Breaking News

News

ຕົວຢ່າງຮູບເງົາເລື່ອງ Pirates of the Caribbean 5

ມາເບິ່ງຕົວຢ່າງຮູບເງົາເລື່ອງ Pirates of the Caribbean 5 ທີ່ແຟນໆ…ຫຼາຍໆຄົນລໍຖ້າ ເຊິ່ງໃນພາກນີ້ບອກເລີຍວ່າ ຕື່ນຕາຕື່ນໃຈແນ່ນອນ ເພາະພາກນີ້ຈະສະເໜີບົດບາດຂອງຕົວລະຄອນເອກນຳເລື່ອງເຊັ່ນ ກັບຕັນ ແຈ໋ກ ສະເປໂລ ທີ່ຕ້ອງພົບເຈິກັບຄວາມໂຊກຮ້າຍ…, ເຊິ່ງຮູບເງົາເລື່ອງນີ້ຄາດວ່າຈະເຂົ້າສາຍໃນວັນທີ 26 ພຶດສະພາ 2017 ແຟນໆຈົ່ງອົດໃຈລໍຖ້າກັນໜ້ອຍໜຶ່ງເດີ້ ບໍ່ດົນໄດ້ເບິ່ງກັນແນ່ນອນ… ມາເບິ່ງຕົວຢ່າງຮູບເງົາ Pirates of the Caribbean 5 ກັນເລີຍ:    via: Disney Movie Trailers , Kapook  

Read More »

ເຂົ້າກວດເຊື້ອມະເຮັງເຕົ້ານົມ ບໍ່ເສຍຄ່າຢູ່ໂຮງໝໍມະໂຫສົດ

ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ເດືອນມີນາ 2017 ທາງໂຮງໝໍມະໂຫສົດ ຮ່ວມກັບສະມາຄົມມະເຮັງເຕົ້ານົມລາວ (ABCD) ຈະ​​ໄດ້ຈັດ​ກິດຈະກຳມອບຂອງຂວັນ ໃຫ້ແມ່ຍິງລາວທົ່ວ​ປະ​ເທດ ​ໂດຍ​ການກວດຊອກຫາ​ເຊື້ອມະເຮັງເຕົ້ານົມ ຂັ້ນເລີ່ມຕົ້ນ ສຳຫຼັບແມ່ຍິງໂດຍບໍ່ເສຍຄ່າ​ໃຊ້​ຈ່າຍ​ໃດໆ ​ເຊິ່ງຈະ​ຈັດຂຶ້ນໃນວັນທີ 4 ມີນາ 2017 ກົງ​ກັບ​ວັນ​ເສົາ ເວລາ10:00 -15:00 ​ໂມງ ຢູ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ. ສະ​ນັ້ນ, ຈຶ່ງ​ເຊີນຊວນ​ແມ່ຍິງ​ລາວ​ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຂົ້າ​ມາກ​ວດຊອກ​ຫາ​ເຊື້ອ​ມະ​ເຮັງ​ເຕົ້ານົມ ​ເນື່ອງ​ຈາກ​ວ່າ​​ເຊື້ອມະ​ເຮັງ ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ແຕ່​ເລີ່​ມຕົ້ນ ອາດ​​ເຮັດ​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ແກ່​ຊີວິດ​ໄດ້, ​ເຊື້ອມະເຮັງບໍ່ພຽງຈະເກີດກັບຄົນທີ່ມີອາຍຸຫຼາຍເທົ່ານັ້ນ ແຕ່ຄົນຢູ່​ໃນ​ໄລຍະ​ຈະ​ເລີ​ນພັນ​ ກໍມີ​ຄວາມ​ສ່ຽງເປັນມະ​ເຮັງໄດ້ ໂດຍສະເພາະມະເຮັງເຕົ້ານົມ. ​ສຳລັບຄວາມ​ສ່ຽງທີ່ເຮັດໃຫ້ເກີດມະເຮັງເຕົ້ານົມ ມີຫຼາຍປັດໄຈ ​ເປັນ​ຕົ້ນ ການມີປະຈຳເດືອນຄັ້ງທຳອິດເມືອອາຍຸຍັງນ້ອຍ, ການໝົດປະຈຳເດືອນຊ້າ, ບໍ່ມີລູກ, ມີລູກຄົນທີ 1 ຕອນອາຍຸກາຍ 30 ປີ ແລະ  ຍັງລວມເຖິງຄົນໃນຄອບຄົວ ທີ່ມີປະຫວັດເນື້ອເຫຍື້ອເຕົ້ານົມຜິດປົກກະຕິ ຫຼື ຄົນໃນຄອບຄົວ ທີ່ມີສາຍເລືອດດຽວກັນ ເຄີຍເປັນມະເຮັງເຕົ້ານົມມາກ່ອນ. …

Read More »

ສຳຫລວດ ສະໜາມບິນເມືອງວັງວຽງ ເປັນແຫຼ່ງທ່ອງທ່ຽວ ແບບຍືນຍົງ

    ລັດຖະບານ ກໍຄື ອຳນາດການປົກຄອງ ແຂວງວຽງຈັນ ໄດ້ອະນຸມັດ ໃຫ້ບໍລິສັດອີຈິນ ວິສາຫະກຳ ກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບ ໂຄງການພັດທະນາສະໜາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ໃຫ້ກາຍແຫລ່ງທ່ອງທ່ຽວ ແບບຍຶນຍົງ, ຄາດວ່າຈະມີການລົງທຶນກວ່າ 200 ລ້ານໂດລາສະຫາລັດ. ພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2017 ຜ່ານມານີ້ ລະຫວ່າງ ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ກັບ ທ່ານ ຫລິວຟູ້ກວາງ ປະທານ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ໂດຍມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ພ້ອມການນຳກ່ຽວຂ້ອງ …

Read More »

ມາເບິ່ງ! ຜູ້ເຂົ້າປະກວດ “Miss International Queen 2016” ວ່າໃຜຈະງາມ ແລະ ໄດ້ມົງກຸດໄປຄອງ!

  ແມ່ຍິງແທ້ໆຢ່າງ ຊະນີIndy ຕ້ອງຂໍລົບໄປຊົ່ວຄາວ ເພາະຈະນຳພາແຟນໆ ຂວັນໃຈ ມາເບິ່ງຄວາມງາມເລີດຂອງ ສາວປະເພດສອງ (ຟັງບໍ່ຜິດດອກເດີ້) ແມ່ນແລ້ວ…ຄວາມງາມຂອງສາວງາມປະເພດສອງ ທີ່ເຂົ້າປະກວດໃນເວທີ “Miss International Queen 2016” ແລະ ກໍຈະມີການຕັດສິນໃນມໍ່ໆນີ້ ໃນວັນທີ 10 ມີນາ 2017 ໂດຍຕົວແທນຈາກ ປະເທດລາວ ເຮົາກໍຄື ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງຜູ້ທີ່ກຳລັງເປັນກະແສຮືຮາຢູາໃນເວລານີ້ ແລະ ມື້ນີ້ ຊະນີIndy  ກໍຈະນຳເອົາຮູບພາບ ແລະ ຄຣິບໜ້າຮັກຂອງສາວງາມປະເພດສອງທີ່ມາຈາກຫຼາກຫຼາຍປະເທດມາຝາກວ່າ ໃຜຈະງາມກວ່າໃຜ, ໃຜເໝາະສົມທີ່ຈະໄດ້ມົງກຸດໄປຄອງ ມາເບິ່ງກັນໄດ້ເລີຍ: ແຟນໆຢ່າລືມກົດໄລ້ ກົດແຊຣ ຫຼື ຄອມເມັ້ນບອກທາງທີມງານເຮົາແດ່ເດີ້ວ່າ ແຟນໆຄິດວ່າໃຜງາມ ແລະ ສາວປະເພດສອງຈາກປະເທດໃດຈະໄດ້ມົງກຸດໄປຄອງ? ຄຣິບໜ້າຮັກທີ່ໂພສໂດຍ ວັນໃໝ່ ມົນຈຳປາ ທຳມະວົງ ມາເບິ່ງກັນເລີຍ: โพสต์โดย วันใหม่ ธรรมวงศ์ …

Read More »

ມາເບິ່ງ! ຊຸດປະຈຳຊາດ ແລະ ຊຸດຣາຕີຂອງ ວັນໃໝ່ ທີ່ຈະໃຊ້ເຂົ້າໃນການປະກວດ Miss International Queen 2016

  ໃກ້ເຂົ້າມາແລ້ວກັບການປະກວດ Miss International Queen 2016 ໃນວັນທີ 10 ມີນາ 2017 ນີ້ ແລະ ຕົວແທນຈາກປະເທດລາວເຮົາກໍແມ່ນນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງຈາກ ແຂວງສະຫວັນນະເຂດ ທີ່ຈະເປັນຕົວແທນຈາກ ປະເທດລາວ ໄປປະກວດໃນຄັ້ງນີ້ ໃນວັນທີ 1 ມີນາ ທີ່ຜ່ານມາ ມີຫຼາຍເພສດັງທາງເຟັກບຸກໄດ້ປ່ອຍຮູບພາບ ຊຸດປະຈຳຊາດ ແລະ ຊຸດຣາຕີ ຂອງ ວັນໃໝ່ ທີ່ຈະໃຊ້ເຂົ້າໃນການປະກວດໃນຄັ້ງນີ້ ແລະ ຊຸດຈະມີຄວາມງາມຊໍ່າໃດນັ້ນມາເບິ່ງກັນໄດ້ເລີຍ: ຮູບພາບຊຸດປະຈຳຊາດ ຮູບພາບຊຸດຣາຕີ   ຂໍຂອບໃຈຮູບພາບຈາກ: Amy Ratchada Sompanya , Miss International Queen Pageant , missladyboysfanpage , MissAngie BeautyQueen

Read More »