Breaking News

ໄວໜຸ່ມ

ສະຖານເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນ 2019

ສະຖານເອກອັກຄະລັດຖະທູດຈີນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນ ໃນຄ່ຳຄືນຂອງວັນທີ 28 ມັງກອນ 2019 ທີ່ຜ່ານມາ ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າໂຄສະນາອົບຮົມສູນກາງພັກ ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ແລະ ບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳສປປ.ລາວ. ທ່ານ ຈຽງ ໄຊຕົງ ເອກອັກຄະລັດຖະທູດຈີນປະຈຳສປປ.ລາວ ກ່າວວ່າ: ປີ 2018 ແມ່ນເປັນປີທຳອິດຂອງການຈັດຕັ້ງປະຕິບັດຢ່າງຮອບດ້ານ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ພາຍໃຕ້ການນຳພາອັນເຂັ້ມແຂງໜັກແໜ້ນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ໂດຍມີ ເລຂາທິການໃຫຍ່ ສີ ຈິ້ນຜິງເປັນແກນນຳ, ສປ.ຈີນ ສາມາດຍາດໄດ້ຜົນສຳເລັດສັງຄົມນິຍົມຕາມສີສັນພິເສດຂອງສປຈີນທີ່ຫຍິ່ງໃຫຍ່ຄັ້ງໃໝ່ເພື່ອຍຸກສະໃໝໃໝ່. ໃນປີ 2018 ສປ.ຈີນ ໄດ້ສະເຫຼີມສະຫຼອງວັນຄົບຮອບ 40 ປີຂອງການປະຕິຮູບ ແລະ …

Read More »

ກຽມປ່ອຍ! “ຮັບໄດ້ບໍ່” ຜົນງານໃໝ່ຂອງ ຕຸລີ່ ບິດາລັກ ນັກຮ້ອງສາວສຽງດີຈາກ ນະຄອນຫຼວງພະບາງ 

ຈື່ນໍ້າສຽງສາວຄົນນີ້ໄດ້ບໍ່??? ຫ່າງຫາຍວົງການເພງໄປໄລຍະໜຶ່ງ ຫຼ້າສຸດ ບິດາລັກ ສີອັກຄະພົມ (ຕຸລີ່) ກໍມີຜົນງານມາໃຫ້ແຟນໆກຽມໄດ້ອັບເດດ ເພາະໃນວັນທີ 1 ກຸມພາ 2019 ນາງຈະມີບົດເພງໃໝ່ຊື່ວ່າ “ຮັບໄດ້ບໍ່” ມາໃຫ້ແຟນໆໄດ້ຕິດຕາມ… (ຕົວຢ່າງບົດເພງ “ຮັບໄດ້ບໍ່”) "ຂໍພຽງຄວາມເຂົ້າໃຈ ທຸກຄົນບໍ່ໄດ້ສົມບູນແບບໄປທຸກຢ່າງ" ◼ "NO ONE IS PERFECT" ◼❤ ວັນທີ່ 1 ກຸມພາ ນີ້! ມາຟັງແບບເຕັມໆພ້ອມກັນເນາະ!#ToulyBidalack #ຮັບໄດ້ບໍ່ #ເພງໃຫມ່2019 Posted by Bidalack Syackhaphom on Tuesday, January 29, 2019   ສຳລັບ ຕຸລີ່ ບິດດາລັກ ເຊື່ອວ່າແຟນໆຫຼາຍທ່ານຄົງຈະຮູ້ຈັກນາງກັນແດ່ແລ້ວ ເພາະເປັນອີກແມ່ຍິງລາວຄົນໜື່ງທີ່ມີຄວາສາມາດຫຼາຍດ້ານ ແລະ ຍັງເປັນເຈົ້າຂອງບົດເພງດັງຫຼາຍບົດເພງໃນອະດີດ ບໍ່ວ່າຈະເປັນ: ເຈັບບໍ່ຈຳ, ສຳຄັນເວລາເຫງົາ, …

Read More »

ເດີນທາງແລ້ວ! ຮ່ວມສົ່ງກຳລັງໃຈໃຫ້ນາງງາມລາວສູ່ເວທີໂລກ Miss Global 2019 ທີ່ປະເທດ ຟີລິບປິນ!!!

ເດີນທາງແລ້ວເດີ້ ສຳລັບ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ອອກເດີນທາງໃນເຊົ້າຂອງວັນທີ 31 ມັງກອນ 2019 ເພື່ອເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Global 2019 ທີ່ປະເທດ ຟີລິບປິນ… ຝາກເປັນກຳລັງໃຈໃຫ້ນາງງາມລາວໃນເວທີໂລກຫຼາຍໆເລີຍເດີ້ແຟນໆ… ສຳລັບການປະກວດ Miss Global 2019  ຮອບຕັດສິນຈະຈັດຂຶ້ນໃນວັນທີ 11 ກຸມພານີ້, ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? #ຮັກລາວເຊຍລາວ ?????? ຮູບພາບ: FB/MeePooh Thppv

Read More »

ດຣ່າມ່າ!  ນາງງາມລາວເກືອບບໍ່ໄດ້ເຂົ້າຮ່ວມປະກວດໃນເວທີ Miss intercontinental 2018 ເພາະວ່າ…???

ເປັນກະແສ ດຣ່າມ່າ ມາໃຫ້ເວົ້າໃຫ້ລົມກັນອີກແລ້ວ ເນື່ອງຈາກມີການໂພສເປີດໃຈວ່າກວ່າທີ່ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະໄດ້ເຂົ້າຮ່ວມປະກວດໃນເວທີ Miss Intercontinental 2018 ທີ່ປະເທດ ຟິລິປິນ ທີ່ຫາແຕ່ປະກວດຮອບ Final ໄປແບບສົດໆຮ້ອນໆໃນວັນທີ 26 ມັງກອນ 2019 ທີ່ຜ່ານມາ ໄດ້ນັ້ນບໍ່ແມ່ນເລື່ອງງ່າຍ ເພາະເນື່ອງຈາກອາຍຸຍັງບໍ່ເຖິງເກນ ອາຍຸພຽງ 17 ປີ  ແຖມທັງຍັງມີດຣ່າມ່າຕ່າງໆນາໆວ່ານາງອາຍຸຍັງນ້ອຍ ແລະ ທັງຍັງບໍ່ມີຄວາມພ້ອມໃນເວທີໂລກ ເພາະ ຢາດຟ້າ ພົມມະວົງໄຊ ຍັງເປັນພຽງເດັກມັດທະຍົມ… ເຊິ່ງໃນໂພສດັ່ງກ່າວມີເນື້ອໃນວ່າ:  ຈາກດຣ່າມ່າຕ່າງໆນາໆທີ່ໄດ້ມີການເປີດໃຈໄປນັ້ນ ເຮັດໃຫ້ຮູ້ແລ້ວວ່າ ໃນມື້ນີ້ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ກໍໄດ້ພິສູດແລ້ວວ່ານາງມີຄວາມຕັ້ງໃຈໃນການພັດທະນາໂຕເອງ ເຖິງແມ່ນວ່າອາຍຸຈະຍັງນ້ອຍ ບໍ່ເປັນທີ່ຍອມຮັບໃນຊ່ວງກ່ອນໜ້າ ແຕ່ໃນເວລານີ້ມີແຕ່ສຽງຊື່ນຊົມໃນຄວາມສາມາດກັນຢ່າງຫຼວງຫຼາຍ ເຖິງແມ່ນວ່າຈະບໍ່ໄດ້ລາງວັນມາຝາກຄົນລາວ ແຕ່ນາງກໍ່ສ້າງຊື່ສຽງໃຫ້ ປະເທດລາວ ແລະ ເຮັດໃຫ້ຕ່າງຊາດໄດ້ຮູ້ຈັກ …

Read More »

ໃຈລະລາຍ! ສ່ອງໂປຟາຍ… ແມັກ ພູວະເນດ ນັກສະແດງໜ້າໃໝ່ທີ່ກຳລັງຕິດກະແສໃນເວລານີ້!!!

ເອົາໃຈສາວໆທັງສາວແທ້ ສາວທຽມ  ມີຜູ້ຊາຍຫຼໍ່ບອກຕໍ່… (555) ສະບາຍດີ! ແຟນໆ ຂວັນໃຈ ທຸກໆຄົນ ບັນຍາກາດກຳລັງສະບາຍໆບໍ່ຮ້ອນ ບໍ່ໜາວ ເລີຍຢາກຈະມາແຟນໆມາສ່ອງໂປຟາຍຂອງ ທ້າວ ພູວະເນດ ເພັງສະຫວັນ (ຫຼື ແມັກ) ອາຍຸ 19 ປີ ນັກສະແດງໄວໜຸ່ມຂວັນໃຈສາວໆຄົນໃໝ່ທີ່ກຳລັງຕິດກະແສ ແລະ ໂດ່ງດັງທີ່ສຸດໃນເວລານີ້… (ມີຮູບພາບຂອງ ໜຸ່ມ ແມັກ ມາຝາກ…) ສຳລັບ ໜຸ່ມ ແມັກ ພູວະເນດ ເອີ້ນໄດ້ວ່າເປັນຂວັນໃຈອີກຄົນໜຶ່ງຂອງແຟນໆ ຫາແຕ່ເຂົ້າວົງການແຕ່ນ້ອງກໍມີຜົນງານມານັບບໍ່ຖ້ວນແລ້ວເດີ້ ບໍ່ວ່າຈະເປັນ ເດີນແບບຖ່າຍແບບ ຖ່າຍ presenter ສະແດງຊີ່ລີ່ Badfriend ແລະ ທີ່ຈົບໄປແບບສົດໆຮ້ອນໆ ແລະ ເປັນທີ່ເວົ້າເຖິງຫຼາຍທີ່ສຸດກໍຄື ຊີ່ຣີ່ເລື່ອງ ຮັກນີ້ສີບົວ ພາກ 2 ນັ້ນເອງ. ໄດ້ສ່ອງໂປຟາຍ ໄດ້ຮູ້ຈັກນັກສະແດງໜ້າໃໝ່ຄົນນີ້ແລ້ວເປັນແນວໃດ? ຢ່າງໃດກໍຝາກເປັນກຳລັງໃຈໃຫ້ ໜຸ່ມ ແມັກ ຄົນນີ້ຫຼາຍໆໂລດເດີ້!!! (ໜ້າຮັກແບບນີ້ເອົາໄປ …

Read More »