Breaking News

Kuanjaitaem Kuanjai page

ແຟຊັ້ນນໍາສະໄຫມທີ່ຄົງໄວ້ເອກະລັກຄວາມເປັນລາວ

ເຖິງເທຣນ ແຟຊັ້ນຈະປ່ຽນໄປຕາມຍຸກຕາມສະໄໝເທົ່າໃດແຕ່ສິ່ງໜຶ່ງທີ່ສາຍແຟຊັ້ນ ແມ່ຍິງລາວຍັງຄົງອະນຸລັກໄວ້ ແລະ ປັບໃຫ້ທັນເທຣນຕະຫຼອດເວລາຄື ຜ້າຈາກຫັດຖະກໍາງານຝີມື ດີໄຊເນີ້ຈຶ່ງໄດ້ຄິດຜະລິດຂອງດີປະເທດລາວ ຄັດສັນອອກມາເປັນທັງເສື້ອຜ້າ, ກະເປົ໋າ, ປັບໃຫ້ເຂົ້າເທຣນທີ່ທັນສະໄໝ, ມີລົດສະນິຍົມ, ມີຄວາມສະມາສ ແລະ ມີສະໄຕລ ປະຍຸກໃຫ້ເຂົ້າກັນກັບຜ້າຫັດຖະກໍາງານຝີມືລາວບ້ານເຮົາ ຂວັນໃຈຄັດມາແລ້ວມີຫຍັງແນ່ໄດ້ເບິ່ງກັນເລີຍ 1 NAREE Collection  ຜະລິດຕະພັນໂດດເດັ່ນຂອງແບຣນຄືກະເປົ໋າ ຄອນເຊັບຄືມີຄວາມສະມາສ ໃຊ້ໄດ້ກັບທຸກໂອກາດ ນອກຈາກກະເປົ໋າກໍມີເສື້ອຜ້າ ທີ່ຖືຄອນເຊັບຮັກໂລກເປັນມິດຕໍ່ສິ່ງແວດລ້ອມ ຜ້າແມ່ນເຮັດຈາກໄໝໃຍກ້ວຍເປັນການເພີ່ມຄຸນຄ່າໃຫ້ກັບວັດຖຸຸດິບໄຮ້ຄ່າ ທັງນີ້ຍັງເປັນການສົ່ງເສີມສູນແມ່ຍິງພິການໃຫ້ມີລາຍໄດ້ອີກດ້ວຍ. 2 PAILIN  ດີໄຊເນີ້ລຸ້ນໃໝ່ທີ່ອອກແບບແບຣນເສື້ອຜ້າ ເປັນງານແຟຊັ່ນລຸ້ນໃໝ່ ມີສະໄຕລທັນສະໄໝນໍາເທຣນ ເປັນແນວEveryday look 3 KHANG ແບຣນນີ້ມີທັງເສື້ອຜ້າ, ແພບ່ຽງ, ກະເປົ໋າ ແລະ ອື່ນໆ ຜະລິດຕະພັນທຸກຢ່າງແມ່ນຈະອະນຸລັກຄວາມເປັນລາວແຕ່ມີການປະສົມປະສານໃຫ້ມີຄວາມທັນສະໄໝ ລວດລາຍແມ່ນສື່ເຖິງຄວາມເປັນລາວ, ວິຖີຊີວິດຂອງຊົນເຜົ່າ. 4 Tom collection  Collection ໃໝ່ຂອງແບຣນນີ້ຄືກະເປົ໋າເປັນຄອນເຊັບ Working women …

Read More »

ໂທລະສັບມືຖືເທຣນໃໝ່ ທີ່ຄົນທັນສະໄໝເລືອກໃຊ້!

ຫຼ້າສຸດ Samsung ໄດ້ເປີດໂຕນ້ອງໃໝ່ຢ່າງ Samsung Galaxy S22 ເຊິ່ງມີທັງໝົດ 3ລຸ້ນຄື S22, S22+ ແລະ S22 Ultra ເວົ້າໄດ້ວ່າລຸ້ນຫຼ້າສຸດນີ້ໄດ້ແຫກທຸກຂີດຈໍາກັດຂອງໂທລະສັບມືຖືລະດັບ Flagship ທັງດ້ານການປະມວນຜົນ ການອອກແບບ ແລະ ປະສິດທິພາບຂອງກ້ອງ ແລະ ເປັນຄັ້ງທໍາອິດຂອງຕະກູນ S ທີ່ມີບິກ S Pen ຢູ່ໃນໂຕເຄື່ອງເດັ່ນທີ່ສຸດຂອງລຸ້ນນີ້ແມ່ນກ້ອງ ມາພ້ອມກ້ອງຫຼັງຈໍານວນ 4 ຕົວ ໄດ້ມີການປັບປຸງເຕັກນິກການປະມວນຜົນຂອງ PD/AF ເຮັດໃຫ້ຮູບຖ່າຍ ແລະ ວິດີໂອ ໄດ້ຜົນງານລະດັບມືອາຊີບ ເຕັກໂນໂລຊີກ້ອງຄົມຊັດ ປະສານກັບ AI ທີ່ໃຫ້ຄຸນນະພາບລະດັບຮູບເງົາທີ່ບໍ່ພຽງແຕ່ສາມາດຖ່າຍຮູບກາງຄືນໃນໂໝດ Nightography ໃຫ້ເປັນເລື່ອງງ່າຍ ແຕ່ຍັງເຮັດໃຫ້ການຖ່າຍຮູບບຸກຄົນໃນໂໝດ Portrait ມີຄວາມໂດດເດັ່ນ ແລະ ການຖ່າຍວິດີໂອໃນໂໝດ Cinematic ໄດ້ຄຸນນະພາບອອກມາໃນລະດັບຮູບເງົາເລີຍ ໜ້າຈໍແບບ Dynamic …

Read More »

ນາທີນີ້ມີໃຜແນ່ທີ່ຍັງບໍ່ຮູ້ຈັກຈີຈີ້?

ຂວັນໃຈພາມາສ່ອງ ຄວາມງາມ ແລະ ໜ້າຮັກພ້ອມ Lifestyle ຂອງ ຈີຈີ້ ສີວິໄລ ຈີຈີ້ ຫຼືພອຍໄພລິນ ເລີ່ມເປັນເນັດໄອດໍ້ ແລະ ເປັນທີ່ຮູ້ຈັກມາຕັ້ງແຕ່ອາຍຸ 12 ປີ ຈົນຕອນນີ້ອາຍຸ25ປີແລ້ວ ແລະ ຖານແຟນຄຣັບຍິ່ງເພີ່ມຂຶ້ນ ຕອນນີ້ ບໍ່ວ່າຈີຈີ້ຈະໂພສຮູບ ຫຼື ເຄື່ອນໄຫວຫຍັງກໍດຶງດູດຄວາມສົນໃຈຈາກຊາວເນັດຢ່າງຫຼວງຫຼາຍ ດ້ວຍຄວາມງາມ, ໜ້າຮັກ ແລະ Lifestyle ການແຕ່ງໂຕຂອງຈີຈີ້ນັ້ນເອງ ທຸກຮູບທີ່ໂພສລົງຍອດໄລ້ຍອດແຊບໍ່ຕໍ່າກວ່າພັນ ທັງເຟສບຸກ ແລະ ໄອຈີ ຕອນນີ້ຍອດຜູ້ຕິດຕາມໃນເຟສບຸກມີເຖິງ 4 ແສນກວ່າຄົນ ສ່ວນໄອຈີ 6 ແສນກວ່າຄົນ. ແຟນຄຣັບຂອງຈີຈີ້ບໍ່ແມ່ນສະເພາະແຕ່ຄົນລາວຍັງມີຈາກປະເທດເພື່ອນບ້ານ ທັງໜ້າຮັກ ແລະ ງາມ ຂະໜາດນນີ້ໃຜເຫັນກໍຕ້ອງລະລາຍເປັນທໍາມະດາ ເຮັດໃຫ້ໜຸ່ມໆໃຈບາງເປັນແຖວກັນເລີຍເຮົາຈະເຫັນຮູບຂອງຈີຈີ້ເກືອບທຸກຮູບຈະເປັນສະໄຕລໜ້ານິ້ງ ແຕ່ຄວາມເປັນຈິງຖ້າໃຜຕິດຕາມຈະຮູ້ວ່າຈີຈີ້ເປັນຄົນເວົ້າເກັ່ງຕະຫຼົກເຮຮາເຫັນງາມໆແບບນີ້ບອກເລີຍວ່າຈີຈີ້ບໍ່ໄດ້ຂາຍຄວາມງາມແຕ່ຢ່າງດຽວ ຈີຈີ້ເປັນສາວເກັ່ງຄົນໜຶ່ງເຊິ່ງຈົບຈາກນານາຊາດ ແລະ ຈົບ Fashion Marketing ຈາກປະເທດອັງກິດ …

Read More »

ຢາກສໍາເລັດເກັ່ງຢ່າງດຽວບໍ່ໄດ້! ຄວາມເກັ່ງຕ້ອງມາພ້ອມກັບຄວາມອົດທົນ!!

ຂວັນໃຈພາມາແກະຮອຍຄວາມສໍາເລັດຈາກ “ແປ້ງ ຂວັນຊະນົກ” CEO Wink Whiteຈາກຊີວິດມີແຕ່ໜີ້ກ້ອນໃຫຍ່ ແລ້ວເຮັດແນວໃດຈຶ່ງໄດ້ກາຍມາເປັນເຈົ້າຂອງທຸລະກິດມູນຄ່າ 1000 ລ້ານບາດ? ແປ້ງ ຂວັນຊະນົກ ນັກທຸລະກິດຍິງອາຍຸນ້ອຍ1000ລ້ານຈາກປະເທດໄທ ເຊິ່ງເປັນຜູ້ກໍ່ຕັ້ງແບຣນ Wink White ເປັນແບຣນກ່ຽວກັບຜະລິດຕະພັນຄວາມງາມ ມີທັງ Health care, skin care, ອາຫານເສີມ ແລະ ອື່ນໆອີກກວ່າ 10 ຊະນິດສົ່ງອອກຂາຍທົ່ວ AEC ມີຕົວແທນເກືອບ 20.000 ຄົນ ຫຼາຍຄົນອາດຍັງບໍ່ຮູ້ຈຸດເລີ່ມຕົ້ນກ່ອນທີ່ຈະປະສົບຜົນສໍາເລັດຂອງ ແປ້ງ ເລີ່ມຕົ້ນເລີຍຄືຄອບຄົວລົ້ມລະລາຍຕິດໜີ້ຫຼາຍສິບລ້ານ ຈົນພໍ່ແມ່ບໍ່ສາມາດສົ່ງຮຽນໄດ້ ແຕ່ຍ້ອນ ແປ້ງ ເປັນຄົນມຸ່ງໝັ້ນ ແລະ ໄດ້ຮັບຄ່ານິຍົມຄວາມຄິດທີ່ວ່າຕ້ອງຮຽນໜັງສືເທົ່ານັ້ນຈຶ່ງຈະເປັນຜູ້ສໍາເລັດ ຈຶ່ງໄດ້ຂໍແມ່ຮຽນຕໍ່ໂດຍຢືມໜີ້ຈາກ ກຍສ (ໜີ້ຈາກມະຫາໄລ) ແລະ ເລີ່ມເອົາເງິນທີ່ຢືມໄດ້ 1600 ບາດ ມາລົງທຶນຊືື້ສະບູມາຂາຍ ຈົນເວລາຜ່ານມາ 10 ປີຕອນນີ້ກາຍເປັນເຈົ້າຂອງແບຣນຄວາມງາມຢ່າງ …

Read More »

ໄກເທົ່າໃດກໍໃກ້ໄດ້!!

ສະໄໝນີ້ຊື້ມືຖືທັງທີຕ້ອງມີດີໃຫ້ຄົບ!! ກ້ອງ, ເລນເປັນອີກຕົວເລືອກຫຼັກໆໃນການເລືອກຊື້ ກ້ອງຊູມໄດ້ໄກ ແລະ ຊັດ ຈຶ່ງເປັນອີກຟັງຊັນສໍາຄັນ ແລ້ວຈະມີຄ້າຍໃດແນ່ມາເບິ່ງກັນເລີຍ! 1 Samsung Galaxy S21 Ultra ຊູມໄກ 10 ເທົ່າ ມືຖືຮຸ່ນທັອບຂອງ Galaxy S21 ທີ່ມາພ້ອມໜ້າຈໍ Dynamic AMOLED 2X 6.8 ນິ້ວ ຄວາມລະອຽດ 1440 x 3200 ພິກເຊວ. ຮອງຮັບ Refresh Rate 120Hz ໃຊ້ຊິບ Exynos 2100 ແຣມ 12GB/16GB ກ້ອງຫຼັງ 4 ເລນ 108MP ຮອງຮັບການຖ່າຍວິດີໂອ 8 K ມີຟິວເຈີ Super Steady ເພື່ອຄວາມນິ້ງ ແລະ ຄວາມຊັດ ພ້ອມ …

Read More »