ກະຊວງແຮງງານ ແຈ້ງໃຫ້ນາຍຈ້າງສະໜອງສິ່ງປ້ອງກັນການແຜ່ລະບາດຂອງໄວຣັສ COVID-19 ໃຫ້ພະນັກງານລູກຈ້າງໂດຍບໍ່ເກັບເງິນ ແລະ ກໍລະນີມີພະນັກງານກັບມາແຕ່ຕ່າງປະເທດ ຜູ້ໃຊ້ແຮງງານຕ້ອງການໃຫ້ພັກ ຕ້ອງຈ່າຍຄ່າແຮງງານໃຫ້ຕາມປົກກະຕິ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງເຖິງຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານລາວ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ເລື່ອງການປະຕິບັດມາດຕະການ ຄວບຄຸມ ແລະ ໂຕ້ຕອບການລະບາດໄວຣັສ COVID-19 ຢູ່ ສປປ ລາວ ເພື່ອປ້ອງກັນ, ສະກັດກັ້ນບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ລະບາດຢູ່ຫົວໜ່ວຍແຮງງານ ແຈ້ງໃຫ້ປະຕິບັດດັ່ງນີ້: 1. ໃຫ້ຜູ້ໃຊ້ແຮງງານ ສະໜອງສິ່ງອຳນວຍຄວາມສະດວກທາງດ້ານອຸປະກອນປ້ອງກັນການແຜ່ລະບາດ ໄວຣັສ COVID-19 ໂດຍບໍ່ໃຫ້ເກັບເງິນນຳພະນັກງານເປັນຕົ້ນ ສະບູ, ເຈວລ້າງມື, ຜ້າ ອັດປາກ, ອັດດັງ ແລະ ອື່ນໆ. 2. ຜູ້ໃຊ້ແຮງງານ ຕ້ອງຕິດຕາມພະນັກງານຂອງຕົນຢ່າງໃກ້ຊິດໃນແຕ່ລະວັນ, ຖ້າຜູ້ໃດມີອາການໄຂ້, ໄອ, ເຈັບຄໍ, …
Read More »Home
ປະກາດຢ່າງເປັນທາງການແລ້ວ! ຈັດໃຫ້ Covid-19 ເປັນການລະບາດທີ່ໃຫຍ່ Pandemic ລະດັບໂລກ…
ປັດຈຸບັນ ພະຍາດ ລະບາດ Covid-19 ນັບມື້ນັບຮຸນແຮງຂຶ້ນ ແລະ ສົ່ງຜົນກະທົບຫຼາຍຢ່າງໄປທົ່ວທຸກມຸມໂລກ ທັງເຮັດໃຫ້ຈໍານວນຄົນຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ພ້ອມທັງສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ… ເຊິ່ງຫຼ້າສຸດ Breaking news ! ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການໃນວັນທີ 11 ມີນາ 2020 ວ່າ ການລະບາດຂອງໄວຣັສສາຍພັນໃໝ່ ທີ່ເຮັດໃຫ້ເກີດໂລກ Covid-19 ທີ່ເປັນໂລກລະບາດທີ່ແຜ່ກະຈາຍໄປທົ່ວໂລກແລ້ວ (Pandemic) ໂດຍເຊື້ອໄວຣັສ Covid-19 ມີຕົ້ນກຳເນີດຈາກເມືອງອູ່ຮັ່ນໃນຈີນ ໃນຂະນະນີ້ໄດ້ແຜ່ກະຈາຍໄປໃນຫຼາຍພື້ນທີ່ຂອງໂລກ ໂດຍກ່ອນໜ້ານີ້ມີ ການລະບາດໃຫຍ່ ເກີດຂຶ້ນກັບໂລກຂອງເຮົາ ບໍ່ວ່າຈະເປັນ ໄຂ້ຫວັດໃຫຍ່ ສະເປນ (Spanish flu), ໄຂ້ຫວັດອາຊີ, ໄຂ້ຫວັດໝູ, ລວມໄປເຖິງ ກ່ຽວກັບການລະບາດຂອງເຊື້ອໄວຣັສ Covid-19 ເປັນລະດັບ ແຜ່ລະບາດຮຸນແຮງລະດັບໂລກ ຫຼື “Pandemic” ເຊັ່ນກັນ. ທ່ານ Tedros …
Read More »ສະເໜີໂຈະການຈັດປະກວດນາງສັງຂານ ປີ 2020 ທີ່ຫຼວງພະບາງ…
ປີໃຫມ່ ພສ 2563 ທີ່ຈະມາເຖິງນີ້ ເປັນປີທີ່ມີຄວາມຫຍຸງ້ຍາກຫຼາຍ ຍ້ອນການລະບາດຂອງພະຍາດ Covid-19 ຢູ່ໃນພາກພື້ນ ແລະ ບາງປະເທດອ້ອມຂ້າງ ສະນິ້ນ ເພື່ອເປັນການປ້ອງກັນ ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ຈາກພະຍາດດັ່ງກ່າວ ເຈົ້າແຂວງຫຼວງພະບາງ ຈຶ່ງຮຽນລາຍງານຂໍທິດຊີ້ນຳ ຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເພື່ອຂໍໂຈະການຈັດກິດຈະກຳ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2563 ບໍ່ວ່າຈະເປັນການ ໂຈະຈັດງານປະກວດ ນາງສັງຂານ ໃນວັນທີ 11-12 ເມສາ 2020, ໂຈະການຈັດຕະຫຼາດນັດມວນຊົນ ຕາມເສັ້ນທາງກາງເມືອງ ໃນວັນທີ 13 ເມສາ 2020, ໂຈະການລົງຕົບພະທາດຊາຍ ທີ່ດອນຊາຍມຸງຄຸນ ໃນວັນທີ 13 ເມາສາ 2020, ໂຈະໃນການແຫ່ວໍ່ທີ່ເປັນຂະບວນມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ໃນວັນທີ 14-15 ເມສາ 2020. ສ່ວນກິດຈະກຳທີ່ກ່ຽວພັນເຖິງຮີດຄອງປະເພນີຂອງຫຼວງພະບາງມາແຕ່ດຶກດຳບັນ …
Read More »ນັກວິທະຍາສາດຊາວຮົງກົງ “Yuen Kwok- yung” ເຊື້ອວ່າ ໄວຣັສ Covid-19 ຈະແຜ່ລະບາດຂ້າມປີ…
ພະຍາດລະບາດ Covid -19 ຍັງຄົງແຜ່ກະຈາຍໄປເລື້ອຍໆທົ່ວທຸກມຸມໂລກ ແລະ ສົ່ງຜົນໃຫ້ຄົນມີອາການຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ…ຫຼ້າສຸດນັກວິທະຍາສາດຮົງກົງເວົ້າວ່າ: ການລະບາດຂອງພະຍາດ Covid -19 ອາດຈະແກ່ຍາວໄປເຖິງປີໜ້າ ແລະ ສະຖານທີ່ບ່ອນລະບາດອາດຈະປ່ຽນໄປ ເຊິ່ງການວິໄຈຂອງຈີນບອກວ່າ Covid-19ມັກອາກາດຊຸ່ມເຢັນ… ຈາກເວັບໄຊທ໌ South China Morning Post ໃນຮົງກົງໄດ້ລາຍງານໃນວັນທີ 8 ມີນາທີ່ຜ່ານມາ ໄດ້ອ້າງເຖິງງານວິໄຈຂອງສາດສະດາຈານ Yuen Kwok- yung ນັກວິທະຍາສາດຈຸລິນຊີຈາກມະຫາວິທະຍາໄລຮົງກົງເຊື່ອວ່າ ສະຖານະການແຜ່ລະບາດ ຂອງໄວຣັສຈະບໍ່ຢຸດຕິໃນທ້າຍປີ 2020 ແລະ ພື້ນທີ່ການແຜ່ລະບາດຈະຮຸນແຮງຂຶ້ນຕື່ມ. ສາດສະດາຈານ Yuen Kwok- yung ຍັງແນະນໍາວ່າ: ວິທີການປ້ອງກັນພະຍາດດັ່ງກ່າວທີ່ດີທີ່ສຸດ ແມ່ນການຮັກສາສຸຂະອະນາໄມຂອງຕົນເອງເປັນຕົ້ນແມ່ນ ລ້າງມືໃຫ້ສະອາດ ແລະ ຫຼີ້ກລ້ຽງການເດີນທາງໄປສະຖານທີ່ຕ່າງໆຖ້າບໍ່ຈໍາເປັນ! ຈາກການຄົ້ນຄວ້າວິໄຈຂອງມະຫາວິທະຍາໄລ Sun Yat-Sen ໃນແຂວງ Guangdong ຂອງ ສປ ຈີນ ຈາກການເກັບຂໍ້ມູນອັດຕການເຈັບທົ່ວໂລກນັບແຕ່ວັນທີ …
Read More »ຄວາມໃນໃຈ ຂອງ ອາລີຍາ ສີຣິໂສພາ ຫຼັງຈາກປະກວດ Miss international Queen 2020 …
ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວສໍາລັບການປະກວດ Miss international Queen 2020 ທີ່ຈັດຂຶ້ນຢູ່ ບາງກອກ ປະະເທດໄທ ໃນວັນທີ 7 ມີນາ 2020 ທີ່ຜ່ານທີ່ມາ ແລະ ສາວງາມທີ່ຄວ້າມົງໄປຄອງແມ່ນ ສາວງາມ Valentina Fluchaire ຕົວແທນຈາກປະເທດ Mexico , ຮອງອັນດັບ 1 ແມ່ນ Ruethaipreeya Nuanglee ຕົວແທນຈາກປະເທດ Thailand , ຮອງອັນດັບ 2 ແມ່ນ Ariella Moura ຕົວແທນຈາກປະເທດ Brazil… ສ່ວນປະເທດລາວເຮົາ ອາລິຍາ ສິຣິໂສພາ Miss international Queen Laos 2020 ຕົວແທນສາວງາມຈາກປະເທດລາວ ເຖິງວ່າຈະບໍ່ສາມາດຄວ້າລາງວັນ ແຕ່ ຕຸບີ່ ກໍຕິດທ໋ອບ 12 ສາວງາມ ໃນການເຜີຍແຜ່ຄວາມງາມ, ວັດທະນະທໍາຂອງປະເທດລາວໃຫ້ສາກົນໄດ້ຮັບຮູ້!!! …
Read More »