Breaking News

Beauty

ເມື່ອເກີດເລື່ອງລາວດຣາມ່າ ຫຼ້າສຸດ ຜູ້ເຂົ້າຮອບນາງສັງຂານ ໝາຍເລກ 4 ກໍຮູ້ສຶກຜິດ ແລະ ໄດ້ອອກມາເວົ້າແບບນີ້!!

ຫຼັງຈາກເກີດເລື່ອງລາວທີ່ເຮັດໃຫ້ຊາວເນັດສ່ວນຫຼາຍບໍ່ພໍໃຈ ແລະ ເກີດດຣາມ່າຂື້ນ ໃນການປະກວດ ນາງສັງຂານ ຫຼວງພະບາງ ປີ 2017 ທີ່ວ່າມີ ໜຶ່ງໃນຜູ້ເຂົ້າຮອບ ນາງສັງຂານຫຼວງພະບາງ ນັ້ນກໍຄືໝາຍເລກ 4 ທີ່ໄດ້ນໍາເອົາເລີງເຄີ່ງ ຫຼືມຸງກຸດອັນສັກສິດ ມາໃສ່ເພື່ອຖ່າຍຮູບ Up ລົງໃນ Social ນັ້ນ ຫຼ້າສຸດນາງກໍຮູ້ສຶກຜິດ ແລະ ໄດ້ອອກມາຂໍໂທດ ກັບການກະທໍາທີ່ຮູ້ເທົ່າບໍ່ເຖິງການ ດ້ວຍຄວາມທີ່ຍັງເປັນເດັກນ້ອຍຢູ່ ແລະ ກໍຫວັງວ່າທຸກຄົນຈະໃຫ້ອະໄພໃນຄວາມໄຮ້ດຽງສາຂອງນາງ. ແອດກໍຫວັງໃຫ້ເປັນແບບນັ້ນເຊັ່ນດຽວກັນ. ຈັ່ງໃດກໍຢ່າລືມເປັນກໍາລັງໃຈໃຫ້ກັບຜູ້ເຂົ້າຮອບທັງ 30 ຄົນນໍາເດີ້ສາວໆແຟນຂວັນໃຈເຮົາ!! ກະແສດຣາມ່າ ນ້ອງກັນລະຍາ  Post ຂໍໂທດຊາວເນັດ By: BeautyGuru Cr: Cocooland ແດນໂຄສະນາ & Page ນາງສັງຂານ ຫຼວງພະບາງ

Read More »

ເມື່ອໜຶ່ງໃນຜູ້ເຂົ້າຮອບ ນາງສັງຂານ ຫຼວງພະບາງ ເຮັດແບບນີ້!! ຊາວເນັດວ່າແນວໃດ?

ເປັນຂ່າວ!!! ດຣາມ່າ ຫຼືບໍ່ເມື່ອໜຶ່ງໃນຜູ້ທີ່ເຂົ້າຮອບ ນາງສັງຂານ ຫຼວງພະບາງ ປີ 2017 ນີ້ໄດ້ເອົາ ເລີງເຄີ່ງ (ມຸງກຸດອັນສັກສິດ ຂອງລູກສາວ ພະຍາກະບິນລະພົມ) ມາໃສ່ເພື່ອຖ່າຍຮູບ ຄວາມຈິງແລ້ວ ເລິງເຄີ່ງ ຫຼືມຸງກຸດນີ້ ຈະໄດ້ຮັບການສວມໃສ່ໂດຍ ນາງສັງຂານຄົນທີ່ໄດ້ຮັບຕໍາແໜ່ງໃນປີກາຍນີ້ ມາໃສ່ໃຫ້ກັບນາງສັງຂານຄົນໃໝ່ ໝາຍຄວາມວ່າຜູ້ທີ່ສາມາດສວມມົງກຸດນີ້ໄດ້ຕ້ອງແມ່ນຄົນທີ່ ໄດ້ຮັບຕໍາແໜ່ງກໍຄື ໄດ້ເປັນນາງສັງຂານະປະຈໍາປີນັ້ນເອງ ແຕ່ເມື່ອສາວ ນາງສັງຂານ ໝາຍເລກ 4 ໜຶ່ງໃນຜູ້ເຂົ້າປະຮອບປີນີ້ໄດ້ນໍາເອົາມົງກຸດມາສວມໃສ່ແບບນີ້ ຫຼາຍຄົນເຫັນກໍໃຫ້ຄໍາເຫັນວ່າ ເປັນການບໍ່ສົມຄວນເປັນຢ່າງຍິ່ງ ແຕ່ອັນນີ້ເຮົາກໍຕັດສິນບໍ່ໄດ້ເນາະ!! ເອົາເປັນວ່າ ສາວໆແຟນໆຂວັນໃຈໃຜມີຄໍາເຫັນແນວໃດ ກໍສະແດງຄວາມຄິດເຫັນຊ່ວຍກັນເດີ້. By: BeautyGuru Cr: Newscocoo & page ນາງສັງຂານ ຫຼວງພະບາງ

Read More »

ຖ້າບໍ່ຢາກຕົກເທຼນ Update ກ່ອນໃຜເລີຍສໍາລັບ Fashion ປີໃໝ່ສົງການ 2017 ນີ້ (ຄຼິກເລີຍ)

ແຕ່ງຕົວແບບໃດໄປຫຼີ້ນປີໃໝ່ ຄໍາຖາມທີ່ຍັງຕອບບໍ່ໄດ້ຂອງສາວໆຫຼາຍຄົນ ອີກບໍ່ພໍເທົ່າໃດມື້ແລ້ວກໍຈະຮອດປີໃໝ່ກັນ ແລະ ຖ້າຍັງຕີດກັນບໍ່ອອກວ່າຈະແຕ່ງແບບໃດ ມາເບີ່ງນີ້ເລີຍ BeautyGuru ຈະມາແນະນໍາການແຕ່ງຕົວຕາມ Style ຂອງສາວໆມາໃຫ້ເບີ່ງກັນ ສ່ວນວ່າສາວໆຄົນໃດມັກແບບໃດກໍຢ່າລືມໄປແຕ່ງຕາມກັນໄດ້ເດີ້ ເສື້ອຢືດກັບສົ້ງສີເຂັ້ມໆ ງ່າຍໆສະບາຍໆກໍ່ອອກໄປຫຼີ້ນນໍ້າໄດ້ແລ້ວ ເສື້ອສິສົດໃສ ຮັບຮອງວ່າໃສ່ແລ້ວເດັ່ນມາແຕ່ໄກເລີຍລະ ເສື້ອຄ້ອງຄໍກັບສົ້ງຢີນຂາສັ້ນ ຖ້າຢ້ານໂປ້ກໍຈັບເສື້ອກ້າມເກ໋ໆຈັກຕົວມາເພີ່ມໄດ້ຈ້າ ແຕ່ງຕົວໃຫ້ມີ Style ຕ້ອງເສື້ອເປີດບ່າເກ໋ໆ ແບບນີ້ລະ ເທຼນລະດູຮ້ອນທີ່ກໍາລັງມາແຮງ ແຕ່ຕ້ອງເປັນສີເຂັ້ມນໍາເດີ້ຈຶ່ງຈະເຂົ້າກັບປີໃໝ່ ສໍາລັບສາວໆທີ່ຢາກແຕ່ງແບບລຽບໆ ກໍລອງຈັບເສື້ອແຈນກຸດ ມາຄູ່ກັບສົ້ງຂາສັ້ນ ເພີ່ມດ້ວຍເກີບເຊືອກພັນແບບນີ້ກໍ່ຍັງເກ໋ໄດ້ອີກ ເສື້ອຜ້າທີ່ມາແບບເປັນຊຸດແບບນີ້ ເອີ້ນໄດ້ວ່າມາແຮງຫຼາຍສໍາລັບ ເທຼນສົງການປີ 2017 ນີ້ ສາວໆກໍຢ່າລືມໃສ່ເບີ່ງຈັກມື້ເດີ້ ເສື້ອຢືດຜູກແອວ ກັບສົ້ງຂາສັ້ນ ແຕ່ບໍ່ໃຫ້ໂປ້ເກີນໄປເດີ້ສາວໆ ເສື້ອຍືດຕົວທີ່ມັກທີ່ສຸດກັບສົ້ງຢີນຂ້າສັ້ນ ເສີມດ້ວຍໝວກຈັກໃບແບບນີ້ເລີ໋ດໆ ເສື້ອລາຍດອກສີສົດໄສ ແບບໃດກໍໄດ້ທີ່ມັກ ແນ່ນອນທຸກປີທຸກຄົນຕ້ອງມີ ໃຜບໍ່ມີຖືວ່າເຊີຍຮ່ະຮ່ະຮ່ະ ຊຸດຫຼີ້ນປີໃໝ່ບໍ່ຈໍາເປັນຕ້ອງນຸ່ງຂາສັ້ນສະເໝີໄປ ເພາະລອງຈັບເລກກີ້ງຂາຍາວໃສ່ກັບເສື້ອຢືດແຫກຂ້າງແບບນີ້ກໍ່ເລີ໋ດບໍ່ແພ້ກັນ ສໍາລັບສາວຄົນໃດທີ່ຢ້ານດໍາ ກໍລອງຊອກເສື້ອຄຸມມາໃສ່ແບບນີ້ ກໍເທ່ໄປອີກ ເສື້ອຢືດມີສາຍຢູ່ຕີນເສື້ອ ອີກເທຼນລະດູຮ້ອນ ສົງການປີນີ້ກໍ່ອີນເທຼນກ່ອນໃຜເລີຍ …

Read More »

ປີໃໝ່ນີ້ ເຮັດຜົມຊົງໃດ? ຊົງຜົມທີ່ຖືກສາດນໍ້າແລ້ວຍັງງາມຄືເກົ່າ. ຄິດບໍ່ອອກຄຼິກເລີຍ!

ນັບຖອຍຫຼັງກັນແລ້ວສໍາລັບປີໃໝ່ລາວ ສໍາລັບມື້ພັກຍາວທີ່ສາວໆລໍຖ້າກໍາລັງໃກ້ເຂົ້າມາແລ້ວ ເຊື່ອວ່າສາວໆຫຼາຍຄົນຄົງຈະກະກຽມກັນແລ້ວແມ່ນບໍ່ກ່ຽວກັບແຜນ ການໄປຫຼີ້ນ ໄປທ່ຽວ ສ່ວນແອດແມ່ນບໍ່ຮູ້ຈະໄປໃສ ຖ້າສາວແຟນຂວັນໃຈເຮົາມີແຜນໄປຫຼີ້ນໃສມ່ວນໆກໍຢ່າລືມຊວນແອດນໍາເດີ້ (ບໍ່ມີໃຜຫຼີ້ນນໍາ ຫຶຫຶ) ຖ້າກະກຽມສໍາລັບແຜນໄປຫຼີ້ນກັນແລ້ວ ເສື້ອຜ້າເດກະກຽມແລ້ວບໍ່ ແລະ ທີ່ສໍາຄັນຈະເຮັດແນວໃດໃຫ້ງາມໃນຕອນທີ່ຖືກສາດນໍ້າໃສ່ລ່ະ ເພາະສາວໆເຮົາໄປໃສ ເວລາໃດກໍຕ້ອງງາມແມ່ນບໍ່? ແລະ ມື້ນີ້ ແອດຈະມາແນະນໍາສາວໆກ່ຽວກັບເທຼນຊົງຜົມຍອດຮິດໃນການຫຼີ້ນບຸນປີໃໝ່ໃຫ້ ທັງມ່ວນ ແລະ ງາມມາຕ້ອນກັນ ຖ້າສາວໆຄົນໃດຄິດຊົງບໍ່ອອກພຽງແຕ່ຄຼິກນີ້ເລີຍ Kuanjai Magazine ແລ້ວ Idea ຈະເກີດແນ່ນອນ ວ່າແລ້ວເຮົາໄປເບີ່ງກັນເລີຍວ່າ ເທຼນຊົງຜົມປີນີ້ມີຫຍັງແດ່? By: BeautyGuru ເຄຼດິດຮູບຈາກ: Kapook.com

Read More »

ສາວໆຮູ້ບໍ່ວ່າການເຮັດບຸນ ທີ່ນອກຈາກການໃຫ້ທານແລ້ວ ສາວໆຍັງສາມາດເຮັດບຸນໄດ້ດ້ວຍວິທີໃດແດ່? (ມີຄໍາຕອບ)

ການເຮັດບຸນບຸນ 10 ຢ່າງທີ່ບາງຄົນອາດຍັງບໍ່ຮູ້ ສະບາຍດີສາວໆມາພົບກັບແອດຄົນເກົ່າອີກແລ້ວ ມື້ນີ້ກໍຈະມານໍາສະເໜີບັນດາສາວສາຍບຸນທັງຫຼາຍ ໃຫ້ຮູ້ຈັກກັບ ການເຮັດບຸນ 10 ຢ່າງທີ່ຫຼາຍຄົນຍັງບໍ່ຮູ້ ການເຮັດບຸນໃນທາງພຸດທະສາສະໜາ ນັ້ນ ສ່ວນໃຫຍ່ຊາວພຸດເຮົາເຄີຍປະຕິບັດກັນຕະຫລອດ ກໍ່ຄືຈະລີກບໍ່ພົ້ນ ເລື່ອງການໃຫ້ທານ ຖືວ່າເປັນການເຮັດບຸນທີ່ຍິ່ງໃຫຍ່ ແລະ ກໍເຊື່ອວ່າສິ່ງທີ່ເຮົາໃຫ້ທານໄປນັ້ນຈະກັບມາຫາເຮົາໃນພົບໜ້າ ຫຼືຊາດໜ້າ ຍິ່ງໃຫ້ທານຫຼາຍເທົ່າໃດໃນຊາດນີ້ ຊາດໜ້າ ຫຼືໃນພົບໜ້າເຮົາຈະໄດ້ຫັບມາຫຼາຍກວ່າ 2 ເທົ່າ ແລະ ເຊື່ອກັນວ່າຖ້າເຮັດບຸນດ້ວຍວິທີອື່ນ ທີ່ບໍ່ໄດ້ເປັນການໃຫ້ທານນັ້ນ ຊາວພຸດເຮົາເຊື່ຶອວ່າ ອາດຈະບໍ່ໄດ້ບຸນ ຫຼືໄດ້ບຸນໜ້ອຍກວ່າກນໍານໃຫ້ທານ ແຕ່ຄວາມເປັນຈິງແລ້ວ ການເຮັດບຸນໃນທາງພຸດທະສາດສະໜານັ້ນ ພຣະພຸດທະອົງໄດ້ກຳນົດໄວ້ ມີເຖິງ 10 ຢ່າງ ເຊິ່ງເຊື່ອວ່າຫຼາຍຄົນອາດຈະຍັງບໍ່ຮູ້ ການເຮັດບຸນ 10 ຢ່າງທີ່ກ່າວມານັ້ນໄດ້ແກ່: 1. ການເຮັດບຸນດ້ວຍການໃຫ້ທານ ສະຫຼະຊັບສິ່ງຂອງຊ່ວຍເຫຼືອຄົນຍາກຈົນ ແລະ ສາທາລະນະປະໂຫຍດຕ່າງໆ 2. ເຮັດບຸນດ້ວຍການຮັກສາສິນ ປະພຶດຖືກຕ້ອງດ້ວຍກາຍ ວາຈາ ແລະ ຈິດໃຈ …

Read More »