10 ມີນາ 2017. ພາຍຫລັງອໍານາດການປົກຄອງແຂວງສະຫວັນນະເຂດສັ່ງປິດໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີເຖື່ອນ 300 ແຫ່ງທີ່ພົບວ່າລະເມີດລະບຽບກົດໝາຍ ແລະ ບໍ່ມີໃບອະນຸຍາດ. ຂະນະທີ່ຜູ້ສັງເກດການດ້ານສິ່ງແວດລ້ອມຫລາຍປະເທດສະແດງຄວາມຊົມເຊີຍທີ່ພາກລັດເຮັດແທ້ທໍາຈິງ. ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດໄດ້ເປີດເຜີຍເມື່ອບໍ່ດົນນີ້ວ່າ: ເປັນຜົນສືບເນື່ອງມາຈາກຄໍາສັ່ງເລກທີ 15 ຂອງທ່ານ ນາຍົກລັດຖະມົນແຫ່ງ ສປປ ລາວ ສະນັ້ນ; ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຄໍາສັ່ງເລກທີ 236/ຈຂ.ສຂ ວ່າດ້ວຍການຍຸບ ແລະ ຮື້ຖອນໂຮງງານເຟີນີເຈີແບບຄອບຄົວທີ່ບໍ່ມີໃບອະນຸຍາດ 253 ແຫ່ງ ແລະ ໂຮງງານປຸງແຕ່ງໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ 47 ແຫ່ງ. ຊຶ່ງປະຊາຊົນໃນຫຼາຍໆແຂວງໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນສະພາບການຄ້າ, ການຂາຍ ແລະ ການເຄື່ອນໄຫວດໍາເນີນທຸລະກິດໃນຂອບເຂດທົ່ວປະມິດຈີຫລີ່ ເພາະບໍ່ປະກົດເຫັນລົດແລ່ນຜ່ານເສັ້ນທາງໄປມາຕາມເສັ້ນທາງຕ່າງໆຫລາຍຄືແຕ່ກ່ອນ ແລະ ຮ້ານກິນດື່ມກໍປິດຫລາຍແຫ່ງ ເຊິ່ງບັນຫາດັ່ງກ່າວເປັນຍ້ອນກຸ່ມຄ້າຂາຍໄມ້ຜິດກົດໝາຍ ແລະ ກຸ່ມເຮັດທຸລະກິດນອກລະບົບປົບໜີ ຫລື ຢູ່ແຕ່ໃນເຮືອນຂອງເຂົາເຈົ້າ ໂດຍບໍ່ມີການເຄື່ອນໄຫວຫຍັງໝົດ. …
Read More »News
ວັນໃໝ່ ດາວເດັ່ນໃນການປະກວດ “Miss International Queen 2016” (ຢ່າລືມເປັນກຳລັງໃຈໃຫ້ວັນໃໝ່ແດ່ເດີ້)
ລໍຖ້າລຸ້ນກັນມາພໍສົມຄວນກັບການປະກວດທີ່ເອີ້ນໄດ້ວ່າເປັນກະແສທີ່ຮືຮາທີ່ສຸດໃນຕອນນີ້ ນັ້ນກໍຄືເວທີການປະກວດສາວງາມປະເພດສອງ “Miss International Queen 2016” ແລະ ໜຶ່ງໃນນັ້ນກໍມີສາວງາມປະເພດສອງຈາກປະເທດລາວເຮົານັ້ນກໍຄື: ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ຈາກແຂວງ ສະຫວັນນະເຂດ ທີ່ເອີ້ນສຽງຮືຮາທັງພາຍໃນປະເທດ ແລະ ຕ່າງປະເທດໄດ້ເປັນຢ່າງດີ ແຖມຕ່າງຊາດກໍຕ້ອງຂໍຍອມນາງໃນຄວາມງາມ ແຖມພຽບພ້ອມທັງກິຣິຍາທ່າທາງ ຈົນໃນໂລກສັງຄົມອອນລາຍມີການກົດໄລ້ ກົດແຊຣຮູບພາບ ແລະ ຕິດຕາມນາງໃນຕາມໜ້າເພສຕ່າງໆ ຈົນຂຶ້ນເປັນດາວເດັ່ນໃນການປະກວດ “Miss International Queen 2016” ໃນເທື່ອນີ້ໄປແລ້ວ. ໃນວັນທີ 10 ມີນາ 2017 ນີ້ ຈະເປັນທີ່ຮູ້ກັນແນ່ນອນວ່າສາວງາມປະເພດສອງຈາກປະເທດໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈປະຊາຊົນລາວຈະໄດ້ລາງວັນມາຝາກພີ່ນ້ອງຊາວລາວເຮົາ ຫຼື ບໍ່? ຢ່າລືມເປັນກຳລັງໃຈຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 …
Read More »ນາງສັງຂານຫຼວງພະບາງ ປະຈຳປີ ພສ 2560 ອາດແມ່ນເຈົ້າ!
ກອງປະກວດນາງສັງຂານຫຼວງພະບາງ ເປີດຮັບສະໝັກ ນາງສາວງາມ ຜູ້ທີ່ມີຄວາມສົນໃຈ ເຂົ້າຮ່ວມການປະກວດ ສາມາດ ລົງທະບຽນ ໄດ້ແລ້ວ ຕັ້ງແຕ່ມື້ນີ້ ຈົນໄປຖິງວັນທີ 16 ມີນາ 2017 ນີ້. ສາວງາມແຫ່ງດິນແດນເມືອງມໍລະດົກໂລກ ທີ່ເປັນເພດຍິງ ໂດຍກຳເນີດ ອາຍຸ 15-23 ປີ ສາມາດອ່ານ-ຂຽນ ພາສາລາວໄດ້ເປັນຢ່າງດີ ສຳນຽງສຽງປາກເອກະລັກຫຼວງພະບາງ ສາມາດຂໍໃບສະໝັກໄດ້ທີ່: ຫ້ອງວ່າການປົກຄອງເມືອງຫຼວງພະບາງ, ບ້ານວຽງໃໝ່ ເມືອງຫຼວງກະບາງ. ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 071 212 160 ຮອບຄັດເລືອກຈະມີຂຶ້ນໃນວັນທີ 17 ກຸມພາ 2017 ນີ້. ຂໍມູນຈາກ: ເຟສບຸກ ນາງສັງຂານ ຫລວງພະບາງ
Read More »ແມ່ຍິງລາວ ກັບວຽກງານໃນສັງຄົມ
ເພື່ອສຳເລັດພາລະບົດບາດ ແລະ ໜ້າທີ່ ໃນຊຸມປີຕໍ່ໜ້າ ສະຫະພັນແມ່ຍິງລາວ ໄດ້ວາງຄາດໝາຍສູ້ຊົນ, ທິດທາງລວມ ແລະ ທິດທາງລະອຽດ ເປັນຕົ້ນແມ່ນແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຖັນແຖວແມ່ຍິງ ແລະ ຄອບຄົວ; ຈັດຕັ້ງສະຫະພັນ ແມ່ຍິງແຕ່ລະຂັ້ນ ໄດ້ຮັບການປັບປຸງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງກວ້າງຂວາງ; ແມ່ຍິງ ໄດ້ຮັບການພັດທະນາດ້ານແນວຄິດຈິດໃຈ, ຮ່າງກາຍ, ການສຶກສາ, ວິຊາອາຊີບ ແລະ ສີມືແຮງງານ ແລະ ໄດ້ຮັບນາມມະຍົດ ດີເດັ່ນໃນທຸກສາຂາ ອາຊີບເພີ່ມຂຶ້ນ; ການປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ, ການສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ ແລະ …
Read More »ກ້າວສູ່ປີທີ 6 ຂອງ “WOW Magazine”
ໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວເຂົ້າສູ່ປີທີ 6 ຂອງ WOW Magazine ໃນວັນສຸກ ທີ 3 ມີນາ 2017 ທີ່ຜ່ານມາ ທີ່ຮ້ານອາຫານ ສະເຕັກຈໍ້າກັບແຈ່ວ ແລະ ທາງວາລະສານ wow ໄດ້ຈັດກິດຈະກໍາເດີນ Fashion ເພື່ອເປັນການກຽມຄວາມພ້ອມ ກ່ອນຈະຮອດງານໃຫຍ່ ໃນງານ Vientiane WOW Fashion Week 2017 ທີ່ຈະຈັດຂຶ້ນໃນວັນທີ 18 ມີນາ 2017 ທີ່ໂຮງແຮມແລນມາກ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະໜຸກ ມີໄຊ ຮອງປະທານ ສະມາຄົມ ນັກຂ່າວແຫ່ງປະເທດລາວ, ທ່ານ ສຸວັດ ເທດສາລີ ປະທານກໍາມະການບໍລິຫານວາລະສານ WOW Magazine Society ພ້ອມດ້ວຍແຂກທີ່ມີກຽດ, …
Read More »