ຖາມເຂົ້າມາກັນຫຼາຍເລີຍ…ເພາະວ່າແຟນຄລັບສ່ວນຫຼາຍທີ່ເຂົ້າໄປສ່ອງໂປຟາຍຂອງ ສາວ ມາລີ ນົບພະລັດ ສີໄກພັກ ມິສແກຣນລາວ 2018 ກໍຈະເຫັນໝຸ່ມມາດສຸດອົບອຸ່ນຖ່າຍຮູບຄູ່ກັບ ສາວ ມາລີ ເລື້ອຍໆ ແລະ ຍັງຝາກໃຫ້ ຊະນີIndy ໄປຂຸດຄົ້ນ…ເອີ້ຍໄປລອງສ່ອງໂປຟາຍຂອງສາວງາມຄົນນີ້ມາຝາກແຟນໆກັນແດ່… ຫຼັງຈາກທີ່ໄດ້ໄປສ່ອງແລ້ວຮູ້ສຶກວ່າ ໂຕອອກຮ້ອນ ໜ້າມືດ (ຮາາາາາ) ເພາະ ຊະນີIndy ໄດ້ເຂົ້າໄປແລ້ວຮູ້ສຶກເຖິງໂລກສີບົວ ຮູ້ສຶກເຖິງພະລັງຂອງຄວາມຮັກ ເພາະນອກຈາກຮູບຄູ່ທີ່ສຸດຫວານແລ້ວ ແຄັບຊັ່ນຂອງເພິ່ນກໍເອີ້ນໄດ້ວ່າ ຂ້າຄົນໂສດແບບໄທເຮົາເຈົ້າຂ້ອຍອີ່ຫລີເລີຍເດີ້… ລອງມາເບິ່ງນຳກັນເດີ້ຖ້າບໍ່ົເຊື່ອ??? “ຄົນຂອງຫົວໃຈ” ເປັນແຄັບຊັ່ນທີ່ຫວານສຸດໆ “ຜົມຮັກຄຸນ” ຄົງບໍ່ຕ້ອງເວົ້າຫຍັງຫຼາຍເນາະ ຊັດເຈນປານນີ້… “A little love but forever” “LOVE” ຊັດເຈນປານນີ້ຫາຍສົງໃສກັນໄດ້ແລ້ວເດີ້ແຟນໆ ໜຸ່ມນ້ອຍ ໜຸ່ມໃຫ່ຍ ທັງຫຼາຍກໍໝົດສິດໃນເວລາດຽວກັນ ເພາະສາວ ມາລີ ນົບພະລັດ ມິດແກຣນລາວ 2018 ເພິ່ນມີຫວານໃຈຕົວຈິງສຽງຈິງແລ້ວເດີ້, …
Read More »News
ດວງປະຈຳວັນ ຈັນ ວັນທີ 2 ເມສາ 2018
ວັນອາທິດ ໃນມື້ນີ້ອາດມີເລື່ອງທີ່ເຮັດໃຫ້ເຂົ້າໃຈຜິດ ແລະ ເຮັດໃຫ້ຄິດຫຼາຍ ທັງໃນເລື່ອງວຽກ ແລະ ເລື່ອງຂອງຄອບຄົວຄົນທາງບ້ານ ຄົນທີ່ເຮັດທຸລະກິດມື້ນີມີເກນຄ້າຂາຍໄດ້ກຳໄລດີ, ຄວາມຮັກຄົນມີຄູ່ຮັກ ແລະ ເຂົ້າໃຈກັນດີ ສ່ວນຄົນໂສດຖ້າຫາກກຳລັງແອບມັກໃຜໃຫ້ລຸຍໂລດມີເກນສົມຫວັງດັ່ງໃຈ. ວັນຈັນ ໃນມື້ນີ້ຍັງມີເລື່ອງທີ່ເຮັດໃຫ້ຫຍຸ້ງຍາກໃຈ ແລະ ຄິດຫຼາຍຈົນເກີນໄປ ມີເກນມີໂຊກທາງດ້ານການສ່ຽງດວງ, ຊ່ວງນີ້ເຈັບອອດໆແອດໆໃຫ້ມັ່ນອອກກຳລັງກາຍແດ່ ເພື່ອສຸຂະພາບທີ່ດີ, ຄວາມຮັກຄົນມີຄູ່ຈະມີເລື່ອງທີ່ເຮັດໃຫ້ເຂົ້າໃຈຜິດ ສ່ວນຄົນໂສດຍັງເປັນຄົນໂສດ #2018 ຕໍ່ໄປ. ວັນອັງຄານ ໃນມື້ນີ້ເລື່ອງວຽກເປັນວຸ້ນໆແດ່ ເພາະມີວຽກເຂົ້າມາຫຼາຍ ແລະ ເຮັດຄົນດຽວບໍ່ມີໃຜຊ່ວຍ, ເລື່ອງການເງິນມີລາຍຈ່າຍເຂົ້າມາເລື່ອຍໆໝົດເງິນໄປກັບເລື່ອງທີ່ບໍ່ເປັນປະໂຫຍດ ແຕ່ກໍ່ບໍ່ໄດ້ມີຜົນຫຍັງຍັງມີເງິນໃຊ້ບໍ່ຂາດມື, ຄວາມຮັກຄົນທີ່ມີຄູ່ບໍ່ມີເວລາໃຫ້ກັນເພາະຕ່າງຄົນຕ່າງຫຍຸ້ງວຽກ ສ່ວນຄົນໂສດມີເກນຈະມີຄົນເຂົ້າມາຈີບ ດີບໍ່ດີຈະໄດ້ແຟນໄປຄວງໃນຊ່ວງປີໃໝ່ລາວແນ່ນອນ. ວັນພຸດ ໃນມື້ນີ້ເລື່ອງວຽກງານດຳເນີນໄປຢ່າງສະດວກສະບາຍ ມີຄົນຍື່ນມືເຂົ້າມາຊ່ວຍ ແລະ ໃຫ້ຄຳປຶກສາ, ດ້ານການເງິນຕ້ອງດຸໝັ່ນເຮັດວຽກຈຶ່ງຈະມີລາຍໄດ້ເຂົ້າມາ ແຕ່ຕ້ອງລະວັງເລື່ອງສຸຂະພາບເພາະເຮັດວຽກຫຼາຍຈົນບໍ່ມີເວລາເບິ່ງແຍງສຸຂະພາບຕົວເອງ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນຫວານຊື່ນ ສ່ວນຄົນໂສດລະວັງຈະມີຮັກຊ້ອນ ແລະ ເກີດເປັນຮັກສາມເສົ້າ ເພາະຄົນທີ່ເຂົ້າມາອາດເປັນຄົນທີ່ມີເຈົ້າຂອງແລ້ວ. ວັນພະຫັດ ໃນມື້ນີ້ເລື່ອງວຽກງານຍັງຄົງເດີນໜ້າ ມີເກນໄດ້ວຽກໃຫ່ຍ ຮັບໂປເຈັກທີ່ທ້າທາຍກວ່າທີ່ເຄີຍເຮັດມາ, ດ້ານການເງິນມີໂຊກເຂົ້າມາເລື່ອຍໆ …
Read More »ມາແຮງ! ວິນາທີນີ້ຕ້ອງ Nouna ດີເຈສາວລາວສຸດເຊັກຊີ່
ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ ມາແຮງອີ່ຫລີສຳລັບ ສຸພາລັກ ວົງສອນສະໝຸດ ຫຼື Dj Nouna ເຊິ່ງນາງເປັນດີເຈສາວລາວຄົນດຽວທີ່ມີຄິວໄປໂຊໂຕຢູ່ທີ່ເວທີໃຫ່ຍໆທັງໃນລາວ ແລະ ຕ່າງປະເທດເລື້ອຍໆ ແລະ ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະຄຸ້ນໜ້າຄຸ້ນຕາສາວຄົນນີ້ດີ ເພາະບໍ່ວ່າຈະເປັນເວທີສາຍຕືດຢູ່ໃສກໍມັກຈະເຫັນເພິ່ນປະກົດກາຍ ໄດ້ໂຊລີລາການມິກເພງໃຫ້ເຮົາໄດ້ເຕັ້ນ ໄດ້ມັນກັນເລື້ອຍໆ. ສຳລັບປີໃໝ່ລາວທີ່ຈະມາເຖິງນີ້ Dj Nouna ເພິ່ນກໍມີຄິວໄປເປີດໂຕຢູ່ຕ່າງປະເທດເຊັ່ນເຄີຍ ແຖມເປັນເວທີໃຫຍ່ຫຼາຍປະເທດເຊັ່ນ: ຢູ່ທີ່ Cambodia ໃນວັນທີ 8 ເມສາ 2018, ໃນປະເທດ Singapore ວັນທີ 13-14 ເມສາ 2018, ວັນທີ 15 ເມສາ 2018 DNA Bangkok ແລະ ໃນວັນທີ 16 ເມສາ 2018 ກັບຄືນສູ່ປະເທດລາວ ແລະ ເພິ່ນຈະມີຄິວຂຶ້ນໂຊທີ່ ງານ Vientaine wet Party, Support line …
Read More »ໝູ່ລຸ້ນດຽວກັນເຂົາແຕ່ງງານ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ?
(ຄືບໍ່ເອົາແຟນມານຳ?) ເປັນຄຳຖາມຂ້າກັນແທ້ໆທັງໆທີ່ເຮົາຍັງໂສດ ໝູ່ລຸ້ນດຽວກັນເຂົາແຕ່ງງານ ມີລູກ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ ແຖມບໍ່ມີແວວວ່າຈະມີແຟນມີຄວາມຮັກດີໆນຳເຂົາຈັກເທື່ອ ໄດ້ແຕ່ໂສດລອຍໄປລອຍມາ ໄດ້ແຕ່ໃຊ້ຊີວິດຄົນດຽວ ກິນເຂົ້າຄົນດຽວ ເບິ່ງໝັງຄົນດຽວ ໄປທ່ຽວຄົນດຽວ ໄຮ້ຄົນຮັກຄອຍເບິ່ງແຍງເທັກແຄ ບໍ່ຄືກັບຄົນອື່ນທີ່ເຂົາໄປໃສກໍໄປເປັນຄູ່ ໂພສຮູບຄູ່ຫວານໆ ຈົນບາງເທື່ອພໍຢາກຄິດບ໋ອກພວກເຂົາພຸ້ນລະ (555). ແຕ່ຮູ້ຫຼືບໍ່ວ່າບໍ່ໄດ້ມີແຕ່ເຈົ້າເດີ້ທີ່ໂສດຄົນດຽວໃນໂລກ ເພາະດຽວນີ້ຄົນທີ່ຍັງເປັນໂສດແມ່ນມີຫຼາຍພໍໆກັບຄົນທີ່ເຂົາມີແຟນຫັ້ນລະ ເພາະການເປັນໂສດຫຼາຍຄົນລົງຄວາມເຫັນໃນທາງດຽວກັນແລ້ວວ່າ ເປັນໂສດສຸດແສນຈະສະບາຍ ບໍ່ຕ້ອງມາຖ້າຫຶງຫວງໃຜ ບາງຄົນກໍມັກທີ່ຈະໃຊ້ຊີວິດຄົນດຽວໂດຍທີ່ບໍ່ຕ້ອງເອົາໂຕເອົາໃຈໄປຜູກມັດໄວ້ກັບໃຜ, ແຕ່ເຄີຍລອງສັງເກດບໍ່ວ່າ ທີ່ທຸກມື້ນີ້ທີ່ເຮົາ ເຈົ້າ ຂ້ອຍ ທີ່ຍັງໂສດ ບໍ່ມີໃຜເຂົ້າມາໃນຊີວິດ ເປັນຍ້ອນຫຍັງກັນແທ້? 5 ເຫດຜົນທີ່ຈະບອກໃຫ້ຮູ້ວ່າ ເປັນຫຍັງຄືຍັງໂສດ? ເລືອກຫຼາຍ (ຕັ້ງສະເປັກໄວ້ສູງພຽງຟ້າ) ເຂົ້າໃຈວ່າການຈະມີຄວາມຮັກທັງທີ ກໍຢາກຈະມີຄົນດີໆທີ່ຮັກ ແລະ ຢູ່ນຳກັນໄປດົນໆໃນແບບທີ່ເຮົາຝັນໄວ້ ແຕ່ການທີ່ຕັ້ງສະເປັກໄວ້ສູງ ແຖມເລືອກຫຼາຍ ຂໍບອກກ່ອນເລີຍວ່າຄືຈະຍັງອີກດົນກວ່າຈະໄດ້ລົງຈາກຄານທອງ, ແຕ່ເຖິງຢ່າງໃດກໍບໍ່ໄດ້ໝາຍວ່າຈະຕ້ອງຕັດສິນໃຈເລືອກຄົນທີ່ເຂົ້າມາຢ່າງໄວວາ ພຽງແຕ່ຄວນປັບສະເປັກຊາຍໃນຝັນໃຫ້ຢູ່ໃນໂລກແຫ່ງຄວາມເປັນຈິງໃຫ້ຫຼາຍທີ່ສຸດ. ຂີ້ອາຍ ບໍ່ກ້າລຸຍ ເຖິງແມ່ນວ່າສັງຄົມບ້ານເຮົາຈະຖືກສອນໃຫ້ແມ່ຍິງຮັກນວນສະຫງວນຕົວ ແຕ່ການເລີ່ມໄປສານສຳພັນກ່ອນໃນຍຸກນີ້ກໍບໍ່ແມ່ນເລື່ອງທີ່ເສຍຫາຍສະເໝິໄປ ຖ້າຟາງແຕ່ອາຍ …
Read More »ລູກນໍ້າ ທິດາລັດ ສະຫງ່າງາມຮ່ວມງານແຟຼຊັ່ນວີກ ພ້ອມຮ່ວມເຟມຖ່າຍຮູບກັບຊຸບຕາຈາກເພື່ອນບ້ານ!!!
ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງໄດ້ເດີນທາງຮ່ວມງານ Bangkok International Fashion Week 2018 (#BIFW2018) ເຊິ່ງເປັນງານໃຫ່ຍລະດັບປະເທດຂອງປະເທດເພື່ອນບ້ານ ເຊິ່ງງານໄດ້ຈັດຂຶ້ນໃນວັນທີ 22-25 ມີນາ 2018 ທີ່ຜ່ານມາ ແລະ ນອກຈາກນັ້ນ ສາວ ລູກນໍ້າ ກໍຍັງໄດ້ຮ່ວມເຟມຖ່າຍຮູບກັບ ກຣີນ ອັດສະດາພອນ ນັກສະແດງສາວຊື່ດັງຂອງຝັ່ງປະເທດເພື່ອນບ້ານອີກດ້ວຍ. (ລູກນໍ້າ+ກຣີນ ເປັນຕາຮັກຕາແພງຫຼາຍໆ) ແລະ ຍັງມີຮູບງາມໆຂອງ ສາວ ລູກນໍ້າ ທິດາລັດ ມາຝາກນຳເດີ້… ຮູບພາບ: Louknum Vongsili
Read More »