Breaking News

Home

ເປີດໂປຟາຍ! “ແມ່ຊີ ຢຸ້ຍ ສັນທະນີ” ຈາກນາງງາມເວທີດັງສູ່ການ “ບວດຊີ” ເພື່ອຫັນໜ້າເຂົ້າຫາທຳມະ (ຂໍອະນຸໂມທະນາສາທຸ)

ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະ​ນີ Miss Supranational Laos 2018 (ແມ່ຊີຢຸ້ຍ) ແຖຫົວເພື່ອບວດຊີ, ດັ່ງນັ້ນ!! ໃນມື້ນີ້ເຮົາຈະມາເປີດໂປຟາຍເພື່ອຮູ້ຈັກກັບ ແມ່ຊີຢຸ້ຍ ໃຫ້ແຟນໆໄດ້ຮູ້ວ່າແມ່ຊີຢູ້ຍຄົນນີ້ແມ່ນໃຜ? ສັນທະນີ ໄຊມະນີວັນ (ຫຼື ແມ່ຊີຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ  Miss Supranational Laos 2018 ແລະ ໄດ້ເດີນທາງໄປແຂ່ງຂັນໃນເວທີ Miss Supranational 2018 ທີ່ປະເທດໂປແລນ ພ້ອມທັງສ້າງປະຫວັດສາດໜ້າໃໝ່ໃຫ້ວົງການນາງງາມລາວ ໂດຍການຄວ້າ “ລາງວັນຊຸດປະຈຳຊາດດີິເດັ່ນ” ມາຝາກຄົນລາວ ຈົນເປັນກະແສດັງ ໄດ້ຮັບສຽງຊື່ນຊົມ ແລະ ເປັນທີ່ຍອມຮັບເຖິງຄວາມສາມາດຂອງແມ່ຍິງລາວຈາກຄົນທົ່ວໂລກໃນເວລານັ້ນ ຢຸ້ຍ ສັນທະນີ ໄດ້ອຳລາຈາກວົງການສາວແອ ເຖິງຫຼາຍຄົນອາດຈະບອກເປັນສຽງດຽວກັນວ່າ…ຊ່າງໜ້າເສຍດາຍກັບອາຊີບສາວແອຂອງນາງ …

Read More »

ກະແສຮ້ອນແຮງ! ນາງງາມລາວເວທີດັງ ຫັນໜ້າເຂົ້າຫາພຣະທຳ “ບວດຊີ” ແບບບໍ່ມີກຳນົດສິກ (ຂໍອະນຸໂມທະນາສາທຸ) 

ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະ​ນີ Miss Supranational Laos 2018 ແຖຫົວເພື່ອບວດຊີ ຖືສິນ 8 ແບບບໍ່ມີກຳນົດສິກ ເຊິ່ງກ່ອນໜ້ານີ້ ເທົ່າທີ່ບັນດາແຟນໆຮູ້ດີແລ້ວ່າ ຢຸ້ຍ ສັນທະ​ນີ Miss Supranational Laos 2018 ຫຼື ແມ່ຊີຢຸ້ຍ ເປັນຄົນມັກເຮັດບຸນ ໄຝ່ໃນທຳມະ ຈົນໄດ້ລາງວັນ ກິດຕິມະສັກສົ່ງເສີມພະພຸດທະສາສະໜາ ຈາກສະຖາບັນ Bodhisastra University (ມະຫາວິທະຍາໄລໂພທິສານ) ສະຫະລັດອາເມລິກາ ແລະ ມາມື້ນີ້ ແມ່ຊີຢຸ້ຍ ກໍໄດ້ລະທາງໂລກ ເຂົ້າສູ່ທາງທໍາເພື່ອສຶກສາພຸດທະສາສະໜາ ຖືໄດ້ວ່າງາມທັງຮູບກາຍທາງນອກ ແລະ ຈິດໃຈພາຍໃນແທ້ໆ (ຂໍອະນຸໂມທະນາສາທຸ) ຂໍອະນຸໂມທະນາສາທຸ ແລະ ເປັນກຳລັງໃຈໃຫ້ ແມ່ຊີຢຸ້ຍ (ຂໍຂອບໃຈຮູບພາບ) Storyteller: ຊະນີIndy 

Read More »

ຊົມເຊີຍ! ນັກກິລາລາວສາມາດຄວ້າຫຼຽນເງິນທຳອິດ ໃນມະຫະກຳ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງທີ11 ທີ່ອິ​​ນ​ໂດ​ເນ​ເຊຍ 

ຂ່າວດີສົ່ງທ້າຍເດືອນ ກໍລະກົດ  2019 ຫຼ້າສຸດ ທ້າວ ​ແຟ້ງ ວົງ​ພັກດີ ນັກ​ກິລາ​ປັນ​ຈັກ​ສີ​ລັດລາວ ​ສາມາດ​ສ້າງ​ຜົນງານ ໄດ້​ຢ່າງ​ໂດດ​​ເດັ່ນ​ ໂດຍ​​ຍາດ​ໄດ້ 1 ຫຼຽນ​ເງິນ​ ໃຫ້​ແກ່ ສປປ ລາວ ​ໃນ​ວັນ​ທີ 23 ກໍລະກົດ ທີ່ຜ່ານມາ ​​ເຊິ່ງເປັນຫຼຽນທຳອິດຂອງທັບນັກກິລາລາວໃນ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງ 11 ຢູ່ປະ​ເທດ​ອິນ​ໂດ​ເນ​ເຊຍ​.(ຂໍສະແດງຄວາມຍິນດີ) ທ້າວ ​ແຟ້ງ ວົງ​ພັກດີ ນັກ​ກິລາ​ປັນ​ຈັກ​ສີ​ລັດ​ລາວ ສາມາດ​ຜ່ານ​ເຂົ້າ​ຮອບ​ຊີງ​ຫຼຽນ​ຄໍາ​ກັບ​ເຈົ້າພາບ ​ໃນ​ວັນ​ທີ 23 ກໍລະກົດ​ນີ້ ​​ແລະ ຫຼັງ​ແຂ່ງຂັນ​ 1 ຊົ່ວ​ໂມງ ​ປາກົດ​ວ່າ​ບໍ່​ສາມາດ​ຕ້ານຄວາມ​ແຂ່ງ​ແກ່ນ​ຂອງນັກ​ກິລາ​ເຈົ້າ​ພາບ ​ຈຶ່ງໄດ້​ພຽງ​ແຕ່​ຫຼຽນ​ເງິນ​, ຂະນະ​ທີ່​ຫຼຽນ​ທອງ​ເປັນ​ຂອງນັກກິລາ​ຟີ​ລິບ​ປິນ ​ແລະ ​ມາ​ເລ​ເຊຍ ແລະ ສະຫລຸ​ບຫຼຽນ,ທັບ​ນັກ​ກິລາ​ລາວ​​ໄດ້ແລ້ວ 1 ຫຼຽນ​ເງິນ ແລະ 7 ຫຼຽນ​ທອງ. ມະຫະກຳ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງ​ທີ 11 ຢູ່ ​ປະ​ເທດ …

Read More »

ງາມຫຼາຍ! ປະເທດໄທ ກຽມສົ່ງ Miss Tiffany’s Universe 2019 ໄປປະກວດໃນເວທີສາວງາມຂ້າມເພດລະດັບໂລກ (ຂໍສະແດງຄວາມຍິນດີ)

ອັບເດດຂ່າວສານຈາກປະເທດເພື່ອນບ້ານກັນແດ່ ເຊື່ອວ່າແຟນໆຫຼາຍທ່ານຄົງໄດ້ຕິດຕາມ ແລະ ເປັນກຳລັງໃຈໃຫ້ອີກໜຶ່ງເວທີນາງງາມຈາກ ປະເທດໄທ ເພາະກຳລັງເປັນກະແສຮືຮາໃນໂລກອອນລາຍ ມີຄົນກົດໄລ້ ກົດແຊຣກັນແບບລົວໆ ເຊິ່ງຫຼ້າສຸດກໍໄດ້ມີການປະກາດຜົນກັນໄປແລ້ວວ່າ ສາວງາມຂ້າມເພດ (Transgender) ທີ່ສາມາດຄວ້າຕຳແໜ່ງ Miss Tiffany’s Universe 2019 ກໍຄື ທະໄທປຣິຍາ ເນື່ອງລີ (ເດຍ)  ສຳລັບ ເດຍ ທະໄທປຣິຍາ Miss Tiffany’s Universe 2019 ອາຍຸ 22 ປີ ລວງສູງ 180 ຊັງຕີແມັດ ກຳລັງສຶກສາທີ່ ຄະນະສິລະປະສາດ ມະຫາວິທິຍາໄລ ສຸໂຂໄທທຳມະທິຣາດ (ປະເທດໄທ), ເດຍ ທະໄທປຣິຍາ ເປັນໜຶ່ງສາວງາມທີ່ເປັນດາວເດັ່ນໃນເວທີປະກວດ Miss Tiffany’s Universe 2019 ເລີຍກໍວ່າໄດ້,ນາງໂຊຄວາມສາມາດໄດ້ຖືກໃຈກຳມະການແລະ ບັນດາກອງເຊຍ ຈົນສາມາດຄວ້າລາງວັນມົງກຸດອັນຊົງກຽດໃນເວທີ Miss Tiffany’s Universe 2019 ໄປໄດ້ຢ່າງງົດງາມ ແລະ ຈະໄດ້ເປັນຕົວແທນຈາກປະເທດໄທ ໄປປະກວດໃນເວທີສາວງາມຂ້າມເພດລະດັບໂລກ Miss International …

Read More »

ໄປປະຈົນໄພ ໄປເຕີມພະລັງໃຫ້ຊີວິດ ໄປໃຫ້ຮ່າງກາຍພົບພໍ້ກັບທຳມະຊາດສີຂຽວທີ່ ແຂວງຈຳປາສັກ ນຳກັນບໍ່? (ແຖມທ່ຽວໃນລາວເງິນບໍ່ຮົ່ວໄຫຼ)

ອົກຫັກ ແຟນຖິ້ມ ຜິດກັບໝູ່ ບໍ່ມີໝູ່ຄົບ ວຸ້ນວາຍໃຈເລື່ອງວຽກ-ເລື່ອງຮຽນ ມາໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ ໃນມື້ນີ້ Kuanjai Magazine ຈະພາໄປທ່ຽວພັກຜ່ອນຢ່ອນໃຈ ໄປເຕີມພະລັງໃຫ້ຊີວິດ ໄປຍ່າງເຂົ້າປ່າຈັກບຶດ 2ບຶດ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ປະເທດລາວເຮົານີ້ເອງ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ອາຍໝອກ, Trip ນີ້ຈະນຳພາແຟນໆໄປພົົບພໍ້ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ນໍ້າຕົກຕາດງາມໆ ມີສາຍຮຸ້ງອອກມາກິນນໍ້າ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ ບອກເລີຍວ່າທຳມະຊາດບ້ານເຮົາໃຜວ່າດ້ອຍໜ້າປະເທດອື່ນ ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແຕ່ມື້ນີ້ເຮົາພິເສດແດ່ ເພາະຈະພາໄປເລາະພັກຜ່ອນແຖວ ນໍ້າຕົກຕາດອີ່ຕູ້. ແຕ່ກ່ອນອື່ນທີ່ເຮົາຈະໄປຫາປາຍທາງ ນໍ້າຕົກຕາດອີ່ຕູ້ ເຮົາກໍ່ຕ້ອງໄດ້ຜ່ານເສັ້ນທາງ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ …

Read More »