Breaking News

ຂ່າວບັນເທີງໃນປະເທດ

ຊົມເຊີຍ! ແມ່ຍິງເກັ່ງທີ່ຂໍເລືອກເສັ້ນທາງຊີວິດດ້ວຍໂຕເອງ ຈົນປະສົບຜົນສຳເລັດໄດ້ເປັນເຈົ້າໜ້າທີ່ໃຫ່ຍໃນ NASA (ສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກ)

ເລື່ອງລາວສ້າງແຮງບັນດານໃຈຍັງມີມາເລື້ອຍໆ ໃນມື້ນີ້ເຮົາຈະນຳສະເໜີເລື່ອງລາວຂອງ Josephine Santiago-Bond ເປັນແມ່ຍິງສັນຊາດຟິລິປິນ ຄືໜຶ່ງຄົນທີ່ເຄີຍຊັງການຮຽນເລກ ບໍ່ມັກທີ່ຈະຮຽນວິຊາຄະນິດສາດ ແຕ່ໃນມື້ນີ້ລາວສາມາດເອົາຊະນະຕົວເອງ ຈົນສາມາດເປັນເຖິງຫົວໜ້າພະແນກພັດທະນາວິສະວະກຳຂັ້ນສູງທີ່ Kennedy Space Center ຂອງ NASA ອີກດ້ວຍ ແມ່ນແລ້ວ!!! ເຈົ້າຟັງບໍ່ຜິດ ຫຼາຍຄົນອາດຈະງົງໆ ແລະ ຍັງບໍ່ເຊື່ອວ່າຈະເປັນເລື່ອງຈິງໄດ້ ແຕ່ຂໍບອກເລີຍວ່າສາວຟິລິປິນຄົນນີ້ສາມາດເຮັດໄດ້ແທ້ໆ ໂດຍ Josephine ໄດ້ເລົ່າວ່າ ຂ້ອຍຕ້ອງຕໍ່ສູ້ກັບວິຊາຄະນິດສາດມາເຄິ່ງຊີວິດ ທັງໃນໂຮງຮຽນ ແລະ ມະຫາວິທະຍາໄລ ຕອນຍັງນ້ອຍ ຂ້ອຍຮູ້ໂຕສະເໝີວ່າຕ້ອງໄປຮຽນໃນມະຫາວິທະຍາໄລ ຈົບແລ້ວຊອກເຮັດວຽກ ຫາເງິນເພື່ອຊື້ສິ່ງຂອງທີ່ຂ້ອຍຕ້ອງການ ແຕ່ຂ້ອຍບໍ່ໄດ້ເບິ່ງຫາເສັ້ນທາງຂອງອາຊີບພຽງແຕ່ອາຊີບດຽວ ຊຶ່ງນັ້ນຂ້ອນຂ້າງແຕກຕ່າງຈາກຄົນອື່ນ “ພໍ່ແມ່ ແລະ ເອື້ອຍສອງຄົນຂອງຂ້ອຍເປັນໝໍ ການເຕີບໃຫ່ຍມາໃນຄອບຄົວແພດ ເຮັດໃຫ້ເກີດແຮງກົດດັນວ່າ ຂ້ອຍຈະຕ້ອງເປັນໝໍຕາມຮອຍພໍ່ແມ່່ ແລະເອື້ອຍແມ່ນບໍ່ ແຕ່ຂ້ອຍຂໍເລືອກເຮັດສິ່ງທີ່ຕ້ອງການດີກວ່າ ຊຶ່ງຂ້ອຍກໍພູມໃຈ ແລະເຄົາລົບໃນສາຍອາຊີບຂອງທຸກຄົນໃນຄອບຄົວ ແຕ່ຂ້ອຍບໍ່ຢາກເຮັດແບບດຽວກັບພວກເຂົາເທົ່ານັ້ນເອງ” ໂດຍເສັ້ນທາງສູ່ຄວາມສຳເລັດຂອງ Josephine ເລີ່ມຕົ້ນຕັ້ງແຕ່ເຂົ້າຮຽນທີ່ ຄະນະວິສະວະກຳສາດ ໃນມະຫາວິທະຍາໄລຟິລິປິນ ແລະໄດ້ລົງຮຽນຫຼັກສູດວິສະວະກຳອີເລັກໂທນິກ ແລະ ການສື່ສານ …

Read More »

Street style! ສ່ອງ ເຈນນີ້ ມິສເວີລາວ ກັບແຟຊັ່ນແນວ Street ບວກກັບທ່າໂພສ…ສຸດເຜັດ!!!

Hello…ແຟນໆ!!! ເຜີແປັບດຽວຮອດເດືອນ ກໍລະກົດ 2019 ແລ້ວເດີ້ ເລີ່ມຕົ້ນອາທິດທີ່ສອງຂອງເດືອນກັບອາກາດຮ້ອນໆທີ່ ນະຄອນຫຼວງວຽງຈັນ ແຂວງອື່ນເດອາກາດເປັນແນວໃດແດ່ຄອມເມັ້ນບອກກັນລົວໆແດ່ເດີ້, ຂຶ້ນຕົ້ນມາກັບອາກາດຮ້ອນໆ ຖ້າຈະຮ້ອນຂະໜາດນີ້ຂໍຮ້ອນໃຫ້ມັນສຸດໆກໍແລ້ວກັນເນາະ ເພາະຈະພາໄປສ່ອງ ໄປອັບເດດສາວງາມ ຂາຍາວ ຂາວສູງ ຫັ້ນແນ່!!! ເວົ້າແບບນີ້ເລີ່ມຢາກຮູ້ແລ້ວແມ່ນບໍ່ວ່າສາວຄົນນີ້ແມ່ນໃຜ ແອນ ແອ່ນ ແອ່ນນນ…ສາວຄົນນີ້ກໍຄື ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) Miss World Laos 2017 ນັ້ນເອງ… ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະຄຸ້ນໜ້າຄຸ້ນຕາເຈນນີ້ ຕົ້ນຄຳ ເປັນຢ່າງດີໃນຖານະ ນາງງາມ/ນາງແບບ/ພິທິກອນ ທີ່ນາງສາມາດເຮັດໜ້າທີ່ທີ່ກ່າວມາໄດ້ເປັນຢ່າງດີ , ແຕ່ຍັງບໍ່ໝົດພຽງເທົ່ານັ້ນ ເພາະສະດຸດຫູສະດູດຕາກັບການແຕ່ງກາຍໃນມື້ສະບາຍໆ ອອກແນວ Street style ບວກກັບທ່າໂພສສຸດເຜັດ ສຸດແຊບ ບອກເລີຍບໍ່ທຳມະດາ…ໄປເບິ່ງກັນ!!! ໄດ້ເຫັນຂາຍາວໆ ຮູບຮ່າງດີໆ ຂອງ ເຈນນີ້ ຕົ້ນຄຳ Miss World Laos 2017  ມາໃນແນວ Street style ບວກກັບທ່າໂພສເຜັດໆແຊບໆຂອງນາງແລ້ວ …

Read More »

ປະໝາດບໍ່ໄດ້ເລີຍ! ແຟນໆນາງງາມເຊຍມ່ວນແນ່ນອນ ຫວຽດນາມ ກຽມສົ່ງສາວຄົນນີ້…ລົງປະກວດໃນເວທີ Miss Universe 2019 

ຫຼາຍປະເທດທົ່ວໂລກກໍເລີ່ມປະກວດ ແລະ ປະກາດເປັນທາງການກັນໄປຫຼາຍປະເທດ ຫຼ້າສຸດ ປະເທດ ຫວຽດນາມ ກໍສ້າງຄວາມຮຶຮາໃຫ້ແຟນໆນາງງາມທົ່ວໂລກ ເພາະໄດ້ປະກາດຢ່າງເປັນທາງການແລ້ວວ່າໃນປີນີ້ທາງກອງປະກວດຈະແຕ່ງຕັ້ງ  Hoàng Thùy  ເປັນ Miss Universe Vietnam 2019 ແລະ ຈະໄດ້ເປັນຕົວແທນສາວງາມຫວຽດນາມ ເພື່ອໄປປະຊັນຄວາມງາມ  ປະຊັນທັກສະຄວາມຮູ້ຄວາມສາມາດໃນເວທີ Miss Universe 2019 ທີ່ຈະຈັດຂຶ້ນທ້າຍປີນີ້ ສຳລັບ Hoàng Thùy Miss Universe Vietnam 2019 ແຟນໆຢາກຮູ້ແລ້ວແມ່ນບໍ່ວ່ານາງແມ່ນໃຜ ກ່ອນໜ້ານີ້ນາງເປັນຮອງອັນດັບ 1 ຂອງ Miss Universe Vietnam 2017 ເຊິ່ງສາເຫດທີ່ທາງກອງປະກວດມິສຍູນິເວີດໃນປະເທດຫວຽດນາມແຕ່ງຕັ້ງນາງນັ້ນຍ້ອນວ່າ ປະເທດ ຫວຽດນາມ ຈະມີການຈັດການປະກວດ Miss Universe Vietnam 2ປີ/1ຄັ້ງ ໂດຍຈະໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງເປັນຕົວແທນຂອງປະເທດໄປປະກວດກ່ອນ ແລະ ປີຕໍ່ໆໄປກໍຈະເປັນໜ້າທີ່ຂອງຮອງອັນດັບ ຈົນເຮັດໃຫ້   Hoàng Thùy ມີໂອກາດໄດ້ເປັນຕົວແທນ Miss Universe Vietnam 2019 ນັ້ນເອງ …

Read More »

(ທຸກໆຢ່າງເປັນໄປໄດ້ຖ້າໃຈສູ້) ຈາກເດັກຕົ້ນທຶນຊີວິດຕໍ່າ ໃຫ່ຍມາທ່າມກາງກອງຂີ້ເຫຍື້ອ ສູ່ນັກຮຽນທຶນມະຫາວິທະຍາໄລອັນດັບໜຶ່ງໃນ Australia 

ມາເບິ່ງເລື່ອງລາວສ້າງແຮງບັນດານໃຈ ຈາກສາວນັກສູ້ຜູ້ບໍ່ຍອມແພ້ຕໍ່ຕົ້ນທຶນຊີວິດຂອງຕົວເອງ Sophie Ron  ເປັນແມ່ຍິງສັນຊາດ ກຳປູເຈຍ ທີ່ບໍ່ໄດ້ມີຕົ້ນທຶນຊີວິດດີຄືກັບຄົນອື່ນໆ ເກີດມາໃນຊົນຊັ້ນທຸກຍາກ ອາໄສໃນສະຖານທິີ່ກອງຂີ້ເຫຍື້ອ ໃນເມືອງ ພະນົມເປັນ ປະເທດ ກຳປູເຈຍ ຕັ້ງແຕ່ເກີດມານາງບໍ່ເຄີຍໄດ້ກິນອາຫານແຊບ ຫຼື ອີ່ມຄົບ 3 ຄາບ ຄືກັບຄົນອື່ນ ອົດໆຢາກໆມາຕະຫຼອດ, ແຕ່ສິ່ງໜຶ່ງທີ່ນາງຄິດ ແລະ ມີເປົ້າໝາຍມາຕະຫຼອດວ່າ ນາງຈະບໍ່ຍອມໃຫ້ຄວາມທຸກມາຂວາງທາງຄວາມຝັນ ແລະ ສິ່ງທີ່ຈະເປັນເຂັມທິດນຳພາໄປສູ່ຄວາມຝັນນັ້ນກໍຄື ຄວາມອົດທົນ ຕັ້ງໃຈ ແລະ ມຸ່ງໝັ້ນທີ່ມີໃນໂຕຂອງລາວນັ້ນເອງ ເສັ້ນທາງຊີວິດຂອງ Sophie Ron ໃນຕອນນັ້ນນາງມີອາຍຸ 11 ປີ ເຖິງແມ່ນວ່າຈະມີຈຸດເລີ່ມຕົ້ນມາຈາກເປັນເດັກນ້ອຍທີ່ໃຫ່ຍມາຈາກກອງຂີ້ເຫຍື້ອ ແຕ່ນາງກໍບໍ່ເຄີຍຍອມແພ້ເລີຍ ເຖິງວ່າຈະບໍ່ໄດ້ເຂົ້າໂຮງຮຽນຄືກັບເດັກນ້ອຍຄົນອື່ນ ແຕ່ Sophie ກໍບໍ່ຍອມແພ້ຕໍ່ຊີວິດ ນາງໄດ້ສຶກສາຫາຄວາມຮູ້ດ້ວຍຕົວເອງຈາກໜັງສືເກົ່າໆ ທີ່ຄົນນຳມາຖິ້ມໄວ້ ໃນໄລຍະບໍ່ພຽງເທົ່າໃດ ຍ້ອນຄວາມໄຝ່ຮູ້ ເລີຍເຮັດໃຫ້ສາມາດອ່ານອອກຂຽນໄດ້ ແລະ ນັ້ນກໍຖືເປັນຈຸດເລີ່ມຕົ້ນຂອງການໄຝ່ຮູ້ທີ່ຈະຮຽນຂອງແມ່ຍິງຄົນນີ້… ຕໍ່ຈາກນັ້ນ Sophie Ron ກໍໄດ້ຮັບໂອກາດຈາກກອງທືນສົ່ງເສີມເດັກນ້ອຍໃນກຳປູເຈຍ (CCE) ໃຫ້ໄດ້ຮັບການສຶກສາທີ່ …

Read More »

ອີກໜຶ່ງທາງເລືອກໃໝ່ໆ “Take It Easy Cafe” ສາຍຖ່າຍຮູບ ສາຍຄາເຟ່ທັງຫຼາຍຫ້າມພາດ (ບອກເລີຍ…ຕ້ອງໄປ!!)

ວຸ້ນວາຍກັບການເຮັດວຽກ ການຮຽນມາໝົດມື້ ຮູ້ສຶກເມື່ອຍ ຮູ້ສຶກຢາກ Relax ສຸດໆແມ່ນບໍ່ແຟນໆ? ບາງຄົນກໍຢາກນັດໝູ່ສະໜິດ ນັດຄົນຮູ້ໃຈ ຫຼື ບາງຄົນກໍອິນດີ້ແດ່…ຢາກໄປນັ່ງຊຶ້ງໆຄົນດຽວຊິນ່າ (ຮະຮ່າ) ແຕ່ຄິດສະຖານທີ່ບໍ່ອອກ ບໍ່ຮູ້ຈະໄປໃສ ບ່ອນໃດກໍໄປມາໝົດແລ້ວ… ບໍ່ຍາກເດີ້!!! ປີນີ້ 2019 ແລ້ວບໍ່ຕ້ອງຄິດໃຫ້ເມື່ອຍ ພຽງແຕ່ຕິດຕາມ Kuanjai Magazine  ນັ່ງຢູ່ລ້າໆກໍຈະມີຂໍ້ມູນຂ່າວສານໃໝ່ມາອັບເດດໃຫ້ແຟນໆໄດ້ຮູ້ກັນເລື້ອຍໆ ເພາະຫຼ້າສຸດໄດ້ຍິນຂ່າວວ່າມີຮ້ານ Cafe ເປີດໃໝ່ ຊະນີIndy ກໍບໍ່ລໍຖ້າຊ້າ ໄດ້ໄປຍາມຮ້ານ “Take It Easy Cafe” ເພື່ອເກັບເອົາບັນຍາກາດດີໆພາຍໃນຮ້ານ ແລະ ມາບອກຕໍ່ເຖິງລົດຊາດເຄື່ອງດື່ມ ແລະ ອາຫານທີ່ໜ້າລິ້ມລອງມາຝາກແຟນໆແລ້ວ… ເຊິ່ງຮ້ານ “Take It Easy Cafe” ແມ່ນຕັ້ງຢູ່ຊັ້ນ 4 ຂອງຫ້າງຊັບພະສິນຄ້າ World Trade Center, Bloke B ເຊິ່ງທາງທີມງານເຮົາກໍໄດ້ມີການໄປຖາມໄຖ່ເຖິງທີ່ມາທີ່ໄປຂອງຮ້ານແລ້ວວ່າ “Take It Easy Cafe” …

Read More »