Breaking News

News

ອົງການ NEDA ຊ່ວຍໃຫ້ປະຊາຊົນເຂົ້າເຖິງແຫຼ່ງນໍ້າສະອາດ

  ໃນວັນທີ 28 ກຸມພາ 2017  ຢູ່ທີ່ແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບແລະເປີດໂຄງການພັດທະນາລະບົບນໍ້າປະປາໃນ 5 ເມືອງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວ-ໄທ,  ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເນວິນ ສິນສິຣິ ຜູ້ອໍານວນການສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ ຫຼື NEDA ພ້ອມດ້ວຍຕາງໜ້າຈາກ 5 ເມືອງ ແລະ ປະຊາຊົນເຂົ້າຮ່ວມ. ໂຄງການພັດທະນາລະບົບນໍ້າປະປາແມ່ນໄດ້ສຸມໃສ່ 5 ເມືອງຄື: ເມືອງ ແບງ, ເມືອງ ຄອບ, ເມືອງ ຫ້ວຍຊາຍ, ເມືອງ ໄຊບູລີ ແລະ ເມືອງ ໂຂງ ໂດຍ NEDA ໄດ້ໃຫ້ການສະໜັບສະໜູນເງິນກູ້ຈໍານວນ 305 ລ້ານບາດ ແລະ ເງິນໃຫ້ຊ່ວຍເຫຼືອລ້າອີກ 5 ລ້ານບາດ ເພື່ອເປັນງົບປະມານ …

Read More »

ງາມຫຼາຍ! ວັນໃໝ່ ສາວປະເພດສອງ ກຽມພ້ອມແລ້ວກັບການປະກວດ “Miss International Queen” (ມີຄຣິບ)

  ງາມຫຼາຍ! ຄົງຈະບໍ່ມີໃຜທີ່ຈະປະຕິເສດວ່ານ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ນັ້ນມີຄວາມງາມ ແລະ ຖ້າບໍ່ບອກກໍຄົງບໍ່ຮູ້ວ່າເປັນສາວປະເພດສອງ. ວັນໃໝ່ ມົນຈຳປາ ມີຄວາມກຽມພ້ອມແລ້ວທີ່ຈະເຂົ້າແຂ່ງຂັນໃນເວທີ “Miss International Queen 2016” ໃນວັນສຸກ ວັນທີ 10 ມີນາ 2017 ທີ່ຈະເຖິງນີ້, ຂໍເປັນກຳລັງໃຈໃຫ້ ນ້ອງ ວັນໃໝ່ ຈົ່ງເຮັດໃຫ້ດີທີ່ສຸດ ສູ້ໆເດີ້… ແລະ ຈົ່ງນຳເອົາວັດທະນະທຳອັນດີງາມຂອງລາວເຮົາໄປເຜີຍແຜ່ເພື່ອໃຫ້ຊາວຕ່າງຊາດໄດ້ຮັບຮູ້ເຖິງຮີດຄອງປະເພນີອັນດີງາມຂອງຊາດລາວເຮົາແດ່ເດີ້. #ແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງຈາກລາວເຮົາກໍງາມບໍ່ແພ້ຊາດໃດໃນໂລກ ທຸກໆທ່ານສາມາດຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 (ປະເທດໄທ) ໃນວັນທີ 10 ມີນາ 2017 ເວລາ 21:00-23:30 ຫຼື ທ່ານສາມາດເປັນກຳລັງໃຈຮ່ວມໂຫວດໃຫ້ນ້ອງ ວັນໃໝ່  ໝາຍເລກ …

Read More »

ສໍາເລັດໂຄງການອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ແຂວງຊຽງຂວາງ

  ໃນທ້າຍອາທິດຜ່ານມາໄດ້ຈັດ ພິທີມອບ-ຮັບໂຄງການກໍ່ສ້າງ, ຕິດຕັ້ງ ແລະ ຕົບແຕ່ງເດີ່ນສວນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃນການກ່າວມອບໂດຍທ່ານ ບຸນຂຽນ ສຸລິວົງ ຮອງຫົວໜ້າຄະນະ ຮັບຜິດຊອບພິພິທະພັນ ໄກສອນ ພົມວິຫານ ກ່າວຮັບໂດຍທ່ານ ຄຳແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ ໂດຍມີການນຳ ຂອງສູນກາງ, ແຂວງ, ເມືອງ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວນີ້ ຮັບເໝົາກໍ່ສ້າງໂດຍບໍລິສັດ ສີວອນ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ໄດ້ລິເລີ່ມກໍ່ສ້າງ ມາແຕ່ທ້າຍປີ 2014 ໂດຍໄດ້ບຸກເບີກສະຖານທີ່ ຖົມດິນອັດແໜ້ນ ວຽກເບຕົງກໍ່ໂບກ ລານອະເນກປະສົງ, ກໍ່ແທ່ນຕິດຕັ້ງຫີນແກ່ຣນິກ ຕິດຕັ້ງຮູບຫລໍ່ໝົດຄີງ, ຕິດຕັ້ງໄຟຟ້າ ນໍ້າປະປາ, ມີເນື້ອທີ່ທັງໝົດ 8.568 ຕາແມັດ ລວມມູນຄ່າທັງໝົດ 14 …

Read More »

ເອັມມ່າ ສະໂຕນສ໌ “ນັກສະແດງນຳຍິງດີເດັ່ນ” ໃນເວທີ Oscars 2017

  ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບລາງວັນຈາກເວທີ Oscars  ຄັ້ງທີ 89 ປະຈຳປີ 2017, ຮຸບເງົາທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ ປະຈຳປີນີ້ກໍຄືຮູບເງົາເລື່ອງ Moonlight, ນັກສະແດງນຳຊາຍດີເດັ່ນໄດ້ແກ່ Casey Affleck ຈາກເລື່ອງ Manchester by the Sea ແລະ ສຳລັບລາງວັນນັກສະແດງນຳຍິງດີເດັ່ນກໍເປັນໄປຕາມຄາດ ເຊິ່ງນັກສະແດງຍິງທີ່ໄດ້ຮັບລາງວັນນີ້ກໍຄື Emma Stone ຈາກຮູບເງົາເລື່ອງ La La Land ແລະ ຍັງມີລາງວັນອື່ນໆອີກຢ່າງຫຼວງຫຼາຍ ນັກສະແດງ ຫຼື ຜູ້ກຳກັບຈາກຮູບເງົາເລື່ອງໃດຈະໄດ້ຮັບລາງວັນໃດແດ່ນັ້ນ ມາເບິ່ງກັນເລີຍ… ຮູບເງົາດີເດັ່ນຄືຮູບເງົາເລື່ອງ Moonlight ນັກສະແດງນຳຊາຍດີເດັ່ນຄື Casey Affleck ຈາກເລື່ອງ Manchester by the Sea ນັກສະແດງນໍາຍິງດີເດັ່ນຄື Emma Stone ຈາກຮູບເງົາເລື່ອງ La La Land ແລະ ລາງວັນອື່ນໆມີລາຍລະອຽດດັ່ງລຸ່ມນີ້… ນັກສະແດງສົມທົບຊາຍດີເດັ່ນຄື ມາເຮີຊາຣາ ອາລີ ຈາກເລື່ອງ Moonlight ນັກສະແດງສົມທົບຍິງດີເດັ່ນຄື …

Read More »

ເວທີ Oscars 2017 ປະກາດລາງວັນ “ຮູບເງົາດີເດັ່ນ” ຜິດພາດ!! (ມີຄຣິີບ)

  ໃນຄໍ່າຄືນທີ່ສຸດຍິ່ງໃຫ່ຍຂອງວົງການຮູບເງົາຝັ່ງ Hollywood ກັບການປະກາດຜົນລາງວັນຮູບເງົາ  Oscars ຄັ້ງທີ 89 ປະຈຳປີ 2017 ຜ່ານພົ້ນໄປເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຜົນກໍເປັນໄປຕາມຄາດໝາຍ ຮູບເງົາເພງແນວຄຼາກຊິກ La La Land ຄວ້າລາງວັນໄປໄດ້ຫຼາຍທີ່ສຸດເຖິງ 6 ລາງວັນເຊັ່ນ: ອອກແບບງານສ້າງດີເດັ່ນ,ດົນຕີປະກອບດີເດັ່ນ, ເພງປະກອບຮູບເງົາດີເດັ່ນ, ຜູ້ກຳກັບດີເດັ່ນ ແລະ ນັກສະແດງນຳຍິງດີເດັ່ນ. ໂດຍໃນງານເກີດເຫດບໍ່ຄາດຝັນເມື່ອໃນຊ່ວງທ້າຍຂອງຜົນປະກາດລາງວັນ ນັກສະແດງອະວຸໂສ ວໍເຣນ ເບດຕີ້ ປະກາດລາງວັນຮູບເງົາດີເດ່ນ ຜິດພາດ ເຊິ່ງຄວາມຈິງເລື່ອງທີ່ໄດ້ຄື Moonlight ແຕ່ປະກາດເປັນ La La Land ທີມຮັບລາງວັນຈາກ La La Land ຈຶ່ງຕ້ອງລົງຈາກເວທີເປີດທາງໃຫ້ກັບນັກສະແດງຈາກຮູບເງົາເລື່ອງ  Moonlight ຂຶ້ນໄປແທນ.   Moonlight Wins Best Picture Oscar After La La …

Read More »