ນາທີນີ້ ປະຕິເສດບໍ່ໄດ້ເລີຍວ່າບໍ່ມີໃຜຊິບໍ່ຮູ້ຈັກໜຸ່ມຄົນນີ້ ສໍາລັບ ນັກຮ້ອງໜຸ່ມ Jojo Miracle ເຊິ່ງໃນຄໍ່າຄືນທີ່ຜ່ານວ່າ ໄດ້ເຜີຍ ເລື່ອງລາວດີໆ ຜ່ານ Face book ສ່ວນຕົວ ເຊິ່ງໄດ້ຮັບລາງວັນ Maha naga Award 2019 ທີ່ບາງກອກ ປະເທດໄທ ໃນວັນທີ 20 ພະຈິກ2019 ທີ່ຜ່ານມາ. ໜຸ່ມ Jojo Miracle ໄດ້ໂພສວ່າ: ງານສະເດັດປະທານລາງວັນນາໆຊາດ Maha naga Awards 2019 ລາງວັນບຸກຄົນຕົ້ນແບບ ປະເພດສິລະປິນນັກຮ້ອງດີເດັ່ນ ອີກຫນຶ່ງຄວາມພູມໃຈ ວັນທີ 23 ພະຈິກ 2019 ທີ່ຜ່ານມາໂຈໂຈ້ໄດ້ມີໂອກາດໄປຮັບລາງວັນ ແລະ ໃບປະກາດກຽດຕິຄຸນ ໃນງານ “ສະເດັດປະທານລາງວັນກຽດຕິຄຸນນານາຊາດ” ອັນຊົງກຽດນີ້ ທີ່ປະເທດໄທ ໃນຖານະນັກຮ້ອງລາວຄົນຫນຶ່ງ ທີ່ເພີ່ນໄດ້ເລືອກໂຈໂຈ້ເປັນຫນຶ່ງຄົນໃນວົງການບັນເທິງເພງລາວ ເປັນຕົ້ນແບບຂອງສິນລະປິນນັກຮ້ອງດີເດັ່ນ ເຊິ່ງງານນີ້ເອງເພີ່ນກໍ່ໄດ້ລວມເອົາສິນລະປິນຫລາຍໆປະເທດເຂົ້າຮ່ວມ ແລະ …
Read More »Home
ມາແລ້ວ!!! ທຶນໄປແລກປ່ຽນ ທຸລະກິດການກະເສດ (Agribusiness) ຢູ່ New Zealand (ຟຣີ 100%)
ໂອກາດດີມາແລ້ວ!! ສໍາລັບໃຜທີ່ສົນໃຈໄປສຶກສາຕໍ່ທີ່ ປະເທດ ນິວຊີແລນ !!!!! ຕອນນີ້ ເປີດແລ້ວ ທຶນໄປແລກປ່ຽນ ທຸລະກິດການກະເສດ (Agribusiness) ສໍາຫຼັບຜູ້ປະກອບການທຸລະກິດ ຢູ່ ປະເທດ ອາຊຽນ ລວມ ສປປ ລາວ ໃນລະຫວ່າງ ວັນທີ 8 – 14 ພຶດສະພາ 2020 (ທຶນ ຟຣີ 100%) ປິດຮັບສະຫມັກ: 24/02/2020 ລາຍລະອຽດເພີ່ມຕື່ມ ແລະ ວິທີການສະໝັກ ທີ່ລິ້ງຕໍ່ໄປນີ້: https://www.asianz.org.nz/…/nz-visit-for-seasian-agribusin…/ ໂຊກດີ !!! ແຫຼ່ງຂໍ້ມູນ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz
Read More »ສາວໆອົກຮັກເປັນແຖວ!!! ເທີ ຢູນາ ເຈົ້າພໍ່ຜູ້ໄທ Net Idol ຊື່ດັ່ງ ຂຶ້ນສະຖານະແຕ່ງງານແລ້ວ…
ຖືວ່າເປັນ Net Idol ອີກຄົນໜຶ່ງທີ່ມີຍອດຄົນຕິດຕາມຫຼາຍພໍສົມຄວນ ສໍາລັບ ເທີ ຢູນາ ເຈົ້າພໍ່ຜູ້ໄທ ເຈົ້າຂອງເພຈດັງ Una Studio ທີ່ມີຍອດຄົນຕິດຕາມຫຼາຍ ຫຼັກລ້ານ ຕະຫຼອດໄລຍະເວທີ່ຢູ່ໃນວົງການ ລຸງເທີຜູ້ນີ້ກໍໄດ້ສ້າງສຽງຫົວ, ສາລະ ແລະ ຂໍ້ຄິດຫຼາຍໆຢ່າງໃຫ້ຄົນລາວເຮົາຫຼາຍພໍສົມຄວນ ຈົນໄດ້ຮັບສາຍາວ່າ ລຸງ ເທີ ເຈົ້າພໍ່ຜູ້ໄທແຫ່ງ ສປປ ລາວ ແລະ ເປັນ Net Idol ຊື່ດັ່ງ ອີກຄົນໜຶ່ງ… ໂດຍ ເທີ ຢູນາ ໄດ້ເລີ່ມໂດ່ງດັງໃນວົງການດ້ວຍການເຮັດຄຣິບ VDO ພາກສຽງຕະຫຼົກ ແລະ ແຝງໄປດ້ວຍຄວາມຈິງຂອງສັງຄົມລາວເຮົາ ເຮັດໃຫ້ໄດ້ຮັບຄວາ່ມສົນໃຈຈາກຊາວເນັດ ແລະ ໂດ່ງດັງໃນເວລາຕໍ່ມາ!!! ຈົນປັດຈຸບັນມີຍອດຄົນຕິດຕາມຫຼາຍກວ່າ ລ້ານຄົນ… ແຕ່ເມື່ອບໍ່ດົນມານີ້ ເທີ ຢູນາ ກໍສ້າງຄວາມສົນໃຈໃຫ້ຊາວເນັດອີກ ເມື່ອຂຶ້ນສະຖານະວ່າ “ແຕ່ງງານແລ້ວ” ກັບສາວຄົນຮູ້ໃຈ ທີ່ຄົບຫາກັນມາໄດ້ໄລຍະໜຶ່ງແລ້ວ ເຮັດໃຫ້ມີແຟນຄຣັບເຂົ້າໄປສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ ພ້ອມທັງເຮັດໃຫ້ສາວຫຼາຍຄົນຕ້ອງອົກຮັກໄປຕາມໆກັນ!!! …
Read More »ສາວໆຄວນອ່ານ!!! 13 ຂໍ້ຄິດທີ່ຄົນອາຍຸ 40 ຂຶ້ນໄປຄວນຮູ້…
ສໍາລັບຜູ້ຍິງຄົນໃດທີ່ໃກ້ຈະຮອດ 40 ປີ ຫຼືຮອດອາຍຸ 40 ປີຂຶ້ນໄປແລ້ວ ແຕ່ຍັງບໍ່ຮູ້ວ່າເຮົາຕ້ອງມີແບບແຜນຂໍ້ຄິດໃນການໃຊ້ຊີວິດໃນຊ່ວງນີ້ຈົນເຖິງບັ້ນທ້າຍຂອງຊີວິດແນວໃດ ມື້ນີ້ທາງຂັວນໃຈມີຂໍ້ຄິດດີໆມາແນະນໍາ!!! 1. ໃນໂລກແຫ່ງຄວາມຮັກ ບໍ່ມີໃຜຜິດຕໍ່ໃຜ ມີພຽງໃຜບາງຄົນທີ່ບໍ່ຮູ້ຈັກຮັກໃຜບາງຄົນ 2. ເມື່ອປະສົບຜົນສໍາເລັດໃນໜ້າທີ່ການງານ ກໍຕ້ອງຮັກສາສຸຂະພາບໃຫ້ແຂງແຮງຕະຫຼອດເວລາ 3. ເພື່ອນທີ່ດີ ຕ້ອງຊື່ນຊົມກັນ ແລະ ກັນ ບໍ່ແມ່ນເຫັນແກ່ຜົນປະໂຫຍດເທົ່ານັ້ນ 4. ກິນເຂົ້າ ຕ້ອງກິນເທື່ອລະຄໍາ ວຽກຕ້ອງເຮັດເທື່ອລະຢ່າງ ບໍ່ມີສິ່ງໃດທີ່ເຮົາສາມາດເຮັດປຸບ ສໍາເລັດປັບ ທຸກຢ່າງລ້ວນແຕ່ມີຂັ້ນຕອນ ຢ່າເອົາແຕ່ເລັ່ງດ່ວນ ຄວນຢູ່ຢ່າງສະບາຍ 5. ພຽງແຕ່ສະບາຍ ສະບາຍ ຍັງບໍ່ພໍ ໃນເວລາທີ່ຄວນ ກໍນ່າຈະເສີມສ້າງຕົວເອງແດ່ ເຮັດໃຫ້ມື້ທໍາມະດາ ກາຍສົດໃສຂຶ້ນມາທັນທີ 6. ທຸກສິ່ງທຸກຢ່າງລ້ວນແຕ່ມີສອງດ້ານ ບໍ່ມີຜິດ ຫຼືຖືກ ແຕ່ຜູ້ອື່ນອາດເຫັນວ່າຖືກ ແລະ ສິ່ງທີ່ເຈົ້າພະຍາຍາມຂົນຂວາຍຕໍ່ສູ້ເພື່ອໄດ້ມາ ອາດຈະເປັນສິ່ງທີ່ຄົນອື່ນ ກໍາລັງພະຍາຍາມຖິ້ມໄປ 7. ຄຸນະພາບຊີວິດຈະດີ ຫຼືບໍ່ດີ …
Read More »ຄອບຄົວຄືທີ່ໜຶ່ງ!!! ເຈົ້າຊາຍແຮຣີ່-ດັດເຊສເມແກນ ປະກາດຖອນອອກຈາກການເປັນສະມາຊິກຣາຊະວົງ ຊັ້ນສູງຂອງອັງກິດ ເພື່ອໃຫ້ຄອບຄົວໄດ້ເລີ່ມຕົ້ນບົດບາດໃໝ່ໃນຊີວິດທີ່ອິດສະຫຼະຂຶ້ນ…
“ເຈົ້າຊາຍແຮຣີ່” ຖືເປັນໜຸ່ມຮ໊ອດທີ່ເຮັດໃຫ້ສາວໆເຊົາກຣີດບໍ່ໄດ້ເລີຍ ເພາະພະອົງນັ້ນເປັນຜູ້ທີ່ພຽບພ້ອມໄປດ້ວຍຄວາມຫລໍ່, ຖານະ ແລະ ນິໄສ… ແລະເຖິງວ່າພະອົງຈະໄດ້ແຕ່ງງານມີຄອບໄປແລ້ວ ກັບ ເມແກນ ແລະ ເປັນຄອບຄົວທີ່ອົບອຸ່ນໃນປັດຈຸບັນ!!! ຈົນເຮັດໃຫ້ສາວໆຫຼາຍຄົນຕ້ອງອິດສາ ເມແກນ ໜັກແຮງ ເຊິ່ງບໍ່ແມ່ນການທີ່ນາງໄດ້ແຕ່ງງານກັບເຈົ້າຊາຍ ແຫ່ງຣາຊະວົງຊັ້ນສູງຂອງອັງກິດເທົ່ານັ້ນ ແຕ່ນາງຄືຜູ້ໂຊກທີ່ ໄດ້ແຕ່ງງານກັບຜູ້ຊາຍທີ່ຮັກຄອບຄົວອັນເປັນທີ່ສຸດ, ສໍາລັບເຈົ້າຊາຍແຮຣີ່ແລ້ວ ຄອບຄົວຄືທີ່ໜຶ່ງ, ທຸກຢ່າງທີ່ທ່ານເຮັດແມ່ນເພື່ອຄອບຄົວ… ເພາະເມື່ອບໍ່ດົນມານີ້ ເຈົ້າຊາຍແຮຣີ່, ເມແກນ ດະຢຸກ ແລະ ດັດເຊສ ແຫ່ງຊັດເຊັກສ໌ ໄດ້ອອກມາຖະແຫຼງການວ່າ ໄດ້ຖອນອອກຈາກການເປັນສະມາຊິກຣາຊະວົງ ຊັ້ນສູງຂອງອັງກິດ ແຕ່ຍັງຄົງເຮັດໜ້າທີ່ສະໜັບສະໜູນ ສົມເດັດພຣະຣາຊິນີຢ່າງເຕັມທີ່… ໂດຍພະອົງໄດ້ໂພສຂໍ້ຄວາມຜ່ານ IG: sussexroyal ວ່າ ຫຼັງຈາກທີ່ໄດ້ປຶກສາຫາລືເປັນການພາຍໃນມາຫຼາຍເດືອນ ພະອົງໄດ້ຕັດສິນໃຈເລືອກບົດບາດໃໝ່ ໂດຍຕັ້ງໃຈຖອຍອອກຈາກການເປັນສະມາຊິກຣາຊະວົງຊັ້ນສູງ ແລະ ເຮັດວຽກອິດສະຫຼະທາງການເງິນ ໂດຍຍັງຄົງສະໜັບສະໜູນພຣະຣາຊິນີຢ່າງເຕັມທີ່ ແລະ ດ້ວຍກໍາລັງໃຈສະໜັບສະໜູນມາຫຼາຍປີເຮັດໃຫ້ພຣະອົງຍິນດີທີ່ຈະປ່ຽນແປງຕົວເອງໃນປີນີ້. ໂດຍທ່ານໄດ້ລະບຸໃນຖະແຫຼງການອີກວ່າ ຈະແບ່ງເວລາການໃຊ້ຊີວິດອອກເປັນ 2 ສ່ວນຄື: ໃນປະເທດ …
Read More »