Breaking News

Home

ຜົນຮ້າຍຈາກການກິນອາຫານທີ່ບໍ່ມີປະໂຫຍດ  ຫຼາຍລ້ານຄົນທົ່ວໂລກເສຍຊີວິດ (ລະວັງແດ່!!!)

ການສຶກສາວິໄຈໄດ້ຖືກຕີພິມໃນວາລະສານ The Lancet ຈາກການສຳຫຼວດໃນ 195 ປະເທດ ຈາກການສຶກສາທົ່ວໂລກພົບວ່າມີຜູ້ເສຍຊີວິດກວ່າ 11 ລ້ານຄົນທົ່ວໂລກ ໃນປີ 2017 ທີ່ຜ່ານມາ ເຊິ່ງສາເຫດເກີດຈາກການກິນອາຫານທີ່ບໍ່ມີປະໂຫຍດເຊັ່ນ ນໍ້າຕານ, ເກືອ ແລະ ຊີ້ນແປຮູບ ອາຫານທີ່ບໍ່ດີເຫຼົ່ານີ້ເປັນສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດ 1 ໃນ 5 ຂອງຄົນທົ່ວໂລກຫຼາຍກວ່າປັດໄຈສ່ຽງອື່ນໆ ຈາກການສຶກສາພົບວ່າຄົນເຮົາບໍລິໂພກອາຫານເພື່ອສຸຂະພາບໜ້ອຍເກີນໄປເຊັ່ນ ອາຫານປະເພດຖົ່ວ, ນົມ ແລະ ທັນຍະພືດ ແຕ່ກັບກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍເກີນຄວາມຈຳເປັນໃນແຕ່ລະມື້ເຊັ່ນ: ນໍ້າຕານ, ເກືອ ແລະ ໄຂມັນບໍ່ດີ ເຊິ່ງເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດຕ່າງໆ ຕາມມາຢ່າງຫຼວງຫຼາຍເຊັ່ນ ພະຍາດຫົວໃຈ, ພະຍາດຫຼອດເລືອດໃນສະໝອງ, ພະຍາດເບົາຫວານ ແລະ ພະຍາດມະເຮັງຫຼາຍຊະນິດ ການສຶກສາທີ່ຕີພິມໃນວາລະສານໄດ້ລະບຸວ່າ ຄວນຮັບປະທານອາຫານທີ່ມີປະໂຫຍດຕໍ່ສຸຂະພາບໃຫ້ຫຼາຍຂຶ້ນ ຄວນກິນປະເພດຖົ່ວຕ່າງໆ ຜັກ ໝາກໄມ້ ຄວນຮັບປະທານເພີ່ມຂຶ້ນເປັນ 2 ເທົ່າເພື່ອປ້ອງກັນພະຍາດຕ່າງໆ ການເສຍຊີວິດຈາກການກິນອາຫານທີ່ບໍ່ມີປະໂຫຍດຈາກການສຶກສາພົບວ່າຈາກ 11 ລ້ານຄົນໃນປີ 2017 …

Read More »

ບໍ່ທຳມະດາ! ປະເທດໄທກຽມສົ່ງ ຟ້າໃສ ປະວີນສຸດາ Miss Universe Thailand 2019 ດີກຣີກຽດນິຍົມອັນດັບ 1 ສູ່ເວທີນາງງາມຈັກກະວານ!!

ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ  Miss Universe Thailand 2019 ເຊິ່ງການປະກວດປີນີ້ກໍໄດ້ມີການຄັດເລືອກກັນແບບເອີ້ນໄດ້ວ່າ ຄັດໃນຄັດແທ້ໆ ເພາະມີການຄັດເລືອກສາວງາມຢ່າງເຂັ້ມງວດຕັ້ງແຕ່ຮອບ Audition ຈົນຮອດຮອບ Final ແລະ ໃນທີ່ສຸດກໍໄດ້ມີການຕັດສິນ ແລະ ປະກາດຢ່າງເປັນທາງການແລ້ວວ່າສາວງາມທີ່ມີຄວາມເໝາະສົມຄວ້າມົງກຸດ Miss Universe Thailand 2019 ໄດ້ແກ່ ປະວີນສຸດາ ດຣູອື້ນ (ຟ້າໃສ) ແລະ ສາວງາມຄົນນີ້ກໍຈະເປັນຕົວແທນ ປະເທດໄທ ໄປປະຊັນຄວາມງາມ ຄວາມສາມາດ  ໃນເວທີນາງງາມຈັກກະວານໂລກ (Miss Universe 2019). ຟ້າໃສ ປະວີນສຸດາ Miss Universe Thailand 2019 ອາຍຸ 25ປີ ລວງສູງ 181 ຊັງຕີແມັດ ເປັນລູກຊອດ ປະເທດ ການາດາ-ໄທ-ຈີນ ເປັນອີກໜຶ່ງສາວທີ່ມີຄວາມສາມາດຮອບດ້ານ ຈົບການສຶກສາປະລິນຍາຕີຈາກ University Of Calgary …

Read More »

ສາວໆວ່າແນວໃດ? ມາສ່ອງໜຸ່ມໆຜູ້ເຂົ້າປະກວດ Mister National Universe 2019  ໜຶ່ງໃນນັ້ນໜຸ່ມລາວບໍ່ນ້ອຍໜ້າ…ງານດີເວີ້!!!

Hello…ວັນສຸກຫັນສາແບບນີ້ຢ່າໄປຊີຣຽດ ມາພັກກາຍພັກໃຈໄປກັບຂ່າວສານບັນເທີງທີ່ທາງ ຊະນີIndy ນຳມາຝາກຈະດີກວ່າເນາະ ເຊື່ອວ່າແຟນໆຄົງຈະໄດ້ຕິດຕາມ ແລະ ເປັນກຳລັງໃຈໃຫ້  ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີ Mister National Universe 2019 ທີ່ປະເທດໄທ ເຊິ່ງຫຼ້າສຸດທາງກອງປະກວດກໍໄດ້ປ່ອຍພາບໜຸ່ມໆຜູ້ເຂົ້າປະກວດໃນຊຸດລອຍນໍ້າມາໃຫ້ແຟນໆໄດ້ກົດໄລ້ ກົດແຊຣ ກົດໂຫວດກັນຢ່າງເຕັມທີ່ ແຖມຜູ້ເຂົ້າປະກວດແຕ່ລະປະເທດກໍສ້າງກະແສຮືຮາໂຊ Six-pack ກັນແບບບໍ່ມີໃຜຍອມໃຜ ແຕ່ຂໍບອກກ່ອນເລີຍວ່າ ໜຸ່ມ ບີ້  ໄຊຍະສິດ ຕົວແທນຈາກລາວເຮົາກໍບໍ່ນ້ອຍໜ້າ ເປັນອີກໜື່ງໜຸ່ມທີ່ເອີ້ນສຽງຮືຮາຈາກທາງຄະນະກຳມະການ ແລະ ແຟນໆໄດ້ເປັນຢ່າງດີ… ເອົາເປັນວ່າຝາກແຟນໆເປັນກຳລັງໃຈ ເພາະງານນີ້ໝຸ່ມຈາກລາວເຮົາກໍ່ບໍ່ນ້ອຍໜ້າຊາດອື່ນ, ເຊິ່ງປັດຈຸບັນໜຸ່ມລາວຂອງເຮົາກໍເດີນທາງໄປຮ່ວມເກັບຕົວ ແລະ ເຮັດກິດຈະກຳເປັນທີ່ຮຽບຮ້ອຍແລ້ວ ແລະ ມື້ຕັດສິນ “Mister National Universe 2019” ຈະຈັດຂຶ້ນໃນວັນທີ ວັນທີ 1 ກໍລະກົດ 2019 ນີ້ແລ້ວເດີ້ ຝາກເປັນກຳລັງໃຈ ແລະ ເຊຍລາວກັນຫຼາຍໆໂລດເດີ້ແຟນໆ. ຮູບພາບ: Mister National …

Read More »

ຮູ້ຫຼືບໍ່? ໃຜທີ່ເຮັດໃຫ້ເຮົາເສື່ອມເສຍກຽດສັກສີດ້ວຍການເວົ້າ, ການຂຽນ ຫຼືດ້ວຍໃນຮູບການອື່ນໆ ສາມາດເອົາຜິດຕາມກົດໝາຍໄດ້!!!

ເມື່ອເວົ້າເຖິງການເວົ້າຂວັນ ນິນທາ ໃສ່ຮ້າຍ ຖືໄດ້ວ່າເປັນພະຍາດຕິດແປດຮ້າຍແຮງຂອງຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນແມ່ຍິງເຮົາບາງກຸ່ມ ທີ່ພໍແຕ່ມີເວລາວ່າງປຸ໊ບ ກໍມັກຈະຈັບກຸ່ມເມົ້າມອຍ ອັບເດດສະຖານະການຊາວບ້ານ ທັງເລື່ອງວົງນອກ ວົງໃນ ກ້ອງຕຽງ ເທິງຕຽງບໍ່ວ່າຂອງໃຜ ແມ່ນຮູ້ໝົດ ບາງຄົນຮູ້ດີກວ່າເລື່ອງຂອງຕົນເອງອີກເດີ້!!! ຕາມຫຼັກການທາງຈິດຕະວິທະຍາແລ້ວ ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່ ຫຼືເວົ້າອີກຢ່າງໜຶ່ງກໍແມ່ນພຶດຕິກຳຂອງຄົນຂີ້ອິດສານນັ້ນເອງ ສະນັ້ນ ການໄດ້ນິນທາຄົນອື່ນ ເວົ້າທັບຖົມຄົນອື່ນ ຈຶ່ງເຮັດໃຫ້ຜູ້ເວົ້າຮູ້ສຶກວ່າຕົນເອງມີຄຸນຄ່າຂຶ້ນ ເໜືອກວ່າ ເກັ່ງກວ່າ ເດັ່ນກວ່າ ຜູ້ທີ່ເຂົາກຳລັງກ່າວເຖິງນັ້ນ ຜູ້ທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ອາດຈະຮູ້ສຶກດີ ມ່ວນປາກຕອນເວົ້າ ຫຼືຕອນຂຽນດ່າ ດ້ວຍອາລົມ ຫຼືຄວາມສະໃຈບາງຢ່າງ ແຕ່ຜົນກະທົບທີ່ເກີດຂຶ້ນແມ່ນຮ້າຍແຮງ ເພາະມັນເຮັດໃຫ້ເສຍພາບພົດທີ່ດີຂອງຕົນເອງ ທຳລາຍຄວາມສາມັກຄີ ສ້າງຄວາມແຕກແຍກໃຫ້ບຸກຄົນອື່ນ ສ້າງຄວາມເຂົ້າໃຈຜິດໆ ອັນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ກຽດສັກສີຂອງບຸກຄົນອື່ນ ເຊິ່ງຖືໄດ້ວ່າລະເມີດສິດທິສ່ວນບຸກຄົນຂອງເຂົາເຈົ້ານຳອີກໃດ ພຶດຕິກຳເຫຼົ່ານີ້ຈຶ່ງເປັນສິ່ງທີ່ບໍ່ດີທັງຕໍ່ຕົນເອງ ແລະຄົນອ້ອມຂ້າງ ສະນັ້ນ ຫາກສາວໆຄົນໃດມີພຶດຕິກຳແບບນີ້ ກໍຂໍໃຫ້ພະຍາຍາມຫຼຸດຜ່ອນ …

Read More »

ພາກລັດ ແລະ ເອກະຊົນ ຮ່ວມມືດ້ານການບໍລິການຈັດຫາງານທາງອອນລາຍ ເພື່ອຕອບສະໜອງຄວາມວ່ອງໄວໃນຕະຫຼາດແຮງງານ

ມາອັບເດດຂ່າວສານສັງຄົມ… ໃນວັນທີ 26 ມິຖຸນາ 2019 ທີ່ຜ່ານມາໄດ້ມີ ພິທີເຊັນສັນຍາຮ່ວມລະຫວ່າງ ສູນບໍລິການຈັດຫາງານ ກັບ ບໍລິສັດຮ້ອຍແປດພັນກຣູບຈຳກັດ ການສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານ ລະຫວ່າງສູນບໍລິການຈັດຫາງານ ແລະ ບໍລິສັດ ຮ້ອຍແປດພັນກຣູບ ຈຳກັດ (108Job) ໂດຍການເປັນປະທານໂດຍ ທ່ານ ຄຳແສນ ໄຊຍະວົງ ຫົວໜ້າສູນບໍລິການຈັດຫາງານ ແລະ ທ່ານ ແກ້ວວິສຸກ ດາລາແສງ ພ້ອມດ້ວຍສັກຂີພະຍານທັງພາກລັດ-ເອກະຊົນ ແລະ ບັນດາສື່ມວນຊົນຈຳນວນໜຶ່ງ ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຈຸດປະສົງເພື່ອຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຄວາມຕ້ອງການນໍາໃຊ້ແຮງງານ ຂອງຫົວໜ່ວຍແຮງງານ, ຜູ້ປະກອບການເຂົ້າໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໂດຍທີ່ຝ່າຍ ສູນບໍລິການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເພື່ອເປັນການຕອບສະໜອງຕາມສະພາບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ແລະອະນາຄົດກ່ຽວກັບການດັດສົມຄວາມຕ້ອງການ ແລະການສະໜອງກຳລັງແຮງງານໃຫ້ໄດ້ 143.230 ຄົນ/ປີ; ໂຄງປະກອບກຳລັງແຮງງານຄາດວ່າຂົງເຂດກະສິກຳຫຼຸດລົງເປັນ 64,5%, ອຸດສາຫະກຳເພີ່ມຂຶ້ນເປັນ 11,8% ແລະ ບໍລິການເພີ່ມຂຶ້ນເປັນ 23,7% ອັດຕາວ່າງງານຢູ່ໃນລະດັບ …

Read More »