Breaking News

ຂ່າວສັງຄົມ

ແຈ້ງການ ໂຈະ ແລະ ຖອນໃບອະນຸຍາດວາລະສານ

ປັດຈຸບັນ ສື່ອອນລາຍ ແມ່ນມີບົດບາດຫຼາຍໃນສັ່ງຄົມ ເຊິ່ງວາລະສານຫຼາຍສະບັບໄດ້ປິດໂຕລົງ ພ້ອມດຽວກັນນັ້ນ ກໍມີແຈ້ງການເຖິງ ບັນດາຫົວໜ້າ ບັນນາທິການ ວາລະສານ ກ່ຽວກັບເລື່ອງ: ການໂຈະ ແລະ ການຖອນໃບອະນຸຍາດ ວາລະສານ. ໂດຍວາລະສານທີ່ໄດ້ໂຈະ ແລະ ຖອນໃບອະນຸຍາດມີຈຳນວນ 36 ສະບັບ, ເນື່ອງຈາກວາລະສານຈຳນວນດັ່ງກ່າວ ບໍ່ມີການເຄື່ອນໄຫວ, ຊອກຫາຕົວຕົນບໍ່ພົບ ແລະ ບໍ່ມາຕໍ່ໃບອະນຸຍາດມາ 3 ປີແລ້ວ ເຊິ່ງວາລະສານດັ່ງກ່າວຈະບໍ່ສາມາດເຄື່ອນໄຫວວຽກງານດ້ານສື່ມວນຊົນອີກຕໍ່ໄປ. ຮູບພາບບຈາກ: Family Magazine Laos, ວາລະສານມິດຕະພາບ, ວາລະສານລູກ, ວາລະສານກ້າວໜ້າ ແລະ ວາລະສານລານຄຳ. ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຜູ້ຕິດເຊື້ອແມ່ນນັກກິລາຈາກກອງທັບລາວ ທີ່ໄປແຂ່ງຂັນຢູ່ຣັດເຊຍ

ມື້ນີ້ຄະນະສະເພາະກິດຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ ເປັນເພດຊາຍ ອາຍຸ 29 ປີ, ສັນຊາດລາວ, ອາຊີບ ນັກກິລາກອງທັບ ເຊີ່ງກ່ອນໜ້າຜູ້ກ່ຽວໄດ້ເດີນທາງໄປ ສ ຣັດເຊຍ. ກວດພົບຢູ່ສູນກັກກັນແຮງງານຫຼັກ 27. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນສຸກ ວັນທີ 11 ກັນຍາ ປີ 2020ວ່າ:ໃນວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 418 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 394 ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 06 ຕົວຢ່າງ, ແຮງງານລາວມາແຕ່ຈີນ 03 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 07 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ …

Read More »

ແພງເດ! ໄບຣອັ້ນຜູ້ບ່າວລາວ

ນ້ອງໄບຣອັ້ນ ຊື້ແທ້ແມ່ນ ພອນສັກສິດ ເພັງສະຫວັນ ເກີດວັນທີ 18 ພະຈິກ 2015 ປັດຈຸບັນ ອາຍຸ 5 ປີ,​ເປັນລູກເຄິ່ງລາວ-ໄທ, ແມ່ເປັນຄົນລາວ ແລະ ພໍ່ເປັນຄົນໄທ. ໄບຣອັ້ນ ເປັນເດັກນ້ອຍລາວທີ່ໜ້າຕາເຈົ້າຊູ້ປານພະເອກເກົາຫຼີຕອນຍັງນ້ອຍ, ເຊິ່ງນ້ອງໄບຣອັ້ນ ມີຜູ້ຕິດຕາມໃນເຟສບຸກເຖິງ 7,550 ຄົນ.​ ລໍ່ ແລະ ເປັນຕາແພງແບບນີ້ ແອັດມິນເຫັນຄົນດຽວບໍ່ໄດ້ແລ້ວ ມາເບິ່ງນຳແອັດແດ່ ອິອິ!!! ຮູບພາບຈາກເຟສບຸກ: BriAn Phonesacksith Phengsavanh ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຂໍສະແດງຄວາມຍິນດີກັບ ທິບປະສົງ ອັກຄະມຸນຕີ ສາມາດຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ

ຖືໄດວ່າເປັບບົດບາດ ແລະ ບາດກ້າວອັນສຳຄັນຂອງແມ່ຍິງລາວ ເພາະນີ້ເປັນເທື່ອທໍາອິດ ທີ່ຜູ້ສະໝັກຄົນລາວໄດ້ຮັບທຶນການສຶກສາລະດັບປະລິນຍາໂທ (Erasmus Mundus Joint Master) ນັບຕັ້ງແຕ່ທຶນດັ່ງກ່າວໄດ້ເປີດໃຫ້ສະໝັກໃນ ປີ 2015 ໂດຍ ນ.ທິບປະສົງ ອັກຄະມຸນຕີ ສາມາດໄດ້ຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ (ທຶນບໍ່ມີໂຄຕ້າໃຫ້ສະເພາະຄົນລາວ) ເປັນຄວາມພູມໃຈຂອງຄົນລາວແທ້ໆເລີຍ ທີ່ມີຄົນທີ່ມີຄວາມຮູ້,​ ຄວາມສາມາດ ແລະ ມີສະໜອງລະດັບ 5G ສາມາດຮຽນຮູ້ ແລະ ສຶກສາທຽບເທົ່າລະດັບສາກົນ. ເຊິ່ງວ່າ ທິບປະສົງ ຈະໄປສຶກສາໃນຫົວຂໍ້ Advanced Development in Social Work ເປັນໄລຍະ 2 ປີ ໃນ 4 ປະເທດ (ເດນມາກ, ຝຣັ່ງ, ອັງກິດ ແລະ ປອກຕຸຍການ). ສຸດທ້າຍນີ້ ຂວັນໃຈຂໍອວຍພອນ ແລະ ເປັນກຳລັງໃຈໃຫ້ ທິບປະສົງ …

Read More »

ຄູ່ຊີວິດທີ່ຮັກກັນ ແລະ ມີໃບທະບຽນສົມຣົດ ທີ່ດົນທີ່ສຸດໃນໂລກ…

ຄວາມຮັກເປັນເລື່ອງບໍ່ແນ່ນອນ ແລະ ກໍບໍ່ສາມາດຄາດເດົາໄລຍະເວລາແຫ່ງຄວາມຮັກ, ຄວາມຜູກພັນໄດ້ແບບແນ່ນອນ ບາງໃຊ້ຊີວິດຢູ່ນຳກັນບໍ່ພໍເທົ່າໃດກໍເລີກລາກັນ ແຕ່ສຳລັບຄູ່ຮັກຂອງພໍ່ຕູ້ ແລະ ແມ່ຕູ້ທີ່ແອັດມິນຈະມາເລົ່າສູ່ຟັງມື້ນີ້ ເປັນເລື່ອງຄວາມຮັກທີ່ຍາວນານທີ່ສຸດໃນໂລກ ເຊິ່ງໄລຍະເວລາບໍ່ໄດ້ເຮັດໃຫ້ຄວາມຮັກຂອງພວກເຂົາຫຼຸດນ້ອຍຖອຍລົງເລີຍ ໂດຍທັງສອງຕູ້ເປັນເຈົ້າຂອງສະຖິຕິໃຊ້ຊີວິດຄູ່ຊີວິດ ຫຼືຄູ່ສົມຣົດ ທີ່ດົນນານທີ່ສຸດໃນໂລກ ເຖິງແມ່ນວ່າເລີ່ມຕົ້ນຊີວິດສົມຣົດທັງສອງຕ້ອງແຕ່ງງານກັນແບບລັບໆ ເພາະວ່າຄອບຄົວບໍ່ເຫັນດີ ແຕ່ສຸດທ້າຍ ພວກເພິ່ນກໍພິສູດໃຫ້ເຫັນເຖິງຄວາມຮັກອັນແທ້ຈິງ. ພໍ່ຕູ້ມີຊື່່ວ່າ ຂູລີໂອ ຊີຊາຣ໌ ໂມລາ ແລະ ແມ່ຕູ້ຊື່ ວັນດຣາມິນາ ມາໂຄລເວຍ ຄວິນເຕໂຣສ ທັງສອງແຕ່ງງານກັນມາ 79 ປີ,​ພໍ່ຕູ້ໂມລາ ເກີດວັນທີ 10 ມີນາ ປີ 1910 ປັດຈຸບັນ ອາຍຸ 110 ປີ, ສ່ວນແມ່ຕູ້ ຄວິນເຕໂຣສ ເກີດໃນວັນທີ 16 ຕຸລາ ປີ 1915 ປັດຈຸບັນ ອາຍຸ 105 ປີ, ເມື່ອລວມອາຍຸຈະຫຼາຍເຖິງ 214 …

Read More »