ຫຼາຍປະເທດທົ່ວໂລກກໍເລີ່ມປະກວດ ແລະ ປະກາດເປັນທາງການກັນໄປຫຼາຍປະເທດ ຫຼ້າສຸດ ປະເທດ ຫວຽດນາມ ກໍສ້າງຄວາມຮຶຮາໃຫ້ແຟນໆນາງງາມທົ່ວໂລກ ເພາະໄດ້ປະກາດຢ່າງເປັນທາງການແລ້ວວ່າໃນປີນີ້ທາງກອງປະກວດຈະແຕ່ງຕັ້ງ Hoàng Thùy ເປັນ Miss Universe Vietnam 2019 ແລະ ຈະໄດ້ເປັນຕົວແທນສາວງາມຫວຽດນາມ ເພື່ອໄປປະຊັນຄວາມງາມ ປະຊັນທັກສະຄວາມຮູ້ຄວາມສາມາດໃນເວທີ Miss Universe 2019 ທີ່ຈະຈັດຂຶ້ນທ້າຍປີນີ້ ສຳລັບ Hoàng Thùy Miss Universe Vietnam 2019 ແຟນໆຢາກຮູ້ແລ້ວແມ່ນບໍ່ວ່ານາງແມ່ນໃຜ ກ່ອນໜ້ານີ້ນາງເປັນຮອງອັນດັບ 1 ຂອງ Miss Universe Vietnam 2017 ເຊິ່ງສາເຫດທີ່ທາງກອງປະກວດມິສຍູນິເວີດໃນປະເທດຫວຽດນາມແຕ່ງຕັ້ງນາງນັ້ນຍ້ອນວ່າ ປະເທດ ຫວຽດນາມ ຈະມີການຈັດການປະກວດ Miss Universe Vietnam 2ປີ/1ຄັ້ງ ໂດຍຈະໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງເປັນຕົວແທນຂອງປະເທດໄປປະກວດກ່ອນ ແລະ ປີຕໍ່ໆໄປກໍຈະເປັນໜ້າທີ່ຂອງຮອງອັນດັບ ຈົນເຮັດໃຫ້ Hoàng Thùy ມີໂອກາດໄດ້ເປັນຕົວແທນ Miss Universe Vietnam 2019 ນັ້ນເອງ …
Read More »Home
(ທຸກໆຢ່າງເປັນໄປໄດ້ຖ້າໃຈສູ້) ຈາກເດັກຕົ້ນທຶນຊີວິດຕໍ່າ ໃຫ່ຍມາທ່າມກາງກອງຂີ້ເຫຍື້ອ ສູ່ນັກຮຽນທຶນມະຫາວິທະຍາໄລອັນດັບໜຶ່ງໃນ Australia
ມາເບິ່ງເລື່ອງລາວສ້າງແຮງບັນດານໃຈ ຈາກສາວນັກສູ້ຜູ້ບໍ່ຍອມແພ້ຕໍ່ຕົ້ນທຶນຊີວິດຂອງຕົວເອງ Sophie Ron ເປັນແມ່ຍິງສັນຊາດ ກຳປູເຈຍ ທີ່ບໍ່ໄດ້ມີຕົ້ນທຶນຊີວິດດີຄືກັບຄົນອື່ນໆ ເກີດມາໃນຊົນຊັ້ນທຸກຍາກ ອາໄສໃນສະຖານທິີ່ກອງຂີ້ເຫຍື້ອ ໃນເມືອງ ພະນົມເປັນ ປະເທດ ກຳປູເຈຍ ຕັ້ງແຕ່ເກີດມານາງບໍ່ເຄີຍໄດ້ກິນອາຫານແຊບ ຫຼື ອີ່ມຄົບ 3 ຄາບ ຄືກັບຄົນອື່ນ ອົດໆຢາກໆມາຕະຫຼອດ, ແຕ່ສິ່ງໜຶ່ງທີ່ນາງຄິດ ແລະ ມີເປົ້າໝາຍມາຕະຫຼອດວ່າ ນາງຈະບໍ່ຍອມໃຫ້ຄວາມທຸກມາຂວາງທາງຄວາມຝັນ ແລະ ສິ່ງທີ່ຈະເປັນເຂັມທິດນຳພາໄປສູ່ຄວາມຝັນນັ້ນກໍຄື ຄວາມອົດທົນ ຕັ້ງໃຈ ແລະ ມຸ່ງໝັ້ນທີ່ມີໃນໂຕຂອງລາວນັ້ນເອງ ເສັ້ນທາງຊີວິດຂອງ Sophie Ron ໃນຕອນນັ້ນນາງມີອາຍຸ 11 ປີ ເຖິງແມ່ນວ່າຈະມີຈຸດເລີ່ມຕົ້ນມາຈາກເປັນເດັກນ້ອຍທີ່ໃຫ່ຍມາຈາກກອງຂີ້ເຫຍື້ອ ແຕ່ນາງກໍບໍ່ເຄີຍຍອມແພ້ເລີຍ ເຖິງວ່າຈະບໍ່ໄດ້ເຂົ້າໂຮງຮຽນຄືກັບເດັກນ້ອຍຄົນອື່ນ ແຕ່ Sophie ກໍບໍ່ຍອມແພ້ຕໍ່ຊີວິດ ນາງໄດ້ສຶກສາຫາຄວາມຮູ້ດ້ວຍຕົວເອງຈາກໜັງສືເກົ່າໆ ທີ່ຄົນນຳມາຖິ້ມໄວ້ ໃນໄລຍະບໍ່ພຽງເທົ່າໃດ ຍ້ອນຄວາມໄຝ່ຮູ້ ເລີຍເຮັດໃຫ້ສາມາດອ່ານອອກຂຽນໄດ້ ແລະ ນັ້ນກໍຖືເປັນຈຸດເລີ່ມຕົ້ນຂອງການໄຝ່ຮູ້ທີ່ຈະຮຽນຂອງແມ່ຍິງຄົນນີ້… ຕໍ່ຈາກນັ້ນ Sophie Ron ກໍໄດ້ຮັບໂອກາດຈາກກອງທືນສົ່ງເສີມເດັກນ້ອຍໃນກຳປູເຈຍ (CCE) ໃຫ້ໄດ້ຮັບການສຶກສາທີ່ …
Read More »ອີກໜຶ່ງທາງເລືອກໃໝ່ໆ “Take It Easy Cafe” ສາຍຖ່າຍຮູບ ສາຍຄາເຟ່ທັງຫຼາຍຫ້າມພາດ (ບອກເລີຍ…ຕ້ອງໄປ!!)
ວຸ້ນວາຍກັບການເຮັດວຽກ ການຮຽນມາໝົດມື້ ຮູ້ສຶກເມື່ອຍ ຮູ້ສຶກຢາກ Relax ສຸດໆແມ່ນບໍ່ແຟນໆ? ບາງຄົນກໍຢາກນັດໝູ່ສະໜິດ ນັດຄົນຮູ້ໃຈ ຫຼື ບາງຄົນກໍອິນດີ້ແດ່…ຢາກໄປນັ່ງຊຶ້ງໆຄົນດຽວຊິນ່າ (ຮະຮ່າ) ແຕ່ຄິດສະຖານທີ່ບໍ່ອອກ ບໍ່ຮູ້ຈະໄປໃສ ບ່ອນໃດກໍໄປມາໝົດແລ້ວ… ບໍ່ຍາກເດີ້!!! ປີນີ້ 2019 ແລ້ວບໍ່ຕ້ອງຄິດໃຫ້ເມື່ອຍ ພຽງແຕ່ຕິດຕາມ Kuanjai Magazine ນັ່ງຢູ່ລ້າໆກໍຈະມີຂໍ້ມູນຂ່າວສານໃໝ່ມາອັບເດດໃຫ້ແຟນໆໄດ້ຮູ້ກັນເລື້ອຍໆ ເພາະຫຼ້າສຸດໄດ້ຍິນຂ່າວວ່າມີຮ້ານ Cafe ເປີດໃໝ່ ຊະນີIndy ກໍບໍ່ລໍຖ້າຊ້າ ໄດ້ໄປຍາມຮ້ານ “Take It Easy Cafe” ເພື່ອເກັບເອົາບັນຍາກາດດີໆພາຍໃນຮ້ານ ແລະ ມາບອກຕໍ່ເຖິງລົດຊາດເຄື່ອງດື່ມ ແລະ ອາຫານທີ່ໜ້າລິ້ມລອງມາຝາກແຟນໆແລ້ວ… ເຊິ່ງຮ້ານ “Take It Easy Cafe” ແມ່ນຕັ້ງຢູ່ຊັ້ນ 4 ຂອງຫ້າງຊັບພະສິນຄ້າ World Trade Center, Bloke B ເຊິ່ງທາງທີມງານເຮົາກໍໄດ້ມີການໄປຖາມໄຖ່ເຖິງທີ່ມາທີ່ໄປຂອງຮ້ານແລ້ວວ່າ “Take It Easy Cafe” …
Read More »ໃຜວ່າຖືພາຕ້ອງໝົດງາມ? ສ່ອງ…ແອັບເປີ້ນ ສີສະຫງຽນ ກັບການແຕ່ງໂຕໃນຊ່ວງຖືພາ (ບອກເລີຍແມ່ສາຍແຟສຸດໆ)
ນີ້ຍຸກໃດແລ້ວ…ໝົດຄຳທີ່ຕ້ອງເວົ້າວ່າເປັນແມ່ຖືພາແລ້ວຕ້ອງຕຸ້ຍ ຕ້ອງໝົດງາມ ຕ້ອງໝົດຄວາມໝັ້ນໃຈ (No no no) ບໍ່ໄດ້ເດີ້ ແມ່ຍິງເຮົາຕ້ອງຖືຄະຕິຢູ່ຕະຫຼອດວ່າເປັນແມ່ຍິງຢ່າຢຸດງາມ, ບໍ່ເຊື່ອລອງມາສ່ອງ ແອັບເປີ້ນ ສີສະຫງຽນ ທີ່ປັດຈຸບັນນາງກຳລັງຖືພາໄດ້ປະມານເກືອບ 5 ເດືອນ ແຕ່ເບິ່ງແລ້ວນາງກໍຍັງໜ້າຮັກສົດໃສ ງາມຂຶ້ນເລື້ອຍໆ ແລະ ແຕ່ລະຊຸດຂອງນາງກໍຍັງບໍ່ຊໍ້າ ນຳສະໄໝ ສາຍແຟຊັ່ນສຸດໆ. (ລອງມາເບິ່ງ Looks ຂອງ ແອັບເປີ້ນ ສີສະຫງຽນ) ເປັນແນວໃດໄດ້ເຫັນຄວາມງາມ ໜ້າຮັກສົດໃສໃນແບບຂອງ ແອັບເປີ້ນ ສີສະຫງຽນ ເປັນຄືກັບໄດ້ເອີ່ຍມາແຕ່ຕົ້ນເລີຍແມ່ນບໍ່? ສ່ວນແມ່ໆຄົນໃດທີ່ກຳລັງຈະມີລູກ ຫຼຶ ມີລູກແລ້ວ ຮູບຮ່າງກໍອາດຈະບໍ່ຄືເກົ່າ ໃຫ້ລຸກຂຶ້ນມາເບິ່ງແຍງຕົວເອງໃຫ້ງາມ ແລະ ດູດີແບບເກົ່າກໍຍັງບໍ່ສາຍ ຂໍເປັນກຳລັງໃຈໃຫ້ທຸກໆຄົນກໍແລ້ວກັນເນາະ. ຂໍຂອບໃຈຮູບພາບຈາກ: Appleminiberry Story: ຊະນີIndy
Read More »ແຟນໆວ່າແນວໃດ? ໜຸ່ມລາວອອກມາໂພສແບບນີ້… ຫຼັງຈົບການປະກວດ Mister National Universe 2019 ທີ່ປະເທດໄທ
ຕັດສິນກັນໄປແລ້ວ… ສຳລັບເວທີ Mister National Universe 2019 ທີ່ຈັດຂຶ້ນທີ່ ປະເທດໄທ, ເຊິ່ງການປະກວດດັ່ງກ່າວກໍມີ ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ໄປເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີດັ່ງກ່າວ… ແຕ່ກໍເປັນປະເດັນຂຶ້ນມາໃຫ້ແຟນໆໄດ້ສົ່ງກຳລັງໃຈກັນເລື້ອຍໆ ເຊິ່ງເຖິງແມ່ນວ່າຕົວແທນຈາກລາວເຮົາຈະບໍ່ສາມາດຄວ້າລາງວັນໃດໆມາຝາກພໍ່ແມ່ພີ່ນ້ອງຊາວລາວເລີຍ ແຕ່ກໍຖືວ່າ ໜຸ່ມ ບີ້ ໄດ້ເຮັດດີທີ່ສຸດແລ້ວ ແລະ ຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ: “ຂອບໃຈທຸກກຳລັງໃຈພີ່ນ້ອງຊາວລາວທີ່ມອບໃຫ້ ນີ້ຄືລາງວັນທີ່ຄຸ້ມຄ່າ ແລະ ດີທີ່ສຸດສຳລັບຂ້າພະເຈົ້າ” ພໍແຕ່ໂພສນີ້ຖືກເຜີຍແຜ່ກໍເຮັດໃຫ້ມີແຟນໆເຂົ້າໄປໃຫ້ກຳລັງໃຈ ບີ້ ໄຊຍະສິດ Mister National Universe Laos 2019 ກັນຢ່າງຫຼວງຫຼາຍ. ເຖິງແມ່ນວ່າຈະບໍ່ໄດ້ລາງວັນໃດໆ ແຕ່ເອົາເປັນວ່າໜຸ່ມຕົວແທນຈາກລາວເຮົາກໍເຮັດດີທີ່ສຸດແລ້ວ ຝາກເປັນກຳລັງໃຈໃຫ້ໜຸ່ມຄົນນີ້ກັນຫຼາຍໆເລີຍໂລດເນາະແຟນໆ ສຳລັບຜູ້ຊະນະເລີດໄດ້ຮັບຕຳແໜ່ງ Mister National Universe 2019 ໄປຄອງໃນປີນີ້ໄດ້ແກ່ Vikash Usham ຈາກເມືອງ Manipur ປະເທດ India (ຂໍສະແດງຄວາມຍິນດີນຳຫຼາຍໆ) (ຂໍຂອບໃຈຮູບພາບ) Story: …
Read More »