Breaking News

News

ດັດສະນີເງິນເດືອນໃໝ່ ຈະບໍ່ກະທົບຕໍ່ລາຄາສິນຄ້າ

ເພື່ອຄວບຄຸມລາຄາສິນຄ້າ ແລະ ປົກປ້ອງຜູ້ບໍລິໂພກກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອບໍ່ໃຫ້ແມ່ຄ້າຊາວຂາຍຕາມທ້ອງຕະຫຼາດ ໄດ້ສວຍໂອກາດຂຶ້ນລາຄາສິນຄ້າ ຕາມການປັບຂຶ້ນຂອງດັດສະນີເງິນເດືອນ ໂດຍລະບຸວ່າສິນຄ້າ 4 ປະເພດທີ່ຄວບຄຸມພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງລາຍງານ ແລະ ຕິດລາຄາເປັນພາສາລາວຢ່າງເປັນປົກກະຕິ. ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການໃນໄລຍະຜ່ານມາຈົນເຖິງປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າ ແລະ ກໍານົດເອົາລາຍການສິນຄ້າຄວບຄຸມປະກອບມີ 4 ປະເພດ ລວມມີ 14 ລາຍການຄື: ນ້ຳມັນເຊື້ອໄຟມີ 3 ລາຍການ (ນໍ້າມັນແອັດຊັງພິເສດ ແອັດຊັງທຳມະດາ ແລະ ນ້ຳມັນກາຊວນ), ປະເພດເຂົ້າ 6 ລາຍການ, ປະເພດຊີ້ນ 4 …

Read More »

ສາວລາວໄດ້ຮັບລາງວັນອັນຊົງກຽດທີ່ປະເທດໄທ

  ຈາກຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017)  ທີ່ປະເທດໄທ, ຂໍບັນດາທ່ານຊ່ວຍເປັນແຮງໃຈໃຫ້ S’nuiz Souphaphone ທີ່ຈະສ້າງຜົນງານຮັບໃຊ້ສັງຄົມລາວ ແລະ ຕ່າງປະເທດ ໃຫ້ຊາວໂລກຮູ້ວ່າເມືອງລາວເຮົາມີດີຫຼາຍຢ່າງ ທາງດ້ານວັດທະນະທຳ ການທ່ອງທ່ຽວ ແລະ ຮອຍຍິ້ມສົດໃສທີ່ເປັນມິດຕໍ່ທຸກປະເທດ. #ແຊຣໄປໃຫ້ໂລກຮູ້ວ່າສາວລາວເຮົາທັງງາມແລະເກັ່ງບໍ່ແພ້ຊາດອື່ນ ສຳລັບນ້ອງ ນຸ້ຍ ສຸພາພອນ ສົມວິຈິດ ມີອາຍຸ 20 ປີກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້ ປີ 3  ສາຂາທີ່ຮຽນແມ່ນ ສາຂາບໍລິການທຸລະກິດ, ຫຼາຍໆທ່ານອາດຈະຄຸ້ນໜ້າຄຸ້ນຕາກັນດີເພາະມີຕຳແໜ່ງ ຮອງນາງສາວນະຄອນຫຼວງ ປີ 2016  ແລະ ທີ່ຜ່ານມາຍັງມີການຖ່າຍແບບ-ເດີນແບບຕາມວາລະສານ ແລະ ງານເດີນແບບຕ່າງໆ… ແລະ ໃນໄວໆນີ້ນ້ອງ ນຸ້ຍ ສຸພາພອນ ກຳລັງຈະມີຜົນງານຖ່າຍແບບຂຶ້ນປົກ ວາລະສານ …

Read More »

ການປະມູນຂາຍລົດປະຈຳຕຳແໜ່ງ ຂອງການນຳ ລະດັບສູງ 

ໃນ​ວັນ​ທີ 24 ກຸມພາ 2017 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໄດ້​ມີ​ພິທີ​ຖະ​ແຫຼ​ງຂ່າວ ກ່ຽວ​ກັບການ​ປະມູນ​ຂາຍ​ລົດ​ປະຈຳ​ຕຳ​ແໜ່ງ​ ຂອງ​ການ​ນຳ​ລະດັບ​ສູງ ຈຳນວນ 14 ຄັນ, ​ໃນ​ນັ້ນ​ມີ​ລົດ​ຍີ່​ຫໍ້ BMW ລຸ້ນ 730 LI ຈຳນວນ 7 ຄັນ ​ແລະ ​ຍີ່​ຫໍ້ BENZ ລຸ້ນ S 350 ຈຳນວນ 7 ຄັນ. ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ, ຜູ້​ປະກອບ​ການ, ບຸກຄົນ, ນິຕິບຸກຄົນ ທຸກພາກ​ສ່ວນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮັບ​ຊາບ​ທົ່ວ​ເຖິງ​ກັນ ພ້ອມ​ເຂົ້າ​ຮ່ວມການ​ປະມູນດັ່ງກ່າວ. ​ເຊິ່ງການ​ປະມູນ​ແມ່ນ​ຈະ​ຈັດ​ຂຶ້ນ​ ໃນ​ວັນ​ທີ 28 ກຸມພາ 2017 ​ເວລາ 15:00 ​ໂມງ ​ເປັນ​ຕົ້ນ​ໄປ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ (ຫຼັກ6). ທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ …

Read More »

ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ

  ເຈົ້າໜ້າທີ່ ປກສ ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ…ກົດເຂົ້າໄປອ່ານລາຍລະອຽດ… ໃນລະຫວ່າງວັນທີ 10-19 ກຸມພາ 2017 ນີ້. ຄະນະຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ ແຂວງບໍ່ແກ້ວ ຈໍານວນ 38 ເຮັກຕາ. ໃນນີ້, ໄຮ່ຝິ່ນເກັບກູ້ແລ້ວ 2 ເຮັກຕາ ສາມາດກັກຜູ້ຖືກຫາໄດ້ 5 ຄົນ, ກວດພົບຢາບ້າ 400 ເມັດ ແລະ ປືນລ່າເນື້ອ 6 ກະບອກ. ເຈົ້າໜ້າທີ່ ປກສ …

Read More »

ລູກນໍ້າ ທິດາລັດ ງາມທັງໜ້າຕາ ແລະ ຈິດໃຈ

    ງາມເດ…ງາມທັງໜ້າຕາ ແລະ ຈິດໃຈ…ຖ້າຈະເວົ້າເຖິງສາວ ລູກນໍ້າ ທິດາລັດ ວົງສິຣິ ນອກຈະມີໜ້າຕາ ແລະ  ຮູບຮ່າງທີ່ງົດງາມແລ້ວ ນາງຍັງມີຈິດໃຈດີ  ມັກເຮັດບຸນ ເຂົ້າວັດ ຟັງທຳເປັນປະຈຳ ຈົນໄດ້ສາຍາມາວ່າ: “ນາງງາມໃຈບຸນ” ມາແລ້ວ ກໍຈະບໍ່ໃຫ້ໄດ້ສາຍາໄດ້ແນວໄດ ເນື່ອງຈາກທີມງານ ຂວັນໃຈ ໄດ້ໄປສ່ອງອິນສະຕາແກມສ່ວນຕົວຂອງນາງມາແລ້ວ ນອກຈາກສາວ ລູກນໍ້າ ຈະໂພສຮູບງາມໆຕາມແບບຂອງນາງແລ້ວ ນາງກໍຍັງມັກໂພສຮູບພາບໄປເຮັດບຸນ ເຊິ່ງແຕ່ລະງານກໍເວົ້າໄດ້ເລີຍວ່າເປັນງານເຮັດບຸນຂະໜາດໃຫ່ຍສຸດໆ ນອກຈາກຈະເຮັດບຸນໃສ່ບາດແລ້ວນາງກໍຍັງມັກໄປເຮັດບຸນບໍລິຈາກເຄື່ອງໃຫ້ເດັກນ້ອຍຜູ້ດ້ອຍໂອກາດ, ຍັງດີທີ່ຍັງມີໄວໜຸ່ມລາວເຮົາຢ່າງສາວງາມຄົນນີ້ທີ່ນາງຍັງຮູ້ຈັກຮັກສາວັດທະນະທຳມູນເຊື້ອ ຮີດຄອງປະເພນີທີ່ດີງາມຂອງຊາດລາວເຮົາ. ຂໍຊົມເຊີຍສາວ ລູກນໍ້າ ເດີ້, ມື້ໜ້າຖ້າມີງານເຮັດບຸນບໍ່ວ່າໃຫ່ຍ ຫຼືນ້ອຍ ກໍສາມາດມາຊວນ ຊະນີIndy ແລະ ແຟນໆ ຂວັນໃຈ ແດ່ເດີ້! #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາຄົນໃຈດີ ຂໍຂອບໃຈຮູບພາບຈາກ: louknum_misslaos

Read More »