Breaking News

Home

ມາຮູ້ຈັກກັບໜຸ່ມ “ຢໍ້ຫາ ສິງຢົງເຊັ້ງ ” ບ່າວ​ຊຽງ​ຂວາງ ຜູ້​ມັກ​ຮັກ​ໃນ​ການ​ຮຽນ​​ເຄ​ມີສາດ​ສູ່​ການເຈົ້າຂອງປຶ້ມສູດເຄມີເຫຼັ້ມທໍາອິດຂອງລາວ…

ທ້າວ ຢໍ້ຫາ ສິງຢົງເຊັ້ງ ຫຼື ອາຈານ ໂຢ່ ມີຖິ່ນຖານກໍາເນີດ ຢູ່ບ້ານ ຜາງ້ວນ ເມືອງ ໝອງແຮດ ແຂວງຊຽງຂວາງ ເຂົ້າຮຽນຊັ້ນປະຖົມທີ່ ໂຮງຮຽນ ປະຖົມສົມບູນຍອດງື່ມ ເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນ ທີ່ ມສ ໜອງເປັດ ແລະ ເປັນຕົວແທນແຂວງຊຽງຂວາງເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ມ.4 ສົກຮຽນ 2011-2012 ໂດຍໄດ້ຮັບລາງວັນຊົມເຊີຍ ຢໍ້ຫາ ໄດ້ມີໂອກາດ ໄປເຂົ້າຮຽນຢູ່ຫ້ອງຮຽນພອນສະຫວັນ ມສ ສັນຕິພາບ ແຂວງ ຫຼວງພະບາງ ໂດຍ ໄດ້ເປັນ ຕົວແທນແຂວງ ຫຼວງພະບາງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ມ.7 ສົກຮຽນ 2014-2015 ແຕ່ ໃນຄັ້ງນີ້ ລາວກໍຜິດຫວັງເໝືອນເດີມ ແລະ ໃນປີນັ້ນຢໍ້ຫາ ສາມາດ …

Read More »

“ເກົາຫຼີໃຕ້” ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມພາຍໃນປະເທດ ໃນຮອບ 2 ເດືອນກວ່າ…

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພະຫັດ ທີ 30 ເມສາ ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີ (KCDC) ໄດ້ອອກຖະແຫຼງການ ເມື່ອວັນພະຫັດ ໂດຍເປັນການລາຍງານສະພາບການປະຈຳວັນຂອງໂຄວິດ-19 ວ່າ ຈຳນວນຜູ້ປ່ວຍສະສົມເພິ່ມຂຶ້ນ 10.765 ຄົນ ໂດຍເພິ່ມຂຶ້ນ 4 ຄົນ ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ ໝາຍຄວາມວ່າ ບໍ່ມີຜູ້ຕິດເຊື້ອຢູ່ໃນປະເທດເຊິ່ງເປັນຄັ້ງທຳອິດຕັ້ງແຕ່ວັນທີ 15 ກຸມພາ ຜ່ານມາ. ຂະນະທີ່ຜູ້ປ່ວຍໃໝ່ທີ່ເດີນທາງຈາກຕ່າງປະເທດ ທັງ 4 ຄົນ ເພິ່ມສະຖິຕິຜູ້ປ່ວຍກຸ່ມນີ້ເປັນ 1.065 ຄົນ, ໃນນັ້ນ 90% ເປັນຄົນເກົາຫຼີໃຕ້ ສ່ວນຜູ້ເສຍຊີວິດສະສົມເພິ່ມເປັນ 247 ຄົນ ໂດຍມິການຢືນຢັນຫຼ້າສຸດອີກ 1 ຄົນ, ປິ່ນປົວເຊົາແລ້ວເພິ່ມເປັນ 9.059 ຄົນ ແລະ ຍັງເຫຼືອຜູ້ປ່ວຍໃນລະບົບ 1.459 ຄົນ …

Read More »

ຂ່າວດີ! ຜູ້ປິ່ນປົວພະຍາດໂຄວິດ-19 ກໍລະນີທີ 3 ຢູ່ໂຮງໝໍແຂວງຫຼວງພະບາງກັບບ້ານແລ້ວ…

ຖືໄດ້ວ່າເປັນອີກໜື່ງຂ່າວດີກັນເລີຍກໍວ່າໄດ້ ຫຼ້າສຸດວັນທີ 30 ເມສາ 2020 ຜູ້ປິ່ນປົວພະຍາດໂຄວິດ-19 ທີ່ຍັງເຫຼືອ 1 ຄົນ ເປັນເພດຊາຍ ຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ ພາຍຫຼັງໄດ້ກວດຫາເຊື້ອ 2 ຄັ້ງຕິດຕໍ່ກັນໃນ 24 ຊົ່ວໂມງ ບໍ່ພົບເຊື້ອ ແລະ ຜູ້ກ່ຽວຈະໄດ້ເມືອຕິດຕາມອາການຢູ່ເຮືອນ. ມາຮອດປະຈຸບັນ ຢູ່ ສປປ ລາວ ສາມາດປີ່ນປົວຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຫາຍດີແລ້ວ 8 ຄົນ, ຢູ່ໂຮງໝໍແຂວງຫຼວງພະບາງ 3 ຄົນ ແລະ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 5 ຄົນ, ໝາຍຄວາມວ່າຍັງເຫຼືອແຕ່ຢູ່ໂຮງໝໍມິດຕະພາບ 11 ຄົນ ທີ່ກໍາລັງສືບຕໍ່ປີ່ວປົວ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອຈຶ່ງໃຫ້ ອອກໂຮງໝໍ.   ໃນໂອກາດນີ້ຄະນະສະເພາະກິດ ໄດ້ຮຽກຮ້ອງທຸກຄົນ ໃຫ້ມີຄວາມອົດທົນ …

Read More »

ນາຍົກ ນິວຊີແລນ ປະກາດສາມາດຄວບຄຸມການແຜ່ລະບາດໂຄວິດ-19 ໄດ້ແລ້ວ…

ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ປະກາດວ່າປະເທດຂອງຕົນສາມາດຄວບຄຸມການແຜ່ລະບາດໂຄວິດ-19 ໄດ້ແລ້ວເນື່ອງຈາກໄດ້ປະຕິຕາມມາດຖະການຄວບຄຸມການແຜ່ລະບາດທີ່ໄດ້ວາງອອກໃນເບື້ອງຕົ້ນທີ່ຜ່ານມາ … ແລະ ຍັງສະແດງຄວາມໝັ່ນໃຈວ່າເຊື້ອໄວຣັສໂຄວິດ-19 ຈະບໍ່ລະບາດໃນຂົງເຂດທີ່ຊຸມນຸມແລ້ວ ເນື່ອງຈາກພົບການຕິດເຊື້ອໃນລະດັບຊຸມຊົນພຽງແຕ່ 0,4 % ເທົ່ານັ້ນ ແລະ ເວົ້າວ່າ ມາດຕະການ ການຈໍາກັດເຊື້ອໄວຣັສໂຄວິດ ບໍ່ໄດ້ມີຄວາມໝາຍພຽງເພາະວ່າບໍ່ມີຜູ້ຕິດເຊື້ອຄົນໃໝ່ ແຕ່ໝາຍເຖິງການບໍ່ຍອມໃຫ້ມີຜູ້ເພີ່ມຂຶ້ນອີກ ນອກຈາກນີ້ ນາຍົກ ນິວຊີແລນ ຍັງມີນະໂຍບາຍອັດສີດເງິນຈໍານວນຫຼາຍກວ່າ 2 ແສນລ້ານໂດລາເພື່ອກະຕຸ້ນເສດຖະກິດຕ່າງໆ ເຊັ່ນ: ການຄ້າ ແລະ ການທ່ອງທ່ຽວຂອງປະເທດ ການປະກາດໄຊຊະນະເບື້ອງຕົ້ນ ເຮັດໃຫ້ທາງການນິວຊີແລນ ເດີນໜ້າຜ່ອນຄາຍມາດຕະການ Lock down ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ມີຍາວນານມາ 1 ເດືອນ ໂດຍຫຼຸດລະດັບຄວາມເຂັ້ມງວດຈາກລະດັບ 4 ລົງມາຢູ່ໃນລະດັບ 3 ສົ່ງຜົນໃຫ້ປະຊາຊົນ ນິວຊີແລນ ພາກັນອອກບ້ານອອກເຮືອນຂອງຕົນ ມາຊື້ອາຫານການກິນເປັນຈໍານວນຫຼາຍ ເຖິງຢ່າງໃດກໍຕາມ …

Read More »

ນັບຖືຫົວໃຈ!!! ຊີວິດຄົນເຮົາເລືອກເກີດບໍ່ໄດ້… ເດັກຊາຍຮັບຈ້າງຈັດດອກໄມ້ (ເຖິງບາງຄັ້ງໝູ່ຈະລໍ້ວ່າ ບໍ່ຄືຜູ້ຊາຍ ແຕ່ບໍ່ເຄີຍອາຍທີ່ມີຊີວິດແບບນີ້)

ຄົນເຮົາທີ່ກຳເນີດເກີດຂຶ້ນມາຢູ່ເທິງໂລກນີ້ ບາງຄົນກໍກຳເນີດໃນຄອບຄົວທີ່ມີຖານະ ແລະ ບາງຄົນກໍກຳເນີດຢູ່ໃນຄອບຄົວທີ່ບໍ່ມີຖານະ ເປັນທີ່ມາຂອງຄໍາທີ່ວ່າ : ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເຮົາເລືອກທີ່ຈະເປັນໄດ້ …  ມື້ນີ້ຂວັນໃຈຈະນໍາເອົາເລື່ອງລາວຂອງຄົນໆໜື່ງທີ່ສູ້ຊີວິດມາໃຫ້ທຸກຄົນໄດ້ຮູ້ນໍາກັນ!  ເຊິ່ງມີເຟສບ​ຸກຄົນໜື່ງທີ່ຊື່ວ່າ  AISSarnrak ໄດ້​ເຜີຍ​​ເລື່ອງ​ລາວ​ຂອງ​ເດັກ​ຊາຍ​ຄົນ​ໜຶ່ງ​ຊື່ວ່າ ​  ໂອມ ທີ່ກຳລັງສຶກສາຢູ່​ມັດ​ທະ​ຍົມຕອນຕົ້ນ ມໍ 4 ປະ​ເທດ​ໄທ ເຊິ່ງຄົນໆນີ້ໄດ້​ສູ້​ຊີ​ວິດເຮັດຫຼາຍຢ່າງໃນຂະນະທີ່ກຳລັງຮຽນເພື່ອຫາລາຍໄດ້ມາເປັນທຶນການສຶກສາ ແລະ ເພື່ອຄອບຄົວ ບໍ່ວ່າຈະເປັນ ​ຮັບ​ສ້ອມ​ແປງ, ຫຍິບ​ເສື້​ອ​ຜ້າ​ທຸກ​​ຊະ​ນິດ​ໃນ​ລາ​ຄາ​ທີ່​ຖືກ ລວມ​ໄປເຖິງ​ຮັບ​ຈັດ​ດອກ​ໄມ້ແບ​ບຕ່າງໆ ໄປ​ຂາຍ​ເພື່ອເອົາເງິນມາຮັກສາແມ່​ຕູ້​ທີ່​ປ່ວຍນໍາອີກ ໂອມ​ ໄດ້ເວົ້າ​ວ່າ ຕົນເອງສົນ​ໃຈ​ຈັດ​ດອກ​ໄມ້​ຕັ້ງ​ແຕ່​ຕອນທີ່ກຳລັງຮຽນ ​ປ.4 ໂດຍ​ເລີ່ມ​ຊ່ວຍ​ວຽກ​ຄູ​ສະ​ໄໝ​ປະ​ຖົມ ຈົນ​ໄດ້​ມາ​ຮູ້​ຈັກ​ຄູ​ອຸ​ໄລ​ຕອນ​ຮຽນ​ຢູ່ ມ1 ທີ່​ເປີດ​ໂອກ​າດ​ໃຫ້ຕົນເອງໄດ້ເຂົ້າ​ມາ​ຊ່ວຍ​ວຽກ ແລະ ຄັດ​ເລືອກ​ໄປ​ແຂ່ງ​ສິ​ນ​ລະ​ປະ​ຫັດ​ຖະ​ກຳ ໄຈົນໄດ້​ຮັບ​ລາງວັນ ແລະ ສ້າງ​ຊື່​ສຽງ​ໃຫ້​ໂຮງ​ຮຽນໂດຍຍາດມາໄດ້ຫຼາຍ​ລາງວັນ… ດ້ວຍ​ຄວາມ​ສາ​ມາດໂອມ ​ທີ່​ມີ ຄູ​ ​ຈື່ງເລີ່ມ​ໃຫ້​ມາ​ຊ່ວຍ​ວຽກ​ທີ່​ຮ້ານດອ​ກ​ໄມ້ຂອງ​ຄູໄດ້​ເປີດ​ຢູ່ເມືອງ ​ຜັກ​ໄຮ່  ຈາກນັ້ນກໍມາ​ຮັບ​ງານອອກແບບຈັດດອກໄມ້  ແລະ ງານ​ແຕ່ງດອງ ຈົນກາຍເປັນ​ລາຍ​ໄດ້​ພິ​ເສດ​ຂອງ​ຕົນ​ເອງ ຕັ້ງ​ແຕ່ມໍ 1 …

Read More »