Breaking News

ຂ່າວບັນເທີງໃນປະເທດ

ມີລຸ້ນລາງວັນແນ່ນອນ! ງາມ-ຄວາມສາມາດແໜ້ນ Miss Friendship Laos 2019 ດີກຼີບໍ່ທຳມະດາ ກຽມປະກວດໃນເວທີໂລກໄວໆນີ້ (ຄົນລາວກຽມເຊຍ) 

ກຽມພ້ອມຫຼືຍັງແຟນໆ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ຫຼ້າສຸດທາງກອງປະກວດກໍໄດ້ມີການປະກາດຢ່າງເປັນທາງການແລ້ວວ່າ ກຽມສົ່ງຕົວແທນສາວລາວຄົນນີ້ສູ່ເວທີລະດັບໂລກນັ້ນກໍຄື Miss Friendship International 2019 ທີ່ຈະຈັດຂຶ້ນໃນທ້າຍເດືອນ ກໍລະກົດ 2019 ຈັດຂຶ້ນໃນ ສປ.ຈີນ ເຊິ່ງຈະມີຕົວແທນສາວງາມຈາກທົ່ວໂລກເຂົ້າຮ່ວມປະກວດ. ໄດ້ເຫັນຂຶ້ນຕົ້ນຂ່າວສານແລ້ວຮູ້ສຶກຕື່ນເຕັ້ນແມ່ນບໍ່ແຟນໆທີ່ຈະໄດ້ລຸ້ນ ໄດ້ເຊຍສາວງາມຈາກປະເທດລາວໃນເວທີແຫ່ງມິດຕະພາບໂລກ ເຊິ່ງຂໍບອກວ່າ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ອາຍຸ 25 ປີ ລວງສູງ 173 ຊັງຕີແມັດ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ໃນເວລານີ້ກສາວງາມຕົວແທນຈາກລາວກໍມີຄວາມພ້ອມ 100% ແລ້ວ ເພາະນາງມີການເຝິກຊ້ອມທັກສະຕ່າງໆບໍ່ວ່າຈະເປັນເລື່ອງໜ້າຕາຮູບຮ່າງ, ຄວາມຮູ້-ຄວາມສາມາດ, ທັກສະທາງດ້ານພາສາ, ຄວາມພ້ອມທາງດ້ານຊຸດປະຈຳຊາດທີ່ກຽມໄປເຜີຍແຜ່ສູ່ສາຍຕາຊາວໂລກ, ກຽມທັກສະການຍ່າງເທິງເວທີ, ໄຫວພິບການຕອບຄຳຖາມ, ການເຂົ້າສັງຄົມ ແລະ ອີກຫຼາຍໆຢ່າງ… ເພື່ອກຽມໄປປະຊັນຄວາມງາມ …

Read More »

ສູ່ກ້າວໃໝ່ອີກຂັ້ນກັບ! Ford EcoSport 1.0L EcoBoost ປະຢັດນໍ້າມັນສຸດໆ ກະທັດຮັດ ຕອບໂຈດການນໍາໃຊ້ໃນຊີວິດປະຈຳວັນ

ເຫັນແຟນໆຫຼາຍທ່ານອິນບ໋ອກມາບອກເລົ່າວ່າຢາກໄດ້ລົດໃໝ່ ຄັນງາມໆ ລາຄາສົມເຫດສົມຜົນ ປະຢັດນໍ້າມັນ ເໝາະສົມກັບການໃຊ້ງານຕົວຈິງໃນຊີວິດປະຈຳວັນ ແຕ່ຍັງຕັດສິນໃຈບໍ່ໄດ້ວ່າຈະຊື້ລົດຍີ່ຫໍ້ຫຍັງດີ, ດັ່ງນັ້ນໃນມື້ນີ້ເຮົາຈຶ່ງມີອີກໜຶ່ງທາງມາໃຫ້ແຟນໆໄດ້ເກັບໄວ້ເປັນຂໍ້ມູນກ່ອນຕັດສິນໃຈຊື້  ເພາະຫຼ້າສຸດທາງ ທີມງານ ຂວັນໃຈ ເຮົາໄດ້ມີໂອກາດໄປງານເປີດໂຕລົດ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost) ແລະ ຮູ້ສຶກປະທັບໃຈ ເລີຍຢາກນຳມາບອກເລົ່າຕໍ່ແຟນໆ… ໃນຕອນຄໍ່າ ວັນທີ 11 ກໍລະກົດ 2019 ທີ່ຜ່ານມາ, ບໍລິສັດ ລາວຟອດຊີຕີ້ ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost)  ຢູ່ທີ່ຫ້ອງຂາຍ ລາວຟອດຊີຕີ້, ສາຂາ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດງານຂອງທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ , ພ້ອມກັບການນຳສະເໜີລົດໃຫມ່ …

Read More »

10/10 ບໍ່? ແຟນໆວ່າແນວໃດກັບ Style ນີ້ຂອງ ລູກນ້ຳ ທິດາລັດ ໃນງານເປີດໂຕຮູບເງົາລາວທີ່ກຳລັງມາແຮງທີ່ສຸດ “ໄຂ່ຂວັນ ມື້ຮັກຫມົດໃຈ” 

ເປີດໂຕໃນຮອບສື່ມວນຊົນກັນໄປຮຽບຮ້ອຍກັນແລ້ວ ສຳລັບຮູບເງົາລາວທີ່ກຳລັງມາແຮງທີ່ສຸດໃນເວລານີ້ນັ້ນກໍຄື ຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date) ເຊິ່ງຮູບເງົາເລື່ອງດັ່ງກ່າວກໍກຳລັງເຮັດຄົນທົ່ວປະເທດລາວປະທັບໃຈໃນເວລານີ້ ເພາະເລີ່ມເປີດສາຍກັນແລ້ວທົ່ວປະເທດ ເວົ້າໄປຫຼາຍດຽວຫາວ່າ ຊະນີIndy ມາສະປອຍຮູບເງົາເລື່ອງນີ້ຫວ໋າ (No no no) ເດີ້ ແຕ່ຈະຂໍເອີ່ຍເລັກນ້ອຍເລີຍວ່າ ເປັນຮູບເງົາລາວທີ່ດີຫຼາຍ ຂໍຊົມເຊີຍທີມງານ ພໍໄດ້ເບິ່ງແລ້ວປະທັບໃຈ ຕ້ອງໄປເບິ່ງ (ຂໍຢໍ້າວ່າຕ້ອງໄປເບິ່ງ) ພາດບໍ່ໄດ້ເລີຍເດີ້!!! ເອົາລະເຂົ້າເລື່ອງກັນຕໍ່ ໃນຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date) ແນ່ນອນເລີຍວ່ານາງເອກຂອງເລື່ອງຈະເປັນໃຜບໍ່ໄດ້ເລີຍ ນັ້ນກໍຄື ນັກສະແດງສາວຂວັນໃຈແຟນໆ ລູກນໍ້າ ທິດາລັດ ວົງສິລິ ໃນຮອບປະຖົມມະເລີກນາງກໍຈັດເຕັມ ມາໃນລຸກຫວານໆ ໃສໃສ ແຕ່ງກາຍດ້ວຍຊຸດເດສຍາວລູກໄມ້ສີຂາວ ເບິ່ງແລ້ວສະດຸດຫູສະດຸດຕາ ໜ້າຮັກຫຼາຍໆ… ນອກຈາກຈະປະທັບໃຈຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date)  ແລ້ວກໍຂໍໃຫ້ຄະແນນ ລູກນໍ້າ ທິດາລັດ ເອົາໄປ 10 ເຕັມ 10 …

Read More »

ສ່ອງ! ຄວາມອະລັງການຂອງຊຸດປະຈຳທ້ອງຖິ່ນເວທີນາງງາມເພື່ອນບ້ານ Miss Grand Thailand 2019

ແວະວຽນໄປສ່ອງກອງປະກວດເວທີນາງງາມປະເທດເພື່ອນບ້ານ ຫຼ້າສຸດກໍກຳລັງມີການປະກວດ Miss Grand Thailand 2019 ແລະສິ່ງທີ່ແຟນໆນາງງາມໃຫ້ຄວາມສົນໃຈ ຕິດຕາມຫຼາຍຄື ຮອບຊຸດປະຈຳຊາດ ເຊິ່ງການປະກວດມິສແກຣນໃນປະເທດໄທກໍຈະອະລັງການງານສ້າງ ເພາະຈະມີການໃຫັຕົວແທນແຕ່ລະແຂວງໄດ້ໂຊຄວາມງາມຜ່ານເອກະລັກທ້ອງຖິ່ນຂອງໃຜລາວ ບອກເລີຍວ່າແຕ່ລະສາວງາມທີ່ເຂົ້າປະກວດກໍໄດ້ງັດເອົາຊຸດທີ່ສ້າງດ້ວຍຄວາມຄິດສ້າງສັນ ມີແຮງບັນດານໃຈມາຈາກເອກະລັກປະຈຳທ້ອງຖິ່ນຂອງໃຜລາວມາປະຊັນກັນຢ່າງດຸເດືອດ ລອງມາເບິ່ງວ່າແຕ່ລະຊຸດຈະມີຄວາມຄິດສ້າງສັນ ອະລັງການງານສ້າງຊໍ່າໃດ… ວ້າວ ວ້າວ ວ້າວວວ! ໄດ້ເຫັນແລ້ວຕ້ອງບອກເລີຍວ່າອະລັງການງານສ້າງສຸດໆເລີຍວ່າບໍ່ແຟນໆ ຂໍຊົມເຊີຍໃນໄອເດຍຄວາມຄິດສ້າງສັນເລີດສຸດໆ ແລະ ໜຶ່ງໃນ 77 ຊຸດນີ້ກໍຈະຖືກຄັດເລືອກໃຫ້ເປັນ “Best National Costume Award” ໃນເວທີດັ່ງກ່າວອີກດ້ວຍ. ຮູບພາບ: Miss Grand Thailand Storyteller: ຊະນີIndy

Read More »

ແຟນໆລຸ້ນໜັກປີນີ້ສາວງາມຕົວແທນປະເທດລາວໃນເວທີ Miss Universe 2019 ຈະແມ່ນໃຜ?  

ຫຼາຍປະເທດທົ່ວໂລກເລີ່ມປະກາດສົ່ງຕົວນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ເຊິ່ງກໍມີກະແສຂອງແຟນໆໄດ້ຖາມໄຖ່ກັນມາເລື້ອຍໆວ່າປີນີ້ ສາວງາມຕົວແທນປະເທດລາວເຮົາຈະແມ່ນໃຜ? ເຊິ່ງປະເທດລາວເຮົາໄດ້ເລີ່ມສົ່ງຕົວແທນນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ຕັ້ງແຕ່ປີ 2017 ຄົນທຳອິດທີ່ໄດ້ໄປເວທີປະກວດນາງງາມອັນດັບໜຶ່ງຂອງໂລກກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ເດີນທາງໄປປະກວດທີ່ USA ເຊິ່ງໃນປີນັ້ນນາງກໍເຮັດໜ້າທີ່ໄດ້ດີຫຼາຍ ເປັນທີ່ຮັບຮູ້ຂອງຜູ້ຄົນທົ່ວໂລກ ແຖມນາງຍັງເປັນທີ່ຮັກຂອງຄົນໃນກອງປະກວດ ຂອງເຫຼົ່າເອື້ອຍລ້ຽງນາງງາມໃນປີນັ້ນ, ແຕ່ເຖິງຈະບໍ່ໄດ້ລາງວັນມາຝາກຄົນລາວ ແຕ່ກໍຖືວ່າແມ່ຍິງລາວເກັ່ງຫຼາຍແລ້ວທີ່ສາມາດໄປໂຊຄວາມສາມາດໃນເວທີລະດັບໂລກໄດ້ເປັນຢ່າງດີ. (ຊົມເຊີຍ! ເກັ່ງຫຼາຍໆ) ຄົນທີ 2 ຈະເປັນໃຜບໍ່ໄດ້ເລີຍ ອອນອະນົງ ຫອມສົມບັດ Miss Universe Laos 2018 ເດີນທາງໄປປະກວດທີ່ ປະເທດໄທ ເຊິ່ງກ່ອນໜ້າທີ່ນາງຈະໄດ້ເປັນຕົວແທນສາວງາມຈາກ ປະເທດລາວ ກໍບໍ່ແມ່ນເລື່ອງງ່າຍ ຕ້ອງຕໍ່ສູ້ກັບກະແສວິພາກວິຈານ ແລະ ຕ້ອງເຝິກຝົນຢ່າງໜັກ, ແຕ່ປັດຈຸບັນນີ້ນາງກໍສາມາດພິສູດແລ້ວວ່ານາງມີຄວາມຕັ້ງໃຈ ມີເປົ້າໝາຍ ແລະ ລົງມືເຮັດໄດ້ແທ້ໆ ເພາະນາງສ້າງປະຫວັດສາດໜ້າໃໝ່ໃຫ້ປະເທດລາວ ໂດຍສາມາດຄວ້າ “ລາງວັນຊຸດປະຈຳຊາດດີເດັ່ນ” …

Read More »