Breaking News

Home

ສາທຸ ສາທຸ! ຄົນບັນເທີງຮ່ວມເຮັດບຸນໃສ່ບາດໃນມື້ “ບຸນເຂົ້າພັນສາ 2019” (ມີໃຜແດ່ມາເບິ່ງ!!!)

ສະບາຍດີແຟນໆ!!! ຮູ້ສຶກເວລາຜ່ານໄປໄວ ຜ່ານໄປແປັບດຽວກໍຮອດ “ບຸນເຂົ້າພັນສາ” ເຊິ່ງໃນປີນີ້ກົງກັບວັນທີ 16 ກໍລະກົດ 2019, ນອກຈາກພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ທີ່ໄດ້ຮ່ວມເຮັດບຸນໃນມື້ດັ່ງກ່າວ ບໍ່ພຽງແຕ່ເທົ່ານັ້ນເພາະບັນດາໜຸ່ມ-ສາວຄົນບັນເທິງບ້ານເຮົາເຊັ່ນ: ລູກນໍ້າ ທິດາລັດ ວົງສິລິ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ, ມີ່ມີ່ ພູນຊັບ ພົນໂຍທາ, ບາບີ້ ປິຍະມາດ, ສຽວຜິງ ໄຊຍະລິນ ແລະ ອີກຫຼາຍໆທ່ານ… ກໍໄດ້ອອກໄປເຮັດບຸນໃສ່ບາດ ຮັບສິນຮັບພອນ ເພື່ອຄວາມເປັນສິຣິມົງຄຸນໃຫ້ແກ່ຊີວິດ ຕາມແບບສະບັບຊາວພຸດເຮົາເຊັ່ນດຽວກັນ. (ລອງມາເບິ່ງວ່າມີໃຜແດ່…) ລູກນໍ້າ ທິດາລັດ ວົງສິລິ ນັກສະແດງ/ນາງງາມ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຕ໋ອດ ລີນ້າ ນັກສະແດງ/ນາງແບບ/ພິທີກອນ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017) ບາບີ້ ປິຍະມາດ …

Read More »

ມີລຸ້ນລາງວັນແນ່ນອນ! ງາມ-ຄວາມສາມາດແໜ້ນ Miss Friendship Laos 2019 ດີກຼີບໍ່ທຳມະດາ ກຽມປະກວດໃນເວທີໂລກໄວໆນີ້ (ຄົນລາວກຽມເຊຍ) 

ກຽມພ້ອມຫຼືຍັງແຟນໆ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ຫຼ້າສຸດທາງກອງປະກວດກໍໄດ້ມີການປະກາດຢ່າງເປັນທາງການແລ້ວວ່າ ກຽມສົ່ງຕົວແທນສາວລາວຄົນນີ້ສູ່ເວທີລະດັບໂລກນັ້ນກໍຄື Miss Friendship International 2019 ທີ່ຈະຈັດຂຶ້ນໃນທ້າຍເດືອນ ກໍລະກົດ 2019 ຈັດຂຶ້ນໃນ ສປ.ຈີນ ເຊິ່ງຈະມີຕົວແທນສາວງາມຈາກທົ່ວໂລກເຂົ້າຮ່ວມປະກວດ. ໄດ້ເຫັນຂຶ້ນຕົ້ນຂ່າວສານແລ້ວຮູ້ສຶກຕື່ນເຕັ້ນແມ່ນບໍ່ແຟນໆທີ່ຈະໄດ້ລຸ້ນ ໄດ້ເຊຍສາວງາມຈາກປະເທດລາວໃນເວທີແຫ່ງມິດຕະພາບໂລກ ເຊິ່ງຂໍບອກວ່າ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ອາຍຸ 25 ປີ ລວງສູງ 173 ຊັງຕີແມັດ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ໃນເວລານີ້ກສາວງາມຕົວແທນຈາກລາວກໍມີຄວາມພ້ອມ 100% ແລ້ວ ເພາະນາງມີການເຝິກຊ້ອມທັກສະຕ່າງໆບໍ່ວ່າຈະເປັນເລື່ອງໜ້າຕາຮູບຮ່າງ, ຄວາມຮູ້-ຄວາມສາມາດ, ທັກສະທາງດ້ານພາສາ, ຄວາມພ້ອມທາງດ້ານຊຸດປະຈຳຊາດທີ່ກຽມໄປເຜີຍແຜ່ສູ່ສາຍຕາຊາວໂລກ, ກຽມທັກສະການຍ່າງເທິງເວທີ, ໄຫວພິບການຕອບຄຳຖາມ, ການເຂົ້າສັງຄົມ ແລະ ອີກຫຼາຍໆຢ່າງ… ເພື່ອກຽມໄປປະຊັນຄວາມງາມ …

Read More »

ສູ່ກ້າວໃໝ່ອີກຂັ້ນກັບ! Ford EcoSport 1.0L EcoBoost ປະຢັດນໍ້າມັນສຸດໆ ກະທັດຮັດ ຕອບໂຈດການນໍາໃຊ້ໃນຊີວິດປະຈຳວັນ

ເຫັນແຟນໆຫຼາຍທ່ານອິນບ໋ອກມາບອກເລົ່າວ່າຢາກໄດ້ລົດໃໝ່ ຄັນງາມໆ ລາຄາສົມເຫດສົມຜົນ ປະຢັດນໍ້າມັນ ເໝາະສົມກັບການໃຊ້ງານຕົວຈິງໃນຊີວິດປະຈຳວັນ ແຕ່ຍັງຕັດສິນໃຈບໍ່ໄດ້ວ່າຈະຊື້ລົດຍີ່ຫໍ້ຫຍັງດີ, ດັ່ງນັ້ນໃນມື້ນີ້ເຮົາຈຶ່ງມີອີກໜຶ່ງທາງມາໃຫ້ແຟນໆໄດ້ເກັບໄວ້ເປັນຂໍ້ມູນກ່ອນຕັດສິນໃຈຊື້  ເພາະຫຼ້າສຸດທາງ ທີມງານ ຂວັນໃຈ ເຮົາໄດ້ມີໂອກາດໄປງານເປີດໂຕລົດ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost) ແລະ ຮູ້ສຶກປະທັບໃຈ ເລີຍຢາກນຳມາບອກເລົ່າຕໍ່ແຟນໆ… ໃນຕອນຄໍ່າ ວັນທີ 11 ກໍລະກົດ 2019 ທີ່ຜ່ານມາ, ບໍລິສັດ ລາວຟອດຊີຕີ້ ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost)  ຢູ່ທີ່ຫ້ອງຂາຍ ລາວຟອດຊີຕີ້, ສາຂາ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດງານຂອງທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ , ພ້ອມກັບການນຳສະເໜີລົດໃຫມ່ …

Read More »

10/10 ບໍ່? ແຟນໆວ່າແນວໃດກັບ Style ນີ້ຂອງ ລູກນ້ຳ ທິດາລັດ ໃນງານເປີດໂຕຮູບເງົາລາວທີ່ກຳລັງມາແຮງທີ່ສຸດ “ໄຂ່ຂວັນ ມື້ຮັກຫມົດໃຈ” 

ເປີດໂຕໃນຮອບສື່ມວນຊົນກັນໄປຮຽບຮ້ອຍກັນແລ້ວ ສຳລັບຮູບເງົາລາວທີ່ກຳລັງມາແຮງທີ່ສຸດໃນເວລານີ້ນັ້ນກໍຄື ຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date) ເຊິ່ງຮູບເງົາເລື່ອງດັ່ງກ່າວກໍກຳລັງເຮັດຄົນທົ່ວປະເທດລາວປະທັບໃຈໃນເວລານີ້ ເພາະເລີ່ມເປີດສາຍກັນແລ້ວທົ່ວປະເທດ ເວົ້າໄປຫຼາຍດຽວຫາວ່າ ຊະນີIndy ມາສະປອຍຮູບເງົາເລື່ອງນີ້ຫວ໋າ (No no no) ເດີ້ ແຕ່ຈະຂໍເອີ່ຍເລັກນ້ອຍເລີຍວ່າ ເປັນຮູບເງົາລາວທີ່ດີຫຼາຍ ຂໍຊົມເຊີຍທີມງານ ພໍໄດ້ເບິ່ງແລ້ວປະທັບໃຈ ຕ້ອງໄປເບິ່ງ (ຂໍຢໍ້າວ່າຕ້ອງໄປເບິ່ງ) ພາດບໍ່ໄດ້ເລີຍເດີ້!!! ເອົາລະເຂົ້າເລື່ອງກັນຕໍ່ ໃນຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date) ແນ່ນອນເລີຍວ່ານາງເອກຂອງເລື່ອງຈະເປັນໃຜບໍ່ໄດ້ເລີຍ ນັ້ນກໍຄື ນັກສະແດງສາວຂວັນໃຈແຟນໆ ລູກນໍ້າ ທິດາລັດ ວົງສິລິ ໃນຮອບປະຖົມມະເລີກນາງກໍຈັດເຕັມ ມາໃນລຸກຫວານໆ ໃສໃສ ແຕ່ງກາຍດ້ວຍຊຸດເດສຍາວລູກໄມ້ສີຂາວ ເບິ່ງແລ້ວສະດຸດຫູສະດຸດຕາ ໜ້າຮັກຫຼາຍໆ… ນອກຈາກຈະປະທັບໃຈຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date)  ແລ້ວກໍຂໍໃຫ້ຄະແນນ ລູກນໍ້າ ທິດາລັດ ເອົາໄປ 10 ເຕັມ 10 …

Read More »

ໄວໜຸ່ມລາວຍຸກໃໝ່ຄວນຮູ້ກ່ຽວກັບປະຫວັດຄວາມເປັນມາຂອງ “ປະເພນີບຸນເຂົ້າພັນສາ”

“ບຸນປະເພນີບຸນເຂົ້າພັນສາ” ໄວໜຸ່ມລາວຍຸກໃໝ່ກໍມັກຈະໄດ້ຍິນ ໄດ້ເຄີຍໄປໃສ່ບາດໃນວັນດັ່ງກ່າວ ແຕ່ບໍ່ເຄີຍຮູ້ເຖິງຄວາມໝາຍເລິກ ທັງປະຫວັດ-ຄວາມເປັນມາຂອງວັນປະເພນີບຸນເຂົ້າພັນສານັ້ນມີທີ່ມາທີ່ໄປແນວໃດ, ດັ່ງນັ້ນ!!! ໃນມື້ນີ້ຈະພາແຟນໆ ພາໄວໜຸ່ມລາວຍຸກໃໝ່ໄປເຮັດຄວາມຮູ້ຈັກກັບວັນ “ບຸນປະເພນີບຸນເຂົ້າພັນສາ” ທີ່ມີມາຕັ້ງແຕ່ລຸ້ນບູຮານນະການ ສີບເນື່ອງຈົນເຖິງປັດຈຸບັນ ຄວາມໝາຍ: ຄໍາວ່າ “ພັນສາ” ໝາຍເຖິງລະດູຝົນ, ປີ ຫຼື ເອີ້ນອີກຢ່າງໜຶ່ງວ່າ ບຸນເຂົ້າວັດສາ ຄໍາວ່າ “ວັດສາ” ກໍຄື ພັນສາ ນັ້ນເອງ ເພາະ “ວັດສາ” ເປັນພາສາບາລີ “ພັນສາ” ເປັນພາສາສັນສະກິດ ໃນວັນດຽວກັນກໍມີເຫດການສໍາຄັນອີກເຊັ່ນ: ວັນອາສາລະຫະ (ວັນທີ່ພຣະພຸດທະເຈົ້າສະແດງປະຖົມມະເທດສະໜາ ໂປຣດພຣະປັນຈະວັກຄີ ທັງ 45 ອົງ ທັມມະເທດສະໜາທີ່ຊົງສະແດງນັ້ນຮຽກວ່າ: “ທັມມະຈັກກັບປະວັຕຕະນະສູດ”) ມູນເຫດ ແລະ ຄວາມເປັນມາ: ເມື່ອພຣະບໍຣົມສາສະດາ ຍັງບໍ່ທັນໄດ້ຊົງອະນຸຍາດໃຫ້ພຣະພິກຂຸເຂົ້າ “ວັດສາ” ເຖິງລະດູແລ້ວພຣະພິຂຸກໍຍັງສັນຈອນຢູ່ ຜູ້ຄົນທັງຫຼາຍກໍພາກັນຕິຕຽນວ່າ: ໃນລະດູຝົນນີ້ປະຊາຊົນທັງຫຼາຍ ພາກັນຢຸດເຊົາບໍ່ໄດ້ທຽວໄປມາຄ້າຂາຍໃນຕ່າງເມືອງ ຢ່າວ່າແຕ່ຄົນເລີຍແມ່ນແຕ່ຝູງນົກບາງຈໍາພວກ ຄືນົກເຈົ່າ, ນົກຍາງ ແລະ ນົກແຈນແວນ …

Read More »