Breaking News

News

ເປັນການລໍຄອຍມາ 20 ກວ່າປີແລ້ວ ແລະ ສຸດແສນດີໃຈ ທີ່ຈະໄດ້ເສັ້ນທາງເບຕົງໃໝ່

ໂຄງການສ້າງເສັ້ນທາງສາມແຍກຈີ່ນາຍໂມ້ ຫາ ສາມແຍກສີຖານໃຕ້ ຈະໃຫ້ສໍາເລັດໃນທ້າຍປີນີ້ ເປັນການລໍຄອຍມາ 20 ກວ່າປີແລ້ວ ແລະ ສຸດແສນດີໃຈ ທີ່ຈະໄດ້ເສັ້ນທາງເບຕົ້ງໃໝ່. ໂຄງການເພີ່ນກໍມີຄວາມເອົາໃຈໃສ່ດີ ເມື່ອສ້າງເສັ້ນທາງສຳເລັດ ກໍຈະເຮັດໃຫ້ການໄປມາ ຫາສູ່ຂອງປະຊາຊົນສະດວກສະບາຍຂຶ້ນ. ໂຄງການສ້າງເສັ້ນທາງເບຕົ້ງເສີມເຫລັກ ແຕ່ສາມແຍກຈິນາຍໂມ້ ຫາສາມແຍກ ບ້ານທ່າແຂກ (ເມືອງຫາດຊາຍຟອງ) ນະຄອນຫລວງວຽງຈັນ, ທີ່ມີຄວາມຍາວ 14 ກິໂລແມັດ, ມີ 4 ຊ່ອງທາງການສັນຈອນ, ກວ້າງ 12 ແມັດ ແລະ ທາງຍ່າງເບື້ອງລະ 1,50 Cm ມີມູນຄ່າການກໍ່ສ້າງທັງໝົດ 50 ລ້ານໂດລາ ໂດຍບໍລິສັດຫາຍຫານ ການທຸລະກິດ ຈຳກັດ ໂດຍເລີ່ມລົງມືການກໍ່ສ້າງມາແຕ່ເດືອນ 4 ປີ 2016 ແລະ ຄາດວ່າຈະສໍາເລັດ ໃນທ້າຍປີ 2017 ນີ້. ທ່ານ ພຸນສົມບັດ …

Read More »

ອົງການ UNICEF ສຸມໃສ່ 7 ແຜນງານໃຫຍ່ (ມີຄຼິບ)

ຕ້ອນຮັບຢ່າງອົບອຸ່ນ! ຣາຊີນີປະເທດແບນຊິກຢ້ຽມຢາມ ສປປ ລາວ ພະຣາຊີນີ ມາທິນເດີ ແຫ່ງປະເທດແບນຊິກ ປະທານກິດຕິມະສັກຄະນະກໍາມະການແຫ່ງຊາດ ສໍາລັບອົງການອຸຍນີເຊັບຂອງປະເທດແບນຊິກ ພ້ອມດ້ວຍຄະນະ ໄດ້ເດີນ ທາງຢ້ຽມຢາມ ສປປ ລາວ ແຕ່ວັນທີ 20-23 ກຸມພາ 2017 ໃນຂອບການຮ່ວມມືຂອງອົງການ ອຸຍ ນິເຊັບ ໃນໂອກາດນີ້ ທ່ານນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮົງເວຍ ກາວ ຜູ້ຕ່າງໜ້າ ອຸຍນິເຊັບ ປະຈຳ ສປປ ລາວ ໄດ້ນຳພາຄະນະ ພະລາຊີນີ ແຫ່ງ ປະເທດແບນຊິກເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ເຂົ້າພົບປະທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ …

Read More »

ການກໍ່ສ້າງທາງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ

ປັດຈຸບັນ ໂຄງການກໍ່ສ້າງທາງເບຕົ້ງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ ມີຄວາມຄືບໜ້າ 10%   ເລີ່ມລົງມືກໍ່ສ້າງມາແຕ່ ເດືອນຕຸລາ 2016  ປັດຈຸບັນໄດ້ສຳເລັດການວ່າງທໍ່ລະບາຍນ້ຳຈຳນວນໜຶ່ງ ແລະ ພວມຢູ່ໃນໄລຍະການມ້າງສິ່ງກີດຂວາງເຊັ່ນ: ການຍ້າຍເສົາໄຟຟ້າ, ສາຍໄຟຟ້າ, ສາຍໂທລະສັບ, ນ້ຳປະປາ ແລະ ອື່ນໆ. ທ່ານ ຄຳບອນ ທຳມະວົງສາ ຮອງຜູ້ຈັດການພາກສະໜາມໂຄງການກໍ່ສ້າງທາງເບຕົ້ງດັ່ງກ່າວ (ຕັ້ງຈະເລີນ) ໄດ້ໃຫ້ສຳພາດ ໃນວັນທີ 21 ກຸມພານີ້ວ່າ: ໂຄງການກໍ່ສ້າງທາງເບຕົ້ງນີ້ ແມ່ນມີຄວາມຍາວທັງໝົດ 9 ພັນກວ່າແມັດ, ໜ້າທາງກວ້າງ 28 ແມັດ (ລວມທັງທາງຍາງທັງສອງກ້ຳ ແລະ ດອນກາງທາງ ) ແລະ ມີຄວາມໜາຂອງເປຕົ້ງ 20 ຊັງຕີແມັດກວ່າ, ຄາດວ່າ ຈະໃຫ້ສຳເລັດການກໍ່ສ້າງຕາມແຜນການ ຄື ປະມານເດືອນກັນຍາ …

Read More »

ຫາລືແນວທາງໃນການຟື້ນຟູເສດຖະກິດ ແລະ ສັງຄົມຂອງອາຊຽນ

ຫາລືເສດຖະກິດ-ສັງຄົມອາຊຽນ ລັດຖະມົນຕີຕ່າງປະເທດຂອງສະມາຄົມປະຊາຊາດອາຊຽນ ຈະຈັດການປະຊຸມທີ່ເກາະໂບຣາເຄຂອງຟີລິບປິນ ໃນມື້ອື່ນນີ້ ເພື່ອຫາລືແນວທາງໃນການຟື້ນຟູເສດຖະກິດ ແລະ ສັງຄົມຂອງອາຊຽນ ຊຶ່ງມີອາຍຸຄົບຮອບ 50 ປີໃນປີນີ້. ການປະຊຸມດັ່ງກ່າວ ຈະເປັນການປະຊຸມຄັ້ງທໍາອິດຂອງອາຊຽນພາຍໃຕ້ການເປັນປະທານຂອງຟີລິບປິນໃນປີນີ້. ທ່ານ ຊານ ໂຮເຊ ລັດຖະມົນຕີຕ່າງປະເທດຟີລິບປິນ ເປີດເຜີຍວ່າ: ໃນການປະຊຸມຄັ້ງນີ້ ລັດຖະມົນຕີຕ່າງປະເທດອາຊຽນຈະຫາລືຈະແລກທັດສະນະກ່ຽວກັບຄວາມສໍາພັນຂອງອາຊຽນ ແລະ ປະເທດຄູ່ຄ້າ ລວມເຖິງທັດສະນະລະຫວ່າງປະເທດດ້ານຜົນປະໂຫຍດ, ນອກນີ້, ລັດຖະມົນຕີອາຊຽນຈະຫາລືກ່ຽວກັບການກໍ່ການຮ້າຍ, ການຄ້າມະນຸດ ແລະ ຢາເສບຕິດ

Read More »

ໂຕ່ໂນ່ ອອກມາໂພສແບບນີ້ກ່ຽວກັບປະເທດລາວ…(ມີຄຣິບ)

  ໂຕ່ໂນ່ ພາຄິນ ນັກຮ້ອງ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ ໄດ້ມາຫຼິ້ນຄອນເສີດທີ່ ສູນການຄ້າວຽງຈັນເຊັນເຕີ້ ໃນວັນອາທິດ ວັນທີ 19 ກຸມພາ ທີ່ຜ່ານມາ ແລະ ໃນອິນສະຕາແກມສ່ວນຕົວຂອງນັກຮ້ອງໜຸ່ມສຸດເຈົ້າຊູ້ຄົນນີ້ກໍໄດ້ໂພສຮູບກຳລັງຈະຂ້າມທາງແຖວແຄມຂອງພ້ອມຂຽນຄໍາອະທີບາຍກ້ອງຮູບວ່າ: “ລໍຖ້າຫຼິ້ນຄອນເສີດທີ່ວຽງຈັນ…ສິ່ງທີ່ສັງເກດ ແລະ ໜ້າເອົາໄປພັດທະນາປະເທດເຮົາຄື ຖະໜົນຫົນທາງທີ່ນີ້ອາດຈະບໍ່ໃຫ່ຍເທົ່າກັບບ້ານເຮົາ ແຕ່ພື້ນຫົນທາງລຽບຫຼາຍ”. ຈັ່ງໃດ ຊະນີIndy ແລະ ຄົນລາວທຸກຄົນກໍຍິນດີຕ້ອນຮັບເດີ້ ມື້ໜ້າຢ່າລືມມາຢາມກັນອີກແດ່ເດີ້ ອ້າຍ ໂຕ່ໂນ່… #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ ຂໍຂອບໃຈຮູບພາບຈາກ: mootono29 ຊະນີIndy ມີຄຣິບຕອນທີ່ໜຸ່ມ ໂຕໂນ່ ມາຫຼິ້ນຄອນເສີດມາຝາກນໍາເດີ້ ສາມາດເບິ່ງໄດ້ເລີຍ…      

Read More »