ວັນອາທິດ ດ້ານວຽກງານຈະມີໂຊກໃນການເຈລະຈາວຽກ ປາກຈະພາລວຍ, ດ້ານການເງິນເງິນທອງໄຫຼມາເທມາເປັນພິເສດ, ດ້ານຄວາມຮັກຍັງຄົງມີເຂົ້າມາເລື້ອຍໆ ຊ່ວງນີ້ຄວາມຮັກດີບໍ່ມີຂາດ. ວັນຈັນ ດ້ານວຽກງານໃນມື້ນີ້ມີເລື່ອງທີ່ຕ້ອງໄດ້ເບິ່ງແຍງແລະເອົາໃຈໃສ່ເປັນພິເສດ, ດ້ານການເງິນຍັງບໍ່ມີໂຊກທາງດ້ານການສ່ຽງດວງ ບໍ່ສ່ຽງຈະດີກວ່າ, ດ້ານຄວາມຮັກຮັກແລະມັກໃຜກໍ່ຈະສົມຫວັງດັ່ງໃຈ. ວັນອັງຄານ ດ້ານວຽກງານຈະໄດ້ເຮັດໂປເຈັກໃໝ່ໆທີ່ບໍ່ໜ້າເບື່ອ, ດ້ານການເງິນຍັງຄົງມີລາຍຈ່າຍເຂົ້າມາເລື້ອຍໆ ແຕ່ລາຍຮັບຍັງຊໍ່າເກົ່າ ຄິດນ້ອຍໃຈວາດສະໜາ, ດ້ານຄວາມຮັກມີເລື່ອງຮັກໆເຂົ້າມາໃຫ້ຫົວໃຈຊຸ່ມຊື່ນຢູ່ເລື້ອຍໆບໍ່ຂາດ. ວັນພຸດ ດ້ານວຽກງານໃນມື້ນີ້ຮູ້ສຶກເມື່ອຍແລະເກີດທໍ້ແທ້ໃຈໃນເລື່ອງວຽກບາງຢ່າງ, ດ້ານການເງິນຊ່ວງນີ້ມີຄວາມຄິດຢາກເປີດທຸລະກິດເປັນຂອງຕົວເອງ, ດ້ານຄວາມຮັກຄວາມຮັກຫວານຊື່ນ ຄົນຮັກເອົາໃຈເປັນພິເສດ. ວັນພະຫັດ ດ້ານວຽກງານຈະຕ້ອງມີເລື່ອງທີ່ຕ້ອງໄດ້ແກ້ໄຂບັນຫາແບບກະທັນຫັນ ຕ້ອງມີສະຕິໃຫ້ດີ, ດ້ານການເງິນຍັງຢູ່ໃນເກນດີ ບໍ່ມີບັນຫາ, ດ້ານຄວາມຮັກຍັງຢູ່ໃນຊ່ວງເບິ່ງໃຈ. ວັນສຸກ ດ້ານວຽກງານຈະພໍໃຈໃນທຸກຢ່າງ ບໍ່ມີບັນຫາຫຍັງໃນຊ່ວງນີ້, ດ້ານການເງິນຢູ່ໃນເກນທີ່ຄົງຕົວ ລາຍຮັບ-ລາຍຈ່າຍຢູ່ໃນເກນທີ່ພໍຮັບໄດ້, ດ້ານຄວາມຮັກຕ້ອງໄດ້ເພິ່ງພາຜູ້ໃຫ່ຍເປັນແມ່ຊື່ໃຫ້. ວັນເສົາ ດ້ານວຽກງານໃນມື້ນີ້ຍັງຄົງຕ້ອງວຸ້ນວາຍກັບວຽກທີ່ຍັງຄ້າງ, ດ້ານການເງິນມີລາຍຈ່າຍຫຼາຍຈົນບາງເທື່ອເຮັດໃຫ້ເຈັບຫົວ, ດ້ານຄວາມຮັກບໍ່ຄວນໄປຄາດຫວັງ ເພາະຍິ່ງຈະເຮັດໃຫ້ເຈັບຫົວໃຈ.
Read More »Home
ງົດງາມ! ຕາມແບບສະບັບ ຈີ່ຈີ້ ເນັດໄອດໍ້ ທຣິບນີ້ຕ້ອງຂໍຍອມເພິ່ນ!!
ເປັນອີກໜຶ່ງສາວທີ່ມັກທ່ອງທ່ຽວເປັນຊີວິດຈິດໃຈ ຫຼ້າສຸດສາວ ຈີ່ຈິ້ ພອຍໄຍລິນ ສີວິໄລ ຫຼື ແຟນໆຮູ້ກັນໃນນາມ ເນັດໄອດໍ້ຕະຫຼອດການ ກໍ່ໄດ້ເດີນທາງທ່ອງທ່ຽວທີ່ ປະເທດ ອອສເຕຍ (Austria), ແຖມຍັງໂພສຮູບງາມໆ ເຊັກຊີ່ໆ ບົ່ງບອກເຖິງໄລ້ສະຕາຍຕາມແບບສະບັບຂອງນາງ ອັບເດດໃຫ້ແຟນໆໄດ້ເບິ່ງເປັນໄລຍະໆ… make me believe again? A post shared by CHICHI (@chichisvl) on May 3, 2018 at 1:34am PDT (ເອົ້າ…ບໍ່ເວົ້າກັນຍືດຍາວ ລອງມາເບິ່ງຮູບງາມໆຂອງ ສາວ ຈີ່ຈີ້ ພອຍໄພລິນ ບອກເລີຍທຣິບນີ້ຕ້ອງຂໍຍອມເພິ່ນ…ເລີດໆ!) ຮູບພາບຈາກ: chichisvl
Read More »ເພີ່ມສະເໜ່ໄດ້ບໍ່ຍາກ! ດ້ວຍການເປັນຄົນມີ Passion.
Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ …
Read More »ຊົມເຊີຍ! ບັນດານັກຮຽນເກັ່ງລະດັບປະເທດ 2018 #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ
ໃນວັນທີ 28 ເມສາ 2018 ທີ່ຜ່ານມາ ຢູ່ທີ່ ສະໂມສອນໃຫ່ຍ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການປະກາດຜົນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2017-2018, ຄັ້ງວັນທີ 24-27 ເມສາ 2018. (ຂໍຊົມເຊີຍນ້ອງໆນັກຮຽນເກັ່ງທຸກໆຄົນ #ແຊຣໄປໃຫ້ໂລກຮູ້ເຍົາວະຊົນລາວຄົນເກັ່ງ) ສຳລັບລາຍຊື່ນັກຮຽນເກັ່ງມີດັ່ງຕໍ່ໄປນີ້: ສາຍວິຊາ ພາສາລາວ ວັນນະຄະດີ: ອັນດັບທີ1 ນາງວັນວິໄລ ເພັດສະໄພວັນ ຈາກ ມສ ໂພນໄຊ ນະຄອນປາກເຊ ແຂວງຈຳປາສັກ; ອັນດັບ2 ນາງຈັນຕຸລາ ພົນວິໃສ ຈາກມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ ແລະອັບດັບ3 ນາງວັນ ສຸດທິດາ ມສ ນະຄອນໄຊ ເມືອງຄຳເກິດ ແຂວງບໍລິຄຳໄຊ. ສາຍວິຊາ ຄະນິດສາດ ອັບດັບ 1 ທ້າວ ຮີຢ່າງ ຈາກມສ ໄຊຍະບູລີ …
Read More »ດວງປະຈຳວັນ ພະຫັດ ວັນທີ 3 ພຶດສະພາ 2018.
ວັນອາທິດ ດ້ານວຽກງານໃນມື້ນີ້ຖ້າຫາກບໍ່ມີສະຕິຈະເຮັດໃຫ້ເກີດຄວາມຜິດພາດ, ດ້ານການເງິນໃນຊ່ວງນີ້ດີເປັນພິເສດຈະເຮັດຫຍັງກໍ່ມີລາຍໄດ້ເຂົ້າມາແບບງົງໆ, ດ້ານຄວາມຮັກບໍ່ຄ່ອຍມີເວລາໃຫ້ກັນ ຕ່າງຄົນຕ່າງຕັ້ງໃຈເຮັດວຽກຂອງໃຜລາວ. ວັນຈັນ ດ້ານວຽກງານຢູ່ໃນເກນມາດຕະຖານ ເຈລະຈາເລື່ອງວຽກກໍ່ຜ່ານໄປໄດ້ດ້ວຍດີ, ດ້ານການເງິນຍັງຕ້ອງດິ້ນລົນ ຊອກຫາຊ່ອງທາງຕໍ່ໄປ, ດ້ານຄວາມຮັກຈະມີເກນດີ ຄົນທີ່ມີຄູ່ອາດຈະມີຂ່າວໄວໆນີ້. ວັນອັງຄານ ດ້ານວຽກງານໃນມື້ນີ້ຈະເກີດການປ່ຽນແປງໃນຫຼາຍໆດ້ານ ຈົ່ງກຽມຮັບມືໄວ້ເລີຍ, ດ້ານການເງິນຈະລໍ້າລວຍ ເງິນທອງໄຫຼມາເທມາ ຈົນໜ້າເຫຼືອເຊື່ອ, ດ້ານຄວາມຮັກກໍ່ຈະມີສິ່ງດີໆເຂົ້າມາ ຈະສຸກສົມຫວັງກັນຖ້ວນໜ້ານັບຈາກນີ້. ວັນພຸດ ດ້ານວຽກງານໃນມື້ນີ້ຈະມີເລື່ອງໃຫ້ຕ້ອງຄິດຫຼາຍ ແລະ ວຸ້ນວາຍເລັກໜ້ອຍ, ດ້ານການເງິນມີລາຍຈ່າຍເຂົ້າມາເລື້ອຍໆ ບາງເທື່ອກໍ່ເຮັດໃຫ້ເຈັບຫົວໄປຕາມໆກັນ, ດ້ານຄວາມຮັກຊ່ວງນີ້ຕ້ອງເອົາໃຈຄົນຮັກເປັນພິເສດ. ວັນພະຫັດ ດ້ານວຽກງານຈະສົມໃຈດັ່ງຫວັງ ລົມວຽກກັບຜູ້ໃຫ່ຍກໍ່ຈະຜ່ານໄປໄດ້ດ້ວຍດີ, ດ້ານການເງິນຈະເສຍເງິນໄປກັບການເບິ່ງແຍງສຸຂະພາບ, ດ້ານຄວາມຮັກຍັງຄົງຕ້ອງປັບຕົວໃຫ້ເຂົ້າໃຈເຊິ່ງກັນແລະກັນ. ວັນສຸກ ດ້ານວຽກງານຊ່ວງນີ້ຢ່າເອົາແຕ່ໃຈຕົວແຕ່ເກີນງາມ ຄວນຟັງເພື່ອນຮ່ວມງານ ຫຼື ຄົນອ້ອມຂ້າງແດ່, ດ້ານການເງິນຢູ່ໃນເກນທີ່ມີລາຍຈ່າຍຫຼາຍ ແຕ່ລາຍຮັບເທົ່າເກົ່າ, ດ້ານຄວາມຮັກຕ້ອງມີຄວາມເຊື່ອໃຈເຊິ່ງກັນແລະກັນ. ວັນເສົາ ດ້ານວຽກງານໃນມື້ນີ້ເລື່ອງບາງເລື່ອງທີ່ເຮົາບໍ່ໄດ້ກໍ່ ແຕ່ເຮົາຈະໄດ້ຮັບຜິດຊອບໜ້າວຽກນັ້ນ ເພາະເພື່ອນຮ່ວມງານເຮັດໄດ້ບໍ່ດີ, ດ້ານການເງິນຈະເສຍເງິນໄປກັບການເບິ່ງແຍງສຸຂະພາບ, ດ້ານຄວາມຮັກມີຄົນເຂົ້າມາລຸມ ມາຈີບ ຈົນບໍ່ຮູ້ຈະເລືອກໃຜ.
Read More »