປ່າ-ອາຄາເດມີ່ແມ່ສາຍ ສາມາດອອກຈາກຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດຊຽງລາຍ ໄດ້ຢ່າງປອດໄພ ຢ່າງໃດກໍ່ຕາມ ທີມໝູປ່າກໍ່ບໍ່ສາມາດເດີນທາງໄປເບິ່ງບານໂລກຮອບຊິງໄດ້ ເນື່ອງຈາກບັນຫາສຸຂະພາບ ໂຄສົກຂອງ FIFA ໄດ້ອອກຖະແຫຼງວ່າ: “ຟີຟ່າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງກ່ຽວກັບການຊ່ວຍເຫຼືອ 12 ນັກເຕະເຍົາວະຊົນ ແລະ ຄູເຝິກສອນຂອງພວກເົຂາ ເຮົາຮູ້ສຶກຂອບໃຈຢ່າງສຸດຊຶ້ງກັບທຸກຄົນທີ່ມີສ່ວນຮ່ວມກັບປະຕິບັກການຊ່ວຍເຫຼືອ ເຊິ່ງໂຊກຮ້າຍທີ່ໄດ້ພາກຊີວິດ 1 ນັກດຳນໍ້າໄປ ພວກເຮົາຂໍສົ່ງຄວາມລະລຶກໄປຍັງຄອບຄົວຂອງເຂົາ” “ເຮົາໄດ້ຮັບການແຈ້ງການຈາກສະມາຄົມກິລາບານເຕະແຫ່ງປະເທດໄທວ່າ ນ້ອງໆຍັງບໍ່ສາມາດເດີນທາງໄປເບິ່ງເຕະບານໂລກຮອບຊິງໄດ້ ເນື່ອງຈາກເຫດຜົນດ້ານສຸຂະຸພາບ ເຊິ່ງທາງ FIFA ຍັງຄົງໃຫ້ຄວາມສຳຄັນກັບສຸຂະພາບຂອງທຸກຝ່າຍທີ່ກ່ຽວຂ້ອງໃນເຫດການດັ່ງກ່າວ ແລະ ເຮົາຈະເບິ່ງຫາໂອກາດທີ່ດຈະເຊີນນ້ອງໆມາຮ່ວມງານຂອງຟີ່ຟ່າ ເພື່ອຮ່ວມແບ່ງປັນຊ່ວງເວລາແຫ່ງການມີສ່ວນຮ່ວມ …
Read More »ສະເຫຼີມສະຫຼອງ! 45 ປີ ບໍລິສັດ ເບຍລາວ ພ້ອມເປີດໂຕຜະລິດຕະພັນໃໝ່ 3 ລົດຊາດ (ເບຍໄວສ໌, ເບຍແອມເບີ້ ແລະ ເບຍຮ໋ອບປີ້)
ໃນວັນທີ 10 ກໍລະກົດ 2018 ທີ່ຜ່ານມາໄດ້ມີພິທີສະເຫຼີມສະຫຼອງ ບໍລິສັດ ເບຍລາວ ຄົບຮອບ 45 ປີ (1973-2018) ໂດຍການເປັນປະທານໂດຍ ທ່ານ ເຮັນລິກ ແອນເດີເຊັນ ຜູ້ອຳນວຍການ ບໍລິສັດ ເບຍລາວ, ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດ ເບຍລາວ, ທ່ານ ສູນທອນ ສິລິສັກ ຮອງຜູ້ອຳນວຍການໃຫ່ຍ ບໍລິສັດ ເບຍລາວ, ຮ່ວມດ້ວຍພະນັກງານ ບໍລິສັດ ເບຍລາວ ແລະ ສື່ມວນຊົນທຸກຂະແໜງການ. ປີນີ ບໍລິສັດ ເບຍລາວ ໄດ້ມີອາຍຸ 45 ປີ ພໍດີ ແລະ ກໍ່ເປັນ 45 ປີ ແຫ່ງການເດີນທາງຜ່ານຈຸດເວລາຕ່າງໆທີ່ມີທັງຂໍ້ສະດວກ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ທົດສອບຈິດໃຈ, …
Read More »Visit Lao year 2018! ໃຜໄປໃສມາແດ່ເອົາຮູບມາເບິ່ງແດ່ດູ໊!!!
ສະບາຍດີສາວໆ ມື້ນີ້ແອັດ ຢາກຊິຊວນສາວໆ ມາກະຕຸ້ນຊີບພະຈອນລົງຂາ ອອກເລາະເມືອງລາວ ແລະ ກະມາອ້າງຮູບດູ໊ວ່າປີທ່ອງທ່ຽວລາວ (Visit Lao year 2018) ເຈົ້າໄດ້ໄປທ່ຽວໃສກັບ The Gang ຫຼື ແບບລຸຍດ່ຽວໆແດ່? ໃສໃຜມີຮູບຖ່າຍແບບ Hipy, Chicky, F ມາອ້າງບໍ່ ເມັ້ນມາເລີຍ ຂໍເບິ່ງແດ່!!! ສໍາຫຼັບ ສາວໃນເມືອງຄື ແອັດແລ້ວ ຍັງມີຫຼາຍບ່ອນໃນເມືອງລາວທີ່ຢາກໄປ ຢືນຖິ້ມຄວາມໂງ່ໆ (ທີ່ມັນມີຫຼ໊າຍໆ ຮ່າຮ່າ) ຢູ່ບ່ອນໃດຈັກແຫ່ງ, ຢາກໄປຮ້ອງແຮງໆປ່ອຍຄວາມກົດດັນ ວ໊າກກກກກກກ…. ແລ້ວຊິວາແຂນກວ້າງໂອບກອດທໍາມະຊາດເມືອງລາວ, ດູດຊືມເອົາພະລັງບວກໃຫ້ຕົວເອງຫຼາຍບ່ອນເລີຍເຊັ່ນ : ໄປຫ້ອຍໂຫຍໂຍນຕົວແບບປະສົບການທະນີ ທີ່ເຮືອນຕົ້ນໄມ້ ແຂວງບໍ່ແກ້ວ, ໄປເປັນສາວ Spider Women ທີ່ນໍ້າກັດຢໍລະປາ ແຂວງອຸດົມໄຊ, ໄປພິຊິດຍອດຜາແດງ ທີ່ເມືອງງອຍ ແຂວງຫຼວງພະບາງ, ແລ້ວ ຍັງຢາກນັ່ງນອນແຊທີ່ບໍ່ນໍ້າອຸ່ນໃນສາຍນໍ້າພາກເມືອງຫຼາ ທີ່ໂອອ້ອມໄປດ້ວຍປ່າທີ່ສົມບູນຂອງ …
Read More »ອາສາກູ້ໄພລາວ ອອກມາໂພສແບບນີ້…ຫຼັງຈາກທີ່ໄດ້ໄປຊ່ວຍ ທີມໝູປ່າ!!!
ດັ່ງທີ່ແຟນໆໄດ້ຕິດຕາມກຽ່ວກັບຂ່າວສານການຊ່ວຍເຫຼືອ ນ້ອງໆທີມ ໝູປ່າ-ອາຄາເດມີ່ ແລະ ປະເທດລາວ ເຮົາກໍ່ໄດ້ສົ່ງ ອາສາກູ້ໄພໄປຊ່ວຍເປັນກຳລັງອີກແຮງໜຶ່ງໃນການຄົ້ນຫາຜູ້ປະສົບໄພທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ດັ່ງກັບຫຼາຍໆປະເທດຈາກທົ່ວໂລກທີ່ໄດ້ສົ່ງທີມມາຊ່ວຍເຫຼືອໃນພາລະກິດຄັ້ງນີ້, ຫຼ້າສຸດທີມອາສາກູ້ໄພລາວກໍ່ໄດ້ເດີນທາງກັບ ປະເທດລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ຍັງໄດ້ໂພສເຖິງການໄດ້ເປັນສ່ວນໜຶ່ງໃນພະລະກິດໃນເທື່ອນີ້ ຜ່ານເຟສບຸກວ່າ: “ພາລະກິດ ຄັ້ງນີ້ ເປັນບົດຮຽນ ອັນຍິ່ງໃຫຍ່ ໄດ້ຖ່າຍທອດ ເຖິງບົດທົດສອບ ຂອງຄວາມຮູ້ທີ່ຝຶກຝົນມາ ດ້ານກູ້ຊີບ ກູ້ໄພ ແລະ ຮຽນຮູ້ອຸປະກອນທັນສະໃຫມ ຕ້ອງຕໍ່ສູ້ກັບທຳມະຊາດ ສິ່ງແວດລ້ອມ ທີ່ຕ້ອງສຳພັດ ຄຽງຄູ່ກັນ ກໍ່ຄື ອຸດົມການ ແລະ ເປົ້າຫມາຍ ຂອງຫົວຈິດຫົວໃຈ ໃນການອາສາມາຄັ້ງນີ້ ກໍ່ແມ່ນ ນິມິດຫມາຍທີ່ດີ ທີ່ໄດ້ພົບເຫັນ ບັນດາ ຜູ້ທີ່ມີປະສົບການ ໃນຫລາຍໆດ້ານ ແລະ ກໍ່ໄດ້ຖ່າຍທອດ ຮຽນຮູ້ແລ້ວ ວ່າ ສິ່ງທີ່ສຳຄັນທີ່ສຸດ ແມ່ນຫຍັງ …
Read More »