ງາມໆທັງນັ້ນເລືອກບໍ່ຖືກກັນເລີຍງານນີ້… ມາເບິ່ງ! ນາງສາວງາມທີ່ໄດ້ຖືກຄັດເລືອກເຂົ້າຮອບ 30 ຄົນທີ່ກຳລັງມີການຝືກຊ້ອມ ເພື່ອເຂົ້າຮ່ວມງານປະກວດນາງສັງຂານ ປີ 2108 ທີ່ ຫລວງພະບາງ. (ມັກໃຜເຊຍໃຜຊ່ວຍໂຫວດຊ່ວຍແຊຣໃຫ້ກຳລັງໃຈນ້ອງໆນາງສາວຜູ້ເຂົ້າປະກວດກັນແດ່) ທີ່ມາ: Luang Prabang Moradok
Read More »News
ມາລຸ້ນກັນ! ແພັດ ເພັດດາວອນ ຈະປ້ອງກັນແຊ້ມໄວ້ໄດ້ອີກບໍ່? (ປັດຈຸບັນ 11 ສະໄໝແລ້ວເດີ້)
ວ້າວວວ! ຄົນລາວເຮົາລຸ້ນ ແລະ ເຊີຍ ສາວ ແພັດ ເພັດດາວອນ ສາວລາວຈາກແດນໃຕ້ທີ່ເດີນທາງໄປປະກວດໃນລາຍການແຂ່ງເພງຊື່ດັງຂອງປະເທດເພື່ອນບ້ານ “ສຶກວັນດວນເພງ” ເຊິ່ງຫຼ້າສຸດ ແພັດ ກໍ່ປ້ອງກັນແຊ້ມໃນວັນທີ 2 ເມສາ 2018 ທີ່ຜ່ານມາ ແລະ ກໍ່ເປັນໄປຕາມຄາດເພາະນາງໂຊພະລັງສຽງໃນບົດເພງ “ຮູ້ວ່າເຂົາໝົດໃຈ ແຕ່ທຳໄມຍັງຮັກເຫຼືອເກີນ” ຈົນປ້ອງກັນແຊ້ມໄດ້ເຖິງ 11 ສະໄໝແລ້ວ ຄວ້າເງິນລາງວັນໄປເຖິງ 110.000 ໝື່ນບາດ ຫຼືປະມານເກືອບ 30 ລ້ານກີບ. ແລະ ໃນມື້ນີ້ຢ່າລືມມາລຸ້ນກັນ ເພາະການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ເພິ່ນນຳແດ່!!! (ມີຄິບທີ່ ສາວ ແພັດ ຂຶ້ນປ້ອງກັນແຊ້ມໃນວັນທີ 2 ເມາສາ 2018 ມາຝາກ) …
Read More »ດວງປະຈຳວັນ ອັງຄານ ວັນທີ 3 ເມສາ 2018
ວັນອາທິດ ດ້ານວຽກງານມີບັນຫາຄາລາຄາຊັງ ຄາດຫວັງຫຍັງບໍ່ໄດ້ເລີຍ ດ້ານການເງິນຍັງມີລາຍໄດ້ເຂົ້າມາເລື້ອຍໆ ແຕ່ຕ້ອງດຸໝັ່ນເປັນພິເສດແດ່ ເພາະຈະຫວັງເພິ່ງໂຊກທາງດ້ານການສ່ຽງດວງໄລຍະນີ້ແມ່ນບໍ່ມີ, ດ້ານຄວາມຮັກສຳລັບຄົນທີ່ມີຄູ່ຍັງມີບັນຫາທີ່ບໍ່ເຂົ້າໃຈກັນໃນຫຼາຍໆເລື່ອງ ສ່ວນຄົນໂສດຍັງບໍ່ມີເກນພົບຄົນທີ່ຖືກໃຈ. ວັນຈັນ ດ້ານວຽກງານຈະມີບັນຫາເຮັດໃຫ້ຊັກຊ້າ ເພາະເພື່ອນຮ່ວມງານ, ດ້ານການເງິນຍັງຢູ່ໃນເກນທີ່ຄົງຕົວ ສ່ວນຄົນທີ່ຫວັງຢາກໄດ້ເງິນທີ່ໃຫ້ຄົນຢືມແມ່ນຍັງຕ້ອງໄດ້ລໍຖ້າ ຄົນທີ່ຢືມເງິນອາດຈະເລື່ອນນັດໄປເລື້ອຍໆ, ດ້ານຄວາມຮັກຄົນທີ່ມີຄູ່ມີບັນຫາຜິດຖຽງຍ້ອນເລື່ອງມືທີ່ສາມ ສ່ວນຄົນໂສດແມ່ນຕ້ອງໂສດໄປເລື້ອຍໆເລີຍຊ່ວງນີ້. ວັນອັງຄານ ດ້ານວຽກງານສິ່ງທີ່ລໍຖ້າ ແລະ ຄາດຫວັງກັບພັງທະລາຍລົງບໍ່ເປັນທ່າ ຕ້ອງໄດ້ເລີ່ມຕົ້ນເຮັດໂປເຈັກໃໝ່ທັງໝົດ ຄວນມີສະຕິແກ້ໄຂບັນຫາໃຫ້ດີ, ດ້ານການເງິນເຮັດວຽກຫຼາຍແຕ່ລາຍໄດ້ເທົ່າເດີມ ຄວນຊອກຫາວຽກເສີມ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນຫວານຊື່ນ ສ່ວນຄົນໂສດຊ່ວງນີ້ເປັນຄົນໂສດທີ່ມີສະເໜ່ສຸດໆ. ວັນພຸດ ດ້ານວຽກງານຈະມີເລື່ອງທີ່ເຮັດໃຫ້ເຂົ້າໃຈຜິດກັບເພື່ອນຮ່ວມງານ ແຕ່ກໍ່ບໍ່ມີເລື່ອງຮ້າຍແຮງ, ດ້ານການເງິນຈະມີລາຍໄດ້ເຂົ້າມາຈາກວຽກທີ່ທ່ານກຳລັງເຮັດຢູ່, ດ້ານຄວາມຮັກຄົນທີ່ມີຄູ່ຄິດຫຼາຍເກີນໄປລະແວງໄປໝົດທຸກຢ່າງ ສ່ວນຄົນໂສດມີເກນຈະພົບຄົນທີ່ຖືກໃຈ. ວັນພະຫັດ ດ້ານວຽກງານວຸ້ນວາຍກັບເລື່ອງບໍ່ເປັນເລື່ອງ ເພື່ອນຮ່ວມງານກໍ່ເຮັດວຽກບໍ່ໄດ້ໃຈເຮົາ ຕ້ອງໄດ້ລົງມືເຮັດເອງ, ດ້ານການເງິນກຳລັງຈະມີໂຊກໃຫ່ຍ ໃຫ້ໝັ່ນເຮັດບຸນເພື່ອເສີມດວງ, ດ້ານຄວາມຮັກຄົນທີ່ມີຄູ່ຫວັ່ນໄຫວກັບຄົນທີ່ເຂົ້າມາ ຈົນອາດເຮັດໃຫ້ຄົນຮັກຜິດໃຈ ສ່ວນຄົນໂສດລະວັງຈະໄປພົວພັນກັບຄົນທີ່ມີເຈົ້າຂອງແລ້ວ. ວັນສຸກ ດ້ານວຽກງານດຳເນີນໄປໄດ້ດ້ວຍດີ ບໍ່ມີບັນຫາຫຍັງມາກວນໃຈ, ດ້ານການເງິນດີແບບບໍ່ເຄີຍມີມາກ່ອນ ຈະເຮັດຫຍັງກໍຂຶ້ນໃນມື້ນີ້, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນເລື້ອຍໆ ເຖິງຈະບໍ່ຄ່ອຍມີເວລາບອກຮັກກັນຄືແຕ່ກ່ອນ ແຕ່ກໍ່ເຂົ້າໃຈກັນດີ ສ່ວນຄົນໂສດເຖິງຈະໂສດແຕ່ກໍ່ມີຄົນລົມຫົວໃຈບໍ່ມີເຫງົາ. …
Read More »ມາແຮງຫຼາຍ! ນຸ້ຍ ສຸພາພອນ ຮ່ວມງານກັບຊຸບເປີສະຕາເບີຕົ້ນໆຂອງປະເທດເພື່ອນບ້ານ
ມາແຮງຫຼາຍ! ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຮ່ວມງານກັບຊຸບເປີສະຕາເບີຕົ້ນໆຂອງປະເທດເພື່ອນບ້ານ ໃນວັນທີ 1 ເມສາ 2018 ຫຼາກຫຼາຍຄົນເຊັ່ນ: ພອຍ ເຊີມານ, ລີເດຍ ສະລັນລັດ, ແພັດ ນະປະພາ, ປັ້ນຈັ່ນ ປໍລະມະ, ເບວລ່າ ລານີ ແຄມເປນ, ໂປບ ທະນະວັນ ແລະ ຍັງມີເຫຼົ່າເຊເລບຄົນດັງອີກຫຼາຍທ່ານທີ່ມາຮ່ວມໃນງານໃນຄັ້ງນີ້. ເຊິ່ງງານນີ້ ນຸ້ຍ ສຸພາພອນ ກໍໄດ້ຮ່ວມເດີນແບບ ແລະ ຮ່ວມເຟມຖ່າຍຮູບໂດຍໂພສທ່າແບບມືອາຊີບແບບບໍ່ໜ້ອຍໜ້າເຫຼົ່າຊຸບເປີສະຕາຝັ່ງໄທ, ລອງມາເບິ່ງກັນເລີຍ!!! ຮູບພາບ: Nui Souphaphone (ຂ່າວທີ່ກ່ຽວຂ້ອງ) ກຳລັງເປັນກະແສ! ນຸ້ຍ ສຸພາພອນ ຮ່ວມງານກັບສອງຊຸບຕາ ແມ່ກາລະເກດ ແລະ ພີ່ໝື່ນ ຄູ່ພະນາງຈາກລະຄອນ “ບຸບເພສັນນິວາດ”
Read More »ກຳລັງເປັນກະແສ! ນຸ້ຍ ສຸພາພອນ ຮ່ວມງານກັບສອງຊຸບຕາ ແມ່ກາລະເກດ ແລະ ພີ່ໝື່ນ ຄູ່ພະນາງຈາກລະຄອນ “ບຸບເພສັນນິວາດ”
ກຳລັງເປັນກະແສ! ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຮ່ວມງານກັບສອງຊຸບເປີ້ສະຕາ ເບວລ່າ ລານີ ແຄມເປນ ແລະ ໂປບ ທະນະວັນ ຫຼື ແມ່ກາລະເກດ ແລະ ພີ່ໝື່ນ ຄູ່ພະນາງຈາກລະຄອນທີ່ກຳລັງເປັນກະແສໄປທົ່ວບ້ານທົ່ວເມືອງໃນເວລານີ້ “ບຸບເພສັນນິວາດ” ໃນວັນທີ 1 ເມສາ 2018 ຢູ່ທີ່ປະເທດເພື່ອນບ້ານ, ເຊິ່ງງານນີ້ ນຸ້ຍ ສຸພາພອນ ກໍຍັງມີໂອກາດໄດ້ຮ່ວມງານ ແລະ ຖ່າຍຮູບຮ່ວມເຟມດຽວກັນກັບຊຸບຕາທັງສອງ ງານນີ້ແຟນຄລັບທັງລາວ ແລະ ໄທ ກຣີດກຣາດກັນແນ່ນອນ!!! ຮູບພາບ: Nui Souphaphone
Read More »