Breaking News

News

ຍີ່ປຸ່ນ ສົນໃຈຢາກມາລົງທຶນ ຂະແໜງການ ບໍລິການໃນລາວ

ປັດຈຸບັນ ນັກລົງທຶນຈາກປະເທດຍີ່ປຸ່ນພວມໃຫ້ຄວາມສົນໃຈ ຢາກ​ມາ​ລົງທຶນ​ຢູ່ ສປປ ລາວ​ ​ໃນ​ຫຼາຍ​ຂະ​ແໜງ​ການ ​ເປັນ​ຕົ້ນ​ຂະ​ແໜງ​ການ​ບໍລິການ, ອຸດສາຫະກໍາ, ກະສິກໍາ, ການຄ້າ-ການ​ລົງທຶນ ​ແລະ ອື່ນໆ​. ວັນ​ທີ 22 ກຸມພາ 2017 ນີ້, ທ່າ​ນນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາ ຫະກຳ ​ແລະ ການ​ຄ້າ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ຄະນະ​ນັກ​ລົງທຶນ​ຈາກ​ປະ​ເທດຍີ່ປຸ່ນ ນຳ​ໂດຍ​ທ່ານ Tatsuhiro SHINDO ຮອງປະທານ ອົງການສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ. ​ໃນໂອກາດ​ດັ່ງກ່າວ, ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່ຄະນະ​ນັກ​ລົງທຶນ​ຍີ່ປຸ່ນ ທີ່​ເດີນທາງມາ​ຢ້ຽມ​ຢາມ ສປປ ລາວ​ ໃນ​ຄັ້ງ​ນີ້ ​ເຊິ່ງເປັນໂອກາດອັນດີ …

Read More »

ສາເຫດປາຕາຍທີ່ແຂວງບໍ່ແກ້ວ

    ເຈົ້າໜ້າທີ່ຈາກກົມຄວບຄຸມມົນລະພິດຢືນຢັນເຕັມປາກ ປາຕາຍຢູ່ວັງສະຫງວນນໍ້າງາວ ແຂວງບໍ່ແກ້ວເປັນຍ້ອນສານພິດ ບໍ່ແມ່ນ ຍ້ອນພະຍາດ ແຕ່ຍ້ອນສານພິດເຄມີປະເພດຢາປາບສັດຕູພືດກົງກັບກະປ່ອງຢາທີ່ພົບເຫັນຢູ່ແຄມນ້ຳງາວ ແທ້. ປາຕາຍປະມານ 1.000 ກິໂລທີ່ວັງສະຫງວນນໍ້າງາວ ບ້ານປຸ່ງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃນວັນທີ 12 ກຸມພາ 2017 ຜ່ານມານີ້, ຍ້ອນມີສານເຄມີຕົກຄ້າງ ເຊິ່ງເປັນສານເຄມີຢາ ປາບສັດຕູພືດປະເພດ Fenpropathrin ຫລື Fenopropathin ຊື່ການຄ້າ Danitol/Meothrin ທີ່ປະຊາຊົນຜູ້ໜຶ່ງພົບເຫັນກະປ່ອງຢູ່ແຄມນ້ຳງາວ. ຜ່ານການວິໄຈປາຕາຍຈາກສູນວິໄຈພະຍາດປາທີ່ນ້ຳ ຊ່ວງ, ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປາຕາຍບໍ່ແມ່ນຍ້ອນເກີດພະຍາດລະບາດ ແຕ່ຍ້ອນສານພິດເຄມີ ປະເພດຢາປາບສັດຕູພືດດັ່ງກ່າວ. ຕາມການໃຫ້ຂໍ້ມູນຂອງທ່ານ ຄຳພັນ ນັນທະວົງ ຫົວໜ້າກົມຄວບຄຸມມົນລະພິດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມໃນວັນທີ 21 ກຸມພາ 2017 ນີ້ວ່າໄດ້ມີປະຊາຊົນຜູ້ໜຶ່ງຢູ່ບ້ານປຸ່ງນາໜູນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໄດ້ໄປພົບເຫັນ ປາຕາຍຈຳນວນຫລວງຫລາຍໃນຕອນກາງຄືນແລ້ວຈຶ່ງເກັບເອົາໄປໄວ້ …

Read More »

ງາມຫຼາຍ! ປະມວນພາບ ຫຼິງຫຼິງ ປິຍະດາ ນຸ່ງຊຸດໄໝລາວ…

  ຢາກບອກວ່າ ຫຼິງຫຼິງ ປິຍະດາ ອິນທະວົງ  ເຫັນຍາມໃດກໍບໍ່ເປີດບໍ່ໜ່າຍເພາະນາງມີຄວາມງາມ ອໍລ້າຈັບຕະຫຼອດເວລາ ຈົນໄດ້ສາຍາມາແລ້ວວ່າເປັນ ສາວປະເພດສອງເບີ 1 ຂອງລາວເຮົາ ແລະ ມື້ນີ້ທາງທີມງາມ ຂວັນໃຈ ເຮົາກໍໄດ້ໄປສ່ອງ Profile ສຸດເລີດຂອງນາງຜ່ານອິນສະຕາແກມ ແຕ່ທີ່ສະດຸດຕາທີມງານເຮົາຫຼາຍທີ່ສຸດກໍໜ້າຈະເປັນທີ່ ຫຼິງຫຼິງ ປິຍະດາ ມັກໂພສຮູບພາບນຸ່ງຊຸດໄໝລາວ ມີຫຼາຍຊຸດຫຼາຍແບບ ຂໍບອກເລີຍວ່າງາມຫຼາຍ ແລະ ເຮົາກໍບໍ່ພາດທີ່ຈະເກັບເອົາຮູບພາບທີ່ ຫຼິງຫຼິງ ໃສ່ຊຸດໄໝລາວງາມໆມາຝາກ ຈະງາມສົມກັບທີມງາມເຮົາຍ້ອງແທ້ບໍ່? ຂໍໄລ້ ຂໍຄອມເມັ້ນຈາກແຟນໆ…ເພື່ອບອກໃຫ້ທາງເຮົາຮູ້ນຳແດ່ເດີ້! #ແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງບ້ານເຮົາກໍງາມບໍ່ແພ້ຊາດໄດໃນໂລກ ຂໍຂອບໃຈຮູບພາບຈາກ: lingpiyadar

Read More »

ສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ

ໃນລະຫວ່າງວັນທີ 22-26 ກຸມພາ 2017 ນີ້ ຢູ່ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານວາງສະແດງສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ທົ່ວປະເທດຄັ້ງ I ຂຶ້ນ. ເຊິ່ງມີສີນຄ້າພົ້ນເດັ່ນຂອງລາວ ເຊັ່ນ: ອາຫານພື້ນເມືອງ, ເຄື່ອງດື່ມ, ເຄື່ອງຕົບແຕ່ງ, ເຄື່ອງຫັດຖະກຳ, ຢາພື້ນເມືອງ ແລະ ອື່ນໆອີກ. ນອກຈາກນີ້, ພາຍໃນງານ ຍັງມີການປະກວດ ກະຕ່າຂອງຂວັນສີນຄ້າໂອດ໋ອບ ແລະ ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງລາວ, ຈັດສຳມະນາ ການພັດທະນາຜະລິດຕະພັນລາວ ແລະ ແຂ່ງຂັນຟ້ອນຫລານນ້ອຍ ຂັ້ນອະນຸບານ ແລະ ປະຖົມອີກດ້ວຍ. ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນໄດ້ລວບລວມ ຜູ້ປະກອບການທີ່ໄດ້ຮັບກາໝາຍໂອດ໋ອບ ທົ່ວປະເທດ …

Read More »

ນູ່ນີ່ ສາວລາວໃນລາຍການ “Take me out Thailand” ໄດ້ໂພສບອກວ່າ…(ມີຄຣິບ)

    ຫຼັງຈາກທີ່ສາວລາວໜ້າຮັກ  ນູ່ນີ່ ຂຸນພົນພັກດີ ໄດ້ໄປອອກລາຍ  “Take me out Thailand”  ຈົນສ້າງກະແສຮືຮາໃນໂລກສັງຄົມອອນລາຍມາແລ້ວ, ຫຼ້າສຸດ ນູ່ນີ່ ນາງກໍໄດ້ໂພສຮູບພາບພ້ອມຄຳອະທິບາຍໃນເຟັກບຸກ ແລະ ອິນສະຕາແກມ ສ່ວນຕົວຂອງນາງວ່າ: “ຝາກຕິດຕາມ ເສົາໜ້າແດ່ເດີ້ ວ່ານູ່ນີ່ຊິໄດ້ຄູ່ເດດ ຫຼື ບໍ່…?” , ຈົນມີແຟນໆຂອງນາງທັງ ລາວ ແລະ ໄທ ອອກມາຄອມເມັ້ນໃຫ້ກຳລັງໃຈນາງແບບລົວໆ… ຈັ່ງໃດກໍເປັນກຳລັງໃຈໃຫ້ເດີ້ ແລະ ເພື່ອນໆທີ່ຢາກຕິດຕາມສາວລາວຄົນນີ້ວ່ານາງຈະໄດ້ໝຸ່ມຄົນໃດໄປເປັນຄູ່ເດດ ກໍຢ່າລືມຕິດຕາມນາງທີ່ລາຍການ “Take me out Thailand” ໃນວັນເສົາ ວັນທີ 25 ກຸມພາ 2017 ນີ້…! #ແຊຣໄປໃຫ້ໂລກຮູ້ວ່າສາວລາວເຮົາງາມຫຼາຍ ສ່ວນໝູ່ເພື່ອນຄົນໃດທີ່ພາດຍັງບໍ່ໄດ້ເບິ່ງຕອນທຳອິດທີ່ສາວ ນູ່ນີ່ ປະກົດຕົວໃນລາຍການສາມາດເບິ່ງຍ້ອນຫຼັງໄດ້ເລີຍ!   ที่จริงเฮามักน้าเน็ก น้าโดนสาวนุนีสารภาพรักกลางรายการ ถึงกับออกอาการแบบนี้!! ดูแม่จ๋าอีกคนเถอะ ดูหวงๆนะนั่น #tmo11 #takemeoutthailandถ้าไม่อยากพลาดความสนุกของเทคมีเอาท์ กดนี่ไว้เลย …

Read More »